ຊາວບ້ານເມືອງບໍ່ແຕນ ລອຍນະທີ
2020.08.03

ນັບແຕ່ວັນທີ 2 ສິງຫາ 2020 ນີ້ ເປັນຕົ້ນມາ ປະຊາຊົນຫຼາຍຄອບຄົວ ໃນຫຼາຍບ້ານ ຢູ່ເມືອງບໍ່ແຕນ ແຂວງໄຊຍະບູຣີ ໄດ້ປະສົບກັບພັຍນໍ້າຖ້ວມ ຢ່າງໜັກໜ່ວງ ຍ້ອນໄດ້ຮັບຜົລກະທົບ ຈາກພະຍຸຊິນລາກູ ຫົວທີ່ 3, ເຊິ່ງມີຝົນຕົກໜັກ ຕິດຕໍ່ກັນເປັນເວລາດົນ ເຮັດໃຫ້ນໍ້າຮໍາ ແລະ ນໍ້າຫ້ວຍຕ່າງໆ ເພີ່ມຣະດັບສູງ ຈົນໄຫຼຊຸເຂົ້າທີ່ຢູ່ອາສັຍ ຂອງປະຊາຊົນຫຼາຍບ້ານ ເປັນຕົ້ນ: ບ້ານນາກອກ, ບ້ານເມືອງຮໍາ, ບ້ານນາຂ່າ, ບ້ານຕົ້ນຕານ ແລະ ອີກຫຼາຍບ້ານ, ແຕ່ຍັງບໍ່ມີຣາຍງານໂຕເລຂ ຄວາມເສັຽຫາຍ ຢ່າງຣະອຽດເທື່ອ. ດັ່ງຊາວບ້ານ ບ້ານນາກອກ ທີ່ປະສົບພັຍນໍ້າຖ້ວມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ສິງຫາ ນີ້ວ່າ:
“ຂຶ້ນຢູ່ນໍ້ານະ ເຮືອນມັນຢູ່ຕິດ ແຄມນໍ້າຫ້ວຍເລີຍເດ່ ມັນກະເລີຍຖ້ວມຫຼາຍ. ເຄື່ອງຂອງແທ້ເອົາທັນ ເພາະວ່າມັນມາມື້ເຊົ້ານີ້ ແລ້ວພາກັນທຽວ ຂົນອອກໄປໄວ້ເຮືອນ ອີກຫຼັງນຶ່ງ ເຮືອນພີ່ນ້ອງດຽວກັັນ ທີ່ວ່າຢູ່ແຖວດຽວກັນນີ້ ມັນຖ້ວມໝົດເລີຍນະ ເຮືອນປ້າຂ້ອຍ ແຮງເອົາເຄື່ອງບໍ່ທັນຊໍ້າ.”
ນາງເວົ້າຕື່ມວ່າ ສໍາລັບຢູ່ເຂດບ້ານ ຂອງຕົນ ນໍ້າໄດ້ໄຫຼເຂົ້າຖ້ວມ ເວລາປະມານ 5 ໂມງເຊົ້າ ຂອງມື້ວັນທີ 3 ສິງຫານີ້ ເກີດຂຶ້ນໃນຂະນະ ທີ່ຫຼາຍຄອບຄົວ ກໍາລັງນອນຫຼັບຢູ່ ເຮັດໃຫ້ຫຼາຍຄົວເຮືອນ ໄດ້ຮັບຜົລກະທົບ ຍ້ອນເຄື່ອນຍ້າຍເຄື່ອງຂອງ ແລະ ສັດລ້ຽງບໍ່ທັນ. ຢ່າງໃດກໍຕາມ ມາຮອດປັດຈຸບັນ, ຕົນ ແລະ ຊາວບ້ານອີກຫຼາຍຄົນ ກໍາລັງລໍຖ້າ ການຊ່ອຍເຫຼືອ ຈາກທາງການ ແຂວງໄຊຍະບູຣີ ຢູ່, ໂດຍສະເພາະເຂົ້າສານ, ອາຫານ ແລະ ນໍ້າດື່ມ.
ຊາວບ້ານ ບ້ານເມືອງຮໍາ ຄົນນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ເຊັ່ນດຽວກັນນີ້ ເວົ້າວ່າ ປັດຈຸບັນ, ຢູ່ພາຍໃນ ເຂດບ້ານເມືອງຮໍາ ຣະດັບນໍ້າ ໄດ້ເພີ່ມຂຶ້ນເລື້ອຍໆ ຈົນໄຫຼເຂົ້າຖ້ວມບ້ານເຮືອນ ຂອງປະຊາຊົນ ຣະດັບນໍ້າສູງ ປະມານແມັຕເຄິ່ງ. ປະຊາຊົນສ່ວນນຶ່ງ ກໍສາມາດເຄື່ອນຍ້າຍເຄື່ອງຂອງ ໄດ້ທັນເວລາ, ແຕ່ກໍມີຊາວບ້ານ ອີກຫຼາຍຄົນ ທີ່ໄດ້ຮັບຄວາມເສັຽຫາຍ:
“ຢູ່ເມືອງບໍ່ແຕນ ລະໂຕບ້ານເມືອງຮໍາ ມັນເປັນນໍ້າສອງແມ່ເນາະ ຖ້ວມບ້ານໄດ້ປະມານ ແມັຕກວ່າ ແມັຕຫ້າສິບແດ່. ຢູ່ໂຕບ້ານໄດ໋ ເຮົາຍ້າຍຂຶ້ນ ເອົາເຄື່ອງໄປໄວ້ ທີ່ສູງແລ້ວນະ. ໜັກກວ່າໝູ່ ຄືປໍ້ານໍ້າມັນ ຂອງອ້າຍຈັນ ບຸນຍາວົງ ເດ້ເນາະ.”
ກ່ຽວກັບເຫດການດັ່ງກ່າວ ເຈົ້າໜ້າທີ່ເມືອງ ເມືອງບໍ່ແຕນ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ເຈົ້າໜ້າທີ່ຫຼາຍພາກສ່ວນ ໄດ້ທະຍອຍໄປ ໃຫ້ຄວາມຊ່ອຍເຫຼືອ ປະຊາຊົນ ຜູ້ປະສົບພັຍນໍ້າຖ້ວມ ນັ້ນແລ້ວ, ແຕ່ຍັງບໍ່ສາມາດຣະບຸ ຄວາມເສັຽຫາຍໄດ້ເທື່ອ ວ່າມີຈັກຄອບຄົວ, ຈັກບ້ານໄດ້ຮັບຜົລກະທົບ ແລະ ມີຄວາມເສັຽຫາຍ ອັນໃດແດ່ ຍ້ອນກໍາລັງຢູ່ໃນຣະຫວ່າງ ການສໍາຣວດຂໍ້ມູນ, ດັ່ງທ່ານກ່າວວ່າ:
“ເອີ່ ຢູ່ບໍ່ແຕນ ຖ້ວມຢູ່ ຖ້ວມໜັກ 3-4 ບ້ານ. ຂະເຈົ້າກໍາລັງເກັບກໍາຂໍ້ມູນ ກະຍັງສັງລວມ ບໍ່ທັນໄດ້ເທື່ອ. ຍັງມີຄົນເສັຽຫາຍ, ບ້ານເຮົາມັນຖ້ວມ ມື້ເວັນແດ່ ກະຍັງມີຢູ່ເທສບານ ເມືອງຮໍານີ້ແຫຼະ.”
ທ່ານກ່າວອີກວ່າ ຫຼັງຈາກເກີດເຫດນໍ້າຖ້ວມ ເຈົ້າໜ້າທີ່ທະຫານຫຼາຍຄົນ ໄດ້ລົງພື້ນທີ່ ໄປຊ່ອຍເຫຼືອເຄື່ອນຍ້າຍ ເຄື່ອງຂອງຊ່ອຍຊາວບ້ານ ຕາມເຂດບ້ານຕ່າງໆ, ແຕ່ຍັງບໍ່ເຖິງຂັ້ນ ໂຍກຍ້າຍປະຊາຊົນ ອອກຈາກເຮືອນເທື່ອ. ຢ່າງໃດກໍຕາມ ປັດຈຸບັນ, ພາກສ່ວນກ່ຽວຂ້ອງ ຂອງແຂວງໄຊຍະບູຣີ ກໍາລັງຫາລືກັນເພີ້ມຕື່ມ ແລະ ຈະລົງພື້ນທີ່ ໄປມອບເຄື່ອງຂອງ ໃຫ້ແກ່ຜູ້ປະສົບພັຍ ໃນໄວໆນີ້.
ສໍາລັບພະຍຸ ຊິນລາກູ ຫົວທີ່ 3 ນີ້ ເປັນພະຍຸ ດີເປຣສຊັ້ນ ເຄື່ອນໂຕດ້ວຍຄວາມໄວ 15 ກິໂລແມັຕ ຕໍ່ຊົ່ວໂມງ. ພາຍຸຫົວນີ້, ເຄື່ອນໂຕມາຈາກ ປະເທດວຽດນາມ ເຂົ້າມາຜ່ານຫຼາຍແຂວງ ໃນລາວ ເປັນຕົ້ນ: ແຂວງຜົ້ງສາລີ, ຫົວພັນ, ໄຊຍະບູຣີ, ຊຽງຂວາງ, ບໍ່ແກ້ວ, ບໍຣິຄໍາໄຊ ແລະ ນະຄອນຫຼວງວຽງຈັນ, ເຊິ່ງຈະເຮັດໃຫ້້້ເກີດຝົນຕົກໜັກ ແລະ ມີໂອກາດ ເກີດພັຍນໍ້າຖ້ວມ ແລະ ດິນເຈື່ອນ ຕັ້ງແຕ່ວັນທີ 2-4 ສິງຫາ 2020 ນີ້.
ເມື່ອເດືອນ ກໍຣະກະດາ ທີ່ຜ່ານມານີ້ ປະຊາຊົນ ປະມານ 51 ຄອບຄົວ ໃນຫຼາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ເປັນຕົ້ນ: ບ້ານນໍ້າແອ່ງ, ບ້ານນໍ້າໂອ ແລະ ອີກຫຼາຍບ້ານ ຫາກໍໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ. ໃນນັ້ນ, ເຮືອນຊາວບ້ານ ຖືກນໍ້າພັດໄຫຼໄປ 2 ຫຼັງ, ນາເຂົ້າຖືກນໍ້າຖ້ວມ ປະມານ 9 ເຮັກຕ້າຣ ແລະ ເສັຽຫາຍດ້ານອື່ນໆ ຮວມມູນຄ່າເສັຽຫາຍ ທັງໝົດ ປະມານ 1 ຕື້ກີບ.