ເມື່ອວັນທີ 21 ກັນຍາ ທີ່ຜ່ານມາ, ຊາວບ້ານ ເຂດບ້ານຊໍ້, ເມືອງສັງທອງ ນະຄອນຫຼວງວຽງຈັນ ຈຳນວນໜຶ່ງ ໄດ້ໂພສ ວີດິໂອ ທີ່ສະແດງໃຫ້ເຫັນ ເຖິງຜົນກະທົບ ຈາກໂຄງການຂຸດຄົ້ນແຮ່ຄຳ ແບບທົດລອງ ຂອງບໍລິສັດ ດີດີຊີ ມາຍນິ້ງ (DDC) ຈຳກັດຜູ້ດຽວ ຂອງກຸ່ມບໍລິສັດ ດວງຈະເລີນ ຈຳກັດ ເຂົ້າໄປຂຸດຄົ້ນແຮ່ຄຳ ແບບທົດລອງ ເນື້ອທີ່ 4 ເຮັກຕ້າຣ໌ ຢູ່ເຂດບ້ານດັ່ງກ່າວ, ເຊິ່ງໂຄງການດັ່ງກ່າວ ໄດ້ສ້າງຜົນກະທົບ ຢ່າງໜັກ ຕໍ່ສິ່ງແວດລ້ອມ-ສັງຄົມ ແລ້ວຍັງມີຊາວບ້ານ ຈຳນວນ 24 ຄອບຄົວ ສູນເສຍທີ່ດິນ ທຳການກະເສດ ໃຫ້ກັບໂຄງການ ແລະ ບໍ່ໄດ້ຮັບຄວາມເປັນທຳ. ດັ່ງຊາວບ້ານ ນາງໜຶ່ງ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ກັນຍາ ນີ້ວ່າ:
“ພວກເອື້ອຍ, ອ້າຍ, ນ້ອງ ນີ້ນ່າ ຖືກຜົນກະທົບໝົດ ເຮັດນາຄືແລ້ວ ກະຄືບໍ່ແລ້ວ, ແຕ່ມັນທຳການຜະລິດບໍ່ໄດ້, ເນື້ອທີ່ນາ ມັນບໍ່ຮາບພຽງ. ແຕ່ບາງຄົນ ກະເຮັດບໍ່ໄດ້ເລີຍ. ເບື້ອງຕົ້ນນັ້ນ, ທາງບໍລິສັດຫັ້ນ ຮັບຊົດເຊີຍໃຫ້ແລ້ວ ວ່າຊົດເຊີຍນາແຊງ ນາປີ ແລ້ວກະບໍ່ເຫັນມາຊົດເຊີຍເລີຍ ດຽວນີ້ນ່າ. ມີຜົນກະທົບຫຼາຍ ຢູ່ບ້ານຊໍ້ ນີ້, ແມ່ນ້ຳລະແມ່ນ ໃຊ້ງານບໍ່ໄດ້ເລີຍ.”
ຊາວບ້ານ ນາງນີ້ ກ່າວຕື່ມວ່າ ໄລຍະທີ່ ບໍລິສັດດັ່ງກ່າວ ເຂົ້າມາຂຸດຄົ້ນແຮ່ຄຳ ກະໄດ້ມອບເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານ ທີ່ສູນເສຍທີ່ດິນ ທຳການກະເສດ ມູນຄ່າ 18 ລ້ານກີບ ຕໍ່ເຮັກຕ້າຣ໌, ແຕ່ມີເງື່ອນໄຂວ່າ ບໍລິສັດຜູ້ລົງທຶນ ຕ້ອງປັບປຸງດິນ ໃຫ້ຮາບພຽງ ແລະ ສາມາດເຮັດການກະເສດໄດ້ ຕາມປົກກະຕິ ແລະ ຈະຮັບເງິນຊົດເຊີຍ ແບບປີຕໍ່ປີ ລວມເປັນ 2 ລະດູ ຄື ນາແຊງ ແລະ ນາປີ.
ແຕ່ມາຮອດປັດຈຸບັນ, ຊາວບ້ານທີ່ໄດ້ຮັບຜົນກະທົບ ຍັງບໍ່ໄດ້ຮັບ ເງິນຄ່າຊົດເຊີຍໃດໆ ຈາກບໍລິສັດ ຜູ້ລົງທຶນ ແລະ ຊາວບ້ານ ທີ່ໄດ້ຮັບຜົນກະທົບ ກະບໍ່ສາມາດ ທີ່ຈະທຳການກະເສດ ໄດ້ຕາມລະດູການ ຢ່າງປົກກະຕິ. ສະນັ້ນແລ້ວ, ເຂົາເຈົ້າຈຶ່ງຮຽກຮ້ອງ ໃຫ້ບໍລິສັດຜູ້ລົງທຶນ ແລະ ທາງການລາວ ຊ່ອຍແກ້ໄຂບັນຫາ ຜົນກະທົບ ທີ່ເກີດຂຶ້ນ ໃຫ້ກັບຊາວບ້ານ.
ນອກຈາກນີ້, ຕະຫຼອດແລວຫ້ວຍນ້ຳສັງ ທີ່ໄຫຼຜ່ານບ້ານຊໍ້ ແລະ ບ້ານອື່ນໆ ກະບໍ່ສາມາດນຳໃຊ້ນ້ຳ ເພື່ອອຸປະໂພກ-ບໍລິໂພກ, ທຳການກະເສດ ແລະ ຫາປາ ໄດ້ຄືເກົ່າ ເນື່ອງຈາກຊາວບ້ານ ກັງວົນເລື້ອງ ສານເຄມີຕົກຄ້າງ ແລະ ປົນເປື້ອນ ຕາມຫ້ວຍນ້ຳ ທີ່ເກີດຈາກ ໂຄງການຂຸດຄົ້ນແຮ່ຄຳ. ດັ່ງຊາວບ້ານ ນາງໜຶ່ງ ໃນເມືອງສັງທອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອົານ້ຳສັງ ຂຶ້ນມາໃຊ້ເລີຍ ໂດຍຕົງເລີຍ ໂດຍບໍ່ໄດ້ກັ່ນຕອງ ບໍ່ໄດ້ຜ່ານຫຍັງ. ກະບໍ່ໄດ້ແຫຼະດຽວນີ້ ບໍ່ໄດ້ຕັກເອົາມາໃຊ້ໂດຍຕົງລະ ບໍ່ໄດ້ຫັ້ນແຫຼະ ມັນຂຸ່ນເດ້ ໄປອາບໄປຫຍັງ ກະບໍ່ມີຜູ້ໃດ ລົງໄປອາບນ້ຳ, ຫັ້ນນ່າ. ກະຊິມີທຸກຢ່າງຫັ້ນແຫຼະ ຈັດຂຸດຄົ້ນຫຍັງເບາະ ຢູ່ເທິງກະບໍ່ຮູ້ ເຂົາເຈົ້າເຮັດຫຍັງແດ່ເນາະ.”
ກ່ຽວກັບເລື້ອງນີ້, ເຈົ້າໜ້າທີ່ ຜູ້ຮູ້ຈັກວຽກງານສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ກ່າວວ່າ ບໍລິສັດດັ່ງກ່າວ ທີ່ໄດ້ເຂົ້າໄປຂຸດຄົ້ນແຮ່ຄຳ ແບບທົດລອງ ໃນຂອບເຂດເນື້ອທີ່ 4 ເຮັກຕ້າຣ໌ ຢູ່ເຂດບ້ານດັ່ງກ່າວ ແມ່ນໄດ້ຮັບສຳປະທານ ຈາກພາກລັດ ໂດຍກົງ. ຫຼັງຈາກບໍລິສັດຜູ້ລົງທຶນ ໄດ້ເຂົ້າຂຸດຄົ້ນແຮ່ຄຳແລ້ວ, ກໍເລີ່ມມີຜົນກະທົບ ທາງສິ່ງແວດລ້ອມ-ສັງຄົມ ທັນທີ ຈຶ່ງໄດ້ສັ່ງໂຈະຊົ່ວຄາວ ເມື່ອເດືອນ 11 ປີ 2022 ເພື່ອແກ້ໄຂຜົນກະທົບ ທີ່ເກີດຂຶ້ນ.
ມາຮອດປັດຈຸບັນ, ພາກລັດ ກໍໄດ້ອະນຸຍາດ ໃຫ້ບໍລິສັດດັ່ງກ່າວ ເຂົ້າໄປຂຸດຄົ້ນແຮ່ຄຳ ໄດ້ຄືເກົ່າ ເຮັດໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ເກີດຄວາມບໍ່ພໍໃຈ ແລະ ຮຽກຮ້ອງໃຫ້ ບໍລິສັດ ຈ່າຍເງິນຄ່າຊົດເຊີຍ ຢ່າງເໝາະສົມ ແລະ ປະຕິບັດຕາມລະບຽບການ. ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ດຽວນີ້ເພິ່ນໃຫ້ສຳປະທານ, ກະຍາກຢູ່ນ່າ ຊິແກ້ໄຂບັນຫາ ເຫັນວ່າມັນຢາກໜັກໄດ໋ ເພາະວ່າ ທາງເຈົ້າຄອງນະຄອນຫຼວງ ໃຫ້ລົງໄປແກ້ໄຂ, ແຕ່ວ່າ ອັນນີ້ມັນກະຕິດພັນ ກັບຫຼາຍພາກສ່ວນ, ຫັ້ນນ່າ.”
ເຈົ້າໜ້າທີ່ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ກ່າວວ່າ ເມື່ອຊາວບ້ານ ທີ່ໄດ້ຮັບຜົນກະທົບ ເຮັດໜັງສືຮ້ອງຮຽນ ໄປເຖິງຂັ້ນບ້ານ, ຂັ້ນເມືອງແລ້ວ, ແຕ່ເຈົ້າໜ້າທີ່ເຫຼົ່ານັ້ນ ຍັງປະລະ ຕໍ່ຜົນກະທົບ ທີ່ເກີດຂຶ້ນ ກະຂໍໃຫ້ຊາວບ້ານ ເຮັດໜັງສືໄປເຖິງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ເພື່ອໃຫ້ສະມາຊິກສະພາ ລົງໄປຕິດຕາມ-ກວດກາ ແລະ ຫາທາງແກ້ໄຂ ຕາມຂັ້ນຕອນ. ດັ່ງເຈົ້າໜ້າທີ່ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂຽນ (ຄຳຮ້ອງ) ຂຶ້ນມາສະພານີ້ແຫຼະ, ແຕ່ວ່າ ເພິ່ນກະຊິພິຈາລະນາເບິ່ງ ກະບໍ່ຮູ້ວ່າ ເພິ່ນຊິລົງໄປມື້ໃດ ແນວໃດ, ຫັ້ນນ່າ. ມີແຕ່ຂຽນຂຶ້ນມາ ຄົ້ນຄວ້າແນວໃດ ແລ້ວຊິປະສານກັນອີກ. ມີແຕ່ແນະນຳໃຫ້ (ຊາວບ້ານ) ຂຽນຄຳຮ້ອງຂຶ້ນມາເລີຍ.”
ສຳລັບໂຄງການ ຂຸດຄົ້ນແຮ່ຄຳແຫ່ງນີ້ ແມ່ນກຸ່ມບໍລິສັດ ດວງຈະເລີນ ຈຳກັດ ໄດ້ຮັບສຳປະທານ ຈາກລັດຖະບານ ໂດຍກະຊວງປ້ອງກັນປະເທດ ເມື່ອວັນທີ 5 ມີນາ 2021 ແລະ ເມື່ອປີ 2022 ທີ່ຜ່ານມາ ລັດຖະບານລາວ ໂດຍແມ່ນກະຊວງປ້ອງກັນປະເທດ ໄດ້ອະນຸຍາດ ເພື່ອຊອກຄົ້ນ, ສຳຫຼວດ ຖ່ານຫີນ ໃນເນື້ອທີ່ 148 ກິໂລຕາແມັຕ, ເຊິ່ງໃນເນື້ອທີ່ 148 ກິໂລຕາແມັຕນັ້ນ, ບໍລິສັດ ດີດີຊີ ມາຍນິ້ງ ຈຳກັດຜູ້ດຽວ ໄດ້ຂໍຂຸດຄົ້ນແຮ່ຄຳຕົກຂ້ອນ ໃນເນື້ອທີ່ 4 ເຮັກຕ້າຣ໌ ຢູ່ເຂດບ້ານຊໍ້, ເມືອງສັງທອງ ນະຄອນຫຼວງວຽງຈັນ.