ບໍ່ແກ້ວຂໍໃຫ້ທາງການ ເຂັ້ມງວດ ກວດຊາຍແດນ
2021.02.02

ຊາວແຂວງບໍ່ແກ້ວ ທີ່ໄດ້ຮັບຜົລກະທົບ ຈາກ ເຊື້ອ ພຍາດໂຄວິດ-19 ບໍ່ໄດ້ທໍາມາຫາກິນ ຍ້ອນທຸຣະກິຈໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຖືກສັ່ງປິດພາຍຫຼັງ ທີ່ກວດພົບຄົນຈີນ ລັກລອບເຂົ້າມາພ້ອມເຊື້ອພຍາດ ໂຄວິດ-19 ເມື່ອ ທ້າຍປີ 2020 ຜ່ານມາ.
ປັຈຈຸບັນປະຊາຊົນ ທີ່ປະກອບອາຊີບໃນເຂດດັ່ງກ່າວ, ໄດ້ຮັບຄວາມເດືອດຮ້ອນຫຼາຍ, ຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ ກວດກາຕາມ ແນວຊາຍແດນ ຢ່າງເຂັ້ມງວດ ຢ້ານມີຄົນລັກລອບ ເຂົ້າມາໃນໄລຍະ ກຸດຈີນ. ດັ່ງປະຊາຊົນ ບ້ານນໍ້າເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 02 ກຸມພາ 2021 ວ່າ:
"ເອີກະເດືອດຮ້ອນແຫຼະເນາະ, ບໍ່ໄດ້ທໍາມາຫາກິນເນາະ ສັ່ງປິດໝົດແລ້ວ ສືບຕໍ່ຢູ່ຍ້ອນວ່າມັນມີຄົນຈີນ ຕິດ ໂຄວິດ-19 ຜ່ານມາ ແຕ່ໄທຍ ແຕ່ພະມ້າ ແລ້ວກໍຜ່ານແຂວງບໍ່ແກ້ວ ກໍຢາກໃຫ້ເຈົ້າໜ້າທີ່ ເປັນຫູເປັນຕານໍາກັນແຫຼະເນາະ, ແຕ່ລະບ້ານແຕ່ລະຄົນ ເປັນຫູເປັນຕາ ນໍາກັນເນາະ."
ປະຊາຊົນແຂວງບໍ່ແກ້ວ ຍັງຕ້ອງການໃຫ້ທາງແຂວງ, ເຮັດວຽກຢ່າງເຄັ່ງຄັດ ລາດຕະເວນ ຕາມຈຸດສ່ຽງເພື່ອປ້ອງກັນບໍ່ໃຫ້ເກີດ ການນຳເອົາເຊື້ອພຍາດ ໂຄວິດ-19 ເຂົ້າມາຣະບາດ ໃນແຂວງ, ດັ່ງຊາວບ້ານນໍ້າມ້າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ກ່າວວ່າ:
"ຊຸມເພິ່ນກໍຢາກໃຫ້ອັນນ່າ ວາງຣະບຽບວາງເຄັ່ງຄັດຫັ້ນແຫຼະ ທາງຄອບຄົວອີ່ຫຍັງກໍດຽວນີ້ເດືອດຮ້ອນຫຼາຍ, ຫາເງິນຫາຄຳກໍບໍ່ໄດ້ ຢູ່ແຕ່ເຮືອນນີ້ໄປ ກໍຢ້ານໂຄວິດ-19 ເປັນທຸກຍາກ ກໍຕາຍໝົດເທົ່ານັ້ນແຫຼະ."
ຜ່ານມາແຂວງບໍ່ແກ້ວໄດ້ເປີດຊາຍແດນໄລຍະນຶ່ງ ຈາກນັ້ນກໍມາປິດອີກຍ້ອນເພື່ອນບ້ານ ພະມ້າແລະໄທຍ ກັບມາຣະບາດຮອບໃໝ່ ໜັກກວ່າເກົ່າ ແລະກໍມີການລັກລອບເຂົ້າມາ ຈາກ ສອງປະເທດນີ້ເຊິ່ງ ມັນມີຄວາມສ່ຽງ ທາງເຈົ້າໜ້າທີ່ປ້ອງກັນຄວາມສງົບ ແຂວງ ບໍ່ແກ້ວ ກໍມີມາຕການອອກລາດຕະເວນ ຊາຍແດນຕລອດ 24 ຊົ່ວໂມງ, ດັ່ງ ເຈົ້າໜ້າທີ່ກອງ ບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວໄດ້ກ່າວວ່າ:
"ເຮົາກໍ່ມີແຫຼະເນາະມາຕການມີແທ້ມາຕການ, ກໍກວດເຂັ້ມງວດນີ້ແຫຼະມີການປັບໃໝ, ໂດຍສະເພາະຄົນລາວເຂດນີ້ມັນສວຍໂອກາດ ເນາະກໍມີແຫຼະລັກລອບເອົາມານະ.'
ໃນໄລຍະກຸດຈີນນີ້ ຊາວບ້ານ ໃນແຂວງຫຼວງນໍ້າທາ ໂດຍສະເພາະຄົນທ້ອງຖີ່ນ ກໍກັງວົນ ເຊັ່ນກັນຢ້ານວ່າຄົນຈີນ ລັ່ງໄຫຼເຂົ້າມາ ເຂດເສຖກິຈພິເສດບໍ່ເຕັນ ໂດຍຜ່ານດ່ານທ້ອງຖີ່ນ ແລະ ດ່ານທັມມະຊາດ. ສ່ວນດ່ານສາກົລບໍ່ເຕັນ-ບໍ່ຫານ ທາງການຍັງສັ່ງປິດຢູ່ ຍົກເວັ້ນບາງກໍຣະນີ. ດັ່ງ ຊາວບ້ານພຽງງາມ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ກ່າວ ວ່າ:
"ໂຕນີ້ກໍຢາກໃຫ້ເຂັ້ມງວດທີ່ສຸດ ເພາະວ່າມັນມີຜົລກະທົບຢ່າງໜັກຫັ້ນ, ແຫຼະຖ້າວ່າຖ້າມັນເກີດມາ ເປັນຕິດເຊື້ອຕິດຫຍັງຜູ້ມັນຕິດເຊື້ອ ມາຫັ້ນ, ເປັນຕົ້ນກໍແມ່ນແຖບ ຮ້ານໄທຍ ເຮົານີ້ ເປັນບ່ອນທ່ອງທ່ຽວ ແດ່ພວກເຮົາກໍຢາກໃຫ້ຈັບກຸມປັບໃໝ ຫຍັງ ຕາມຂັ້ນເທີງ ພ້ອມຢູ່ໃຫ້ຂໍ້ມູນຢູ່ ຖ້າວ່າພົບເຫັນ."
ໃນໄລຍະການຣະບາດຂອງພຍາດໂຄວິດ-19 ແຂວງຫຼວງນໍ້າທາ ກໍມີຄົນຈີນລັກລອບເຂົ້າ-ອອກ ໂດຍຜ່ານດ່ານທ້ອງຖິ່ນ ແລະດ່ານ ທັມມະຊາດ ສ່ວນຫຼາຍແມ່ນຄົນຈີນ ທີ່ເຮັດວຽກ ຢູ່ແຂວງບໍ່ແກ້ວ ຕ້ອງການກັບບ້ານ ແລະ ຄົນຈີນລັກລອບເຂົ້າມາ ສ່ວນຫຼາຍກໍເດີນ ທາງໄປເຮັດວຽກ ຢູ່ແຂວງບໍ່ແກ້ວ. ຕໍ່ເຫດການດັ່ງກ່າວເຈົ້າໜ້າທີ່ກອງບັນຊາການປ້ອງກັນ ຄວາມສງົບແຂວງຫຼວງນໍ້າທາໄດ້ກ່າວວ່າ:
"ພາກສ່ວນວິຊາສະເພາະ ເຮົານີ້ ໃນການກວດກາຢູ່ປະຕູດ່ານ ຢູ່ນໍາບັນດາຈຸດລໍ່ແຫຼມ ຂອງການເຄື່ອນໄຫວພາກສ່ວນທີ່ເຄື່ອນຍ້າຍ ພົລເມືອງຕ່າງໆ ເພິ່ນກໍໍມີກຳນົດ, ມີຢູ່ໃນໄລຍະ ຊ່ວງໂຄວິດ-19 ລັກລອບກັບຄືນປະເທດຕົນເອງ ສ່ວນຫຼາຍກໍ່ມາແຕ່ບໍ່ແກ້ວ ຫຼາຍຫັ້ນແຫຼະ ເພາະວ່າ ແຕ່ລະໄລຍະຕໍ່າສຸດ ກໍແມ່ນ 5-6 ຄົນບາງເທື່ອກໍມີຮອດ 40 ປາຍຄົນ."
ມາຕການປ້ອງກັນການຣະບາດເຊື້ອພຍາດ ໂຄວິດ-19 ໃນໄລຍະເດືອນກຸມພາ ທ່ານ ພູທອນ ເມືອງປາກ ຮອງຣັຖມົນຕຼີ ກະຊວງ ສາທາຣະນະສຸກ ຮອງຫົວໜ້າສູນປະຕິບັດການ ຄວບຄຸມພຍາດ ໂຄວິດ-19 ໄດ້ຖແລງຕໍ່ຊື່ມວນຊົນ ເມື່ອວັນທີ 02 ກຸມພາ 2021 ວ່າໃຫ້ສືບຕໍ່ໂຈະການອະນຸມັດຖ້ຽວບິນເໝົາລຳ ຈາກປະເທດ ທີ່ມີການຣະບາດ. ຍົກເວັ້ນຖ້ຽວບິນ ເພື່ອ ມະນຸສທັມ, ຄົນເຈັບ ແລະ ຖ້ຽວບິນໂດຍສານ ຂາອອກທີ່ຈຳເປັນ.
ໂຈະການອອກວິຊາທ່ອງທ່ຽວ ແລະ ຢ້ຽມຢາມໃຫ້ຄົນຕ່າງປະເທດ, ຍົກເວັ້ນເຈົ້າໜ້າທີ່ ທີ່ມີຄວາມຈຳເປັນມາ ປະຕິບັດໜ້າທີ່ໃນລາວ. ປິດ ດ່ານປະເພນີ , ດ່ານທ້ອງຖິ່ນ ແລະ ດ່ານສາກົລ ຫ້າມບຸກຄົນທົ່ວໄປ ເຂົ້າ-ອອກ ຍົກເວັ້ນໄດ້ຮັບອະນຸຍາດ ຈາກ ຣັຖບານ. ຫ້າມຈັດ ຄອນເສີດ, ງານຕ່າງໆ, ທະຫານຊາຍແດນເຂັ້ມງວດ ລາດຕະເວນ ຕາມຊາຍແດນ ຈຸດທີ່ມີຄວາມສ່ຽງ ຢ່າງເຂັ້ມງວດ ແລະ ມາຕາການອື່ນໆ ທີ່ກ່ຽວພັນເຖິງການປ້ອງກັນ.