ຊາວບ້ານກັງວົນນໍາ ນໍ້າເສັຽຈາກບໍ່ພູຄຳ
ຊາວບ້ານ ໃນເຂດ ທ້ອງຖິ່ນ ເປັນຫ່ວງ ກ່ຽວກັບ ສະພາບ ນ້ຳເສັຽ ຈາກ ບໍ່ແຮ່ ພູຄຳ ທີ່ເຮັດໃຫ້ ລໍານໍ້າ ເປິເປື້ອນ ເພີ້ມຂຶ້ນ ເລື້ອຍໆ.
-
2013-06-21 -
-
-
Your browser doesn’t support HTML5 audio
ຊາວບ້ານ ໃນເຂດ ທ້ອງຖິ່ນ ເປັນຫ່ວງ ກ່ຽວກັບ ສະພາບ ນ້ຳເສັຽ ຈາກ ບໍ່ແຮ່ ພູຄຳ ທີ່ເຮັດໃຫ້ ລໍານໍ້າ ເປິເປື້ອນ ເພີ້ມຂຶ້ນ ເລື້ອຍໆ.
ໂຄງການ ຂຸດຄົ້ນ ບໍ່ຄຳ ທີ່ພູຄຳ ໃນລາວ ຂອງ ບໍຣິສັດ ແຟນອອສ ໄດ້ ປະເຊີນກັບ ການວິພາກ ວິຈານ ຈາກ ປະຊາຊົນ ທ້ອງຖິ່ນ ກ່ຽວກັບ ນ້ຳເສັຽ ທີ່ເພິ້ມຂຶ້ນ ເລຶ້ອຍໆ ໃນລໍານ້ຳ ທັມມະຊາດ ທີ່ ປະຊາຊົນ ກິນ ແລະ ໃຊ້ ປະຈຳວັນ ທັ້ງໆທີ່ ໂຄງການ ດັ່ງກ່າວ ເຫັນພ້ອມຈາກ ເຈົ້າຫນ້າທີ່ ສິ່ງແວດລ້ອມ. ບັນຫາ ການນາບຂູ່ ຈາກ ນ້ຳເສັຽ ແລະ ຣາຄາຄຳ ຕົກຕ່ຳ ເປັນພັຍ ຕໍ່ ການດຳເນີນງານ ຂອງ ບໍຣິສັດ ແພນອອສ ໃນລາວ.
ການເພິ້ມຂຶ້ນ ຂອງ ຄວາມບໍ່ພໍໃຈ ທາງດ້ານ ສະພາບແວດລ້ອມ ຕໍ່ ໂຄງການ ຂຸດຄົ້ນຄຳ ຂອງ ບໍຣິສັດ ແຟນອອສ ໃນລາວ ຈາກຊາວບ້ານ ສ້າງຄວາມກັງວົນ ໃຫ້ແກ່ ບໍຣິສັດ ຢ່າງໃຫຍ່ ເຮັດໃຫ້ ບໍຣິສັດ ຖື ເຣື້ອງນ້ຳເສັຽ ເປັນບັນຫາ ທ້າທາຍ ທີ່ສຳຄັນ ໃນການ ຂຸດຄົ້ນ ແຮ່ທາດ ໃນລາວ.
ບໍຣິສັດ ແພນອອສ ທີ່ມີສູນກາງ ຢູ່ ປະເທດ ອອສເຕຣເລັຽ ໄດ້ຮັບ ສຳປະທານ ຂຸດຄຳ ແລະ ທອງແດງ ໃນລາວ ໃນ ສອງໂຄງການ ໃນເຂດພາກເຫນືອ ຂອງ ແຂວງວຽງຈັນ ໃນເວລານີ້ ແລະ ກຳລັງສຶກສາ ຄວາມເປັນໄປໄດ້ ໃນການ ຂຸດຄົ້ນ ບໍ່ ແຫ່ງ ທີສາມ ໃນປີນີ້.
ບໍ່ທອງແດງ ແລະບໍ່ຄຳ ໃນເຂດ ພູຄຳ ໄດ້ເລິ້ມ ດຳເນີນງານ ປີ 2008 ໃນຂະນະທີ່ ບໍ່ຄຳ ແລະ ເງິນ ທີ່ຂຸດ ໃນຣາຄາຖືກ ທີ່ ບ້ານຫວ້ຍຊາຍ ໄດ້ເລິ້ມ ກິຈການ ໃນປີ 2012. ບໍຣິສັດ ອອສເຕຣເລັຽ ນອກຈາກ ແພນອອສ ແລ້ວ ທີ່ມາ ຂຸດຄົ້ນຄຳ ໃນລາວ ກໍຍັງມີ ບໍຣິສັດ ໂອຊີອານາ ທີ່ ບໍ່ຄຳເຊໂປນ ທີ່ ແຂວງ ສວັນນະເຂດ ນຳອີກ.