ຢ່າງໜ້ອຍ ມີຜູ້ເສັຍຊີວິດ 2 ຄົນ ຈາກການຈູດໄຮ່

ມາເຖິງປັດຈຸບັນ ໄຟໄໝ້ປ່າ ຈາກການຈູດໄຮ່ ສ້າງມົນລະພິດທາງອາກາດ ແລະ ເຮັດໃຫ້ມີຜູ້ເສັຍຊີວິດແລ້ວ ຢ່າງໜ້ອຍ 2 ຄົນຈາກໄຟໄໝ້ໃນເວລາຈູດໄຮ່ ເຊິງການມອດໄຟນັ້ນ ຍັງບໍ່ສາມາດເຮັດໄດ້ໝົດເທື່ອ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ ເກີດມີຝຸ່ນລະອອງ PM 2.5 ປົກຄຸມທົ່ວໂຕເມືອງ.

ນະຄອນຫຼວງວຽງຈັນ ທີ່ຖືກຄວັນໄຟປົກຄຸມ ເປັນອຸປະສັກຕໍ່ທັດສະນະວິໄສ ໃນການສັນຈອນໄປມາ ຕາມທ້ອງຖະນົນ ແລະສ້າງບັນຫາ ລະບົບຫາຍໃຈ ເພາະຝຸ່ນລະອອງ PM 2.5. ວັນທີ່ 25 ມີນາ ປີ 2023. RFA

ໄຟໄໝ້ຢູ່ເຂດປ່າສງວນຫລາຍເຮັກຕ້າຣ໌ ໃນຫລາຍແຂວງຂອງລາວ ເມື່ອສັບປະດາທີ່ຜ່ານມາ ເຊັ່ນຢູ່ນະຄອນຫລວງວຽງຈັນ, ແຂວງຫລວງພຣະບາງ, ອຸດົມໄຊ, ບໍຣິຄໍາໄຊ ແລະແຂວງຄໍາມ່ວນ. ຢູ່ແຂວງອຸດົມໄຊ ມີຜູ້ຊາຍ 2 ຄົນ ຄົນບ້ານວັງຕັງ ເມືອງຮຸນ ເສັຍຊີວິດຍ້ອນຖືກໄຟໄໝ້ ຈາກການຈູດປ່າເຮັດໄຮ່ ແບບບໍ່ໄດ້ນັດໝາຍກັນ. ມາເຖິງປັດຈຸບັນ ຢູ່ບາງເຂດກໍຍັງບໍ່ສາມາດສະ ກັດກັ້ນ ແລະມອດໄຟນັ້ນໄດ້ໝົດເທື່ອ ເຊັ່ນຢູ່ປ່າສງວນແຫ່ງຊາຕ ພູພະນັງ ໃນເຂດ 3 ບ້ານ ເມືອງສັງທອງ ນະຄອນຫລວງວຽງຈັນ, ເຮັດໃຫ້ອາກາດເປັນມົນລະພິດພິດໝອກຄັວນ  ຫລືຝຸ່ນລະອອງ ຂນາດນ້ອຍກວ່າ 2.5 ໄມຄລອນ ຫລື 2.5PM ກະຈາຍໄປທົ່ວ, ມີຜົລກະທົບໃສ່ຜູ້ຄົນ.

ດັ່ງປະຊາຊົນ ຢູ່ເມືອງສັງທອງຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມິນານີ້ວ່າ:

“ໄຟໄໝ້ປ່າພູພະນັງນີ້ ລະແມ່ນໂອມັນໄໝ້ມາເປັນອາທິດແລ້ວ ມັນເປັນວົງກວ້າງຫລາຍ ຮ້າຍແຮງທີ່ສຸດເລີຍ ມັນກໍໄໝ້ມາຈາກເມືອງນາຊາຍທອງ ແລ້ວກະເມືອງສີໂຄດ ເມືອງສັງທອງນີ້ມັນກໍຫລາຍຈຸດໄໝ້ ຊາຍແດນມັນຕິດກັນເດ ໜ້າເປັນຫ່ວງຫລາຍທີ່ສຸດ ມັນມືດກຶບ ບໍ່ຢາກເຫັນແສງຕາເວັນພຸ້ນດຽວນີ້ ມັນບໍ່ໄດ້ດີແລ້ວ ມັນກົວຢູ່ປັດຈຸບັນນີ້.

ທ່ານກ່າວຕື່ມວ່າ ສາເຫດສ່ວນໃຫຍ່ແມ່ນເກີດຈາກການຈູດໄຮ ຈູດສວນ ເພື່ອປູກຝັງ, ບາງກໍຣະນີ ກໍແມ່ນຈູດປ່າເພື່ອລ່າສັດ ຫລືຈາກການຖິ້ມກິດຂີ້ຢາ, ການດັງໄຟຂອງຊາວບ້ານ ທີ່ໄປຫາເຄື່ອງປ່າຂອງດົງ.

ສາເຫດທີ່ມັນເກີດນີ້ ຍ້ອນຄົນໄປຫາຢູ່ຫາກິນ ນໍາປ່າຫັ້ນແຫລະ ດັງຟືນ ດັງໄຟແລ້ວກໍບໍ່ມອດຟືນມອດໄຟ ພາໃຫ້ໄຟນີ້ເກີດໄໝ້ຫັ້ນແຫລະ ອັນສ່ວນນຶ່ງລະແມ່ນຈູດຮົ້ວ ຈູດສວນ ນໍ. ຈູດດິນໄຮ່ດິນນາ ມັນລະຕິດເຂົ້າໄປບາດນີ້.” 

ຢູ່ເມືອງສີໂຄດຕະບອງ ຊາວບ້ານຜູ້ນຶ່ງເວົ້າໃນມື້ດຽວກັນນັ້ນວ່າ ຕົນກໍາລັງຊ່ອຍເຈົ້າໜ້າທີ່ມອດໄຟໄໝ້ປ່າ ຢູ່ເຂດພູພະນັງ ຊຶ່ງໃກ້ຈະມອດໝົດແລ້ວ.

“ກໍາລັງຢູ່ ຢູ່ພູພີ້ ກໍາລັງສືບຕໍ່ຢູ່ ຮ້ວຍກະແຮງເຕີບຢູ່ ມີໝອກ ມີຄັວນ ດັບມາໄດ້ 4 ຈຸດ 5 ຈຸດແລ້ວ ກໍາລັງຈະດັບໄດ້ນີ້ນະ ຍັງມີອີກຈຸດດຽວ.” 

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງກໍກ່າວໃນມື້ວັນທີ 27 ມິນານີ້ວ່າ ຂະນະນີ້ ເຈົ້າໜ້າທີ່ ແລະຊາວບ້ານຈໍານວນນຶ່ງ ກໍາລັງຊ່ອຍກັນມອດໄຟ ຢູ່ພູພະນັງ, ແຕ່ກໍມອດໄດ້ຫລາຍຈຸດແລ້ວ.

“ພວກເຮົາຂຶ້ນມາທາງພູເດີ້ ແມ່ນແຫລະກໍາລັງດັບ ເຂົາກໍາລັງສະກັດກັ້ນຢູ່ ກະເຂົາສ່ວນຫລາຍແລ້ວ ສໍາເຣັດສ່ວນຫລາຍແລ້ວນໍ.

ຢູ່ແຂວງອຸດົມໄຊ ປະຊາຊົນຜູ້ນຶ່ງເວົ້າວ່າ ຊາວບ້ານໄດ້ຮັລຜົລກະທົບຈາກມົນລະພິດໝອກຄັວນຫລາຍ ແຕ່ກໍບໍ່ແຕກຕ່າງໄປຈາກແຂວງອື່ນ, 3-4 ມື້ມານີ້ເຕັມແຕ່ໝອກຄັວນໄຟ ຊຶ່ງສ່ວນຫລາຍແມ່ນເກີດຈາກການຈູດປ່າເຮັດໄຮ່, ເຈົ້າໜ້າທີ່ກໍໄດ້ຫ້າມ ແຕ່ຫລາຍຄົນບໍ່ຟັງ.

“3-4 ມື້ນີ້ມັນກຸ້ມໝົດນະ ມັນໝອກນະ ອົບເອົ້າຢູ່ນະ ເຮົາຢູ່ເຮືອນນີ້ ເບິ່ງຄັວນໄຟແບບເຖົ່າໄຟ ເປັນດໍາໆມັນປິວມານະບັກຫລາຍຫັ້ນ ສ່ວນຫລາຍກະແມ່ນຄົນຈູດຫັ້ນແຫລະ ເຂົາເຈົ້າຖາງໄຮ່ ຖາງນັ້ນ ເພິ່ນກໍແຈ້ງເຕືອນ ເວລາໄປປ່າ ໄປພູກໍບໍ່ໃຫ້ຈູດ ບໍ່ໃຫ້ມັນລາມໄໝ້ປ່າ. 

ທີ່ແຂວງຫລວງພຣະບາງ ຊາວບ້ານຜູ້ນຶ່ງເວົ້າວ່າ ປັດຈຸບັນ ອາກາດມົວຫລາຍ, ມີຄັວນໄຟ ບໍ່ຮູ້ວ່າມາຈາກໃສ, ຫາຍໃຈບໍ່ສະດວກ, ແສບຕາ, ບໍ່ຮູ້ວ່າເພິ່ນຈະແກ້ໄຂແນວໃດ.

ໝອກກັບຄັວນກຸບເລີຍ ແລງມາ ເຊົ້າມາ ຫລຽວເຫັນກັນບໍ່ເຫັນແລ້ວ ຍັງມືດກັນຢູ່ນີ້ ຫາຍໃຈກະບໍ່ສະດວກ ແສບຕາ ຂີ່ຣົຖໄປນະ ກະບໍ່ຮູ້ວ່າແນວໃດ ວ່າເພິ່ນຈະເຮັດແບບໃດນໍ.”        

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງອຸດົມໄຊທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງເວົ້າວ່າ ເຂົາຈູດໄຮ່ຕາມຣະດູການເພື່ອທໍາການຜລິດ, ໄທເຮົາກໍມີມາຕການຄຸ້ມຄອງ ແຕ່ກໍຍັງມີການຈູດຢູ່.

“ເຂົາຈູດໄຮ່ຕາມລະດູການ ທໍາການຜລິດຂອງເຂົາເຈົ້າຫັ້ນນະ ໄທເຮົາກໍມີມາຕການໃນການູຄຸ້ມຄອງ ເບື້ອງຕົ້ນ ໄທເຮົາກໍໄດ້ລົງປະສານສົມທົບ ນໍາແຕ່ລະບ້ານ ເວົ້າເຣື່ອງການໂຄສະນາ ເວົ້າເຣື່ອງການວາງແຜນກັຍການຜລິດ ຂອງປະຊາຊົນນະ ຕ້ອງໄດ້ໃຫ້ເຂົາເຈົ້ານີ້ ຈູດໄຮ່ກໍໃຫ້ມີພີ່ນ້ອງ ໄປຊ່ວຍກັນ ເວລາມັນລາມເລັກນ້ອຍ ກໍໃຫ້ມັນສາມາດມອດໄດ້.

ຢູ່ເຂດພູເຂົາຄວາຍ ເມືອງປາກງື່ມ ນະຄອນຫລວງວຽງຈັນ ກໍເກີດໄຟໄໝ້ປ່າ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ລະດົມກັນໄປຊ່ອຍມອດໄຟ ຍ້ອນວ່າມີບາງຈຸດໄຟຍັງໄໝ້ປ່າຢູ່. ໄຟໄໝ້ລາມປ່າຢູ່ເຂດປ່າສງວນ ພູກຸ ແລະປ່າສງວນຂອງເມືອງວຽງຄໍາ ແຂວງຫລວງພຣະບາງ ຫລາຍເຮັກຕ້າຣ໌ ແຕ່ກໍສາມາດດັບມອດໄດ້ແລ້ວ ແລະມີການເຝົ້າລະວັງຢູ່. ໃນໄລຍະເດືອນມິນາ ຫາ ເດືອນເມສາ ຂອງທຸກປີ ຈະເກີດໄຟໄໝ້ປ່າຢູ່ຕລອດ ຊຶ່ງປີກາຍ ຢູ່ຫລາຍແຂວງ ໄຟກໍໄໝ້ປ່າຫລາຍເຮັກຕ້າຣ໌ ເປັນຕົ້ນຢູ່ທາງພາກເໜືອ ເຊັ່ນແຂວງຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ແຫລວງພຣະບາງ ແລະແຂວງໄຊຍະບູຣີ.

ອີງຕາມການຣາຍງານ ຂອງສື່ມວນຊົນທາງການລາວ ໃນເດືອນພຶສພາ 2020 ທົ່ວປະເທດລາວ ເຖິງທາງການໄດ້ອອກແຈ້ງການຫ້າມ ແຕ່ຊາວບ້ານຍັງພາ ກັນຈູດໄຮ່, ຈູດສວນ ເພື່ອທໍາການຜລິດ ກະສິກັມ, ຈູດປ່າເພື່ອລ່າສັດ ໃນສະພາບອາກາດຮ້ອນອົບເອົ້າ ເຮັດໃຫ້ໄຟລາມໄປໄດ້ງ່າຍ, ເນື້ອທີ່ປ່າໄມ້ ຖືກເສັຍຫາຍຈາກໄຟໄໝ້ປ່າຫລາຍກວ່າ 1 ແສນເຮັກຕ້າຣ໌.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org