ໂຮງງານແປ້ງມັນຕົ້ນແກ້ໄຂ ນ້ຳເສັຽ
ໂຮງງານ ຜລິດແປ້ງມັນຕົ້ນ ທີ່ ແຂວງຫຼວງນ້ຳທາ ສ້າງອ່າງ ບຳບັດ ນ້ຳເສັຽ ເພີ້ມ.
-
ສິດນີ
2016-08-19 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ອຸດສາຫະກັມ ແລະການຄ້າ ເມືອງລອງ ທ່ານນຶ່ງ ເວົ້າວ່າ ໂຮງງານ ປຸງແຕ່ງ ແປ້ງມັນຕົ້ນ ຈູເບົາແຍນ ຂອງຈີນ ຢູ່ເມືອງລອງ ແຂວງ ຫຼວງນ້ຳທາ ໄດ້ສ້າງອ່າງ ບຳບັດນ້ຳເສັຍ ເພີ້ມ ຫຫຼັງຈາກ ນ້ຳເສັຽ ຈາກ ອ່າງບຳບັດ ໄດ້ໄຫຼລົງສູ່ ຫ້ວຍໜອງ ແລະ ລໍານ້ຳສາຂາ ເຮັດໃຫ້ ປະຊາຊົນ ກວ່າ 700 ຄົນ ທີ່ ບ້ານເຕົ້າໂຮມ ແລະ ບ້ານໂພນສຳພັນ ໄດ້ຮັບຄວາມ ເດືອດຮ້ອນ ຈົນບໍ່ກ້າ ໄປໃຊ້ນ້ຳ ໃນ ລໍານ້ຳ ສາຂາ. ຊຶ່ງ ທາງແຂວງ ໄດ້ອອກຄຳສັ່ງ ໃຫ້ໂຮງງານ ເລັ່ງລັດ ແກ້ໄຂ ບັນຫາ. ດັ່ງທ່ານກ່າວ ໃນວັນທີ 18 ສິງຫາ ນີ້ວ່າ:
"ເຮົາກະມີແຕ່ວ່າ ຄນະກັມມະການ ໄປກວດກາ ເບິ່ງນຳກັນຫັ້ນ ແຕ່ວ່າດຽວນີ້ ເຂົາກະຢູ່ ໃນຂັ້ນປັບປຸງ ເຮັດອ່າງ ບຳບັດຕື່ມ 4 ອ່າງ ເປັນ 8 ອ່າງ ເຮັດອ່າງ ບຳບັດເພີ້ມນໍ ຜ່ານມາ ມັນບໍ່ພຽງພໍ ກະແນະນຳ ໃຫ້ມັນໄດ້ 8 ອ່າງ ວ່າຊັ້ນ":
ທ່ານກ່າວຕື່ມວ່າ ບໍຣິສັດຈີນ ຍັງມີແຜນ ຈະສ້າງ ໂຮງງານ ຜລິດປຸຍ ນຳອີກ ເພື່ອເອົາສິ່ງ ເສດເຫລືອ ຈາກໂຮງງານ ຜລິດມັນຕົ້ນ ມາ ຜລິດເປັນປຸຍ ເພື່ອຫລຸດຜ່ອນ ຜົລກະທົບ ຕໍ່ ສິ່ງແວດລ້ອມ. ແຕ່ ທາງໂຮງງານ ຍັງບໍ່ມີ ຣາຍລະອຽດ ວ່າຈະສ້າງ ເມື່ອໃດ. ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຫາທາງ ໂຮງງານ ດັ່ງກ່າວ ກ່ຽວກັບ ການແກ້ໄຂ ບັນຫາ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແຕ່ບໍ່ມີ ຜູ້ໃດຮັບສາຍ.
ອີງຕາມຂໍ້ມູນ ຈາກ ເຈົ້າຫນ້າທີ່ ທ່ານນີ້ ຍັງມີນັກລົງທຶນ ຈີນ ທີ່ສົນໃຈ ຢາກຕັ້ງ ໂຮງງານຜລິດ ແປ້ງມັນຕົ້ນ ຢູ່ເມືອງລອງ ແຕ່ ທາງການ ແຂວງ ຍັງບໍ່ ອະນຸຍາດ ຍ້ອນ ຜົລກະທົບ ຕໍ່ ສິ່ງແວດລ້ອມ ດັ່ງ ທີ່ ເຄີຍເປັນມາ.