ເມື່ອວັນທີ 16 ກັນຍາ 2020 ນີ້, ຊ້າງປ່າປະມານ 5 ໂຕ ອອກຈາກປ່າ ມາກິນຜົລປູກຂອງຊາວບ້ານ ທີ່ເມືອງວິລະບູຣີ ແຂວງສວັນນະເຂດ ເສັຽຫາຍຫຼາຍສົມຄວນ. ໃນນັ້ນ, ເຂົ້າໃນນາ ທີ່ກໍາລັງເຕີບໂຕ ແລະ ຖຽງນາຂອງປະຊາຊົນ 2 ຄອບຄົວເສັຽຫາຍ. ດັ່ງຊາວບ້ານ ບ້ານທາດ ເມືອງວິລະບູຣີ ຜູ້ຂໍສງວນຊື່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກັນຍານີ້ວ່າ:
"5-6 ໂຕໄດ໋ ມັນລົງມາຕອນກາງ ມັນລົງມາຫາກິນເຂົ້າ ຂອງຊາວບ້ານນີ້ແຫຼະ ກໍມີເສັຽຫາຍໜ້ອຍນຶ່ງ ມັນມາເລື້ອຍໆແຫຼະ ຊ່ວງນີ້ ມັນລົງມາຫາຂອງກິນ."
ທ່ານກ່າວຕື່ມວ່າ ຊ້າງປ່າອອກມາ ກິນຜົລປູກ ຂອງຊາວບ້ານ ເປັນປະຈໍາທຸກປີ, ໂດຍສະເພາະ ໃນຣະດູຝົນ ເພາະເປັນໄລຍະ ທີ່ຊາວບ້ານເຮັດນາ ເຮັດສວນ. ຊ້າງປ່າມັກອອກມາ ຫາກິນໃນຍາມ ຕອນແລງ ແລະ ຕອນກາງຄືນ, ເຊິ່ງເປັນເວລາ ທີ່ຊາວນາ ຊາວສວນ ບໍ່ຢູ່ຮັກສາ.
ແລະ ຊາວບ້ານ ບ້ານທາດ ຜູ້ຂໍສງວນຊື່ຄືກັນນັ້ນ, ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ທີ່ຜ່ານມາ ຊ້າງປ່າຝູງນີ້ ຈະອອກມາກິນຜົລປູກ ຂອງຊາວບ້ານ ຫຼາຍເທື່ອ, ເຊິ່ງໃນແຕ່ລະມື້ ຈະອອກມາ 5-6 ໂຕ ໂດຍສະເພາະແມ່ນ ຕອນກາງຄືນ. ດັ່ງທີ່ທ່ານກ່າວວ່າ:
“5-6 ໂຕ ບໍ່ຄ່ອຍເຫັນມັນດອກ ເວລາມັນລົງມາ ຕອນກາງຄືນມັນມັກ ເຫັນເຂົາວ່າ ແບບຊ້າງມັກລົງມາ ຕລອດແຫຼະ ມັກເຂົ້າສວນ 4-5 ວັນ ມັນຈະລົງມາຄັ້ງນຶ່ງ.”
ເວົ້າເຖິງການຊ່ອຍເຫຼືອ ຂອງທາງການ, ຊາວບ້ານທັງ 2 ຄອບຄົວ ທີ່ເຂົ້າໃນນາ ແລະ ຖຽງນາເສັຽຫາຍ ຍ້ອນຊ້າງປ່າມາກິນ ແລະ ມ້າງເພນັ້ນ ເວົ້າຄືກັນວ່າ ເຣື່ອງຄວາມເສັຽຫາຍ ຄືເຂົ້າໃນນາ ແລະ ຖຽງນານັ້ນ, ຍັງບໍ່ເຫັນວ່າ ທາງການເມືອງ ຫຼືແຂວງ ເພິ່ນວ່າແນວໃດ ຈະມາຊ່ອຍເຫຼືອ ຫຼືບໍ່ ກໍບໍ່ຮູ້.
ກ່ຽວກັບເຣື່ອງທີ່ວ່ານີ້, ເຈົ້າໜ້າທີ່ ຜແນກກະສິກໍາ ແລະ ປ່າໄມ້ ແຂວງສວັນນະເຂດ ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກັນຍານີ້ວ່າ ຖືເປັນເຣື່ອງປົກກະຕິ ທີ່ຊ້າງປ່າ ຈະອອກມາຫາກິນຕາມທົ່ງນາ ແລະ ສວນຂອງຊາວບ້ານ ເນື່ອງຈາກວ່າ ອາຫານໃນປ່າ ທີ່ຊ້າງຫາກິນໄດ້ ເປັນປົກກະຕິນັ້ນ ຫລຸດໜ້ອຍລົງ ແລະ ໃນໄລຍະນີ້ ພືດຜົລທາງການກະເສດ ຂອງຊາວບ້ານ ກໍກໍາລັງເຕີບໂຕ. ດັ່ງທີ່ທ່ານກ່າວວ່າ:
“ໂຕທີ່ລົງມານີ໋ ທໍາລາຍນີ໋ 5-6 ໂຕນີ໋ແຫຼະ ເສັຽຫາຍກໍເຂົ້າໄຮ່ ຈໍານວນນຶ່ງ. ຜົລປູກ ຂອງປະຊາຊົນ ກໍາລັງສິອອກຜົລ ໃນຊ່ວງນີ້ແຫຼະ ເພິ່ນກໍ ມອບບັ້ງເຂົ້າໂພດ ຂັບໄລ່ ພໍໄດ້ເຮັດແຕ່ສໍ່ານັ້ນ ໄດ້ແຕ່ໄລ່ ພໍໄດ້ເຮັດແຕ່ສໍ່ານັ້ນ ໃຊ້ແຕ່ໄລ່. ສ່ວນວ່າ ເພິ່ນໄດ້ມີມາຕການ ເຮັດໃຫ້ ມັນກັບໄປ ຖືວ່າບໍ່ມີ ໄປກໍລົງມາຄືເກົ່າ. ປັດຈຸບັນນີ້, ຢູ່ເທິງພູເທິງຫຍັງນີ້ ມັນບໍ່ມີແນວກິນແລ້ວ.”
ທ່ານກ່າວຕື່ມອີກວ່າ ສໍາລັບມາຕການ ເຝົ້າຣະວັງຊ້າງປ່າ ທີ່ເຂົ້າມາກິນ ຜົລປູກ ຂອງຊາວບ້ານນີ້, ຍັງບໍ່ມີມາຕຖານ ທີ່ເປັນແນວທາງປະຕິບັດ ແບບເປັນຮູບປະທໍາເທື່ອ, ມີແຕ່ວ່າ ເມື່ອຊ້າງອອກມາ ແຕ່ປ່າ ກໍຈະຈູດບັ້ງກະໂພກໄລ່, ເຊິ່ງເປັນວິທີ ການໄລ່ຊ້າງ ທີ່ໄດ້ຜົລດີ ເພາະຊ້າງປ່າ ຢ້ານສຽງດັງ. ແລະວ່າ ເພື່ອເປັນການ ອະນຸຮັກຊ້າງປ່າ, ເຊິ່ງປັດຈຸບັນ ຄາດວ່າ ຢູ່ແຂວງສວັນນະເຂດ ມີຊ້າງປ່າ ປະມານ 20 ໂຕນັ້ນ ໃຫ້ຄົງຢູ່ ກັບປ່າທັມຊາດ ຕລອດໄປ. ທາງການແຂວງສວັນນະເຂດ ກໍໄດ້ພະຍາຍາມ ໂຄສະນາ ບໍ່ໃຫ້ຊາວບ້ານ ໄລ່ຊ້າງປ່າ ໂດຍໃຊ້ປືນຍິງ ຫຼືໄລ່ຕີ ເພາະຈະເຮັດໃຫ້ ຊ້າງຕື່ນ ຊ້າງຢ້ານ.