9 ຄົນຕິດພຍາດ ໂຄວິດ-19

ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຣາຍ ໃນປະເທດລາວ ເຮັດໃຫ້ໂຕເລຂສະສົມ ລວມເປັນ 9 ຣາຍແລ້ວ.

ໂຮງໝໍ 150 ຕຽງ ຢູ່ ນະຄອນຫຼວງວຽງຈັນ RFA/TS

ໃນຕອນບ່າຍ ຂອງວັນທີ 30 ມີນາ 2020 ນີ້ ທາງການລາວ ຢືນຢັນມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 1 ຣາຍ, ເຊິ່ງພາກສ່ວນກ່ຽວຂ້ອງ ໄດ້ຖແລງຂ່າວວ່າ ກວດພົບກໍຣະນີຜູ້ຕິດເຊື້ອໂຄວິດ-19 ໃນລາວ ຕື່ມຈຳນວນ 1 ຣາຍ ພາຍຫຼັງທີ່ຮູ້ຜົລກວດເຊື້ອເປັນຜົລບວກ ເມື່ອຕອນ ແລງຂອງວັນທີ 29 ມີນາ. ດັ່ງທ່ານຮອງສາສດາຈານ ດຣ. ພູທອນ ເມືອງປາກ, ຮອງຣັຖມົນຕຣີກະຊວງສາທາຣະນະສຸຂຂອງລາວ ກ່າວ ໃນພິທີຖແລງຂ່າວ ຜ່ານສື່ມວນຊົນທ້ອງຖິ່ນຕອນນຶ່ງວ່າ:

“ແຕ່ວ່າໃນນີ້ມີ 1 ກໍຣະນີ ທີ່ພວກເຮົາກວດວ່າພົບວ່າມີການຕິດເຊື້ອພຍາດໂຄວິດ-19, ສຳລັບກໍຣະນີນີ້ ເພີ່ມຂຶ້ນຖືວ່າເປັນກໍຣະນີໃໝ່ເພີ່ມຂຶ້ນ, ເຊິ່ງວ່າຢູ່ນະຄອນຫຼວງວຽງຈັນ ຂອງພວກເຮົານີ້. ແມ່ນເພດຍິງ ອາຍຸ 22 ປີ ຢູ່ບ້ານໂພນພະເນົາ, ເມືອງໄຊເສດຖາ.”

ຣາຍລະອຽດ ຂອງຜູ້ທີ່ຕິດເຊື້ອໂຄວິດ-19 ຕື່ມຈຳນວນ 1 ຄົນນີ້, ກະຊວງສາທາຣະນະສຸຂ ໄດ້ຢັ້ງຢືນຢ່າງເປັນທາງການວ່າເປັນແມ່ຍິງ 1 ຄົນ ອາຍຸ 22 ປີ ດຳຣົງຊີວິຕຢູ່ ບ້ານໂພນພະເນົາ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເຊິ່ງ ຍານາງ ມີປວັດເດີນທາງໄປ ນະຄອນ ຫຼວງບາງກອກ ປະເທດໄທຍ ໃນໄລຍະແຕ່ວັນທີ 14 ຫາ ວັນທີ 20 ມີນາ ທີ່ ຜ່ານມາ. ເມື່ອກັບມາຮອດເຮືອນ ຈົນມາຮອດວັນທີ 28 ຈຶ່ງມີອາການ ບໍ່ສະບາຍຫຼາຍຢ່າງເຂົ້ານິຍາມ ຂອງອາການຕິດເຊື້ອໂຄວິດ-19, ຍານາງເລີຍໄປກວດກັບ ທ່ານໝໍ ແລະ ຜົລກວດອອກມາ ເປັນບວກ ຕິດເຊື້ອພຍາດໂຄວິດ-19.

ກ່ຽວກັບການຕິດເຊື້ອໂຄວິດ-19 ເພີ່ມຕື່ມອີກ 1 ກໍຣະນີ ໃນຄັ້ງນີ້, ຊາວບ້ານ ບ້ານໂພນພະເນົາ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ເປັນ ແມ່ຄ້ານາງນຶ່ງ ກໍໄດ້ໃຫ້ທັສນະ ແກ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ ດຽວກັນນີ້ວ່າ ພາຍຫຼັງທີ່ຍານາງໄດ້ຮັບຮູ້ວ່າ ຄົນໃກ້ບ້ານໂຕເອງ ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ, ຊາວບ້ານຫຼາຍຄົນ ກໍພາກັນໂສກັນໝົດບ້ານ ຈົນບາງຄົນເຖິງກັບຮູ້ສຶກຢ້ານ ບໍ່ກ້າອອກຈາກເຮືອນ, ແຕ່ກໍ ໄດ້ພາກັນຕື່ນໂຕ ເຕືອນທຸກຄົນໃນຄອບຄົວ ໃຫ້ພາກັນຣະມັດຣະວັງຕື່ມ ພ້ອມທັງປະຕິບັດຕາມມາຕການ ທີ່ພາກສ່ວນກ່ຽວຂ້ອງໄດ້ແນະນຳ ຢ່າງດີ.

“ໂອ ພະຫວາແລ້ວ ທຸກມື້ນີ້ພະຫວາຫຼາຍ, ແຕ່ຮູ້ປຶບລະພະຫວາເລີຍນີ້ນ່າ. ອັນທັງທີ່ວ່າ ຂ້ອຍນີ້ບໍ່ໄດ້ອອກໄປໃສ ຂ້ອຍມາແຕ່ຢູ່ຕລາດ ຂ້ອຍກະຍັງ ຢ້ານລະນີ້ນ່າ. ກະແນ່ນອນເຣື່ອງເຕືອນກະເຕືອນແທ້ ເຕືອນວ່າ ນັບຕັ້ງແຕ່ຮູ້ວ່າມີພຍາດນີ້ມາ ເດັກນ້ອຍເຂົາພັກໂຮງຮຽນ ກະມີແຕ່ວ່າບໍ່ໃຫ້ໄປໃສ ເດັກນ້ອຍເຂົາກະຮັກສາໂຕເອງ ຢູ່ເຮືອນໝົດທຸກຄົນ.”

ປັດຈຸບັນນີ້, ຜູ້ຕິດເຊື້ອໂຄວິດ-19 ທັງ 9 ຄົນ ພວມປິ່ນປົວຢູ່ ໂຮງໝໍມິຕພາບ ລາວ-ໂຊຫວຽດ ຫຼືໂຮງໝໍ 150 ຕຽງ ໃນນະຄອນຫຼວງ ວຽງຈັນ 6 ຄົນ ແລະ ອີກ 3 ຄົນ ພວມປິ່ນປົວຢູ່ທີ່ໂຮງໝໍແຂວງ ຫຼວງພຣະບາງ. ທັງໝົດ 9 ຄົນ ມີອາການທີ່ເບົາບາງ, ພວມກິນຢາ ປິ່ນປົວ ທີ່ທີມແພດຈັດໄວ້ໃຫ້ ແລະ ສາມາດຊ່ອຍເຫຼືອໂຕເອງ ໄປມາໄດ້ປົກກະຕິພາຍໃນໂຮງໝໍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org