ນໍ້າເຊກອງ ໃນແຂວງ ອັດຕະປື ຂຶ້ນສູງເກີນ ຂີດ ອັນຕະຣາຍ ແລ້ວ ຊາວບ້ານ ກໍຕຣຽມພ້ອມ ໂຍກຍ້າຍ ໄປຢູ່ ບ່ອນສູງ. ປັດຈຸບັນ ຣະດັບ ນໍ້າເຊກອງ ທີ່ໄຫລຜ່ານ ແຂວງອັດຕະປື ຂຶ້ນສູງກວ່າຂີດອັນຕະຣາຍ ແລະທາງການໄດ້ເຕືອນ ປະຊາຊົນທີ່ອາສັຍຢູ່ແຄມຝັ່ງ ໃຫ້ຕຣຽມພ້ອມ ອົພຍົບ ໄປຢູ່ເຂດສູງ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ອັດຕະປື:
"ເຂດເຕືອນພັຍ 15 ເຂດອັນຕະຣາຍ 16 ດຽວນີ້ມັນກາຍເຂດ 53 ເຊັນ 8 ໂມງເຊົ້າວັນນີ້ຖ້າຝົນຕົກມັນສິຂຶ້ນຕື່ມອີກ ລະນີ້ ອາທິດແລ້ວນີ້ ຫວ່າງຕົກເທື່ອແລ້ວ ຂຶ້ນເທື່ອແລ້ວ ລະມັນ 17 ແມັດປາຍພຸ້ນເດ 17.10 ແມັດ ແຕ່ວ່າອັນນີ້ 16.53 ໜາ".
ແຕ່ວັນທີ 17-19 ກັນຍາ ນໍ້າຖ້ວມແຂວງອັດຕະປື ແລະແຂວງເຊກອງ ຍ້ອນຝົນຕົກໜັກ ຕິດຕໍ່ກັນ ເຮັດໃຫ້ນໍ້າເຊກອງ ແລະ ເຊກະໝານ ຍື່ງຂຶ້ນ ຊຶ່ງເຈົ້າໜ້າທີ່ ຣາຍງານວ່າ ປັດຈຸບັນ ຣະດັບນໍ້າເຊກອງ ຂຶ້ນສູງຈົນຖ້ວມໄປ ເມືອງໄຊເສດຖາ ແຂວງອັດຕະປືແລ້ວ ແລະມື້ຕໍ່ໄປ ຈະໄຫລຜ່ານ ເມືອງສາມັກ ຄີໄຊ ແລະ ສະໜາມໄຊ. ດັ່ງນັ້ນ ທາງການ ຈຶ່ງເຕືອນໃຫ້ ປະຊາຊົນ ທີ່ຢູ່ແຄມຝັ່ງ ເຝົ້າຣະວັງຣະດັບນໍ້າ ເປັນ ພິເສດ ແລະຕຣຽມພ້ອມ ອົພຍົບໄປຫາ ທີ່ປອດພັຍ ຫາກເກີດຝົນຕົກໜັກ ຕິດຕໍ່ກັນ ຕື່ມອີກ.
ປະຊາຊົນ ໃນເມືອງ ໄຊເສດຖາ ຜູ້ນຶ່ງ ເວົ້າວ່າ ປັດຈຸບັນ ຢູ່ເມືອງນີ້ ເສັ້ນ ທາງບາງບ່ອນ ຖືກຕັດຂາດ ຍ້ອນມີນໍ້າຖ້ວມ ຂັງຢູ່ຫລາຍເຂດ ຈົນໄດ້ໄຊ້ເຮືອເດີນທາງແທນ ໂດຍສະເພາະບໍຣິເວນບ້ານພອກ ແຄມນໍ້າເຊກະໝານ. ປັດຈຸບັນ ປະຊາຊົນ ບໍ່ສາມາດເດີນທາງ ໂດຍທາງ ຣົດໄປຍັງເທສບານ ເມືອງໄຊເສດຖາ ໄດ້ ຍ້ອນຣະດັບນໍ້າ ໃນບ້ານ ຍັງສູງຢູ່.