ອະນາມັຍໂລກປະກາດ ພະວະ ສຸກເສີນ
2020.01.31

ໃນວັນທີ 30 ມົກກະຣາ ນີ້, ອົງການອະນາມັຍໂລກ ຫລື WHO ໄດ້ປະກາດ ໃຫ້ການຣະບາດຂອງເຊື້ອໄວຣັສ ໂຄໂຣນາ ສາຍພັນໃໝ່ ໃນຈີນ ເປັນພາວະສຸກເສີນ ດ້ານສາທາຣະນຸສຸຂທົ່ວໂລກ ຫລັງຈາກທີ່ເຊື້ອພຍາດນີ້ ຣະບາດຮຸນແຮງຢູ່ປະເທດຈີນ ແລະແຜ່ລາມໄປຫຼາຍ ປະເທດໃນໂລກ ເພິ່ມຂຶ້ນເລື້ອຍໆ.
ຣາຍງານຫລ້າສຸດ ຈາກສື່ມວນຊົນທາງການຈີນ ມີຄົນເສັຍຊີວິດ ຍ້ອນພຍາດດັ່ງກ່າວ ຫລາຍກ່ວາ 200 ຄົນ ຊຶ່ງສ່ວນຫລາຍຢູ່ແຂວງຮູເບ ແລະມີຄົນຕິດເຊື້ອເກືອບ 10,000 ຄົນ ຢູ່ປະເທດຈີນ.
ທ່ານ ທີໂດຣສ ອັດຮານອມ (Tedros Adhanom) ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ໄດ້ກ່າວໃນຖະແຫລງການ ທີ່ນະຄອນ ເຈນີວາ ປະເທດສວິດເຊີແລນ ຕອນນຶ່ງວ່າ:
"ເຫດຜົນຫລັກຂອງການປະກາດ ພາວະສຸກເສີນ ດ້ານສາທາຣະນະສຸຂ ຣະຫວ່າງປະເທດນີ້ ບໍ່ແມ່ນຍ້ອນວ່າ ສະຖານະການທີ່ກຳລັງ ຣະບາດ ຢູ່ປະເທດຈີນ ແຕ່ເປັນຍ້ອນວ່າ ມັນກຳລັງມີການລະບາດຢູ່ຫລາຍປະເທດ. ຄວາມເປັນຫ່ວງທີ່ສຸດຂອງ ພວກເຮົາ ກໍຄືພຍາດ ດັ່ງກ່າວ ມີແນວໂນ້ມ ທີ່ຈະແຜ່ລາມໄປ ປະເທດຕ່າງໆ ທີ່ມີລະບົບສາທາລະນະສຸກ ອ່ອນແອ."
ເຖິງຢ່າງໃດກໍຕາມ ທ່ານ ທີໂດຣສ ອັດຮານອມ ກໍຍັງກ່າວຕື່ມອີກວ່າ: ໃຫ້ຈະແຈ້ງນຳກັນວ່າ ການປະກາດພາວະສຸກເສີນຄັ້ງນີ້ບໍ່ແມ່ນການ ລົງຄະແນນສຽງບໍ່ໄວ້ວາງໃຈປະເທດຈີນ. ແຕ່ກົງກັນຂ້າມ ອົງການອະນາໄມໂລກ ຍັງໝັ້ນໃຈໃນຄວາມສາມາດ ຂອງຈີນ ໃນການທີ່ຈະ ຄວບຄຸມການແຜ່ລະບາດຂອງພຍາດນີ້.
ໃນອາທິດທີ່ຜ່ານມາອົງການອະນາໄມໂລກ ຍັງບໍ່ຕັດສິນໃຈປະກາດພາວະສຸກເສີນ ດ້ານສາທາຣະນະສຸກ ໄປທົ່ວໂລກນີ້ເທື່ອເຖິງແມ່ນວ່າ ຈຳນວນຜູ້ຕິດເຊື້ອພຍາດ ນີ້ຈະເພີ້ມຂຶ້ນ ແລະມີຫລັກຖານຢັ້ງຢືນວ່າ ພຍາດປອດອັກເສບສາຍພັນໃໝ່ນີ້ ມີການແຜ່ເຊື້ອຈາກຄົນໄປຫາຄົນ.
ນອກຈາກມີການລະບາດຢູ່ຈີນ ກໍມີຣາຍງານວ່າ ພຍາດປອດອັກເສບ ສາຍພັນໃໝ່ນີ້ ໄດ້ຣະບາດໄປ 22 ປະເທດແລ້ວ. ແຕ່ສະເພາະຢູ່ ປະເທດລາວ ຍັງບໍ່ມີລາຍງານວ່າ ມີຜູ້ຕິດເຊື້ອພຍາດ ດັ່ງກ່າວ ເຖີງແມ່ນວ່າ ປະເທດເພື່ອນບ້ານ ທີ່ມີຊາຍແດນ ຕິດກັບລາວ ຄື ໄທ, ກຳພູຊາ, ວຽດນາມ ໄດ້ອອກຣາຍງານວ່າ ມີຜູ້ຕິດເຊື້ອນັ້ນ ແລ້ວກໍຕາມ.