ຍ້ອນທຸກຍາກ ຈຶ່ງມີຊາວບ້ານ ໄປລັກຂຸດຄຳ ໃນເຂດສຳປະທານ

ພູວົງສ໌
2024.05.23
ຍ້ອນທຸກຍາກ ຈຶ່ງມີຊາວບ້ານ ໄປລັກຂຸດຄຳ ໃນເຂດສຳປະທານ ຮູບປະກອບ ເຊິ່ງແມ່ນພາບຈາກ ວິດີໂອ ທີ່ໂພສຕ໌ ໃນວັນທີ 17 ສິງຫາ 2023, ຊາວບ້ານຈຳນວນໜຶ່ງ ທີ່ຢູ່ແຂວງຫຼວງພຣະບາງ ຖືກຈັບຂັງໃນຫ້ອງ 4x4 ພາຍຫຼັງທີ່ ບໍລິສັດຂຸດຄົ້ນແຮ່ ຂອງຈີນແຫ່ງນຶ່ງ ໄດ້ກັກຂັງຊາວບ້ານ ໃນຂໍ້ກ່າວຫາວ່າ ລັກລອບຂຸດຄຳ ໃນເຂດພື້ນທີ່ ສຳປະທານຂອງບໍລິສັດ.
Screenshot from ເວົ້າຈາພາສາຂ່າວ ver.8 Facebook

ຕໍ່ບາງເຫດການ ທີ່ມີຊາວບ້ານ ຈຳນວນໜຶ່ງ ເຂົ້າໄປລັກລອບຂຸດຄຳ ໃນເຂດສຳປະທານ ຂອງໂຄງການຂຸດຄົ້ນຄຳ ແຫ່ງຕ່າງໆໃນລາວ ທີ່ເປັນເຂດສະຫງວນ ຂອງພາກລັດ ນັ້ນ, ຖືວ່າເປັນເລື່ອງ ທີ່ພາກລັດ ຕ້ອງແກ້ໄຂ ເພາະບັນຫາດັ່ງກ່າວນີ້ ສະທ້ອນເຖິງ ຄຸນນະພາບຊີວິດ ຂອງຊາວບ້ານ ໃນຫຼາຍເລື່ອງ, ໂດຍສະເພາະ ໃນເລື່ອງຄວາມທຸກຍາກ ແລະ ການສ້າງວຽກເຮັດງານທຳ ລວມໄປເຖິງ ມັນຍັງສະທ້ອນ ເຖິງບັນຫາເສດຖະກິດ ຂອງລາວ ທີ່ຄ່າແຮງງານຂັ້ນຕ່ຳ ທີ່ບໍ່ກຸ້ມກິນ ແລະ ບໍ່ພໍຕໍ່ການດຳລົງຊີວິດ ທີ່ເປັນປົກກະຕິໄດ້.

ເປັນຕົ້ນວ່າ ໃນເຂດຍອດນ້ຳເວ້ ບ້ານນ້ຳຍອນ, ເມືອງອະນຸວົງ ແຂວງໄຊສົມບູນ ແລະ ໃນເຂດບໍ່ຄຳຜາປົ່ນ, ເມືອງປາກອູ ແຂວງຫຼວງພຣະບາງ ທີ່ເຈົ້າໜ້າທີ່ ຈັບໄດ້ວ່າ ມີຊາວບ້ານ ເຂົ້າໄປລັກຂຸດເອົາຄຳ ຈຳນວນທັງໝົດ ເກືອບ 100 ຄົນ. ເຊິ່ງຊາວບ້ານເຫຼົ່ານີ້, ສ່ວນໃຫຍ່ແລ້ວ ທີ່ກະທຳລົງໄປ ກໍຍ້ອນວ່າ ເຂົາເຈົ້າບໍ່ມີ ວຽກເຮັດງານທຳ ທີ່ແນ່ນອນ ເພາະມີແຕ່ອາຊີບ ເຮັດໄຮ່, ເຮັດສວນ ແລະ ເຮັດນາ ເທົ່ານັ້ນ ແລະ ເມື່ອໝົດລະດູການ ທຳການຜະລິດ ກໍເຮັດໃຫ້ ບໍ່ມີລາຍຮັບທາງອື່ນ ທີ່ຈະລ້ຽງຄອບຄົວ ຈຶ່ງບໍ່ຮູ້ວ່າ ຈະໄປເຮັດອາຊີບຫຍັງ ທີ່ຈະສ້າງລາຍຮັບໄດ້.

ສ່ວນໜຶ່ງ, ຄວາມຮູ້ ຄວາມສາມາດ ກໍບໍ່ມີ ແລະ ຍັງຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ, ເຊິ່ງບໍ່ມີທາງເລືອກອື່ນ ນອກຈາກຈະໄປເຮັດວຽກ ເປັນກຳມະກອນ ເທົ່ານັ້ນ. ແຕ່ວຽກກຳມະກອນນີ້, ກໍເປັນວຽກງານ ທີ່ໜັກພໍສົມຄວນ ແລະ ໄດ້ເງິນໜ້ອຍ ບໍ່ກຸ້ມກັບຄ່າຄອງຊີບ ທີ່ສູງຂຶ້ນ ບວກກັບບັນຫາເງິນເຟີ້ ກໍເຮັດໃຫ້ຫຼາຍຄົນ ບໍ່ມີທາງເລືອກ ຕ້ອງງດິ້ນຮົນ ເພື່ອຄວາມຢູ່ລອດ ກໍຈຳເປັນຕ້ອງໄປລັກລອບ ຂຸດເອົາຄຳ ເພື່ອໄປຂາຍ ສ້າງລາຍຮັບ ເຖິງແມ່ນຈະຮູ້ວ່າ ຜິດກົດໝາຍ ແລະ ສ່ຽງຈະຖືກຈັບກໍຕາມ. ດັ່ງຊາວບ້ານ ທ່ານໜຶ່ງ ທີ່ເຄີຍເຂົ້າໄປ ລັກລອບຂຸດເອົາຄຳ ໃນເຂດບໍ່ຄຳຜາປົ່ນ ແຂວງຫຼວງພຣະບາງ ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນວັນທີ 15 ພຶດສະພາ ທີ່ຜ່ານມານີ້ວ່າ:

“ຄືໂຕຢ່າງ ຄືຂ້ອຍນີ້ເນາະ ເຄີຍໄປລອງ 2 ເທື່ອ. ຄືນໜຶ່ງ ໄດ້ 10 ປາຍລ້ານ ກະຖືວ່າຫຼາຍ ຕໍ່ຜູ້ໜຶ່ງ. ໄປເປັນກຸ່ມ ຂີ້ຮ້າຍກໍ 10 ປາຍ ຫຼື 20 ຄົນ, ມາແບ່ງເງິນກັນ. ສ່ວນຫຼາຍ ກໍເປັນຄົນໄທບ້ານນີ້ແດ່ ກັບຄົນຕ່າງແຂວງ ເປັນຊາວໄຮ່ ຊາວສວນ ທຳມະດານີ້ແຫຼະ. ມັນບໍ່ມີອາຊີບ ນອກຈາກກຳມະກອນ ແລະ ຄ່າຄອງຊີບສູງ ການໃຊ້ຈ່າຍ ມັນກະສູງ ແລະ ຈຳເປັນ ເຮັດທຸກວິທີທາງ ເພື່ອໃຫ້ຢູ່ລອດ.”

ຊາວບ້ານທ່ານນີ້ ກ່າວຕື່ມວ່າ ຄຳທີ່ໄດ້ ຈະເປັນເສດຄຳ ປະສົມກັບເສດດິນ ແລ້ວນຳໄປຂາຍ ໃຫ້ພໍ່ຄ້າ ທີ່ເກັບຊື້ເສດຄຳ. ປັດຈຸບັນນີ້, ກໍຍັງມີຊາວບ້ານ ຄຶດຫາທາງ ທີ່ຈະໄປລັກລອບ ຂຸດເອົາຄຳຢູ່ ເພາະລາຍຮັບດີ ແລະ ເປັນວຽກ ທີ່ຫາເງິນງ່າຍ ກວ່າເຮັດອາຊີບອື່ນໆ ທັງຍັງສາມາດ ຕົກລົງກັບເຈົ້າໜ້າທີ່ ບາງຄົນໄດ້,​ ເຊິ່ງບາງເທື່ອ ເຈົ້າໜ້າທີ່ຕຳຫຼວດ, ທະຫານ ທີ່ເວນຍາມ ທັງຄົນລາວ ແລະ ຄົນຈີນ ກໍຮູ້ເຫັນເປັນໃຈນຳດ້ວຍ ເພາະເຂົາເຈົ້າ ໄດ້ເງິນສິນບົນ ຄ່າປ່ອຍໃຫ້ຊາວບ້ານເຂົ້າໄປ, ເຊິ່ງຄົນໜຶ່ງ ຈະໄດ້ປະມານ 800,000 ກີບ. ຊາວບ້ານກໍຄຶດວ່າ ຂາຍຄຳໄດ້ເງິນມາ ກໍຖືວ່າກຸ້ມຄ່າ ຖ້າບໍ່ຖືກຈັບເສຍກ່ອນ ຊາວບ້ານກໍຍອມເສຍເງິນ ໃຫ້ເຈົ້າໜ້າທີ່ເວນຍາມ. ໂດຍເຈົ້າໜ້າທີ່ ຈະກຳນົດເວລາ ໃຫ້ເຂົ້າໄປ ພຽງ 2 ຊົ່ວໂມງ ເທົ່ານັ້ນ, ຖ້າກາຍເວລາທີ່ກຳນົດ ເຂົາເຈົ້າກໍຈະອອກເວນຍາມ ແລະ ຖ້າຖືກຈັບ ກໍຈະບໍ່ມີສ່ວນ ຮັບຜິດຊອບໃດໆ.

“ມີແຕ່ວ່າ ໄປຂຸດເອົາ ຕາມອຸໂມງ ຂອງຄົນຈີນຊື່ໆດອກ, ເອົາເສດເຫຼືອເຂົາເຈົ້າຊື່ໆ. ມີໂຮງສີເກັບຊື້ ບາງຄັ້ງ (ເຄລຍ) ຕົກລົງກັບເຈົ້າໜ້າທີ່ຕຳຫຼວດ, ທະຫານ ນີ້ ຍາມປາກຖ້ຳ ແຈ້ງເຂົາໄວ້ກ່ອນ ແລ້ວປ່ອຍໃຫ້ເຂົ້າໄປເນາະ. ເຂົາເອົາເງິນນຳ ຜູ້ໜຶ່ງ ກະປະມານ 8 ແສນ ເພາະວ່າ ມັນມີກຳນົດໃຫ້ເດ. ຄັນວ່າກາຍ 2 ຊົ່ວໂມງ ກາຍໄປແລ້ວ ເຂົາບໍ່ຮັບຜິດຊອບ ຄັນຖືກຈັບ.”

ຂະນະທີ່ ຊາວບ້ານ ໃນເມືອງອະນຸວົງ ແຂວງໄຊສົມບູນ ນາງໜຶ່ງ ທີ່ຮູ້ເລື່ອງ ການລັກລອບຂຸດເອົາຄຳ ຂອງຊາວບ້ານ ກໍກ່າວເຖິງເລື່ອງນີ້ວ່າ ໄລຍະຜ່ານມາ ກໍໄດ້ຍິນຂ່າວວ່າ ມີຊາວບ້ານ ທີ່ເປັນໄທບ້ານຕົນເອງ ເຂົ້າໄປລັກຂຸດເອົາຄຳ ຢູ່ໃນເຂດຍອດນ້ຳເວ້ ທີ່ເປັນເຂດສະຫງວນ ຂອງພາກລັດ. ແຕ່ເບື້ອງຕົ້ນ ກໍບໍ່ແມ່ນແຕ່ຊາວບ້ານ ໃນເຂດບ້ານ ແລະ ເມືອງ ຂອງຕົນເອງທຸກຄົນ ທີ່ເຂົ້າໄປ ລັກລອບຂຸດເອົາຄຳ, ແຕ່ພັດມີຊາວບ້ານ ຈາກແຂວງອື່ນນຳ ທີ່ເຂົ້າມາລັກຂຸດຄຳ ໃນເຂດສຳປະທານ,​ ໂດຍເຂົາເຈົ້າ ໄປເປັນກຸ່ມຫຼາຍຄົນ.

ສາເຫດທີ່ເຂົາເຈົ້າ ມາລັກລອບຂຸດຄຳ ໃນເຂດສຳປະທານ ກໍແມ່ນຍ້ອນວ່າ ເຂົາເຈົ້າບໍ່ມີລາຍຮັບອື່ນ ເມື່ອໝົດລະດູການເຮັດໄຮ່, ເຮັດສວນ ແລະ ເຮັດນາ ກໍບໍ່ຮູ້ວ່າ ຈະໄປເຮັດຫຍັງ ເພື່ອສ້າງລາຍຮັບ ເທົ່າກັບການເຂົ້າໄປ ລັບລອບຂຸດຄຳໄປຂາຍ ທີ່ເປັນພຽງໄລຍະສັ້ນ, ແຕ່ກັບສ້າງລາຍຮັບ ໃຫ້ເຂົາເຈົ້າໄດ້ ຈຳນວນຫຼາຍ.

“ກໍໄດ້ຍິນແຕ່ຂ່າວວ່າ ມີຄຳຢູ່ຫັ້ນ ຢູ່ນີ້, ຊີ້ນ່າ. ເຂົາກໍມາລັກນ່າ ແບບນັ້ນ. ຄັນວ່າມາ ກໍບໍ່ແມ່ນແຕ່ໄທບ້ານເຮົານີ້ໄດ໋. ສ່ວນຫຼາຍ ມັນມາຕ່າງແຂວງ ມາຂຸດເປັນກຸ່ມໄດ໋. ສ່ວນຫຼາຍ ເຂົາກໍເຮັດໄຮ່, ເຮັດນານີ້ແຫຼະ ເຂົາກໍໄປ ຕອນທີ່ວ່າ ບໍ່ມີວຽກ ຍາມໄຮ່, ຍາມນາ, ຫັ້ນນ່າ. ແບບວ່າ ໄປເຮັດອັນອື່ນ ມັນກໍໄດ້ໜ້ອຍເດ້ ໄປລັກເອົາແນວນີ້ ມັນໄດ້ຫຼາຍຕິບໍ ເຂົາຈັ່ງເຮັດ.”

ໃນຂະນະດຽວກັນ, ຊາວບ້ານ ໃນເຂດບ້ານນ້ຳຍອນ, ເມືອງອະນຸວົງ ແຂວງໄຊສົມບູນ ອີກທ່ານໜຶ່ງ ກໍກ່າວວ່າ ທ່ານເອງ ກໍໄດ້ຍິນຂ່າວເຊັ່ນກັນວ່າ ມີຊາວບ້ານ ເຂດບ້ານຕົນເອງ ເຂົ້າໄປລັກຂຸດຄຳ ໃນເຂດສຳປະທານ ໃນເຂດຍອດນ້ຳເວ້ ທີ່ເປັນເຂດສະຫງວນ ຂອງພາກລັດ. ເບື້ອງຕົ້ນ, ກໍເຫັນວ່າ ເຂົາເຈົ້າກໍມີອຸປະກອນ ກວດຈັບຄຳ ແລະ ອຸປະກອນ ທີ່ຂຸດດິນໄດ້ ໄປຂຸດເອົາເສດຄຳ ທີ່ຕິດກັບເສດດິນ ແລະ ມັກໄປຕອນຄ່ຳ. ບາງເທື່ອ ເຫັນເຂົາເຈົ້າເວົ້າວ່າ ມີການຈ້າງເຈົ້າໜ້າທີ່ ດ້ວຍການເອົາເງິນໃຫ້ ເຈົ້າໜ້າທີ່ເວນຍາມ ເພື່ອຈະໄດ້ລັກເຂົ້າໄປ ຂຸດເອົາຄຳ ໄດ້ງ່າຍ ແລະ ມີຄວາມສ່ຽງໜ້ອຍ ທີ່ຈະຖືກຈັບ ກໍເລີຍສ່ຽງດວງໄປຂຸດ.

“ກໍໄດ້ຍິນເຂົາເວົ້າຢູ່ ອັນວ່າ ເຂົ້າໄປລັກຂຸດຄຳ ເຂົາໄປທາງນ້ຳເວ້ພຸ້ນເດ້. ເຂົາວ່າໄປລັກຈົກເອົາ ຈັກເຮັດແນວໃດ ມີເຄື່ອງກວດ ວ່າຊີ້. ລັກຂຸດຕະຫຼອດ ເຂົາຍັງເວົ້າ ບາງເທື່ອພັດຈ້າງ ເຈົ້າໜ້າທີ່ ເຂົາເຮັດຄຳຫັ້ນ ຈັ່ງບໍ່ໄດ້ເຂົ້າຄຸກ.​ ເຂົາບໍ່ມີວິທີເດ້ ຫາເງິນຫາຄຳ ແລະ ແນວນັ້ນ ຫາເງິນງ່າຍ ແລະ ເຂົາກໍເຮັດງ່າຍ.”

ກ່ຽວກັບເລື່ອງດັ່ງກ່າວນີ້, ນັກວິຊາການ ດ້ານການພັດທະນາຊຸມຊົນ ທ່ານໜຶ່ງ ໄດ້ກ່າວເຖິງ ບັນຫາທີ່ຊາວບ້ານ ໄປລັກຂຸດຄຳ ໃນເຂດສຳປະທານ ຂອງໂຄງການຕ່າງໆວ່າ ບັນຫາດັ່ງກ່າວນີ້ ສະທ້ອນໃຫ້ເຫັນ ຄຸນນະພາບຊີວິດ ຂອງຊາວບ້ານ, ເຊິ່ງອັນທີໜຶ່ງ ແມ່ນເຂົາເຈົ້າ ບໍ່ມີລາຍຮັບ ບໍ່ມີວຽກເຮັດງານທຳ ຫຼືບ່ອນທຳມາຫາກິນ ທີ່ໝັ້ນຄົງ ທີ່ຈະສ້າງລາຍຮັບ ໃຫ້ເຂົາເຈົ້າໄດ້. ສ່ວນໃຫຍ່ ຊາວບ້ານ ທີ່ຢູ່ຕາມເຂດຫ່າງໄກສອກຫຼີກ ກໍມີພຽງອາຊີບ ເຮັດໄຮ່, ເຮັດນາ, ຫາເຄື່ອງປ່າຂອງດົງ ເທົ່ານັ້ນ ແລະ ໃຊ້ຊີວິດ ຕາມຊົນນະບົດ ທົ່ວໄປ ບໍ່ໄດ້ມີຄວາມຈະເລີນ ເຂົ້າເຖິງເຂົາເຈົ້າ ລວມເຖິງວ່າ ເຂົາເຈົ້າມີຄວາມຮູ້ ແລະ ຄວາມສາມາດ ທີ່ຈຳກັດ ຈົນບໍ່ສາມາດ ຈະເຮັດແນວອື່ນໄດ້, ແຕ່ສິ່ງໃດ ທີ່ເປັນວິທີ ຈະຫາເງິນໄດ້ງ່າຍ ເຂົາເຈົ້າກໍຈະເຮັດ ເພື່ອຄວາມຢູ່ລອດ.

“ກໍເນື່ອງຈາກວ່າ ຄອບຄົວເຂົາເຈົ້າ ກໍບໍ່ມີລາຍຮັບຫັ້ນແຫຼະ ມັນທຸກມັນຍາກຫັ້ນແຫຼະ. ປັດຈຸບັນນີ້, ມັນເງິນກະເຟີ້ແດ່. ຖ້າເຂົາເຈົ້າມີລາຍຮັບປົກກະຕິ ເຂົາເຈົ້າຄືຈະບໍ່ເຮັດດອກ, ອັນປະເພດລັກນີ້ນ່າ. ບໍ່ມີຄວາມຮູ້ອັນໃດ, ຫັ້ນນ່າ ຕົ້ນທຶນຊີວິດມັນຕ່ຳ, ຫັ້ນນ່າເນາະ. ເກີດມາມີແຕ່ເຮັດໄຮ່ນຳພໍ່ນຳແມ່, ຫັ້ນນ່າ.”

ນັກວິຊາການ ດ້ານການພັດທະນາຊຸມຊົນ ທ່ານນີ້ ຍັງກ່າວຕື່ມວ່າ ບັນຫານີ້ ເປັນເລື່ອງຍາກ ທີ່ພາກລັດ ຈະເຂົ້າໄປແກ້ໄຂ ຢ່າງທົ່ວເຖິງ, ໂດຍສະເພາະ ການສ້າງວຽກເຮັດງານທຳ ທີ່ໝັ້ນຄົງ ໃຫ້ເຂົາເຈົ້າ ຍ້ອນພາກລັດ ຂາດງົບປະມານ. ດັ່ງນັ້ນ, ພວກຊາວບ້ານ ເຂົາເຈົ້າຈຶ່ງດີ້ນຮົນ ເພື່ອຄວາມຢູ່ລອດເອງ.

ປັດຈຸບັນນີ້, ພາກລັດ ໄດ້ໃຫ້ສຳປະທານດິນ ແກ່ຄົນຕ່າງປະເທດ ເພື່ອຂຸດຄົ້ນບໍ່ແຮ່ຕ່າງໆ ແລະ ບໍ່ຄຳ ເປັນຈຳນວນຫຼາຍ ແລະ ແຕ່ລະບ່ອນ ກໍມີເນື້ອທີ່ກວ້າງຂວາງ ສົ່ງຜົນໃຫ້ ປ່າໄມ້ກໍຖືກທຳລາຍ ລວມເຖິງ ເຄື່ອງປ່າຂອງດົງ ທີ່ຊາວບ້ານ ເຄີຍຫາໄດ້ ເພື່ອໃຫ້ໄດ້ຢູ່ໄດ້ກິນ ກໍຖືກທຳລາຍໄປ, ເຊິ່ງຊາວບ້ານ ທີ່ເຂົາເຈົ້າ ຢູ່ຕາມເຂດຫ່າງໄກສອກຫຼີກນີ້, ກໍຫາກິນຍາກຂຶ້ນກວ່າເກົ່າ ຈາກທີ່ເຄີຍຫາໄດ້ ກໍຫາບໍ່ໄດ້ ເນື່ອງຈາກການສູນພັນ ຂອງພືດພັນ, ສັດປ່າໜີຜ່າຍ ແລະ ງົບປະມານ ຂອງພາກລັດ ກໍບໍ່ມີ ທີ່ຈະມາພັດທະນາ ສ້າງອາຊີບ ໃຫ້ຊາວບ້ານ ກໍກັບກາຍເປັນບັນຫາ ໃຫ້ເຂົາເຈົ້າ ຫາວິທີຫາເງິນ ທີ່ໄດ້ມາງ່າຍ ເຖິງແມ່ນວ່າ ຈະຜິດກົດໝາຍກໍຕາມ ເພາະບໍ່ມີທາງເລືອກ.

“ເພາະວ່າ ເບິ່ງຜ່ານມາຫັ້ນເນາະ ໝວດເຂົາກໍສຳປະທານໝົດ ຈົນປ້ອມເປັນແນວໃດ, ຫັ້ນນ່າ ເນື້ອທີ່ກວ້າງ. ເຂົ້າປ່ານີ້ ມັນກໍຈັກສູນພັນ ແໝົດຫັ້ນແຫຼະ, ເຄື່ອງປ່າຂອງດົງ. ຍັງບໍ່ມີອັນໃດ ເຂົ້າໄປເຖິງເຂົາເຈົ້າ ຍັງໃຊ້ຊີວິດແບບເດີມຫັ້ນແຫຼະ. ຈະໃຫ້ມີງົບ ມັນບໍ່ມີດູ, ງົບພຽງພໍເຂົ້າໄປ.”

ທາງດ້ານເຈົ້າໜ້າທີ່ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະ ຕຳແໜ່ງ ໃນເມືອງປາກອູ ແຂວງຫຼວງພຣະບາງ ກໍກ່າວວ່າ ການເຂົ້າໄປ ລັກລອບຂຸດເອົາຄຳນີ້, ກໍແມ່ນຍ້ອນວ່າ ຊາວບ້ານເອງ ມີຄວາມໂລບ ທີ່ຢາກໄດ້ເງິນຫຼາຍ ທັງທີ່ບາງຄົນ ກໍມີເງິນຢູ່ແລ້ວ ກໍເຂົ້າໄປ ລັກລອບຂຸດເອົາຄຳ ນຳຄົນອື່ນກໍມີ. ສ່ວນໃນເລື່ອງອື່ນໆ ທ່ານບໍ່ຂໍລົງລາຍລະອຽດ ແລະ ຂໍປະຕິເສດ ບໍ່ເວົ້າເຖິງ.

“ເຮົາກໍບໍ່ຮູ້ຄືກັນເດີ້.​ ເອີ, ມັນກໍແລ້ວແຕ່ ການດຳລົງຊີວິດ ຂອງຄົນ ແບບຕ້ອງການເງິນ. ຈັ່ງວ່າເນາະ ຄວາມຢາກ ຂອງແຕ່ລະຄົນ ບໍ່ຄືກັນ ບາງຄົນ ເຂົາເຈົ້າມີເງິນ ເຂົາເຈົ້າກໍໄປແດ່.”

ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະ ຕຳແໜ່ງ ໃນແຂວງໄຊສົມບູນ ກໍກ່າວວ່າ ບັນຫາທີ່ມີຊາວບ້ານ ເຂົ້າໄປລັກລອບຂຸດຄຳ ໃນເຂດສຳປະທານນີ້, ສ່ວນໃຫຍ່ ກໍເປັນຊາວບ້ານທຳມະດາ ທີ່ມີອາຊີບເຮັດໄຮ່, ເຮັດນາ, ເຮັດສວນ. ເບື້ອງຕົ້ນ, ເຂົາເຈົ້າເຂົ້າໄປ ລັກລອບຂຸດຄຳ ແບບເປັນກຸ່ມ ກໍເພື່ອຫາລາຍໄດ້ ເທົ່ານັ້ນ. ທີ່ຜ່ານມາ, ກໍເກີດຂຶ້ນຢູ່, ແຕ່ເປັນພຽງກຸ່ມຄົນ ຈຳນວນໜ້ອຍ, ແຕ່ກໍຖືກເຈົ້າໜ້າທີ່ຈັບໄດ້, ເຊິ່ງເຈົ້າໜ້າທີ່ ກໍມີພຽງແຕ່ ນຳໂຕໄປສຶກສາອົບຮົມ ໃນເລື່ອງກົດໝາຍ ເທົ່ານັ້ນ ແລະ ບໍ່ໄດ້ມີການກັກຂັງໃສ່ຄຸກ. ແຕ່ກໍມີບາງຄົນ ຖືກຈັບໄດ້ ກໍກັບມາເຮັດຊ້ຳອີກຢູ່ ກໍມີ, ແຕ່ເຈົ້າໜ້າທີ່ ກໍປ່ອຍໂຕອອກມາ. ສ່ວນການແກ້ໄຂບັນຫາ ໃນເລື່ອງນີ້, ເຈົ້າໜ້າທີ່ ກໍມີແຕ່ລົງພື້ນຖານ ຕິດຕາມ-ກວດກາ ເປັນປະຈຳຢູ່ ແລະ ກໍຂໍໃຫ້ປະຊາຊົນ ເປັນຫູເປັນຕາຊ່ອຍນຳ ເພາະວ່າ ບໍ່ຢາກໃຫ້ເກີດບັນຫານີ້ ເຊັ່ນກັນ.

“ເປັນໄທບ້ານທຳມະດານີ້ ເປັນກຸ່ມຈຳນວນໜ້ອຍໆຊື່ໆ ກະມີແຕ່ເອົາຂຶ້ນມາ ສຶກສາອົບຮົມ, ຊີ້ແຈງ ໃນເບື້ອງລະບຽບ, ຫຼັກການ ໃຫ້ເຂົາເຈົ້າຟັງ ກະປ່ອຍ. ບາງເຫດການ ກໍໄປເຮັດຊ້ຳ ເຮົາກໍພະຍາຍາມ ລົງກວດກາ-ຕິດຕາມ ໃຫ້ປະຊາຊົນ ຢູ່ທ້ອງຖິ່ນນັ້ນ ເປັນຫູເປັນຕາຊ່ອຍ, ຫັ້ນແຫຼະເນາະ ເພື່ອວ່າ ບໍ່ໃຫ້ມີເຫດການດັ່ງກ່າວນີ້, ຫັ້ນນ່າ.”

ເຈົ້າໜ້າທີ່ ແຂວງໄຊສົມບູນ ທ່ານນີ້ ໄດ້ກ່າວມ້ວນທ້າຍວ່າ ການເຂົ້າໄປ ລັກລອບຂຸດຄຳ ໃນເຂດສຳປະທານນີ້ ຖືວ່າເປັນການກະທຳ ທີ່ຜິດກົດໝາຍ ໃນຂໍ້ຫາລັກຊັບສິນ ຂອງລັດ ເພາະເປັນເຂດສະຫງວນ ແລະ ຫ້າມບຸກລຸກ, ເຊິ່ງຊາວບ້ານ ຈະບໍ່ສາມາດເຂົ້າໄປ ເອົາຄຳໄດ້ ຖ້າບໍ່ໄດ້ຮັບອະນຸຍາດ ແລະ ເມື່ອເຈົ້າໜ້າທີ່ ຈັບໄດ້ ກໍຈຳເປັນ ຕ້ອງໄດ້ປະຕິບັດ ຕາມກົດໝາຍ.

ສ່ວນກໍລະນີຊາວບ້ານ ທີ່ເຂົ້າໄປ ລັກລອບຂຸດຄຳ ໃນເຂດສຳປະທານ ຢູ່ເຂດຍອດນ້ຳເວ້ ບ້ານນ້ຳຍອນ, ເມືອງອະນຸວົງ ແຂວງໄຊສົມບູນ ຫວ່າງບໍ່ດົນມານີ້ ເຈົ້າໜ້າທີ່ ກໍຈັບໄດ້ ຈຳນວນ 40 ຄົນ, ເຊິ່ງຊາວບ້ານ ທີ່ເຂົ້າໄປ ລັກຂຸດເອົາຄຳ ມີທັງຄົນ ເຂດອ້ອມແອ້ມບ້ານ ເຂດນັ້ນ ແລະ ຊາວບ້ານ ທີ່ມາຈາກຕ່າງແຂວງ.

ແຕ່ຫຼ້າສຸດ ໃນວັນທີ 9 ພຶດສະພາ ທີ່ຜ່ານມານີ້, ຄະນະຮັບຜິດຊອບ ແກ້ໄຂການລັກຂຸດຄົ້ນແຮ່ທາດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງໄຊສົມບູນ ກໍໄດ້ເຮັດພິທີ ສຶກສາອົບຮົມ, ກ່າວເຕືອນ ໃນເລື່ອງກົດໝາຍ ໃຫ້ແກ່ຊາວບ້ານ ທີ່ໄດ້ລັກລອບ ເຂົ້າໄປຂຸດຄຳ ໃນເຂດສຳປະທານ ແລະ ກໍໄດ້ປ່ອຍໂຕອອກມາ, ອີງຕາມການລາຍງານ ຂອງສຳນັກຂ່າວ ປກສ ແຂວງໄຊສົມບູນ ທີ່ໄດ້ເຜີຍແຜ່ ໃນວັນທີ 13 ພຶດສະພາ 2024. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.