ຊາວເມືອງຄໍາ ຂໍໃຫ້ເຂື່ອນ ນໍ້າແທ້ ປ່ອຍນໍ້າ
2021.08.16

ຊາວບ້ານຫລາຍບ້ານ ຢູ່ເມືອງຄໍາ ແຂວງຊຽງຂວາງ ໄດ້ເຕົ້າໂຮມກັນຮຽກຮ້ອງ ໃຫ້ບໍຣິສັດໜອງໄຮ ຂອງຄົນລາວ ທີ່ເປັນເຈົ້າຂອງ ເຂື່ອນໄຟຟ້ານໍ້າແທ້ ປ່ອຍນໍ້າລົງມາ ພາຍຫຼັງທີ່ ເຂື່ອນ ໄດ້ຕັນນໍ້າໄວ້ເພື່ອຜລິດໄຟຟ້າ ຈົນເຮັດໃຫ້ນໍ້າບໍ່ພຽງພໍ ສໍາລັບການປູກເຂົ້າ ນາປີຫຼາຍເຮັກຕາ ດັ່ງຊາວບ້ານ ທີ່ໄດ້ຮັບຜົລກະທົບທ່ານນຶ່ງ ກ່າວທາງໂທຣະໂຄ່ງ ໃນທີ່ຊຸມນຸມ ຮຽກຮ້ອງ ໃນມື້ວັນທີ 14 ສິງຫາ 2021 ນີ້ ໂດຍໄດ້ປະກາດຂໍ້ສເນີ ໃຫ້ບໍຣິສັດເຂື່ອນໄຟຟ້ານໍ້າແທ້ ປ່ອຍນໍ້າໃຫ້ຊາວບ້ານທັນທີ ບໍ່ດັ່ງນັ້ນ ທາງບໍຣິສັດຕ້ອງຮັບຜິດຊອບ ຄວາມເສັຍຫາຍ ທັງໝົດ ທີ່ເກີດຂຶ້ນກັບຊາວບ້ານ ຊຶ່ງໃນນັ້ນມີຂໍ້ສເນີ 5 ຂໍ້ ດັ່ງທີ່ທ່ານກ່າວໃນຕອນນຶ່ງວ່າ:
“ ນຶ່ຶ່ງ- ໃຫ້ບໍຣິສັດໜອງໄຮ ຕ້ອງຢຸດເຊົາການຜລິດໄຟຟ້າ ຢູ່ເຂື່ອນໄຟຟ້ານໍ້າແທ້ ນັບແຕ່ວັນທີ 14 ເດືອນ 8 ປີ 2021 ເປັນຕົ້ນໄປ. ປະຊາຊົນ ຢາກເອົານໍ້າໄປລ້ຽງຕົ້ນເຂົ້າໃນນາ ອັນນຶ່ງ. ອັນທີ 2- ຖ້າບໍຣິສັດບໍ່ຢຸດເຊົາ ການໃຊ້ນໍ້າຜລິດໄຟຟ້າ ຕ້ອງໃຊ້ແທນຜົລ ເສັຽຫາຍ ເຂົ້ານາປີໃຫ້ ປະຊາຊົນ 100 ສ່ວນຮ້ອຍ.”
ແລະວ່າ 3- ຖ້າບໍຣິສັດບໍ່ປະຕິບັດຕາມ ຄໍາຮຽກຮ້ອງ ຜົລອັນໃດຈະເກີດຂຶ້ນໃນອະນາຄົດ ປະຊາຊົນບໍ່ຮັບຮູ້ ບໍ່ຮັບຜິດຊອບນໍາທັງໝົດ. 4- ໃຫ້ບໍຣິສັດຈົ່ງປະຕິບັດຕາມ ບົດບັນທຶກທີ່ໄດ້ ເຊັນຮ່ວມກັນ ໃນຄັ້ງວັນທີ 28 ເດືອນ ເມສາ 2021 ແລະ ຄັ້ງວັນທີ 20 ເດືອນ ພຶສພາ 2021 ທີ່ຫ້ອງວ່າການປົກຄອງເມືອງ ແລະ ຫ້ອງການຊົລປະທານ. 5- ໃຫ້ບໍຣິສັດ ປະຕິບັດຕາມ ຄໍາໂຄສະນາກ່ອນການ ກໍ່ສ້າງ ທີ່ວ່າ ການກໍ່ສ້າງເຂື່ອນໄຟຟ້ານັ້ນ ແມ່ນຈະບໍ່ໃຫ້ມີຜົລກະທົບ ຕໍ່ປະຊາຊົນ ແລະ ຊົລປະທານ ນໍ້າແທ້ ຫລື ມີຜົລກະທົບ ຕໍ່ການປູກຝັງພືດ ຕາມຣະດູ ການຂອງປະຊາ ຊົນ.
ຊາວບ້ານຜູ້ໄດ້ຮັບຜົລກະທົບ ຈາກການຕັນເຂື່ອນ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ສິງຫານີ້ວ່າ:
“ໄປສເນີຂໍນໍ້າມາໃສ່ນາ ເຂົ້ານາຕາຍແຫ້ງແລ້ງໝົດແລ້ວເດ໋ ພວກທີ່ຢູ່ຫົວນໍ້າຖືວ່າ ບໍ່ມີຜົລກະທົບເນາະ ນໍ້າມາໜ້ອຍກະຮອດມາຫຼາຍ ກະຮອດ. ພວກຢູ່ປາຍນໍ້ານີ້ ຖືກຜົລກະທົບໝົດ 4-5 ບ້ານນີ້ ແຕ່ນໍ້າບໍ່ມາ ແລ້ວບໍ່ຮູ້ສິໃຊ້ນໍ້າ ຂະເຈົ້າປ່ອຍໃສ່ໄຟຟ້າ ໝົດຫັ້ນນ່າ.”
ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ໄລຍະຜ່ານມາໄຮ່ນາຂອງຊາວບ້ານ ບໍ່ເຄີຍຂາດນໍ້າຈັກເທື່ອ, ສາມາດປູກເຂົ້ານາປີ ແລະນາແຊງຮວມເຖິງ ພືດຜັກຕ່າງໆ ໄດ້ຢ່າງສະບາຍ, ແຕ່ຫລັງຈາກມີ ເຂື່ອນໄຟຟ້າມານີ້ ກໍເກີດຜົລກະທົບ ຕໍ່ການປູກຝັງ ຂອງຊາວບ້ານຢ່າງໜັກໜ່ວງ.
ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງຄໍາ ກໍກ່າວໃນທໍານອງດຽວກັນນັ້ນວ່າ ນັບແຕ່ເຂື່ອນນໍ້າແທ້ ໄດ້ຖືກສ້າງສໍາເຣັດເມື່ອຕົ້ນປີ 2021 ນີ້ມາ ຊາວບ້ານຈໍານວນນຶ່ງ ກໍບໍ່ມີນໍ້າພຽງພໍໃນການປູກ ພືດຕ່າງໆ ແລະທັງກະທົບໃສ່ ພື້ນທີ່ປູກເຂົ້ານາປີ ຢູ່ຫຼາຍບ້ານນໍາອີກຍ້ອນເຂື່ອນ ກັກຕັນນໍ້າໄວ້:
“ຂະເຈົ້າບໍ່ໄດ້ນໍ້ານ່າ ນໍ້າບໍ່ພໍນ່າ ນາເປື່ອຍແຫ້ງໄປໝົດ ຫາກໍ່ເປັນປີນີ້ ເພາະວ່າເຂື່ອນຂະເຈົ້າກໍຫາເປີດ ນໍາໃຊ້ມີຫາຍເຈົ້າ ມີຫຼາຍ ບ້ານໄດ້ຮັບຜົລກະທົບ ນໍ້າບໍ່ພໍນາຂະເຈົ້າແທ້ນະ ຕົ້ນເຂົ້າກະຕາຍ ບາງບ່ອນນ່າ ພືດຣະດູແລ້ງຂະເຈົ້າ ກໍບໍ່ໄດ້ປູກ ເປັນຕົ້ນແມ່ນ ຜັກສ້ຽນບໍ໋ ເຮັດນາແຊງບໍ໋ ຂະເຈົ້າກະບໍ່ເຮັດ ແຕ່ຄ່າເຂື່ອນນີ້ຂຶ້ນມາ.”
ແລະ ປະຊາຊົນອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຄືກັນນັ້ນ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ສິງຫາ ນີ້ວ່າ ເຂື່ອນໄຟຟ້ານໍ້າແທ້ ບໍ່ປະຕິບັດຕາມຂໍ້ຕົກລົງຮ່ວມກັນທີ່ວ່າຫາກ ຊາວບ້ານ ຕ້ອງການນໍ້າເພື່ອໃຊ້ ເຮັດການກະເສດ ບໍ່ວ່າຈະເປັນຣະດູການໃດກໍຕາມ ເຂື່ອນຕ້ອງປ່ອຍ ນໍ້າໃຫ້ພຽງພໍ, ແຕ່ໃນພາກປະຕິບັດຕົວຈິງ ທາງເຂື່ອນ ບໍ່ປະຕິບັດຕາມນັ້ນ ຄືກັກນໍ້າໄວ້ ເພື່ອຜລິດໄຟຟ້າ ດັ່ງທີ່ ທ່ານກ່າວວ່າ:
“ໄທເຮົາ 3-4 ບ້ານເຮົາຫັ້ນໄປຫລາຍຄົນ ໄປຂໍນໍ້າເຂື່ອນໄຟຟ້າ ເນາະ ເພາະໄຟຟ້າມັນມາອັດນໍ້າ ເຂົ້າໄດມັນພີ້. ແຕ່ວ່າຕາມບົດ ສັນຍາ ບົດບັນທຶກນັ້ນວ່າ ໄຟຟ້າສິບໍ່ເອົານໍ້າ ວ່າໃຫ້ ປະຊາຊົນເອົານໍ້າເຮັດໄຮ່ ເຮັດນາກ່ອນ ໂຕຈິງແທ້ລະແມ່ນ ເຂື່ອນໄຟຟ້າ ເພິ່ນກັກນໍ້າ ບໍ່ເຮັດຕາມບົດສັນຍາ ແນວນັ້ນລະໄທເຮົາຈຶ່ງພາດຽວໄປ.”
ບ້ານທີ່ໄດ້ຮັບຜົລກະທົບ ຄືບ້ານກ້ວຍ, ບ້ານດຸງ, ບ້ານໝຸ່ນ, ບ້ານຕັດ, ບ້ານດອກຄໍາ ແລະ ບ້ານນາເມືອງ ຮວມມີຊາວບ້ານປະມານ 90 ປາຍຄອບຄົວ ໄດ້ຮັບຜົລກະທົບ ໜັກໜ່ວງ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງຄໍາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ເຂື່ອນນໍ້າແທ້ ເປັນເຂື່ອນຂນາດນ້ອຍ ທີ່ທາງການແຂວງຊຽງຂວາງ ເປັນຜູ້ອະນຸຍາດໃຫ້ສ້າງ ໂດຍທີ່ຫລາຍພາກສ່ວນ ໃນເມືອງຄໍາ ແລະ ຊາວບ້ານ ບໍ່ຄ່ອຍເຫັນດີນໍາ ຍ້ອນກັງວົນ ນໍາເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ແຕ່ ເຖິງແນວໃດກໍຕາມ ເມື່ອເຂື່ອນໄຟຟ້າ ແຫ່ງນີ້ໄດ້ສ້າງຂຶ້ນມາ ແລະສົ່ງຜົລກະທົບ ຕໍ່ຊາວບ້ານແລ້ວ ກໍຕ້ອງຫາທາງແກ້ໄຂຕໍ່ໄປ, ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງຄໍາ ກໍໄດ້ລົງພື້ນທີ່ ໄປຫາຣືກັບບໍຣິສັດ ໜອງໄຮ ແລ້ວໃນຕອນເຊົ້າຂອງ ມື້ວັນທີ 16 ສິງຫາ ນີ້ ເພື່ອໃຫ້ບໍຣິສັດປ່ອຍນໍ້າ ຈາກເຂື່ອນລົງມາທັນທີ ເພື່ອ ໃຫ້ຊາວບ້ານມີນໍ້າພຽງພໍ ໃນການຜະລິດເຂົ້ານາປີ:
“ເວລາຜລິດໄຟຟ້າແລ້ວ ຂະເຈົ້າອັດໄປພຸ້ນໝົດ ແລ້ວກະຈົ່ງໄວ້ຈໍານວນນຶ່ງ ມັນກະບໍ່ພຽງພໍຫັ້ນແຫຼະ ເນາະ ພໍດີກະເຂົ້າເຂົາເຈົ້າ ກໍາລັງສິຖືພາມານ. ບໍ່ໆຕ້ອງປ່ອຍ ເພາະວ່າເຮົາກະມີ ບົດບັນທຶກ ຖ້າວ່າປະຊາຊົນນໍາໃຊ້ນໍ້າ ທໍາການຜລິດ ຄັນບໍ່ພໍນີ້ ຕ້ອງໄດ້ປ່ອຍ ໃຫ້ປະຊາຊົນ.”
ໃນຂນະດຽວກັນ ເຈົ້າໜ້າທີ່ໂຄງການເຂື່ອນນໍ້າແທ້ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ບັນຫາທີ່ເກີດຂື້ນກັບຊາວບ້ານ ທີ່ຢູ່ ທ້າຍນໍ້າ ຊຶ່ງໄດ້ຮັບຜົລກະທົບ ເຣື່ອງນໍ້າບໍ່ພຽງພໍ ນັ້ນບໍ່ໄດ້ກ່ຽວຂ້ອງກັບ ເຂື່ອນໄຟຟ້າ ນີ້ແຕ່ຢ່າງໃດ ເພາະ ເຂື່ອນໄດ້ປ່ອຍນໍ້າ ເປັນ ປົກກະຕິ ໃນປະຣິມານ ທີ່ຄອງຊົລປະທານ ຮອງຮັບໄດ້ຢູ່ແລ້ວ. ແຕ່ມີຊາວບ້ານຕັນນໍ້າ ຈໍານວນນຶ່ງໄວ້ ແລະ ສວຍໂອກາດໃຊ້ນໍ້າ ຫຼາຍເກີນໄປ ຊຶ່ງທາງການລາວ ຈະຕ້ອງເປັນຜູ້ຈັດການ ແລະຄວບຄຸມປາຣິມານການໃຊ້ນໍ້າ ໃນຄອງຊົລປະທານໃຫ້ພຽງພໍຕໍ່ຄວາມ ຕ້ອງການຂອງຊາວບ້ານ. ແຕ່ເຖິງຢ່າງໃດກໍຕາມ ຫຼັງຈາກຊາວບ້ານຈໍານວນນຶ່ງ ໄດ້ມາຮຽກຮ້ອງໃຫ້ທາງ ເຂື່ອນໄຟຟ້າຢຸດການຜລິດ ໄຟຟ້າ ແລະປ່ອຍນໍ້າໃສ່ຄອງຊົລປະທານ ນັ້ນແລ້ວ ທາງ ເຂື່ອນໄຟຟ້າກໍໄດ້ປະຕິບັດຕາມ:
“ບັນຫາທີ່ມັນເກີດຂຶ້ນຫັ້ນເນາະ ໝາຍຄວາມວ່າມັນບໍ່ໄດ້ເກີດ ຍ້ອນເຂື່ອນສະເພາະຫັ້ນນ່າ ກະຄືປະຊາຊົນແຕ່ລະບ້ານຂະເຈົ້າມີການ ຍາດແຍ່ງນໍ້າກັນ ວ່າຊັ້ນເນາະ. ພື້ນທີ່ໄຮ່ນາມັນເພີ່ມຂຶ້ນ ແຕ່ວ່າປາຣິມານນໍ້າຫັ້ນ ມັນຈະມາເທົ່າເກົ່າເນາະ. ໃນເມື່ອວ່າມັນມີການ ຂຍາຍໄຮ່ນາຂຶ້ນ ທາງປາຍທາງຫັ້ນ ມັນມີຄວາມຕ້ອງການນໍ້າເພີ່ມຂຶ້ນເນາະ ຖ້າວ່າເຮົາປ່ອຍໄປຫຼາຍ ແຕ່ປະຊາຊົນຕົ້ນນໍ້າ ໃຊ້ແບບ ບໍ່ມີຈໍາກັດເລີຍ ສິປ່ອຍຫລາຍທໍ່ໃດ ນໍ້າກະບໍ່ຮອດປາຍທາງຢູ່ດີ.”
ເຂື່ອນໄຟຟ້ານໍ້າແທ້ ຂນາດ 24.60 ເມກາວັດ ຕັ້ງຢູ່ເຂດບ້ານນໍ້າແທ້, ບ້ານຊາງ ເມືອງຄໍາ ແຂວງຊຽງຂວາງ ໄດ້ເລີ່ມກໍ່ສ້າງມາແຕ່ ເດືອນ ສິງຫາ 2019 ແລະ ສ້າງສໍາເຣັດໃນຕົ້ນປີ 2021 ນີ້ ໂດຍແມ່ນກຸ່ມ ບໍຣິສັດ ໜອງໄຮ ຂອງ ນັກທຸຣະກິດລາວ ເປັນຜູ້ລົງທຶນ ແລະຮັບເໝົາກໍ່ສ້າງ, ແຕ່ບໍຣິສັດນີ້ບໍ່ເປີດເຜີຍ ມູລຄ່າການລົງທຶນ ແລະ ຜູ້ຖືຮຸ້ນ.