ຊາວບ້ານຫຼາຍຄອບຄົວລໍຖ້າຄ່າ ຊົດເຊີຍ


2014.04.30
f-default ຊາວບ້ານຫຼາຍຄອບຄົວລໍຖ້າຄ່າ ຊົດເຊີຍ
RFA

 

ຊາວບ້ານ ກວ່າ 30 ຄອບຄົວ ໃນເຂດ ບ້ານ ທາດຫຼວງ ທີ່ ໃກ້ກັບ ໂຄງການ ຂຍາຍ ສະພາ ແຫ່ງຊາດ ຍັງບໍ່ໄດ້ ຮັບ ຄ່າຊົດເຊີຽ ທີ່ເປັນ ເງິນ ຄ່າປຸກສ້າງ ເທື່ອ. ໃນ ທ້າຍປີ 2013 ທາງການ ໄດ້ແຈ້ງວ່າ ຊາວບ້ານ ທີ່ຖືກ ໂຍກຍ້າຍ ຈະໄດ້ຮັບ ຄ່າຊົດເຊີຍ ເປັນ ເງິນສົດ ກ່ອນ ປີໃໝ່ ສາກົນ 2014 ຫຼື ຢ່າງຊ້າ ແມ່ນ ຫຼັງຈາກ ປີໃໝ່ ລາວ 2014. ປະຈຸບັນ ປີໃໝ່ ລາວ ກໍ່ຜ່ານໄປ ແລ້ວ. ດັ່ງ ຊາວບ້ານ ທີ່ ໄດ້ຮັບ ຜົນກະທົບ ທີ່ ຂໍສງວນຊື່ ເວົ້າວ່າ:

“ຂະເຈົ້າ ບອກວ່າ ງົບປະມານ ເພິ່ນມີມາ ໃຫ້ແລ້ວ ດຽວນີ້ ນ່ະ, ເພິ່ນເອົາ ເປັນເງິນສົດ ມອບໃຫ້ ບໍຣິສັດ ທີ່ໄດ້ຮັບ ສຳປະທານ ຫັ້ນ ເພາະວ່າ ບໍຣິສັດ ທີ່ໄດ້ຮັບ ສຳປະທານ ຫັ້ນ ເອົາເງິນ ຈາກ ຣັຖບານ ມາແລ້ວ ທີ່ວ່າ ຈະມາຈ່າຍ ຄ່າ ຊົດເຊີຽ ນີ້ນ່ະ ແມ່ນເພິ່ນ ເບີກໃຫ້ ແລ້ວ. ແຕ່ວ່າ ເຮົາກະບໍ່ ເຂົ້າໃຈ ຄືກັນ ວ່າເພິ່ນ ຊິໃຫ້ມື້ໃດ ກັນແທ້. ທຳອິດວ່າ ທ້າຽປີ, ປີໃໝ່ ສາກົນ ຊິໄດ້ ລະ ປີໃໝ່ ສາກົນ ແລ້ວໄປ ລະກະ ບໍ່ມີຫຍັງ ເກີດຂຶ້ນ ລະກະ ມິດງຽບ ໄປ. ຈົນມາ ເທົ້າ ປະຈຸບັນ ນີ້, ປີໃໝ່ລາວ ກະຄື ສົງການ ນີ້ເນາະ ບອກວ່າ ກ່ອນສົງການ ຖ້າບໍ່ໄດ້ ກ່ອນ ສົງການ ກະຊິໄດ້ ຫຼັງ ສົງການ ຄືອັນນີ້ ແມ່ນ ພະນັກງານ ທີ່ ມີສ່ວນ ກ່ຽວຂ້ອງ ຂອງເມືອງ ຂະເຈົ້າ ມາເວົ້າ ຈັ່ງຊີ້”.

ກ່ອນໜ້ານີ້, ທາງການ ໄດ້ລົງມາ ໄກ່ເກັ່ຽ ກັບພວກ ຊາວບ້ານ ໂດຽໃຫ້ ສັນຍາ ວ່າ ຈະລຸລ່ວງ ກັບ ຂັ້ນເທິງ ເພື່ອໃຫ້ໄດ້ ເນື້ອທີ່ດິນ ເພື່ອປຸກ ສ້າງເຮືອນ ຊານ ໃນໝູ່ບ້ານ ເຂດ ຫຼັກ 21 ແລະ ຈະຊົດເຊີຽ ເປັນເງິນສົດ ເພື່ອ ເປັນຄ່າ ປຸກສ້າງ ເຮືອນຊານ ຕາມພາຽຫຼັງ. ແຕ່ ມາຮອດ ທຸກມື້ນີ້ ຍັງບໍ່ໄດ້ ຮັບ ແຕ່ ຢ່າງໃດ. ຈຶ່ງຮຽກຮ້ອງ ໃຫ້ ທາງການ ມາແກ້ໄຂ ບັນຫານີ້ ໂດຍດ່ວນ ເພາະຖ້າ ຊັກຊ້າ ພວກ ຊາວບ້ານ ກໍ່ຈະບໍ່ ສາມາດ ຍ້າຽອອກ ຈາກພື້ນທີ່ ດັ່ງກ່າວ ເພື່ອໄປປຸກ ສ້າງເຮືອນ ຊານໃໝ່ ໄດ້ ເພາະມັນ ເລີ່ມເຂົ້າ ຊ່ວງລະດູ ຝົນ ແລ້ວ.

ຊາວບ້ານ ຫຼາຽຄົນ ເວົ້າວ່າ ພວກຕົນ ແມ່ນບໍ່ ຢາກຍ້າຍ ອອກຈາກ ພື້ນທີ່ ດັ່ງກ່າວ ເພາະມັນ ເປັນເຂດ ທີ່ພວກຕົນ ຊື້ຂາຽ ທຳມາ ຫາກິນ ໄດ້ງ່າຍ ທັງມີ ຄວາມສະດວກ ພຽບພ້ອມ ທຸກຢ່າງ. ແຕ່ຖ້າຕ້ອງ ໄດ້ ໂຍກຍ້າຽ ອອກໄປຢູ່ ຫຼັກ 21 ແທ້ໆ ກໍ່ຢາກໃຫ້ ທາງການ ຊ່ວຍສ້າງ ສິ່ງອຳນວຍ ຄວາມ ສະດວກ ຕ່າງໆ ເພື່ອໃຫ້ ພວກຕົນ ສາມາດ ທຳມາ ຫາກິນ ລ້ຽງຊີບ ແລະ ຄອບຄົວ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.