ນໍ້າຂອງ, ນໍ້າສາຂາ ສືບຕໍ່​ບົກ​ແຫ້ງ

​ນ້ຳ​ຂອງ​ບົກ​ແຫ້ງ ເຮັດ​ໃຫ້ ພາ​ກ​ສ່ວນຣັດວິສາຫະກິຈ ນໍ້າປະປາ ຕ້ອງ​ໄດ້​ນຳໃຊ້ນໍ້າງື່ມ ມາຜລິດນໍ້າປະປາ ແທນນໍ້າຂອງ ເພື່ອ​ໃຫ້​ປະ​ຊາ​ຊົນ ໃນ​ເຂດ​ນະ​ຄອນ​ຫຼວງ ມີ​ນ້ຳ​ໃຊ້.

ສະພາບ ນໍ້າຂອງ ທີ່ບົກແຫ້ງ ໃນນະຄອນ ຫຼວງວຽງຈັນ. RFA

ຣັດວິສາຫະກິຈ ນໍ້າປະປາ ນະຄອນຫຼວງວຽງຈັນ ບໍ່ສາມາດຜລິດນໍ້າປະປາ ໄດ້ຕາມປົກກະຕິ ຍ້ອນຣະດັບນໍ້າຂອງ ໃນເຂດນະຄອນຫຼວງ ບົກແຫ້ງ ຢ່າງໜັກ ເຮັດໃຫ້ຣັດວິສາຫະກິຈ ນໍ້າປະປາ ຫັນໄປໃຊ້ນໍ້າງື່ມ 2 ບ່ອນ ມາຜລິດນໍ້າປະປາ ເພື່ອໃຫ້ ປະຊາຊົນ ເຂດນະຄອນຫຼວງ ມີນໍ້າໃຊ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຣັດວິສາຫະກິຈ ນໍ້າປະປາ ນະຄອນຫຼວງວຽງຈັນ ຕໍ່ ອາ​ຣ ແອັ​ຟ ເອ (RFA) ໃນມື້ວັນທີ 11 ກຸມພານີ້:

"ນໍ້າຂອງແຫ້ງ ເອົານໍ້າເອົາງື່ມ ມາຊ່ວຍເດ໋ ນໍ້າງື່ມ 2 ບ່ອນເດ໊ ມີດົງໝາກຄາຍ ມີແສນດິນ ມາຊ່ວຍເດ໊ ນໍ້າປະປາ ປົກກະຕິໃດ໊ ຂະເຈົ້າເອົາ ນໍ້າງື່ມມາຊ່ວຍ.”

ທ່ານກ່າວຕື່ມວ່າ ນໍ້າງື່ມ ທັງ 2 ຈຸດ ທີ່ຣັດວິສາຫະກິຈ ນໍ້າປະປາ ຜລິດນໍ້າປະປາ ຊົ່ວຄາວ ໃນໄລຍະ ນໍ້າຂອງບົກແຫ້ງຢູ່ນີ້ ຍັງມີນໍ້າພຽງພໍ ສໍາລັບຜລິດ ນໍ້າປະປາ ເພື່ອສນອງ ໃຫ້ປະຊາຊົນ ໄດ້ໃຊ້ປະມານ 3-4 ເດືອນ. ແລະ ຄາດຫວັງວ່າ ຫລັງຈາກນັ້ນ ຝົນຈະຕົກລົງມາ ຊຶ່ງຈະ ເຮັດໃຫ້ປະຣິມານ ນໍ້າໃນແມ່ນໍ້າຂອງ ສູງຂຶ້ນ.

ເມື່ອທ້າຍປີ 2019 ຣັດວິສາຫະກິຈ ນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການວ່າ ໃນສະພາບ ປັດຈຸບັນ ດິນຟ້າອາກາດ ແຫ້ງແລ້ງ ເຮັດໃຫ້ແມ່ນໍ້າຂອງ ແລະ ນໍ້າງື່ມ ບົກແຫ້ງຫລາຍ ເຮັດໃຫ້ແກ່ ບັນດາໂຮງງານ ບໍ່ສາມາດສູບນໍ້າຂຶ້ນມາ ປ້ອນໂຮງງານ ໄດ້ຢ່າງເຕັມສ່ວນ ຊຶ່ງອາຈ ສນອງນໍ້າປະປາ ບໍ່ເປັນປົກກະຕິ ໃນຣະດູແລ້ງນີ້.

ປັດຈຸບັນ ມີໂຮງງານຜລິດນໍ້າປະປາ ທັງໝົດ 7 ແຫ່ງ ກະຈາຍ ທົ່ວນະຄອນຫຼວງ ສາມາດ ຜລິດນໍ້າປະປາ ໄດ້ 280 ພັນແມັດກ້ອນຕໍ່ມື້ ແຕ່ປະຊາຊົນ ມີຄວາມຕ້ອງການເຖິງ 350 ພັນແມັດກ້ອນ ໝາຍຄວາມວ່າ ບໍ່ພຽງພໍ, ໃນບາງເຂດ ນໍ້າປະປາຈະໄຫຼຊ້າ.

ອີງຕາມຂໍ້ມູນ WEBSITE ຂອງຄະນະກັມມາທິການ ແມ່ນໍ້າຂອງ ວັນທີ 11 ກຸມພານີ້, ສະຖານີວັດແທກນໍ້າ ຢູ່ນະຄອນຫຼວງ ວຽງຈັນ ຣະດັບນໍ້າ ຢູ່ທີ່ 0.75 ແມັຕ ຖືເປັນ ຈຸດຣະດັບນໍ້າ ຂອງຕໍ່າສຸດ ແລະ ອີກ 7 ມື້ ຫລັງຈາກນີ້ ຈະມີແນວໂນ້ມຫຼຸດຕໍ່າລົງອີກ.

ແລະຕາມແຈ້ງການ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໃນມື້ວັນທີ 10 ກຸມພານີ້, ໃນອີກ 2 ເດືອນຂ້າງໜ້າ ຄືມີນາແລະເມສາ ຣະດັບນໍ້າຂອງ ແລະ ແມ່ນໍ້າສາຂາ ຈະສືບຕໍ່ບົກລົງ ແລະ ຈະເກີດພັຍແຫ້ງແລ້ງ ຢູ່ບາງທ້ອງຖິ່ນ ໃນແຂວງພາກເໜືອ ແລະ ພາກກາງ ຈຶ່ງແຈ້ງເຕືອນໃຫ້ປະຊາຊົນ ຕຽມຮັບມື ແລະ ວາງແຜນໃຊ້ນໍ້າໃຫ້ດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org