ໝອກຄວັນໄຟໄໝ້ປ່າ ພາກເໜືອ ສ້າງບັນຫາ
ບັນຫາ ໝອກຄວັນ ໃນ ແຂວງພາກເໜືອ ຂອງລາວ ຍັງຮ້າຍແຮງ ຍ້ອນໄຟໄໝ້ປ່າ ປັດຈຸບັນ ກໍຍັງມອດ ບໍ່ທັນໝົດ ເທື່ອ.
-
ສຸພັດຕາ
2020-04-07 -
-
-
Your browser doesn’t support HTML5 audio
ບັນຫາໝອກຄວັນແລະຝຸ່ນຂນາດນ້ອຍ ຫຼື PM 2.5 ໃນແຂວງພາກເໜືອຂອງລາວ ທີ່ເກີດຈາກໄຟໄໝ້ປ່າ ຍັງເກີນຄ່າມາຕຖານ ທີ່ຣະດັບ 160 ຕາມຂໍ້ມູນເວັບໄຊ Airvisual ໃນວັນທີ 7 ເມສາ ນີ້ ຊຶ່ງຢູ່ໃນຣະດັບ ທີ່ສົ່ງຜົລກະທົບຕໍ່ສຸຂພາບ, ດັ່ງປະຊາຊົນໃນແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ເມສານີ້ວ່າ ດຽວນີ້ປະຊາຊົນ ໃນແຂວງອຸດົມໄຊ ໄດ້ຮັບຜົລກະທົບຫຼາຍ ທັງເສດຂີ້ເຖົ່າຈາກ ໄຟປ່າ ປິວມາໃສ່ເຮືອນ ແລະຝຸ່ນຂນາດນ້ອຍ ທີ່ເກີນຄ່າມາຕຖານ:
“ຜົລກະທົບຫຼາຍສຸດລະແມ່ນ ເຣື່ອງຄວັນໄຟດຽວນີ້ຫັ່ນ ໝອກຄວັນອີກມີຂີ້ເຖົ່າໄຟໄໝ້ຫັ່ນ ມັນຫຼາຍປິວມາໃສ່ເຮືອນໄໝ້ ອຸດົມໄຊ ກັບແຂວງ ຫຼວງນໍ້າທາ 2 ແຂວງ ທາງຜົ້ງສາລີ ກໍບໍ່ຫຼາຍດອກໄຟໄໝ້ສ່ວນຫຼາຍ ແມ່ນແຂວງອຸດົມໄຊນີ້ ເຣື່ອງອຸປກອນ ເຣື່ອງເຄື່ອງດັບເພີງຂຶ້ນໄປຫາ ມັນບໍ່ໄດ້ ມີແຕ່ຄົນຂຶ້ນໄປ ຮ້າຍແຮງຫຼາຍ.”
ທ່ານກ່າວຕື່ມວ່າ ເຫັນແຕ່ທາງການ ແຈ້ງເຕືອນປະຊາຊົນໃຫ້ຣະມັດຣະວັງ ເຫດໄຟໄໝ້ປ່າ ແລະຫ້າມຈູູດໄຮ່ຊະຊາຍແຕ່ເຣື້ອງການປ້ອງກັນ ໂຕເອງ ຈາກບັນຫາໝອກຄວັນ ແລະຝຸ່ນຂນາດນ້ອຍ ທີ່ເກີນຄ່າ ມາຕຖານ ແລະເປັນອັນຕະລາຍ ຕໍ່ສຸຂພາບກັບປະຊາຊົນນັ້ນ ບໍ່ທັນເຫັນ ທາງການ ລົງມາຕິດຕາມກວດກາ ຫຼືແນະນໍາໃຫ້ປະຊາຊົນ ປ້ອງກັນແນວໃດເທື່ອ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງອຸດົມໄຊ ທ່ານນຶ່ງທີ່ບໍ່ປະສົງອອກຊື່ແລະສຽງໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: ປັດຈຸບັນຍັງບໍ່ໄດ້ມີ ແຈ້ງການ ກ່ຽວກັບມາຕການປ້ອງກັນ ບັນຫາໝອກຄວັນ ແລະຝຸ່ນຂນາດນ້ອຍ ທີ່ເກີດຈາກໄຟໄໝ້ປ່າ ໃຫ້ກັບປະຊາຊົນເທື່ອ ມີແຕ່ໃຫ້ປະຊາຊົນເຝົ້າຣະວັງຊື່ືໆ.
ໃນຂນະທີ່ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງອຸດົມໄຊ ກ່າວວ່າດຽວນີ້ບັນຫາໝອກຄວັນ ແລະຝຸ່ນຂນາດນ້ອຍ ຢູ່ແຂວງພາກເໜືອ ຂອງປະເທດລາວ ເຣີ້ມຫຼຸດລົງຫຼາຍ ຍ້ອນບາງແຂວງ ມີຝົນຕົກໃສ່ ແຕ່ໄລຍະຜ່ານມາ ໄດ້ແຈ້ງເຕືອນໃຫ້ປະຊາຊົນ ຕຣຽມພ້ອມໃນການ ປ້ອງກັນໂຕເອງ ໂດຍການໃສ່ຜ້າອັດປາກອັດດັງ ເວລາທີ່ຈະອອກຈາກເຮືອນ:
“ກະຄືວ່າ ບໍ່ມີບັນຫາຫຼາຍແລ້ວ ຫຼຸດຜ່ອນລົງຫຼາຍແລ້ວ ມີແຈ້ງການແຈ້ງຫຍັງແລ້ວ ແນະນໍາປະຊາຊົນຫັ່ນແຫຼະ.”
ບັນຫາໝອກຄວັນແລະຝຸ່ນຂນາດນ້ອຍ ໃນແຂວງພາກເໜືອຂອງປະເທດລາວ ສາເຫດມາຈາກ ການຈູດໄຮ່ຂອງປະຊາຊົນ ໂດຍຈູດແລ້ວ ກໍປ່ອຍປະລະເລີຍ ຈົນແຜ່ລາມເປັນວົງກວ້າງ, ດັ່ງເຈົ້າໜ້າທີ່ຫ້ອງການ ປົກຄອງແຂວງອຸດົມໄຊ ທ່ານນຶ່ງກ່າວວ່າ ດຽວນີ້ແຂວງອຸດົມໄຊ ຖືວ່າໄດ້ຮັບຜົລກະທົບໜັກທີ່ສຸດຈາກໄຟໄໝ້ປ່າ ຍ້ອນໄຟລາມເຂົ້າໄປໃນເຂດປ່າສງວນແຫ່ງຊາດ ເຂດພູຫີຜີ ຊຶ່ງຍັງບໍ່ສາມາດ ຄວບຄຸມ ໄຟໄໝ້ ໄດ້ເທື່ອ:
“ກະຍ້ອນຂະເຈົ້າຈູດໄຮ່ ຈູດແລ້ວບ່ມີການ ທີ່ວ່າໄປເກັ່ຽປ່າຫັ່ນນາ ຈູດແລ້ວມັນລາມໄປເລີຍຫັ້ນນາ ເຮົາມອດໃຫ້ທັນເວລາ ເພາະບໍ່ໃຫ້ມັນ ແຜ່ລາມໄປວົງກວ້າງ, ຈັກທະຫານ ຈັກຕໍາຣວດ ຈັກປະຊາຊົນແລ້ວ ຂຶ້ນມອດທັງເວັນທັງຄືນ ບໍ່ໄດ້ຢູ່ໄດ້ເຊົາ ສະກັດກັ້ນເພື່ອບໍ່ໃຫ້ມັນແຜ່ ລາມອອກໄປວົງກວ້າງຫັ້ນ.”
ທ່ານເວົ້າວ່າດຽວນີ້ ມີເຈົ້າໜ້າທີ່ທະຫານຕໍາຣວດ ອາສາສມັກ ແລະປະຊາຊົນໃນພື້ນທີ່ປະມານ 100 ປາຍຄົນຍັງລົງປະຕິບັດໜ້າທີ່ສະກັດ ກັ້ນຄວບຄຸມເຫດໄຟໄໝ້ ໃນເຂດປ່າສງວນແຫ່ງຊາດໝົດມື້ໝົດຄືນ ແຕ່ກໍຍັງມີບັນຫາຫຍຸ້ງຍາກ ເນື່ອງຈາກບໍ່ມີອຸປກອນດັບເພີງ ຫຼື ຍົນ ດັບເພີງ ເພາະຈຸດໄຟໄໝ້ ເປັນເຂດພູສູງ ເປັນປ່າເລິກ ເດີນທາງເຂົ້າໄປລໍາບາກ.
ອີງຕາມຣາຍງານຂອງທາງການລາວ ໃນມື້ວັນທີ 6 ເມສານີ້ຣະບຸວ່າ ເບື້ອງຕົ້ນເຫດໄຟໄໝ້ປ່າ ສະເພາະແຂວງອຸດົມໄຊ ເນື້ອທີ່ປ່າທີ່ຖືກ ໄຟໄໝ້ເສັຍຫາຍທັງໝົດປະມານ 18 ພັນເຮັກຕ້າ ໃນນີ້ມີປ່າສງວນ ແຫ່ງຊາດ ພູຫີຜີ 7 ພັນປາຍເຮັກຕ້າ ກວມເອົາກວມເອົາ 18 ບ້ານ, ປ່າຜລິດແຫ່ງຊາດສາຍນໍ້າງາ 6 ພັນປາຍເຮັກຕ້າ ກວມເອົາ 7 ບ້ານ, ປ່າຜລິດແຫ່ງຊາດສາຍນໍ້າພາກ 1 ພັນປາຍເຮັກຕ້າ ກວມເອົາ 2 ບ້ານ ແລະປ່າປະເພດອື່ນໆ ໃນເມືອງຕ່າງໆ ອີກ 4 ພັນເຮັກຕ້າ.
ນອກຈາກແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບໜັກຈາກໄຟໄໝ້ປ່າແລ້ວນັ້ນ ຍັງມີເນື້ອທີ່ປ່າອີກຫຼາຍແຂວງທີ່ຖືກໄຟໄໝ້ ແຕ່ຍັງບໍ່ທັນມີ ຣາຍງານ ແລະຜົນສລຸບຄວາມເສັຍຫາຍເທື່ອ ເປັນຕົ້ນ ແຂວງຫຼວງນໍ້າທາ, ຜົ້ງສາລີ, ຫຼວງພຣະບາງ ແລະແຂວງບໍ່ແກ້ວ.