ເຂດສາມຫຼ່ຽມຄຳຄ້າ ສັດປ່າ
ກາຊີໂນ ຄິ້ງໂຣມັນ ເຂດເສຖກິດພິເສດ ສາມຫລ່ຽມຄຳ ຖືກ ສະຫະຣັຖ ອາເມຣິກາ ກ່າວຫາວ່າ ເປັນອົງການ ອາຊຍາກັມ ຂ້າມຊາດ ຊຶ່ງມີທັງ ຄ້າສັດປ່າ ນັ້ນຫຼາຍຄົນ ເວົ້າວ່າ ມີແທ້.
-
ຈໍາປາທອງ
2018-03-08 -
-
-
Your browser doesn’t support HTML5 audio
ກາຊີໂນຄິ້ງໂຣມັນຂອງ ຈ້າວ ເຫວີຍ ຄົນຈີນ ມະກ້າວ ທີ່ເຂດເສຖກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ພາກເໜືອ ຂອງລາວ ຖືກສະຫະຣັຖ ອາເມຣິກາ ກ່າວຫາວ່າ ເປັນອົງການອາຊຍາກັມຂ້າມຊາດ ຊຶ່ງມີທັງການຟອກເງິນ, ການຄ້າ ຢາເສບຕິດ, ຄ້າມະນຸດ, ຄ້າສັດປ່າ ແລະໃຫ້ສິນບົນນັ້ນ ຫລາຍຄົນເວົ້າວ່າເປັນຄືແນວນັ້ນແທ້.
ຕາມຂ່າວລາຍວັນ ເດລິນິວສ໌ ຂອງໄທ ວັນທີ 31 ມົກກະຣາ 2018 ຣາຍງານວ່າ ຣັຖບາລສະຫະຣັຖ ມີຫລັກຖານ ທີ່ເຊື່ອຖືໄດ້ວ່າ ກາຊີໂນຄິ້ງໂຣມັນ ເປັນບ່ອນ ທີ່ມີກິຈກັມ ຜິດກົດໝາຍຫລາຍຢ່າງ ໃນເຂດເສຖກິດສາມຫລ່ຽມຄໍາ, ມີການຄ້າຢາເສບຕິດ ທີ່ຮວມທັງການ ເປັນຜູ້ຈັດຈໍາໜ່າຍ ເຮໂຣອິນ ແລະຢາບ້າ ໃນນາມກອງທັບວ້າແດງ ຊຶ່ງມີຖານທີ່ໝັ້ນຢູ່ຣັຖຊານ ປະເທສພະມ້າ, ມີການຄ້າມະນຸດ ແລະການຄ້າສັດປ່າ ແລະຊິ້ນສ່ວນສັດປ່າ ຄຸ້ມຄອງທັງໝີດໍາ, ລິ່ນ, ເສືອແລະຊ້າງ...
ເວົ້າສະເພາະເຣຶ່ອງ ການຄ້າສັດປ່າທີ່ຫາຍາກແລະໃກ້ຈະສູນພັນ ຊຶ່ງເປັນການຄ້າຜິດກົດໝາຍ ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ, ມາດາມ ແດັບບີ ແບັງຄສ໌ (Debbie Banks) ເຈົ້າໜ້າທີ່ອາວຸໂສ ປະຈໍາອົງການ ສືບສວນ ດ້ານສະພາບແວດລ້ອມ ຫລື EIA ທີ່ມີສູນກາງຢູ່ກຸງ ລອນດອນ ປະເທດອັງກິດ ກ່າວເມື່ອໄວໆມານີ້ວ່າ ມີການບັນທຶກໄວ້ ເປັນຢ່າງດີ ຊຶ່ງປະຕິເສດບໍ່ໄດ້ ຫາກເວົ້າເຖິງເຣຶ່ອງ ການຄ້າສັດປ່າ ຜິດກົດໝາຍ ຢູ່ເຂດເສຖກິດພິເສດ ສາມຫລ່ຽມຄໍາ:
"ພວກເຮົາບໍ່ແມ່ນອົງການດຽວ ຫາກມີອົງການອື່ນໆ ແລະນັກຂ່າວອີກ ທີ່ໄດ້ໄປເຫັນ ແລະຖ່າຍວີດີໂອ ແລະມີຫລັກຖານເປັນຮູບພາບ ຖ່າຍເອົາການຄ້າສັດປ່າຜິດກົດໝາຍ ໃນທີ່ນັ້ນ ຊຶ່ງປະຕິເສດບໍ່ໄດ້."
ແລະເຈົ້າໜ້າທີ່ ສູນອະນຸຮັກ ແລະວິໃຈສັດປ່າໃນຂົງເຂດອາຊຽນ ຫລື WFFT ກໍໄດ້ເປີດເຜີຍວ່າ ຢູ່ເຂດກາຊີໂນຄິ້ງໂຣມັນ ມີຟາມຂຍາຍພັນເສືອໂຄ່ງ ເພື່ອສົ່ງໄປຂາຍໃຫ້ຈີນ, ໃຊ້ເປັນອາຫານ ແລະປຸງຢາບໍາລຸງ ໂດຍທີ່ທາງການ ສປລາວ ເຮັດຫຍັງບໍ່ໄດ້ ດັ່ງທີ່ ທ່ານ ເອດວິນ ວີກ ຜູ້ກໍ່ຕັ້ງສູນ ດັ່ງກ່າວ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ກຸມພາ ທີ່ຜ່ານມານີ້ວ່າ:
"ທ່ານກ່າວວ່າ ກາຊີໂນຄິ້ງໂຣມັນ ທີ່ເຂດເສຖກິດພິເສດ ສາມຫລ່ຽມຄໍາ ມີການສືບມາວ່າ ຈະມີການເອົາຊີ້ນເສືອໂຄງ ໃນທີ່ນັ້ນ ບໍຣິໂພກ, ເອົາກະດູກ ແລະອະວັຍວະເພດ ປຸງຢາ ແລະເອົາຊີ້ນ ເອົາໜັງໄປຂາຍ ໃຫ້ຈີນ."
ກ່ຽວກັບເຣຶ່ອງທີ່ວ່ານີ້ ອາດີດເຈົ້າໜ້າທີ່ ອັນດັບສູງຂອງ ສປປລາວ ເຊື່ອວ່າດ້ານເອກສານອະນຸຍາດ ແມ່ນຖືກຕ້ອງ ແຕ່ໃນພາກ ປະຕິບັດຕົວຈິງ ກາຊີໂນຄິງໂຣມັນ ເຮັດໄປໃນທາງບໍ່ຖືກຕ້ອງ:
"ຂ້າພະເຈົ້າຄິດວ່າ ໃບອະນຸຍາດ ນີ້ຖືກຕ້ອງ ແຕ່ການປະພຶດ ຂອງບໍຣິສັດ ຫລືວ່າສະຖານທີ່ ແຫ່ງນີ້ ຄົງຈະບໍ່ຖືກຕ້ອງນໍ."
ທ່ານກ່າວຕື່ມວ່າ ຕາມປົກກະຕິແລ້ວ ເຈົ້າໜ້າທີ່ແຂວງບໍ່ແກ້ວ ບໍ່ສາມາດເຂົ້າໄປ ກວດກາສິ່ງທີ່ສົງສັຍ ວ່າຜິດກົດໝາຍ ຢູ່ໃນໂຮງກາຊີໂນນັ້ນ ເພາະເປັນສິດພິເສດ ຂອງເຂດດັ່ກ່າວ, ມີແຕ່ທາງສູນກາງ ເທົ່ານັ້ນ ຈຶ່ງເຂົ້າໄປໄດ້ ແຕ່ຕ້ອງໄດ້ຮັບ ອະນຸຍາດ ຈາກທາງກາຊີໂນກ່ອນ.
ຢ່າງໃດກໍຕາມ ຂ່າວ ALJAZEERA ວັນທີ 30 ກໍຣະກະດາ 2016 ກໍຣາຍງານວ່າ ພາຍຫລັງ EIA ອອກຣາຍງາຍ ບໍ່ພໍເທົ່າໃດ ທາງການ ສປປລາວ ກໍໄດ້ເຂົ້າກວດຄົ້ນ ທຸຣະກິດ 4 ແຫ່ງ ທີ່ຂາຍຜລິດທະພັນ ສັດປ່າຜິດກົດໝາຍ ຢູ່ໃນເຂດ ເສຖກິດພິເສດ ນັ້ນ ເມື່ອເດືອນມິນາ 2015 ແລະໄດ້ຈູດເຜົາງາຊ້າງ ແລະໜັງເສືອມູນຄ່າ 12,000 ປາຍໂດລາ ສະຫະຣັຖ ໂດຍມີການອອກຂ່າວ ທາງໂທຣະທັດ.
ແລະເມື່ອອາທິດທີ່ຜ່ານມາ ຣັຖບາລ ສປປລາວ ກໍໄດ້ໃຫ້ສະຖາບັນຄົ້ນຄວ້າ ເສຖກິດແຫ່ງຊາດລາວ ສຶກສາເຖິງ ຂໍ້ໄດ້ ຂໍ້ເສັຍ ຂອງເຂດເສຖກິດພິເສດ ຢູ່ລາວ ຊຶ່ງໃນນັ້ນກໍຮວມທັງ ເຂດເສຖກິດພິເສດ ສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ທີ່ ກາຊີໂນ ຄິງໂຣມັນ ຊຶ່ງຖືກກະຊວງ ການຄັງ ສະຫະຣັຖ ກ່າວຫາວ່າ ເປັນອົງການອາຊຍາກັມຂ້າມຊາດ ຕັ້ງຢູ່ນັ້ນນໍາດ້ວຍ.
ເມື່ອເວົ້າເຖິງຄໍາປະຕິເສດຂອງກາຊີໂນຄິງໂຣມັນ ຕໍ່ຖແລງການຂອງກະຊວງການຄັງສະຫະຣັຖ ທີ່ວ່ານັ້ນ ທ່ານ ອິນຊີທອງ ໂຄສົກ ອົງການລາວເສຣີ Free Laos Campaign ທີ່ສະຫະຣັຖ ອາເມຣິກາ ໄດ້ກ່າວຕອນນຶ່ງວ່າ ເປັນການປະຕິເສດ ເພື່ອ ປັດປ່າຍ ບັນຫາເທົ່ານັ້ນ:
"ເຈົ້າໜ້າທີ່ຂອງກາຊີໂນຄິງໂຣມັນ ທີ່ອອກມາປະຕິເສດ ກະວ່າມັນບໍ່ມີຫຍັງຢູ່ທີ່ນີ້ ມັນມີແຕ່ການຄ້າ ທີ່ວ່າຈະຊ່ວຍພັທນາ ປະເທສຊາດ ສປປລາວ ຫັ້ນ ອັນນີ້ມັນເປັນການປະຕິເສດ ເພື່ອປັດໄປ່ບັນຫາຊື່ໆ ແຕ່ວ່າຄວາມຈິງມັນແທ້ໆແລ້ວ ມັນເປັນບ່ອນ ຫລັກແຫລ່ງ ການຄ້າມະນຸດ ການຄ້າສັດປ່າ ການຄ້າ ຢາເສບຕິດ ເປັນບ່ອນຟອກເງິນ ມັນໄປເຕັມຢູ່ໃນຫັ້ນ ສະນັ້ນແລ້ວ ໃນບ່ອນນີ້ນັ້ນນະ ມັນເປັນບ່ອນ ທີ່ວ່າເຖື່ອນ ຄະນະປະເທສລາວນີ້ ບໍ່ສົນດອກວ່າ ມັນສິຖືກ ຫລືວ່າຜິດກົດໝາຍນັ້ນ ເວົ້າແຕ່ເຣຶ່ອງ ເງິນປັດຈຸບັນນີ້ ອັນນີ້ມັນແມ່ນຄວາມຈິງແທ້ ເພາະວ່າປະຊາຊົນ ຢູ່ໃນທ້ອງຖິ່ນນັ້ນ ເຂົາກະມີຫູມີຕານໍ ແລະນັກທ່ອງທ່ຽວ ທີ່ວ່າເຂົ້າໄປທ່ຽວ ແຕ່ລະມື້ແຕ່ລະວັນ ນັ້ນ ກະມີຫູມີຕາ ເຂົາອອກມາແລ້ວ ເຂົາກໍເວົ້າວ່າ ກາຊີໂນຄິງໂຣມັນ ນີ້ເປັນບ່ອນມົ້ວສຸມ ທາງດ້ານທີ່ຜິດຜິດກົດໝາຍ ສະນັ້ນແລ້ວ ສະຫະຣັຖອາເມຣິກາ ກ່າວຫານັ້ນ ຄັນສິເວົ້າຢ່າງນຶ່ງ ບໍ່ໄດ້ກ່າວຫາ ແມ່ນເວົ້າຄວາມຈິງ ທີ່ວ່າມັນເກີດຂຶ້ນ ຢູ່ກາຊີໂນຄິງໂຣມັນ ແລະຮ່ວມໄມ້ຮ່ວມມື ໂດຍຄະນະພັກ ແລະຣັຖບາລຂອງ ສປປລາວ."
ກ່ຽວກັບເຣຶ່ອງການຄ້າສັດປ່າແບບຜິດກົດໝາຍ ຢູ່ກາຊີໂກຄິງໂຣມັນ ທີ່ວ່ານັ້ນ ຕາມຣາຍງາຍໃນ ວີດີໂອ ຜ່ານແວັຟໄຊ ຂອງອົງການ EIA ໃນປີ 2015 ແລ້ວແມ່ນວ່າ ພາຍໃນ 2 ມື້ ຊຶ່ງ ເຈົ້າໜ້າທີ່ EIA ໄດ້ເຂົ້າໄປໃນເຂດກາຊີ ໂນຄິງໂຣມັນ ນັ້ນພວກເຂົາ ເຈົ້າໄດ້ເຫັນ ກິຈການຕ່າງໆ ທີ່ຜິດກົດໝາຍ ຫລາຍຢ່າງ.
ຢູ່ຕາມໂຮງແຮມມີແກ້ວເຫລົ້າ ບອງກະດູກເສືອ ຕັ້ງຢູ່ໃນຫ້ອງທີ່ເບີດແປນ, ເວລາ ຢ່າງຕາມທາງຖນົນ ມັນຄ້າຍຄືກັນ ກັບຢູ່ເມືອງຈີນ ທີ່ກວ້າງໃຫຍ່, ມີຮ້ານຄ້າ ແລະ ຮ້ານອາຫານ ຫລູຫລາ ທີ່ແນມເຫັນຮ້ານ ຂາຍເຄື່ອງເອ້ ເຄື່ອງຕ້ອນ ຂອງຂັວນຫລາຍສິ່ງ ຫລາຍຢ່າງ ຊຶ່ງວາງຂາຍ ຮວມທັງຊິ້ນສ່ວນ ຂອງເສືອ, ໜັງເສືອ, ງາຊ້າງ ທີ່ຖືກຄວັດເປັນລວດລາຍ ແລະສັດປ່າຊນິດຕ່າງໆ ທີ່ຜິດກົດໝາຍ ແຕ່ວາງຂາຍ ຫລືວາງສະແດງຢ່າງເປີດແປນ. ໝາຍຄວາມວ່າເຮັດແບບບໍ່ເກງກົວ ເຈົ້າໜ້າທີ່ທາງການ ສປປລາວ ແຕ່ຢ່າງໃດ.
ຢູ່ຂ້າງນອກແຄມທາງ ຈະເຫັນປ້າຍໂຄສະນາອາຫານເປັນພາສາອັງກິດ ແລະ ພາສາຈີນ mandarine ແລະໃນຮ້ານ ອາຫານຫລູຫລາ ມີເຫລົ້າດອງກະດູກເສືອ, ມີຊີ້ນເສືອ, ມີລິ່ນ. ລູກຄ້າຜູ້ໃດຕ້ອງການກໍສັ່ງໄດ້.
ສັດປ່າທີ່ລ້ຽງໄວ້ໃນທີ່ນັ້ນ ບໍ່ກ່ຽວຂ້ອງກັບການລ້ຽງເພື່ອການສຶກສາ, ຄົ້ນຄວ້າ ແລະທົດລອງທາງດ້ານວິທຍາສາດ ຕາມຣະບຽບ ກົດໝາຍ ຂອງ ສປປລາວ ແລະສົນທີສັນຍາ ສາກົນແນວໃດ ແຕ່ຫາກລ້ຽງໄວ້ ສຳລັບຂ້າປຸງແຕ່ງອາຫານ ແລະເອົາຊິ້ນສ່ວນ ຕ່າງໆ ຂອງສັດນັ້ນ ໄປຜລິດເປັນເຄື່ອງປະດັບ ແລະປຸງຢາ ພື້ນເມືອງຈີນ ສໍາລັບພວກນັກທ່ອງທ່ຽວການພະນັນ. ມີໝີໃຫຍ່ 35 ໂຕ, ໝີນ້ອຍ 3 ໂຕ.
ເວລາເຈົ້າໜ້າທີ່ອົງການ EIA ເຂົ້າໄປໃນໂຮງມາກາຊີໂນຄິງໂຣມັນເທື່ອທຳອິດ ເຫັນເສືອ 4 ໂຕຢູ່ໃນກົງເຫລັກ ແລະອີກຫລາຍເດືອນຕໍ່ມາ ກໍເຫັນເສືອ ເຖິງ 26 ໂຕ ແລະຮູ້ວ່າ ສິ່ງທີ່ດຶງດູດ ໃຫ້ຄົນເຂົ້າມາກາຊີໂນ ຫລາຍນັ້ນ ກໍມີທັງງາຊ້າງ ທີ່ຄວັດເປັນຮູບ ແລະລວດລາຍຕ່າງໆ ເປັນເຄື່ອງປະດັບ, ເຄື່ອງເອ້ຂາຍ ແລະທັງຂາຍສັດປ່ານັ້ນ ແບບບໍ່ໜ້າເຊື່ອ ຄືຂາຍແບບເປີດເເປນ ອັນເປັນໄປໃນທາງກົງກັນຂ້າມ ກັບທຸກຢ່າງ ທີ່ທາງຣັຖບາລ ສປປລາວ ສັນຍາເອົາໄວ້ກັບອົງການ ສະຫະປະຊາຊາດ ກ່ຽວກັບ ການຍຸຕິການຄ້າສັດປ່າ ທີ່ຫາຍາກ ແລະໃກ້ຈະສູນ ພັນ ຊຶ່ງ ສປປລາວ ເປັນພາຄີສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍສັດປ່າ ແລະພືດປ່າ ທີ່ໃກ້ຈະສູນພັນຣະຫວ່າງປະເທສ ຫຼື CITES ເມື່ອວັນທີ 30 ພຶສ ພາ 2004 ນັ້ນ.
ການກະທຳຄືດັ່ງກ່າວຂອງ ກາຊີໂນຄິງໂຣມັນ ຈ້າວ ເຫວີຍ ທີ່ວ່ານັ້ນ ຫຼາຍ ຄົນເວົ້າວ່າ ບໍ່ພຽງແຕ່ເປັນການຣະເມີດ ສົນທິສັນຍາສາກົນ ດັ່ງກ່າວ ຊຶ່ງ ສປປລາວ ເປັນພາຄີມາໄດ້ເກືອບ 14 ປີ ແລະຖືກອົງການຄຸ້ມຄອງສັດປ່າໂລກ ຣະ ບຸວ່າ ສປປລາວ ເປັນສູນກາງການລັກລອບຄ້າສັດປ່າ ແລະຂົນສົ່ງສັດປ່າໃຫຍ່ທີ່ສຸດໃນເອເຊັຍເທົ່ານັ້ນ ແມ່ນແຕ່ກົດໝາຍວ່າດ້ວຍສັດນ້ຳ ແລະສັດປ່າ ຂອງ ສປປລາວ ເອງ ກໍຍັງລ່ວງຣະເມີດ ຢ່າງເປີດແປນ ຮວມທັງມາດຕຣາ 23, 34 ແລະ 35 ທີ່ກຳນົດ ກ່ຽວກັບການຂຶ້ນທະບຽນ ແລະການແຈ້ງບັນຊີ, ການດຳເນີນທຸຣະກິດ ແລະການອະນຸຍາດ ດຳເນີນທຸຣະກິດ ກ່ຽວ ສັດນໍ້າ ແລະສັດປ່ານັ້ນນຳດ້ວຍ.
ເພື່ອເຮັດໃຫ້ບັນຫາດັ່ງກ່າວຫລຸດຜ່ອນລົງ ແລະໝົດຊິ້ນໄປຈາກ ສປປລາວ ນັ້ນເມື່ອບໍ່ດົນມານີ້ ຄືແຕ່ມື້ວັນທີ 27 ກຸມພາ ຫາ 1 ມີນາ 2018 ສະຖາບັນຊ່ວຍເຫຼືອ ດ້ານກົດໝາຍ ແລະວິຊາການ (ILSTA) ແລະອົງການ ອັຍການປະຊາຊົນ ສູງສຸດແຫ່ງ ສປປລາວ ກໍໄດ້ຮ່ວມກັນຈັດກອງປະຊຸມ ກ່ຽວກັບການສ້າງຄວາມເຂັ້ມແຂງ ໃນການຕ້ານອາຊຍາກັມຂ້າມຊາດ ທີ່ມີການຈັດຕັ້ງ ໂດຍສະເພາະ ຢາເສບຕິດ ແລະຟອກເງິນຂຶ້ນ ທີ່ນະຄອນຫຼວງວຽງຈັນ ຊຶ່ງໃນນັ້ນ ມີຜູ້ຕ່າງໜ້າ ກະຊວງການຕ່າງປະເທດ,
ທະນາຄານແຫ່ງ ສປປລາວ, ກະຊວງຍຸຕິທັມ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນ ຄວາມສງົບ, ກະຊວງແຮງງານ ແລະສວັດດິການສັງຄົມ ແລະອົງການ ທີ່ກ່ຽວຂ້ອງອື່ນໆຂອງ ສປປລາວ ເຂົ້າຮ່ວມຫາລືແລກປ່ຽນບົດຮຽນ ແລະປະສົບການ ກ່ຽວກັບການຮ່ວມມືຕ້ານອາຊຍາກຳຢາເສບຕິດ, ການຟອກເງິນ, ການຄ້າສັດປ່າ ແລະອາຊະຍາກັມອື່ນໆ.
ໃນກອງປະຊຸມດັ່ງກ່າວ ທ່ານ ບຸນຍັງ ຈັນດາລາສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປລາວ ໄດ້ກ່າວວ່າ ອາຊະຍາກັມຂ້າມຊາດ ທີ່ມີການຈັດຕັ້ງ ຜ່ານມາເປັນບັນຫາ ທີ່ພົ້ນເດັ່ນ ທີ່ມີສ່ວນກ່ຽວຂ້ອງກັບການປົກປ້ອງ ກົດໝາຍ ແລະສັ່ງຟ້ອງຜູ້ກະທໍາຜິດ ຂຶ້ນຕັດສິນ, ທັງເປັນໄພຂົ່ມຂູ່ ແລະ ສິ່ງທ້າທາຍ ຕໍ່ການປົກຄອງຣັຖ ດ້ວຍກົດໝາຍ ແລະການປົກຄອງທີ່ດີ... ແລະທັງວ່າ ອາຊຍາກັມດັ່ງກ່າວ ຍັງໄດ້ແຜ່ລາມອອກໄປ ແລະເປັນອັນຕະລາຍ, ເພີ່ມຄວາມຮ້າຍແຮງ ຂຶ້ນເລື້ອຍໆ ແລະສິ່ງທີ່ຮ້າຍແຮງ ກວ່ານັ້ນ ຄືອາຊຍາກັມ ດັ່ງກ່າວໄດ້ປ່ຽນຈາກການກະທໍາຜິດ ໃນຣະດັບທ້ອງຖິ່ນ ກາຍເປັນການກະທໍາຜິດ ໃນຣະກັບຊາດ ແລະຣະກັບສາກົນໃນ ປັດຈຸບັນ. ແລະທັງວ່າ ເພື່ອເຮັດໃຫ້ບັນຫາດັ່ງ ກ່າວ ໄດ້ຮັບການແກ້ໄຂ,
ພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດກົດໝາຍ ຕ້ອງຊ່ວຍເຫຼືອຊຶ່ງກັນແລະກັນ ແລະການຮ່ວມມືກັບສາກົນ ຈຶ່ງຈະສາມາດ ຕອບໂຕ້ຄືນ ທຸກການກະທໍາຜິດ ທີ່ເກີດຂຶ້ນ ຢ່າງຮີບດ່ວນ ແລະທັນການ ເພື່ອນໍາເອົາ ຜູ້ກະທໍາຜິດມາລົງໂທດ. ແຕ່ເມື່ອເບິ່ງ ສະພາບການທົ່ວໄປຢູ່ ສປປລາວ ໃນຣະຍະຜ່ານມາ ແລະໃນປັດຈຸ ບັນນີ້ແລ້ວ ຫລາຍຄົນເວົ້າວ່າ ເປັນການຍາກທີ່ສຸດ ຫລືອາຈເປັນໄປບໍ່ໄດ້ ທີ່ຈະຕ້ານອາຊຍາກັມ ຂ້າມຊາດ ທີ່ມີການຈັດຕັ້ງ ຊຶ່ງມີທັງອາຊຍາກັມຢາເສບຕິດ, ການຟອກເງິນ,
ການຄ້າມະນຸດ, ຄ້າສັດປ່າ ແລະໃຫ້ສິນບົນ ຮວມທັງຢູ່ໃນກາຊີໂນຄິງໂຣມັນ ຈ້າວ ເຫລີຍ ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ຂອງກຸ່ມບໍຣິສັດ ດອກງິ້ວຄໍາ ຂອງຈີນ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວນັ້ນໄດ້ຍ້ອນວ່າ ຢູ່ ສປປລາວ ຣະບຽບກົດໝາຍ ທີ່ມີຢູ່ 120 ປາຍສະບັບ ຊຶ່ງມີຜົນບັງຄັບໃຊ້ ໃນປັດຈຸບັນນີ້ນັ້ນ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງ ພໍເທົ່າໃດ ແມ່ນແຕ່ທ່ານ ຈູມມາລີ ໄຊບະສອນ ສມັຍທີ່ທ່ານເປັນຫົວໜ້າ ພັກປະຊາຊົນ ປະຕິວັດລາວ ກໍຍັງຍອມຮັບຮູ້ ຢູ່ໃນກອງປະຊຸມ ໃຫຍ່ຄັ້ງທີ 9 ຂອງພັກວ່າ:
ການຮັບຮູ້ຄືດັ່ງກ່າວ ເປັນສິ່ງສໍາຄັນທີ່ຊີ້ບອກໃຫ້ຮູ້ວ່າ ການທີ່ຈະເຮັດໃຫ້ປະເທສລາວ ເປັນຣັຖແຫ່ງກົດໝາຍ ຄືມີການປົກຄອງ ດ້ວຍກົດໝາຍນັ້ນ ແມ່ນຍັງອີກດົນ ຫລືອາຈເປັນຄືກັນກັບ ຫລາຍຄົນເວົ້າວ່າ ເປັນໄປບໍ່ໄດ້ ຖ້າຍັງມີພັກດຽວ ຄືພັກ ປະຊາຊົນ ປະຕິວັດລາວ ຜູກຂາດອໍານາດ ແບບຜະເດັດການ ທີ່ໃຊ້ສິດກໍານົດຖານະບົດບາດ ຂອງຕົນເອງໄວ້ ໃນຣັຖທໍາມະນູນ ແລະກົດໝາຍຂອງ ສປປລາວ ຄືໃນສູ່ມື້ນີ້.
ກາຊີໂນຄິງໂຣມັນ ຊຶ່ງແມ່ນທ່ານ ຈ້າວ ເຫວີຍ ຄົນຈີນມາກາວ ເປັນເຈົ້າຂອງ ທີ່ເຂດເສຖກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ພາກເໜືອຂອງລາວ ຖືກກະຊວງການຄັງ ສະຫະຣັຖອາເມຣິກາ ກ່າວຫາວ່າ ເປັນອົງການອາຊຍາກັມ ຂ້າມຊາດ ຊຶ່ງມີທັງການຄ້າ ຢາເສບຕິດ, ຟອກເງິນ, ໃຫ້ສິນບົນ, ຄ້າມະນຸດ, ຄ້າສັດປ່າ. ພ້ອມກັນນັ້ນກໍເອົາ 3 ບໍຣິສັດ ແລະ 4 ຄົນເຂົ້າໃນບັນຊີດຳຂອງສະຫະຣັຖ. ຜູ້ທີ 1 ຄື: ຈ້າວ ເຫວີຍ ປະທານສະພາ ບໍຣິຫານ ເຂດເສຖກິດພິເສດ ສາມຫລ່ຽມຄຳ, ປະທານກຸ່ມ ບໍຣິສັດດອກງິ້ວຄໍາ, ຜູ້ບໍຣິຫານສູງສຸດ ແລະເປັນເຈົ້າຂອງກາຊີໂນ ຄິງໂຣມັນ, ໃຫ້ສິນບົນແບບບໍ່ມີຂອບເຂດ ເພື່ອອໍານວຍຄວາມສະດວກ ໃນການຟອກເງິນ, ຄ້າຂາຍ ຢາເສບຕິດ ແລະຄ້າຂາຍສັດ ປ່າຢູ່ໂຮງກາຊີ ໂນຄິງໂຣມັນ; ຜູ້ທີ 2 ຄືນາງ ຊູ ກູ່ສິນ (Quiqin Su) ຄົນຈີນ ພັລຍາຂອງ ຈ້າວ ເຫວີຍ ເປັນຜູ້ອໍານວຍການ ກາຊີໂນຄິງໂຣມັນ, ເປັນຜູ້ສນັບສນູນ ທາງດ້ານວັດຖຸ ແລະເປັນຜູ້ວ່າການ ຫລືເປັນຜູ້ຕາງໜ້າ ຈ້າວ ເຫວີຍ; ຜູູ້ທີ 3 ຄື Eberahim Abbas ຄົນສັນຊາດ ອອສເຕຣເລັຍ, ປັດຈຸບັນ ຮັບ ຜິດຊອບດ້ານຄວາມປອດພັຍໃນໂຮງກາຊີໂນຄິງ ໂຣມັນ ແລະເປັນອາດີດຜູ້ຈັດການກາຊີໂນຄິງໂຣມັນ ແລະທັງເປັນຜູ້ຕາງໜ້າ ອົງການອາຊຍາກໍາຂ້າມຊາດ ຂອງ ຈ້າວ ເຫວີຍ, ມີໜ້າທີ່ໃຫ້ສິນບົນໃນນາມ ຈາວ ເຫວີຍ ແລະຜູ້ທີ 4 ຄືທ່ານ ນັດ ຣຸ່ງຕາວັນຄີຣີ ເປັນຜູ້ອໍານວຍການກາຊີໂນຄິງໂຣມັນ ແລະມີໜ້າທີ່ເຄື່ອນຍ້າຍເງິນໃນນາມ ຈ້າວ ເຫວີຍ.