ເຈົ້າຂອງເຮືອນ ຈະຖືກປັບໃໝ ຖ້າປ່ອຍໃຫ້ມີນ້ຳຂັງ ບ່ອນເກີດຍຸງລາຍ

ໄຂເລືອດອອກ ຍັງຣະບາດຫຼາຍ ເຮັດໃຫ້ທາງການ ນະຄອນຫລວງວຽງຈັນ ແຈ້ງໃຫ້ປະຊາຊົນ ໃສ່ໃຈ ທຳຄວາມສະອາດ ແຫຼ່ງເພາະພັນ ໜອນນ້ຳຍຸງລາຍ ເພື່ອປ້ອງກັນພະຍາດໄຂ້ຍຸງ ແລະຖ້າຜູ້ໃດ ບໍ່ປະຕິບັດຕາມ ຈະຖືກປັບໃໝ, ໃນຂະນະທີ່ ປະຊາຊົນເຫັນວ່າ ເປັນມາຕການ ທີ່ບໍ່ສົມເຫດ-ສົມຜົລ.

ທາງການ ສາທາຣະນະສຸຂ ອອກພົ່ນຢາປ້ອງກັນ ການແຜ່ຂຍາຍ ຂອງຍຸງລາຍ. ຮູບພາບ: ນັກຂ່າວ ພົລເມືອງ

ຜແນກສາທາຣະນະສຸກ ນະຄອນຫລວງວຽງຈັນ ຈະປັບໄໝເຈົ້າຂອງເຮືອນ ໃນເຂດນະຄອນຫລວງວຽງຈັນ ຖ້າຫາກປ່ອຍໃຫ້ມີບ່ອນນໍ້າຂັງ ທີ່ເປັນແຫລ່ງເພາະພັນ ໜອນນໍ້າຍຸງລາຍໃນເຂດເຮືອນ ຂອງຕົນ ຊຶ່ງປະຊາຊົນເຫັນວ່າ ເປັນມາຕການຮຸນແຮງເກີນໄປ ບໍ່ສົມຄວນມີ ຍ້ອນວ່າຕົນເອງກໍໄດ້ອະນາມັຍຢູ່.

ດັ່ງຊາວບ້ານ ຢູ່ເມືອງໄຊທານີນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ກໍຣະກະດານີ້ວ່າ:

ອັນສິ່ງແວດລ້ອມ ກະປຸກກະປ໋ອງຫັ້ນນ່ານໍ ເຮົາກໍຕ້ອງອະນາມັຍນໍ ໜອນນໍ້າບໍ່ໃຫ້ມີ ນໍ້າເປິເປື້ອນນີ້ ປັບໃໝໃດ໋ ຢູ່ພີ້ນີ້ປັບໄໝໃດ໋ ເທື່ອທີນຶ່ງເພິ່ນກໍມາເຕືອນນໍ ເທື່ອທີສອງເພິ່ນກໍວ່າປັບໄໝ ກໍວ່າອ່າງນຶ່ງກໍ 50-60 ພັນນີ້ແຫລະ ໄປກວດໜອນນໍ້າ ກວດຍຸງລາຍນີ້ແຫລະຈັ່ງຊີ້ ໜອນນໍ້າໃນປະປຸກກະປ໋ອງ ຢູ່ໃນປຸຍໃນນັ້ນຫັ້ນແຫລະ ກໍວ່າບໍ່ຢາກປັບໃໝ ແຕ່ເຮົາກໍຢາກໃຫ້ເພິ່ນປະຕິບັດຕາມ ກໍບໍ່ຢາກໃຫ້ມັນແພ່ລາມຫັ້ນນໍ ພະຍາດນີ້ໂຫດຢູ່ໃດ໋.

ແລະປະຊາຊົນ ຢູ່ເມືອງສີໂຄດຕະບອງຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ສໍາລັບຊາວ ບ້ານທີ່ປ່ອຍປະລະເລີຍ, ບໍ່ປະຕິບັດຕາມມາຕການ ປ້ອງກັນໄຂ້ຍຸງລາຍ ຕາມທີ່ທາງກະຊວງສາທາຣະນະສຸກ ແລະກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດ ລ້ອມແນະນໍານັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ກໍຈະຕັກເຕືອນ, ຖ້າຫາກຍັງບໍ່ປະຕິ ບັດຕາມ ກໍຈະຖືກປັບໃໝ.

ເຈົ້າ ແມ່ນແລ້ວເຈົ້າ ກໍຊຸມຊົນທໍາມະດາທົ່ວໄປກໍເປັນ ເຈົ້າແມ່ນແລ້ວ ເພິ່ນໂຄສະນາຫລາຍແລ້ວເດີ ກໍມີ ມີປັບໃໝເຈົ້າມີຢູ່ ມີ ຮູ້ແຕ່ວ່າປັບໄໝ ແຕ່ຂ້ອຍກໍບໍ່ຈື່ວ່າເທົ່າໃດ ແຕ່ວ່າເພິ່ນກໍຈະລົງທຸກໆອາທິດ ເພິ່ນຈະລົງກວດທຸກໆອາທິດເລີຍ.

ໃນຂະນະດຽວກັນ ເຈົ້າໜ້າທີ່ສະຖາບັນໄຂ້ຍຸງ ຢູ່ນະຄອນຫລວງວຽງຈັນ ຜູ້ບໍ່ປະ ສົງອອກຊື່ ແລະຕໍາແໜ່ງ ກໍກ່າວໃນມື້ວັນທີ 22 ກໍຣະກະດານີ້ວ່າ ພາກສ່ວນທີ່ກ່ຽວ ຂ້ອງແນະນໍາໃຫ້ຊາວບ້ານ ເອົາໃຈໃສ່ປະຕິບັດຕາມຄໍາແນະນໍາ ຂອງທາງການ ເພື່ອຊ່ອຍກັນປ້ອງກັນ ບໍ່ໃຫ້ຍຸງລາຍແພ່ຣະບາດ ຫລາຍຂຶ້ນ ຊຶ່ງໃນທົ່ວປະເທດ ມີຄົນຕິດເຊື້ອນີ້ເພີ່ມຂຶ້ນຫລາຍ ໃນແຕ່ລະມື້.

ເພີ່ມຂຶ້ນມາຫັ້ນລາຍວັນ ວັນລະ 100 ພຸ້ນ. ວັນລະ 100-200 ທົ່ວປະເທດ ຈະມີການເຝົ້າລະວັງເຣື່ອງໜອນນໍ້ານໍ. ສໍາຣວດໜອນນໍ້າທຸກໆ ອາທິດ. ບ້ານໃດທີ່ມີໜອນນໍ້າສູງ ກໍຈະໄດ້ລົງໄປໂຄຄສະນາໃຫ້ຄວາມຮູ້ ພວກເຮົາກໍມີການຕັກເຕືອນຫັ້ນແຫລະ. ປັບໃໝນີ້ ໃນປີກ່ອນໆ ພວກເຄີຍເຮັດ ປີນີ້ກໍວ່າຈັ່ງຊີ້ ກໍາລັງພິຈາຣະນາກັນຢູ່ ປະຊຸມກັນ ນໍາມອບຄວາມຮັບຜິດຊອບ ໃຫ້ທ່ານເຈົ້າເມືອງ.

ທີ່ຜ່ານມາ ສະຖາບັນໄຂ້ຍຸງ ກະຊວງສາທາຣະນະສຸກ ໄດ້ເຜີຍແພ່ຄວາມຮູ້ ແລະແນວທາງປ້ອງກັນ ບໍ່ໃຫ້ເກີດການແພ່ຣະບາດ ຂອງພະຍາດໄຂ້ຍຸງລາຍ ຢ່າງຕໍ່ເນື່ອງ, ມີການໂຄສະນາຫລາຍຢູ່ ແຕ່ຊາວບ້ານບໍ່ເອົາໃຈໃສ່ປະຕິບັດຕາມ, ອໍານາດການປົກຄອງ ທ້ອງຖິ່ນກໍເຊັ່ນດຽວກັນ.

ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ນະ ຄອນຫລວງວຽງຈັນ ອີກທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

“ອັນນີ້ມັນກໍຂຶ້ນນໍາອັນນ່າ ບ່ອນຊຸມຊົນຫັ້ນແຫລະນໍ ນໍາເຮືອນນໍາຊານຫັ້ນແຫລະ ໝາຍຄວາມວ່າປະຊາຊົນໄດ້ຂາດຄວາມເອົາໃຈໃສ່ ຕໍ່ແຫລ່ງເພາະພັນຫັ້ນນະ ແຕ່ວ່າເຮົາມີໂຄສະນາຫລາຍຢູ່ ແຕ່ວ່າຂະເຈົ້າປະຕິບັດບໍ່ໄດ້ດີຫັ້ນນະ ຕ້ອງເອົາໃຈໃສ່ຊ່ອຍກັນຫັ້ນແຫລະ ຄວາມໝາຍຫັ້ນນະ ເປັນອໍານາດການປົກຄອງທ້ອງຖິ່ນນໍ.”

ມາເຖິງປັດຈຸບັນ ການແພ່ຣະບາດ ຂອງເຊື້ອພະຍາດໄຂ້ຍຸງລາຍ ຂຍາຍວົງກວ້າງອອກໄປ ໃນທົ່ວປະເທດລາວ ເປັນຕົ້ນ ຢູ່ນະຄອນຫລວງວຽງຈັນ ຄືນັບແຕ່ຕົ້ນເດືອນມົກກະຣາ ຂອງປີນີ້ມາ ມີຜູ້ຕິດເຊື້ອພະຍາດນີ້ຢູ່ 363 ບ້ານ ໃນທັງໝົດ 9 ເມືອງ. ເມືອງທີ່ມີຄົນຕິດເຊື້ອຫລາຍກວ່າໝູ່ ແມ່ນເມືອງໄຊທານີ, ຮອງລົງມາກໍແມ່ນ ເມືອງໄຊເສດຖາ, ເມືອງຈັນທະບູຣີ ແລະເມືອງສີໂຄດຕະບອງ ໂດຍສະ ເພາະຢູ່ໃນເຂດຊຸມຊົນແອອັດ.

ດັ່ງທ່ານໝໍ-ເຈົ້າຂອງຄລີນິກເອກຊົນ ທີ່ຮັບປິ່ນປົວຄົນໄຂ້ຍຸງລາຍ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ກ່າວວ່າ:

ຣະບາດຢູ່ ສ່ວນຫລາຍເຫັນຢູ່ໃນຊຸມຊົນຫລາຍກ່ອນ ຖາມຄົນເຈັບສ່ວນຫລາຍກໍມີແຕ່ວ່າ ຢູ່ໃນຫ້ອງແຖວ ຢູ່ບ່ອນຊຸມຊົນແອອັດຈັ່ງຊີ້ ກໍເຫັນເພິ່ນອັນມີຣົຖ ມີຣົຖໂຄສະນາແຕ່ລະໝູ່ບ້ານໃນແຕ່ລະອາທິດ ອາທິດນຶ່ງເຫັນປະມານ 3 ຄັ້ງ.

ແລະປະຊາຊົນ ຢູ່ເມືອງໄຊທານີກໍເວົ້າວ່າ ການຣະບາດຂອງພະຍາດໄຂ້ຍຸງລາຍ ຢູ່ນະຄອນຫລວງວຽງຈັນ ເກີດຂຶ້ນ ກັບຄົນທຸກກຸ່ມອາຍຸ ບໍ່ວ່າຈະເປັນເດັກນ້ອຍອາຍຸຕໍ່າກວ່າ 1 ຂວບ, ວັຍອອກແຮງງານ ແລະຜູ້ເຖົ້າ ໂດຍສະເພາະໃນຣະດູຝົນ ບ່ອນທີ່ມີນໍ້າຂັງ ແລະຮ່ອງນໍ້າໃນເຂດຕົວເມືອງ.

ສ່ວນຫລາຍ ຈະແພ່ນໍາໃນເຂດທີ່ວ່າມີຝົນຕົກຫລາຍ ເຂດຮ້ອນ. ເຈົ້າ! ມັນຈະຕິດເດັກນ້ອຍ ຈົນເຖິງອາຍຸ 20 ປາຍປີ ຫລື 30 ກວ່າປີກໍມີເຈົ້າ ທາງການເພິ່ນກໍຈະລົງເພື່ອວ່າ ເຜີຍແພ່ປະກາດຫັ້ນແຫລະ ບ່ອນໃດຮ່ອງນໍ້າ ຫລືວ່າທີ່ມັນຂັງນໍ້າ ເພິ່ນກໍວ່າໃຫ້ຂ້ວມໃຫ້ຫຍັງ ໃຫ້ສານທີ່ວ່າເປັນສານເຂັ້ມທີ່ວ່າ ອີ່ຫຍັງ. ໄປຜະສົມໃສ່ກັບນໍ້າ ກໍລະນີບ່ອນໃດ ທີ່ມັນມີບ່ອນຂັງ ບ່ອນຫຍັງຫັ້ນແຫລະ.

ສູນສື່ສານເພື່ອສຸຂພາບ ແລະສຸຂສຶກສາ ໄດ້ຣາຍງານໃນມື້ວັນທີ 21 ກໍຣະກະດານີ້ວ່າ ປະເທດລາວມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 10,717 ຄົນ, ເສັຍຊີວິດທັງໝົດ 12 ຄົນ. ຜູ້ຕິດເຊື້ອ ແລະເສັຍຊີວິຕຫລາຍກວ່າໝູ່ ແມ່ນຢູ່ນະຄອນຫລວງວຽງຈັນ ຄືຕິດເຊື້ອ 5,508 ຄົນ ແລະເສັຍຊີວິຕ 5 ຄົນ; ແຂວງສາຣະວັນ ຕິດເຊື້ອ 878 ຄົນ, ເສັຍຊີວິຕ 2 ຄົນ ແລະແຂວງອັດຕະປື ຕິດເຊື້ອ 739 ຄົນ, ເສັຍຊີວິຕ 3 ຄົນ.

ທີ່ຜ່ານມາ ການຣະບາດຂອງພະຍາດ ໄຂ້ຍຸງລາຍຄັ້ງໃຫຍ່ຢູ່ປະເທດລາວ ມີ 3 ຄັ້ງ ຄືໃນປີ 1998 ມີຜູ້ຕິດເຊື້ອ 17,500 ຄົນ, ປີ 2013 ມີຜູ້ຕິດເຊື້ອ 44,250 ຄົນ ແລະເສັຍຊີວິຕ 95 ຄົນ, ປີ 2019 ມີຜູ້ຕິດເຊື້ອ 38,091 ຄົນ ແລະເສັຍຊີວິຕ 76 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org