ເຂື່ອນຫຼວງພຣະບາງ ໜັກໃຈ ຜູ້ໄດ້ໂຍກຍ້າຍ

ການກໍ່ສ້າງ ຂອງໂຄງການເຂື່ອນ ຫຼວງພຣະບາງ ທີ່ ທາງການລາວ ເວົ້າວ່າ ຍັງບໍ່ໄດ້ເລີ່ມ ຢ່າງຈິງຈັງ
ການກໍ່ສ້າງ ຂອງໂຄງການເຂື່ອນ ຫຼວງພຣະບາງ ທີ່ ທາງການລາວ ເວົ້າວ່າ ຍັງບໍ່ໄດ້ເລີ່ມ ຢ່າງຈິງຈັງ (ພາບປະກອບ: ນັກຂ່າວພົລເມືອງ)

0:00 / 0:00

ທາງການລາວ ຈະໂຍກຍ້າຍປະຊາຊົນ ຢູ່ເມືອງງາ ແຂວງອຸດົມໄຊ ທີ່ຈະໄດ້ຮັບຜົລກະທົບ ຈາກເຂື່ອນຫຼວງພຣະບາງ ຈໍານວນ 1,016 ຫລັງຄາເຮືອນ - 4,834 ຄົນ ໄປເຕົ້າໂຮມກັນຢູ່ ບ້ານຈັດສັນໃໝ່ 2 ຈຸດ ຄື ບ້ານລາດຫາຍ ແລະ ບ້ານບໍ່ຫ້ວຍຂະ. ແຕ່ ປະຊາຊົນສ່ວນໃຫຍ່ ບໍ່ຍອມໂຍກຍ້າຍອອກໄປຈາກບ້ານເດີມ ແລະບໍ່ຍອມຮັບຂໍ້ສເນີ ຂອງທາງການນັ້ນ ຍ້ອນພວກເຂົາເຈົ້າເຫັນວ່າ ຈະບໍ່ມີດິນທໍາການປູກຝັງ ແລະຈະເຮັດໃຫ້ຊີວິດການເປັນຢູ່ຂອງ ພວກເຂົາເຈົ້າມີຄວາມຫຍູ້ງຍາກ ແລະລໍາບາກ ຂຶ້ນກວ່າເກົ່າ, ດັ່ງ ຊາວບ້ານຜູ້ນຶ່ງ ຢູ່ເມືອງງາ ທີ່ຈະໄດ້ຮັບຜົລກະທົບນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ມິນາ ນີ້ວ່າ:

“ໂອ໋! ຍ້າຍໄປພຸ້ນ ບ້ານນ້ອຍເປັນບ້ານໃຫຍ່ ເຮັດເປັນຕົວເມືອງນ້ອຍ ກະຜົລສຸດທ້າຍ ມາລະພໍ່ແມ່ປະຊາຊົນ ຜູ້ດ້ອຍພັທນາແດ່ ຜູ້ເຖົ້າຜູ້ແກ່ໄປບໍ່ມີບ່ອນເຮັດສວນ ເຮັດນັ້ນລະຍິ່ງມີ ຄວາມຫຍູ້ງຍາກກວ່າຊໍ້າ.”

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ການໂຍກຍ້າຍຊາວບ້ານ ໄປເຕົ້າໂຮມກັນເປັນບ້ານໃຫຍ່ ເຮັດເປັນເມືອງນ້ອຍ, ອາສັຍຢູ່ນໍາກັນຫຼວງຫຼາຍ ຈະເຮັດໃຫ້ເກີດການຍາດແຍ່ງ ບ່ອນທໍາມາ ຫາກິນ ແລະບ່ອນລ້ຽງສັດ ຍ້ອນດິນກະສິກັມ ໃນເຂດບ້ານຈັດສັນໃໝ່ນັ້ນມີໜ້ອຍ ແລະບໍ່ເໝາະສົມປານໃດ, ເພາະເປັນເຂດພູສູງ ຈະເຮັດໃຫ້ເນື້ອທີ່ດິນກະສິກັມ ບໍ່ພຽງພໍກັບຄວາມ ຕ້ອງການຂອງຊາວບ້ານ ທີ່ມີ ຈໍານວນເປັນພັນຄອບຄົວນັ້ນ ຢ່າງແນ່ນອນ.

ແລະປະຊາຊົນອີກຜູ້ນຶ່ງ ຢູ່ເມືອງງາ ທີ່ຈະໄດ້ຮັບຜົລກະທົບ ແລະຈະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ນັ້ນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບໍ່ມີຄອບຄົວໃດຍອມຮັບຂໍ້ສເນີ ຂອງທາງການລາວ ແລະບໍ່ຍອມໂຍກຍ້າຍໄປຢູ່ບ່ອນໃໝ່ ແລະຊາວບ້ານບໍ່ໝັ້ນໃຈ ວ່າທາງການລາວຈະສ້າງເຮືອນ, ຊອກຫາດິນກະສິກັມ ແລະຈັດຫາອາຊີບໃຫ້ປະຊາຊົນ ໄດ້ຢ່າງໝັ້ນຄົງ ບໍ່ລໍາບາກໄປກວ່າເກົ່າ ດັ່ງທີ່ທ່ານກ່າວວ່າ:

“ເຂົາວ່າແນວນີ້ ວ່າຢາກຢູ່ແຕ່ບ້ານໃຜບ້ານມັນຫັ້ນ ເຂົາບໍ່ມັກຢູ່ບ້ານໃໝ່ນີ້ມັນຫຼາຍ ມາຢູ່ຫັ້ນເປັນ 4-500 ຢູ່ຫັ້ນ. ບ່ອນເຮັດອັນກິນ ໂຕໃດ ກິນແນວໃດ ແບ່ງດິນ ແບ່ງຄົນເປັນ 4-500 ຕົກຢູ່ໃສ ຊອກໃສກິນ ບ້ານໃຜກະຄືກັນ ບໍ່ຢາກຍ້າຍໝົດ.”

ຊາວບ້ານອີກຜູ້ນຶ່ງ ທີ່ຈະໄດ້ຮັບຜົລກະທົບ ແລະຈະຖືກທາງການໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ນັ້ນກໍເວົ້າວ່າ ມາຮອດມື້ນີ້ຊາວບ້ານ ທຸກຄອບຄົວ ເກີດຄວາມກັງວົນໃຈຫລາຍຍ້ອນ ເປັນຫ່ວງນໍາເຣື່ອງ ການຊົດເຊີຍຄວາມເສັຍຫາຍ ທີ່ພວກຕົນຈະໄດ້ຮັບແບບບໍ່ ສົມເຫດສົມຜົລ, ບໍ່ມີຄວາມຍຸຕິທັມ. ການໂຍກຍ້າຍໄປຢູ່ບ່ອນໃໝ່ ຈະເຮັດໃຫ້ທຸກຍາກໄປກວ່າເກົ່າ. ທຸກບັນຫາທີ່ປະຊາຊົນກັງວົນ ຢູ່ນີ້ ຍັງບໍ່ໄດ້ຮັບຄໍາຊີ້ແຈງຢ່າງຈະແຈ້ງ ຈາກທາງການລາວ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ມິນາ ນີ້ວ່າ:

“ເຣື່ອງການຊົດເຊີຍ ກະບໍ່ໄດ້ເວົ້າ ບໍ່ໄດ້ເວົ້າອິຫຍັງເທື່ອຈັກໜ້ອຍ. ມີແຕ່ເວົ້າຣະດັບນໍ້າບ້ານນັ້ນ ບ້ານນີ້ມັນສິຖ້ວມ ກະສິຫາປູຫາປາ ບໍ່ໄດ້ແລ້ວ ເພິ່ນວ່າສິຈັດສັນອາຊີບໃຫ້. ແຕ່ຂະເຈົ້າກະຍັງບໍ່ໄດ້ລົງມື ບຸກເບີກເນື້ອທີ່ບ້ານເທື່ອ ດຽວນີ້ຫລັກໆກະເວົ້າເຣື່ອງເຕົ້າໂຮມ ບ້ານນັ້ນຊື່ໆ.”

ແຕ່ມື້ວັນທີ 23 ຫາ 25 ມິນາ 2021 ນີ້ ເຈົ້າໜ້າທີ່ໄດ້ປະຊຸມໂອ້ລົມ ກັບຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ແລະຈະຖືກໃຫ້ໂຍກຍ້າຍ ຈໍານວນ 12 ບ້ານ ສະເພາະຢູ່ເມືອງງາ ເທົ່ານັ້ນ. ບັນຫາສໍາຄັນ ຊຶ່ງເຈົ້າໜ້າທີ່ຍົກຂຶ້ນ ຄືໄດ້ສເນີໃຫ້ຊາວບ້ານ ໄປຢູ່ໂຮມກັນຢູ່ເປັນ 2 ຈຸດ, ເປັນຕົວເມືອງນ້ອຍ ເພື່ອເຮັດໃຫ້ງ່າຍ ໃນການພັທນາ ໂຄງຮ່າງພື້ນຖານ, ການບໍຣິຫານ ວຽກງານຕ່າງໆ ແລະ ການຟື້ນຟູ ຄຸນນະພາບຊີວິດ ຂອງຊາວບ້ານ. ແລະວ່າ ຫລັງຈາກໂຍກຍ້າຍແລ້ວ ກໍຈະຈັດສັນທີ່ດິນ ໃຫ້ຢ່າງເໝາະສົມ ແລະຫາອາຊີບໝັ້ນຄົງ ໃຫ້ເຮັດ.

ເຈົ້າໜ້າທີ່ຢືນຢັນວ່າ ຈະບໍ່ເຮັດໃຫ້ເກີດບັນຫາ ແລະຜົລກະທົບຕໍ່ຊາວບ້ານ ເພາະທຸກຂັ້ນຕອນ ແມ່ນອີງໃສ່ແບບແຜນການຈັດສັນ ແລະ ການໂຍກຍ້າຍ ຈາກໂຄງການເຂື່ອນ ໄຊຍະບູຣີ ຊຶ່ງເປັນໂຄງການທີ່ມີປະສິດທິຜົລດີ ແລະບໍ່ມີຫາງສຽງຈາກຊາວບ້ານ. ເຈົ້າໜ້າທີ່ພາກ ສ່ວນກ່ຽວຂ້ອງ ຢູ່ເມືອງງາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ມີນານີ້ວ່າ ຢູ່ບ້ານເກົ່າ ບໍ່ມີຖົນນົນຫົນທາງ, ບໍ່ມີໄຟຟ້າ, ບໍ່ມີນໍ້າປະປາໃຊ້, ໄປຢູ່ບ່ອນໃໝ່ ຈະໃຫ້ມີຄົບ:

“ບາດນີ້ບ້ານເກົ່າບ້ານເດີມ ເຂົາບໍ່ມີຖນົນຫົນທາງ ບໍ່ມີໄຟຟ້າ ບໍ່ມີນໍ້າປະປາ ແຕ່ວ່າໄປຢູ່ບ້ານໃໝ່ມີຄົບ. ຄືພວກເຮົາຍັງເຮັດເຮືອນ ເຮັດຊານ ຟື້ນຟູອາຊີບໃຫ້ ຈັດດິນທໍາການຜະລິດໃຫ້ ຄືກໍາໄລໃຫ້ເຂົາໄດ້ຕົວນີ້ແຫລະ. ເຣື່ອງການຊົດເຊີຍ ເຮົາປະສົບຜົລສໍາເຣັດ ປະຊາຊົນຍອມຮັບ ບໍ່ມີຫາງສຽງ ທົດແທນໄດ້ຕາມໃຈປະຊາຊົນ ວ່າຊັ້ນສາ ບໍ່ຫລາຍແລ້ວກະບໍ່ໜ້ອຍ.”

ທ່ານກ່່່າວຕື່ມວ່າ ເຣື່ອງທີ່ຊາວບ້ານສ່ວນໃຫຍ່ກັງວົນໃຈ, ຍັງບໍ່ຍອມຮັບເອົາຂໍ້ສເນີ ແລະບໍ່ຍອມໂຍກຍ້າຍໄປໂຮມກັນຢູ່ 2 ຈຸດນັ້ນຍັງ ບໍ່ທັນມີຂໍ້ສລຸບທີ່ຈະແຈ້ງ ແລະຍັງຈະຕ້ອງໄດ້ ຫາລືກັບພາກສ່ວນກ່ຽວຂ້ອງຕື່ມ ວ່າຈະຫາທາງອອກແນວໃດ ແຕ່ທາງການເມືອງງາ ກໍຍັງຢືນຢັນໃນຂໍ້ສເນີ ເກົ່ານັ້ນຢູ່ ຄືໂຮມກັນເປັນບ້ານໃຫຍ່ ເພື່ອງ່າຍໃນການ ບໍຣິຫານວຽກງານ.

ໂຄງການເຂື່ອນໄຟຟ້າຫຼວງພຣະບາງ ຈະເຮັດໃຫ້ 23 ບ້ານ ຢູ່ເມືອງຈອມເພັດ ແຂວງຫລວງ ພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະເມືອງງາ ແຂວງອຸດົມໄຊ ໄດ້ຮັບ ຜົລກະທົບ ໂດຍແຍກອອກເປັນ 4 ກຸ່ມດັ່ງນີ້:

ກຸ່ມທີ 1 ໄດ້ຮັບຜົລກະທົບທັງໝົດ 100% ແລະຖືກໂຍກຍ້າຍ 6 ບ້ານ -581 ຄອບຄົວ - 2,285 ຄົນ.

ກຸ່ມທີ 2 ໄດ້ຮັບຜົລກະທົບບາງສ່ວນ ແລະມີບາງຄອບຄົວຖືກໂຍກຍ້າຍ ໃນ 9 ບ້ານ- 692 ຄອບຄົວ - 3,855 ຄົນ.

ກຸ່ມທີ 3 ເປັນກຸ່ມທີ່ສູນເສັຍດິນ ໃນ 8 ບ້ານ - 671 ຄອບຄົວ - 2,330 ຄົນ.

ແລະກຸ່ມທີ 4 ບ້ານທ້າຍເຂື່ອນ 3 ບ້ານ - 189 ຄອບຄົວ - 904 ຄົນ ຈະໄດ້ຮັບຜົລກະທົບ, ແຕ່ບໍ່ຖືກໂຍກຍ້າຍ.

ສ່ວນການບຸກເບີກທີ່ດິນ ແລະການໂຍກຍ້າຍຊາວບ້ານ ສະເພາະຢູ່ເມືອງງາ ນັ້ນ ຍັງບໍ່ທັນໄດ້ຫາລື ກັບພາກສ່ວນກ່ຽວຂ້ອງເທື່ອວ່າ ຈະເລີ່ມມື້ໃດກັນແທ້ ເພາະຣັຖບານລາວ ແລະ ບໍຣິສັດເຈົ້າຂອງ ໂຄງການເຂື່ອນຫລວງພຣະບາງ ຈະບຸກເບີກ ແລະຈັດສັນເຮືອນ ໃຫ້ຊາວບ້ານຫ້ວຍຍໍ້ ຢູ່ເມືອງຈອມເພັດ ແຂວງຫລວງພຣະບາງ ກ່ອນ.

ອີງຕາມການຣາຍງານຂອງທ່ານ ວີຣະຍົດ ສະເລີມນົນ ຮອງຜູ້ຈັດການໂຄງການເຂື່ອນຫລວງພຣະບາງ ກ່ຽວກັບຄວາມຄືບໜ້າ ຂອງໂຄງການ ເຂື່ອນຫລວງພຣະບາງ ໃນມື້ວັນທີ 14 ມິນາ 2021 ນີ້ວ່າ, ເຂື່ອນດັ່ງກ່າວ ມີເປົ້າໝາຍຂາຍໄຟຟ້າ ໃນທ້າຍປີ 2027. ປັດຈຸບັນ ໄດ້ສ້າງເສັ້ນທາງເຂົ້າ-ອອກ ຈາກບ້ານຫາດຍາວໄປຫາຂົວ ຂ້າມແມ່ນໍ້າຂອງແຫ່ງໃໝ່, ກວ້າງ 9 ແມັດ, ຍາວ 11.6 ແມັດ, ສ້າງໄດ້ແລ້ວ 98%. ຂົວຂ້າມແມ່ນໍ້າຂອງ ກວ້າງ 9 ແມັດ ແລະຍາວ 500 ແມັດ ສ້າງໄດ້ແລ້ວ 41%. ສ້າງທ່າເຮືອ ຊົ່ວຄາວ ຢູ່ 3 ຈຸດຄື; ບ້ານຄົກແສງສຸລິຍາ, ບ້ານມ່ວງແກ້ວ ແລະບ້ານຖິ່ນໂຮງ ສໍາເຣັດແລ້ວ, ການຊອກຫາແຫຼ່ງຫິນແຫຼ່ງຊາຍ ໃນແມ່ນໍ້າຂອງ ແລະ ການພັທນາພື້ນທີ່ໄດ້ 98%. ການສ້າງທີ່ພັກຄົນງານ ເກືອບສໍາເຣັດແລ້ວ. ເບິ່ງພາບລວມທັງໝົດ ຄືບໜ້າ ໄປແລ້ວປະມານ 80%.

ເຂື່ອນໄຟຟ້າຫລວງພຣະບາງ ຂນາດ 1,460 ເມກາວັດ, ມູນຄ່າ 3 ຕື້ໂດລາສະຫະຣັຖ. ເປັນເຂື່ອນຝາຍນໍ້າລົ້ນ ຄືກັນກັບເຂື່ອນ ໄຊຍະບູຣີ, ມີກໍານົດສ້າງແລ້ວໃນປີ 2027, ໄຟຟ້າທີ່ຜະລິດໄດ້ ຕາມແຜນຈະສົ່ງຂາຍໃຫ້ໄທ ແລະວຽດນາມ.

ເຂື່ອນໄຟຟ້າແຫ່ງນີ້ ເປັນໂຄງການຮ່ວມທຶນ ຣະຫວ່າງຣັຖບານລາວ, ບໍຣິສັດພະລັງງານ PetroVietnam ຂອງວຽດນາມ ແລະ ບໍຣິສັດ ຊ.ການຊ່າງ ຂອງໄທຍ ຊຶ່ງເປັນຜູ້ຮັບເໝົາ ກໍ່ສ້າງ ທັງໝົດ.