ເຂື່ອນຫຼວງພຣະບາງ ຍັງບໍ່ແຈ້ງ ຊາວບ້ານ ເຣື່ອງໂຍກຍ້າຍ

ໄຊຍາ
2020.01.06
F-LP ແມ່ນໍ້າຂອງ ໃນເຂດທີ່ມີໂຄງການ ສ້າງເຂື່ອນຫຼວງພຣະບາງ ຊຶ່ງ ຈະເປັນເຂື່ອນ ໃນແມ່ນໍ້າຂອງ ແຫຼ່ງທີ 5 ຂອງ ສປປ ລາວ
RFA

ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້າ ແຂວງຫຼວງພຣະບາງ ຍັງບໍ່ໄດ້ຮັບການແຈ້ງເຕືອນ ຈາກເຈົ້າໜ້າທີ່ ກ່ຽວຂ້ອງກ່ຽວກັບຄວາມຄືບໜ້າ ຂອງໂຄງການດັ່ງກ່າວ.

ຜ່ານມາປະຊາຊົນໃນເຂດທີ່ຖືກ ໂຄງການກໍ່ສ້າງ ທີ່ຄາດວ່າຈະໄດ້ໂຍກຍ້າຍນັ້ນ ຕ້ອງການໄດ້ຄໍາຕອບຢ່າງຈະແຈ້ງວ່າ ຈະຍ້າຍໄປຢູ່ໃສ ແລະ ຈະໄດ້ຮັບສິດທິຫຍັງແດ່. ດັ່ງປະຊາຊົນໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 03 ມົກກະຣາ ວ່າ:

"ບໍ່! ບໍ່ໄດ້ມາຈັກເທື່ອບໍ່ໄດ້ຍິນຫຍັງ ຈັກນ້ອຍເທື່ອດຽວນີ້ນ່າ ບໍ່ເຫັນໃຜມາຫາຈັກນ້ອຍຊ່ວງປີນີ້ ບໍ່ໄດ້ເຫັນຜູ້ໃດມາຫາແລ້ວ ບໍ່ມີຫຍັງເວົ້າເທື່ອ ວ່າສິໂຍກຍ້າຍແບບໃດກາບໍ່ຮູ້ເທື່ອ."

ຕໍ່ກັບສະພາບການດັ່ງກ່າວ ຜແນກພະລັງງານແລະບໍ່ແຮ່ ແຂວງຫຼວງພຣະບາງ ກໍຍັງບໍ່ທັນໄດ້ມີຄຳຕອບກ່ຽວກັບເຣື່ອງນີ້ ຕໍ່ກັບນັກຂ່າວ ເອເຊັຽເສຣີ ທີ່ໄດ້ໂທຣະສັບໄປສອບຖາມ. ໃນຂນະທີ່  ທ່ານ ດຣ.ຈັນສະແຫວງ ບຸນຍົງ, ເອກ​ອະ​ທິ​ບໍ​ດີ ກົມນະໂຍບາຍ ແລະ  ແຜນພະລັງງານ ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໄທ ໃນໂອກາດທີ່ເຂົ້າຮ່ວມປະຊຸມ ກ່ຽວກັບການໃຫ້ຂໍ້ມູນ ແກ່ປະຊາຊົນ ແຂວງນະຄອນພະນົມ ປະເທດໄທວ່າ:

ທາງການລາວໝັ້ນໃຈວ່າ ບໍຣິສັດ ຊໍ-ການຊ່າງ ເຊິ່ງເປັນຜູ້ອອກແບບໂຄງການສ້າງເຂື່ອນ ຫຼວງພຣະບາງ ຈະເຮັດການກໍ່ສ້າງອອກມາ ໄດ້ດິ ຄືກັນກັບໂຄງການເຂື່ອນໄຊຍະບູລີ ເຊິ່ງໂຄງການເຂື່ອນຫຼວງພຣະບາງ ອາດເຣີ້ມລົງມືກໍ່ສ້າງກ່ອນ ເຂື່ອນ ປາກແບງ ແລະເຂື່ອນ ປາກລາຍ.

ປັດຈຸບັນເຄືອຂ່າຍ ພາກປະຊາຊົນໄທ 7 ແຂວງລຸ່ມແມ່ນໍ້າຂອງ ມີຄວາມກັງວົນຫຼາຍກ່ຽວກັບ ໂຄງການເຂື່ອນຫຼວງພຣະບາງ ຍ້ອນຢ້ານວ່າ ຖ້າເຂື່ອນດັ່ງກ່າວເຣີ້ມກໍ່ສ້າງ ອາດຈະສົ່ງຜົລກະທົບຕໍ່ຣະບົບນິເວດ ຂອງແມ່ນໍ້າຂອງ ຄືກັນກັບເຂື່ອນໄຊຍະບູລີ ແລະ ເຂື່ອນໃນຈີນ ທີ່ສ້າງ ສຳເຣັດ ແລະຂາຍໄຟແລ້ວ.

ໂຄງການເຂື່ອນຫຼວງພຣະບາງ ເປັນຮ່ວມລົງທຶນ ຂອງຣັຖບານລາວ ກັບ ບໍຣິສັດ ຊໍ-ການຊ່າງ ຈາກໄທ ແລະ ບໍຣິສັດ Petro Vietnam Power Corporation ວຽດນາມ ໂດຍຄາດວ່າຈະມີກຳລັງການຜລິດໄຟຟ້າ ຢູ່ທີ່ 1,410 ເມກາວັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.