ການເຝົ້າຣະວັງໂຣຄຣະບາດ ຢູ່ສູນ ຊົ່ວຄາວ

ເຊື້ອໂຣຄ ທີ່ ທາງການ ເຝົ້າຣະວັງ ຫລັງຈາກນ້ຳຖ້ວມ ແມ່ນໂຣຄຖອກທ້ອງ, ຕາແດງ, ເປັນຕຸ່ມຄັນ ຕາມຮ່າງກາຍ ແລະທີ່ສຳຄັນ ໄປກວ່ານັ້ນ ແມ່ນທາງດ້ານ ຈິດໃຈ.

ການປິ່ນປົວ ປະຖົມພຍາບານ ຜູ້ທີ່ເຈັບປ່ວຍ ໃນສູນບັນເທົາທຸກຊົ່ວຄາວ RFA/LX

ເຈົ້າຫນ້າທີ່ ສາທາຣະນະສຸຂ ແຂວງອັດຕະປື ທ່ານນຶ່ງເວົ້າວ່າ ເຊື້ອໂຣຄທີ່ພົບເຫັນ ແລະມີຜູ້ຄົນຕິດແປດກັນຫລາຍ ກວ່າຫມູ່ ຫລັງຈາກ ນ້ຳຖ້ວມ ຍ້ອນເຂື່ອນແຕກ ທີ່ແຂວງອັດຕະປື ແມ່ນໂຣຄຖອກທ້ອງ ຕາແດງ ແລະ ເປັນຕຸ່ມຄັນ ຕາມຮ່າງກາຍ ຍ້ອນນ້ຳ ບໍ່ສະອາດ. ດັ່ງ ຍານາງ ກ່າວໃນຕອນນື່ງວ່າ:

"ຫລັງຈາກນ້ຳຖ້ວມພຍາດທີ່ຕາມກໍແມ່ນ ພຍາດຖອກທ້ອງ ຕາແດງ ເປັນຕຸ່ມຄັນຕາມຕົວ ແລະໂຣຄອື່ນໆຕາມມາ ເປັນຕົ້ນ ໂຣຄຊຶມເສົ້າ ປະເພດຕ່າງໆ."

ຍານາງ ກ່າວຕື່ມວ່າ ບັນຫາທາງດ້ານຮ່າງກາຍ ເປັນບັນຫາທີ່ສາມາດ ປີ່ນປົວໄດ້ແຕ່ບັນຫາ ທາງຈິດໃຈ ຫລືການບຳບັດຈິດໃຈ ຜູ້ທີ່ໄດ້ຮັບ ເຄາະຮ້າຍນັ້ນ ຍາກທີ່ຈະປິ່ນປົວໄດ້ ຈະໃຊ້ເວລາດົນນານ ບາງຄົນອາດຈະບໍ່ສາມາດປິ່ນປົວໄດ້ເລີຍ ຍ້ອນການ ສູນເສັຽທຸກຢ່າງໃນຊີວິດ ຄອບຄົວ ຂອງພວກຂະເຈົ້າ ບໍ່ສາມາດເອົາຄືນມາໄດ້. ຍານາງກ່າວກ່ຽວກັບການບຳບັດ ຊ່ອຍເຫລືອປະຊາຊົນວ່າ:

"ດຽວນີ້ທາງອຳນາດການປົກຄອງເອົາໃຈໃສ່ ຈັດສັນບ່ອນພັກເຊົາຈຳນວນນຶ່ງ ກຳລັງກະຕຽມບ່ອນພັກເຊົາຊົ່ວຄາວ ແລະກະໄດ້ກະຈາຍ ປະຊາຊົນ ທີ່ຢູ່ແອອັດກັນນັ້ນ ອອກໄປຈຳນວນນຶ່ງ ໃນເວລານີ້."

ຣັຖບານລາວແລະປະຊາຊົນລາວ ຮ່ວມທັງອົງການຕ່າງປະເທດ ກໍຮ່ວມແຮງຮ່ວມໃຈກັນ ຊ່ອຍເຫຼືອຜູ້ທີ່ໄດ້ຮັບເຄາະຮ້າຍ ແຕ່ການບຳບັດ ຈິດໃຈນັ້ນ ເປັນການຊ່ອຍເຫລືອໄດ້ຍາກ ແລ້ວແຕ່ສະພາບການ ຂອງແຕ່ລະຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org