ນັກທ່ອງທ່ຽວຕ່າງປະເທດ ເສັຍຊີວິດຈາກການດື່ມເຫຼົ້າ ມີທາດເບື່ອ ຢູ່ເມືອງວັງວຽງ

ນັກທ່ອງທ່ຽວຕ່າງປະເທດ ບໍ່ຕໍ່າກວ່າ 10 ຄົນ ຖືກນຳສົ່ງເຂົ້າໂຮງໝໍ ພາຍຫຼັງໄດ້ດື່ມເຫຼົ້າມີທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ ແລະ ມີຜູ້ເສັຍຊີວິດ ຈາກເຫດການດັ່ງກ່າວນີ້ ນຳດ້ວຍ.

ໂຮງໝໍເມືອງວັງວຽງ ແຂວງວຽງຈັນ ເດືອນມັງກອນ ປີ 2023. ຮູບພາບຈາກພົນລະເມືອງ

ນັກທ່ອງທ່ຽວຕ່າງປະເທດ ບໍ່ຕໍ່າກວ່າ 10 ຄົນ ຊຶ່ງມີທັງຄົນອອສເຕຣເລັຍ, ເດນມາກ ແລະສະວີເດັນ ນໍານັ້ນ ມີອາການຜິດປົກກະຕິ ແລະ ຖືກນໍາສົ່ງໂຮງໝໍ ເມື່ອສັບປະດາ (ອາທິດ) ທີ່ຜ່ານມາ ພາຍຫຼັງ ດື່ມເຄື່ອງມືນເມົາ ຢູ່ເມືອງວັງວຽງ ແຂວງວຽງຈັນ.

ໃນຈໍານວນນັກທ່ອງທ່ຽວທີ່ວ່ານີ້ ເປັນຄົນອອສເຕຣເລັຍ 2 ຄົນ ຊຶ່ງຫຼາຍຄົນເວົ້າວ່າ ເຂົາເຈົ້າດື່ມເຄື່ອງດື່ມ ທີ່ມີທາດເບື່ອປະສົມຢູ່ ຢູ່ໃນເຮືອນພັກນານາ ແບກເເພັກເກີ (Nana Backpackers Hostel), ແຕ່ທ່ານ ຈຸງ (Duong Van Huan) ຄົນຫວຽດນາມ ເຊິ່ງເປັນເຈົ້າຂອງເຮືອນພັກ ຢູ່ເມືອງວັງວຽງ ແຂວງວຽງຈັນ ຢືນຢັນກັບວິທຍຸເອເຊັຽເສຣີ ໃນວັນທີ 19 ພະຈິກນີ້ວ່າ ບໍ່ເປັນ ຄວາມຈິງ.

ທ່ານເວົ້າວ່າ:

ພວກເຂົາເຈົ້າໄດ້ໄປ Bars. ຫຼາຍຄົນໄປບ່ອນນັ້ນ. ກະລຸນາກວດສອບກັບຕໍາຫຼວດ. ມັນຈະເປັນການດີກວ່າ ເພາະວ່າດຽວນີ້ ຕຳຫຼວດກຳລັງເຮັດທຸກຢ່າງ. ດັ່ງ ນັ້ນຕໍາຫຼວດຈະຮູ້ທຸກຢ່າງ. ຂ້າພະເຈົ້າບໍ່ຮູ້ສິ່ງທີ່ເກີດຂຶ້ນນັ້ນດີ. ເຂົາເຈົ້າໄປບາ ແລະກັບມາ. ເກີດຫຍັງຂຶ້ນ! ເຫດແບບນີ້ ເກີດຂື້ນກັບເຂົາເຈົ້າໄດ້ແນວໃດ? ຂ້ອຍໄດ້ສົ່ງພວກເຂົາໄປໂຮງໝໍ ເທົ່ານັ້ນ. ແມ່ນແລ້ວ, ແນ່ນອນ ເຫດການນັ້ນ ບໍ່ໄດ້ເກີດຂຶ້ນໃນຫໍພັກຂອງຂ້ອຍ. ຂ້ອຍບໍ່ສາມາດບອກຊື່ຂອງບາຢູ່ວັງວຽງໄດ້. ຢູ່ວັງວຽງມີບາຫຼາຍ.”

ອີງຕາມລາຍງານຂອງສໍານັກຂ່າວ ອອສເຕຣເລັຍ ຈໍານວນນຶ່ງ, ມີນັກທ່າອງທ່ຽວອອສເຕຣເລັຍ ເພດຍິງ 2 ຄົນ, ອາຍຸປະມານ 19 ປີ ຖືກທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ ໃນສັບປະດາທີ່ຜ່ານມາ. ເບື້ອງຕົ້ນ ເຂົາເຈົ້າຖືກນຳໄປປິ່ນຢູ່ໂຮງໝໍວັງວຽງ ໃນວັນທີ 13 ພະຈິກ ເວລາປະມານ 2 ໂມງເຄິ່ງກາງຄືນ, ແຕ່ອາການບໍ່ດີຂື້ນ, ທາງໂຮງໝໍ ຈຶ່ງໄດ້ສົ່ງໄປໂຮງໝໍເສດຖາທິລາດ ນະຄອນຫຼວງວຽງຈັນ.

ຈາກນັ້ນ ກະຊວງການຕ່າງປະເທດ ແລະ ການຄ້າອອສເຕຣເລັຍ ກໍໄດ້ສົ່ງເຂົາເຈົ້າໄປປິ່ນປົວ ຢູ່ໂຮງໝໍໄທ ໃນແຂວງອຸດອນ ແລະ ໄປບາງກອກ. ແຕ່ຍັງບໍ່ມີຂໍ້ມູນໃດໆ ອອກມາໃຫ້ຮູ້ເທື່ອ.

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງສະຖານທູດ ອອສເຕຣເລັຍ ປະຈໍາໄທ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຂໍ້ມູນ.

ນອກຈາກຄົນອອສເຕຣເລັຍ ແລ້ວ ກໍຍັງມີຄົນເດັນມາກ ອີກ ທີ່ຖືກທາດເບື່ອ. ເຈົ້າໜ້າທີ່ໜ່ວຍກູ້ໄພ ຢູ່ເມືອງວັງວຽງ ທີ່ຮູ້ເຫດການດັ່ງກ່າວ ເວົ້າໃນມື້ດຽວກັນນັ້ນວ່າ ນັກທ່ອງທ່ຽວແມ່ຍິງຊາວເດັນມາກ ຖືກທາດເບື່ອຢູ່ເມືອງວັງວຽງ ມີອາການສາຫັດ ແລະເສັຍຊີວິດໃນເວລາຕໍ່ມາ ຢູ່ໂຮງໝໍ 103.

“ຜູ້ກ່ຽວຫັ້ນ ຖືກທາດເບື່ອຫັ້ນຢູ່ເມືອງວັງວຽງ ຜູ້ກ່ຽວຫັ້ນໄປເສັຍຊີວິດຢູ່ໂຮງໝໍ 103 ຫັ້ນ. ຜູ້ກ່ຽວຖືກສານພິດຫັ້ນ ເປັນຄົນເດັນມາກ. ມີຜູ້ນຶ່ງແມ່ນເປັນຄົນເດັນມາກ. ສົ່ງໄປວຽງ (ນະຄອນຫຼວງວຽງຈັນ) ຫັ້ນໄປນໍາກັນຫັ້ນ 2 ຄົນ, 3 ຄົນ. ໂຮງໝໍ 103 ຫັ້ນ 2 ຄົນ. ຄົນເສັຍຊີວິດຫັ້ນແມ່ນ ແມ່ນຜູ້ຍິງຫັ້ນແຫຼະ. ເພດຍິງຫັ້ນແຫຼະ. ດຽວນີ້ ຕໍາຫຼວດຂະເຈົ້າກໍຍັງສືບຊອກຢູ່ວ່າ ຜູ້ກ່ຽວໄປພັກຢູ່ມ໋ອງໃດຫັ້ນນະ.”

ໃນໄລຍະດຽວກັນນັ້ນ ທ່ານໝໍ ຢູ່ໂຮງໝໍວັງວຽງ ກໍເວົ້າວ່າ ມີນັກທ່ອງທ່ຽວຕ່າງປະເທດ ຢູ່ເມືອງວັງວຽງ ອີກຈໍານວນນຶ່ງຖືກທາດເບື່ອ ແລ້ວຖືກສົ່ງມາໂຮງໝໍວັງວຽງ ຊຶ່ງມີນັກທ່ອງທ່ຽວຕ່າງປະເທດຫຼາຍຄົນ ຈາກຫຼາຍສັນຊາດ ມາປິ່ນປົວ ແຕ່ບໍ່ສາມາດເວົ້າໄດ້ວ່າ ທາດເບື່ອນັ້ນ ເປັນເມທານອນ ຫຼືບໍ່ ຍ້ອນໄດ້ສົ່ງຜູ້ປ່ວຍໄປໂຮງໝໍ ຢູ່ນະຄອນຫຼວງວຽງຈັນ ດັ່ງທີ່ທ່ານກ່າວວ່າ:

ໄດ້ຍິນເຂົາວ່າ ມີຄົນເຈັບມາບໍລິການ ແລ້ວເຂົາກໍສົ່ງຕໍ່ ໄດ້ຍິນແຕ່ເທົ່ານັ້ນ ເພາະວ່າເຂົາເຈົ້າມາຕອນເດິກໆ ແລ້ວເຮົາກໍຍັງບໍ່ໄດ້ມາໂຮງໝໍເທື່ອນ່າ ກໍໄດ້ຍິນເພີ່ນວ່າ ແນວນັ້ນຢູ່ວ່າ ມີຄົນເຈັບມາໂຮງໝໍ ດ້ວຍອາການທີ່ວ່າ ອາການໂຄມາ ແລ້ວຕໍ່ມາ ແມ່ນມື້ເຮົາ ຄົນເດນມາກ ແມ່ນມື້ເຮົາຫັ້ນນະ ຕອນເຮົາສົ່ງກໍມີແຕ່ຄົນດຽວເຈົ້າ.”     

ແລະເຈົ້າໜ້າທີ່ຕໍາຫຼວກປ້ອງກັນຄວາມສະຫງົບ ເມືອງວັງວຽງ ກໍເວົ້າວ່າ ຕໍາຫຼວດເມືອງວັງວຽງ ຍັງບໍ່ສາມາດຢືນຢັນໄດ້ວ່າ  ພວກທີ່ເຈັບປ່ວຍນັ້ນ ມີຈັກຄົນ ແລະເປັນຄົນສັນຊາດໃດແດ່ ຮູ້ແຕ່ວ່າ ມີຄົນຕາຍແທ້…

ເອີ! ເຮົາຮູ້ວ່າຕາຍແທ້ ແຕ່ເຮົາບໍ່ຮູ້ວ່າ ຕາຍຍ້ອນຫຍັງ. ໂອ ອ້າຍກໍບໍ່ຮູ້ນໍາເຂົາ ບໍ່ ຄົນພວກນີ້ນະ ຜູ້ດຽວບໍ (ສຽງໃນຫ້ອງການ ເວົ້າໄກ້ໆວ່າ ເປັນຄົນເດນມາກ).

ກ່ຽວກັບເລື່ອງທີ່ວ່ານີ້ ນັກທ່ອງທ່ຽວຕ່າງປະເທດນາງນຶ່ງ ໄດ້ໂພສຕ໌ ຂໍ້ຄວາມລົງໃນກຸ່ມ “Laos Backpacking” ໃນວັນທີ 17 ພະຈິກນີ້ເປັນພາສາອັງກິດວ່າ:

“Urgent - please avoid all local spirits. Our group stayed in Vang Vieng and we drank free shots offered by one of the bars. Just avoid them as so not worth it. 6 of us who drank from the same place are in hospital currently with methanol poisoning.”

ພາສາລາວ: "ດ່ວນ - ກະລຸນາຫຼີກເວັ້ນສຸລາທ້ອງຖິ່ນ ທັງໝົດ. ກຸ່ມພວກເຮົາພັກຢູ່ວັງວຽງ ແລະ ພວກເຮົາດື່ມຊ໊ອດຟຣີ ຢູ່ບາແຫ່ງໜຶ່ງ ທີ່ເຂົາສະເໜີໃຫ້. ພຽງແຕ່ຫຼີກສຸລາໄດ້ນັ້ນ ແມ່ນດີ. ພວກເຮົາ 6 ຄົນ ທີ່ດື່ມຢູ່ບ່ອນດຽວກັນນັ້ນ ຢູ່ໃນໂຮງໝໍໃນປັດຈຸບັນ ຍ້ອນເມທານອນ ທີ່ເປັນພິດ.”

ແລະພະນັກງານນໍາທ່ຽວ ຢູ່ເມືອງວັງວຽງ ແລະນັກຂ່າວໄທ ຢູ່ແຂວງອຸດອນ ກໍໃຫ້ຂໍ້ມູນກົງກັນວ່າ ມັກມີນັກທ່ອງທ່ຽວຕ່າງປະເທດ ຢູ່ເມືອງວັງວຽງ ແລະນະ ຄອນຫຼວງວຽງຈັນ ພາກັນຈັດປາຕີ ແລະມີການໃຊ້ສານເສບຕິດເກີນຂະໜາດ ຈົນຕ້ອງໄດ້ນໍາສົ່ງໂຮງໝໍເມືອງ ແລະໂຮງໝໍແຂວງ ໃນລາວ ແລະບາງສ່ວນ ຖືກນໍາສົ່ງໄປປິ່ນປົວຢູ່ໂຮງໝໍແຂວງອຸດອນ ຂອງໄທ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org