ບັນຫາຈີນເຊົ່າດິນປູກ ໝາກໂມ

ຊາວເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈະບໍ່ໃຫ້ ຄົນຈີນ ມາເຊົ່າດິນນາ ປູກໝາກໂມ ອີກແລ້ວ.

ສວນປູກໝາກໂມ ເມືອງຫົງສາ ແຂວງໄຊຍະບູຣີ Screen captured from Xayaburi video

ຫລາຍຄອບຄົວຢູ່ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ ບໍ່ໃຫ້ນັກລົງທຶນຈີນ ເຊົ່າດິນນາ ຂອງພວກເຂົາເຈົ້າ ປູກໝາກໂມ ອີກຕໍ່ໄປ ພາຍຫລັງ ໄດ້ຮັບບົດຮຽນ ຄັ້ງສໍາຄັນ ເມື່ອປີກາຍ ແລະ ທາງການ ຈະໃຫ້ຄົນຈີນ ໄປເຊົ່າດິນປູກ ຢູ່ບ່ອນອື່ນແທນ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງຊຽງຮ່ອນ ຕໍ່ RFA ໃນວັນທີ 11 ພຶສພາ ນີ້:

"ເພິ່ນກະບໍ່ຢາກໃຫ້ເຮັດໃສ່ນາ ມາຖອດຖອນບົດຮຽນກັນຫັ້ນແຫຼະ ຄັນເປັນໄປໄດ້ຢາກ ໃຫ້ເຮັດບ່ອນທີ່ ເຂົາເຈົ້າ ເກັບກູ້ການຜລິດ ອອກ ແລ້ວ ຄືຢ່າງໝາກເດືອຍ ໝາກຫຍັງ ໃຫ້ຜລິດຢູ່ ບ່ອນຈຸດນັ້ນເອງ ມັນກະມີດິນ ຍັງກວ້າງຫລາຍ ຢູ່ດອກ ສິບໍ່ໃຫ້ປູກ ຢູ່ເຂດນາ ຊີ້ນະ ມັນມີຜົລກະທົບ".

ເມື່ອປີກາຍ ນັກລົງທຶນຈີນ ທີ່ມາເຊົ່າດິນນາປະຊາຊົນ ປູກໝາກເດືອຍ ໄດ້ຈ້າງຣົຖໄຖ ດຸດຄັນນາອອກ ເພື່ອຂຍາຍເນື້ອທີ່ ປູກໝາກໂມ ຊຶ່ງເຈົ້າຂອງດິນ ບໍ່ພໍໃຈ ຍ້ອນເຮັດໃຫ້ ເກີດຄວາມສັບສົນ ເຣື່ອງການ ແບ່ງດິນນາ. ແລະພາຍຫລັງ ເກັບກ່ຽວ ຜົລຜລິດແລ້ວ ຈີນ ກໍບໍ່ອະນາມັຍ ເນື້ອທີ່ ຈຶ່ງບໍ່ມີໃຜ ຢາກໃຫ້ເຊົ່າ ດິນອີກ.

ທ່ານກ່າວວ່າ ບັນຫາທີ່ເກີດຂຶ້ນນັ້ນ ໄກ່ເກັ່ຽກັນແລ້ວໆ ເມື່ອເດືອນເມສາຜ່ານມາ ໂດຍນັກລົງທຶນຈີນ ໄດ້ໃຫ້ເງິນຊົດເຊີຍ ແກ່ເຈົ້າຂອງທີ່ນາ ທີ່ໄດ້ຮັບ ຄວາມເສັຽຫາຍ ຈໍານວນ 2 ລ້ານ 6 ແສນກີບ ຕໍ່ 1 ເຮັກຕາ ແລະຍັງໃຫ້ເງິນ ຊົດເຊີຍ ສໍາລັບການທີ່ ຂະເຈົ້າ ບໍ່ໄດ້ອະນາມັຍ ເນື້ອທີ່ອີກ.

ນັກລົງທຶນຈີນ ໄດ້ເລີ່ມເຂົ້າມາເຊົ່າທີ່ດິນ ປະຊາຊົນ ປູກໝາກໂມ ຢູ່ເມືອງຊຽງຮ່ອນ ຕັ້ງແຕ່ປີ 2015 ໃນເນື້ອທີ່ທັງໝົດ 330 ເຮັກຕາ, ເປັນການລົງທຶນ ໃນຮູບແບບ 2 ບວກ 3. ຢ່າງໃດກໍຕາມ ຊາວຈີນ ຈະກັບມາເຊົ່າທີ່ດິນ ປູກໝາກໂມ ຕື່ມອີກ ໃນທ້າຍປີນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org