ຜູ້ບາດເຈັບໄດ້ໄປປິ່ນປົວ ຢູ່ສູນ ຊ່ອຍເຫຼືອ

ໄຊຍາ
2018.07.30
f-patients ທີ່ສູນບັນເທົາທຸກຊົ່ວຄາວ
RFA/LX

ປະຈຸບັນ ຢູ່ສູນຊ່ວຍເຫລືອຜູ້ປະສົບພັຍນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື ທັງ 4 ແຫ່ງ ມີຈຳນວນຄົນເຈັບ ມາປີ່ນປົວແລ້ວ ເບື້ອງຕົ້ນປະມານ 800 ຄົນ ຊຶ່ງຈຳນວນຄົນເຈັບຢູ່ສູນທັງ 4 ແຫ່ງ ຍັງຈະເພີ່ມຂຶ້ນເລື້ອຍໆ ເພາະມີການສົ່ງມາຢູ່ຕລອດ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ຫ້ອງການສາທາຣະນະສຸກ ເມືອງສະໜາມໄຊ ຕໍ່ວິທຍຸ ເອເຊັຍ ເສຣີ ໃນວັນທີ 30 ກໍຣະກະດາ ນີ້ວ່າ:

"ຈຸດທີນຶ່ງກາຈຸດຢູ່ໂຮງໝໍເມືອງເນາະ ຈຸດໃຫຍ່ ຈຸດທີສອງກາຢູ່ໂຮງຮຽນ ມັທຍົມ ຈຸດທີສາມກາແມ່ນຢູ່ໂຮງຮຽນປະຖົມ ຈະທີ່ສີ່ກະແມ່ນ ຢູ່ຫ້ອງການປົກຄອງ ສອງມື້ທຳອິດຫັ່ນມັນຖືກ 618 ຄົນ ມາຕື່ມມື້ວັນທີ 25 ມາຖືກ 251 ຄົນ."

ເຈົ້າໜ້າທີ່ກ່າວວ່າ ຄົນເຈັບທີ່ປີ່ນປົວຢູ່ຕາມສູນທັງ 4 ແຫ່ງ ສ່ວນໃຫຍ່ແມ່ນຄົນເຈັບຈາກ ອຸບັດຕິເຫດ ຮອງລົງມາແມ່ນຜູ້ປ່ວຍໄຂ້ຍຸງ ແລະ ເປັນຖອກທ້ອງ ຊຶ່ງພຍາດຖອກທ້ອງ ກຳລັງແຜ່ຣະບາດ ຢ່າງຫຼວງຫລາຍ. ສ່ວນຄົນເຈັບທີ່ໄດ້ຮັບ ອຸບັດຕິເຫດ ເຖິງຂັ້ນ ກະດູກຫັກ ໄດ້ນຳ ສົ່ງໄປປີ່ນປົວ ຢູຸ່ໂຮງໝໍ ແຂວງ ອັດຕະປື ເພາະມີເຄື່ອງມືປີ່ນປົວຄົບຖ້ວນ.

ທ່ານກ່າວຕື່ມວ່າ ປະຈຸບັນໂຮງໝໍ ເມືອງສະໜາມໄຊ ມີຄວາມຕ້ອງການຊ່ວຍເຫລືອ ດ້ານເຄື່ອງມືຍ້ອນ ເຄື່ອງມືບໍ່ພຽງພໍ ໃນການປີ່ນປົວ ຄົນເຈັບ ແລະຕ້ອງການພາຫະນະໄວ້ ສຳຣັບຂົນສົ່ງຄົນເຈັບເພີ່ມຕື່ມ ຮວມທັງຕ້ອງການຢາປີ່ນປົວ ປະຊາຊົນ ໄວ້ສໍາລັບຄົນເຈັບຕາມສູນ ແຕ່ລະແຫ່ງ.

ຢ່າງໃດກໍ່ຕາມ ມີຣາຍງານຕື່ມວ່າ ເມື່ອວັນທີ 29 ກໍຣະກະດາ ຜ່ານມາ ເກີດເຫດຣົດຂົນສົ່ງເຄື່ອງຊ່ວຍເຫລືອ ຜູ້ປະສົບພັຍນໍ້າຖ້ວມ ທີ່ກຳລັງເດີນທາງ ໄປແຂວງ ອັດຕະປື ໄດ້ແລ່ນຕົກຂົວຢູ່ ເມືອງປາກຊ່ອງ ເຮັດໃຫ້ມີຄົນເສັຍຊີວິດ 1 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.