ຊາວບ້ານ ບຸກລຸກ ປ່າສງວນແຫ່ງຊາດ ດົງຫົວສາວ ເພື່ອປູກມັນຕົ້ນ
ຊາວບ້ານ ຢູ່ແຂວງຈໍາປາສັກ ເຂົ້າໄປປູກມັນຕົ້ນ ໃນເຂດອຸທຍານແຫ່ງຊາດ ແຂວງຈໍາປາສັກຫລາຍເຮັກຕ້າຣ໌ ຍ້ອນບໍ່ມີທີ່ດິນທໍາກິນ ເພາະດິນຂອງຊາວບ້ານ ສ່ວນນຶ່ງຖືກທາງການ ໃຫ້ນາຍທຶນສັມປະທານ ເພື່ອເຮັດໂຄງການຕ່າງໆ ເຊັ່ນບໍ່ແຮ່, ສວນກາເຟ ແລະ ອື່ນໆ.
-
ຈຳປາທອງ
2022-05-11 -
-
-
Your browser doesn’t support HTML5 audio
ປ່າສງວນແຫ່ງຊາດດົງຫົວສາວ ແຂວງຈໍາປາສັກ ທີ່ຫາກໍຖືກປະກາດເປັນອຸທຍານແຫ່ງຊາດ ໃນມື້ວັນທີ 17 ກຸມພາ 2022 ນີ້ ກໍາລັງຖືກຊາວບ້ານຈໍານວນນຶ່ງ ເຂົ້າໄປປູກມັນຕົ້ນໃສ່ຫລາຍເຮັກຕ້າຣ໌ ຊຶ່ງທາງການກໍຫ້າມ ແລະພະຍາຍາມສະກັດກັ້ນ. ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ພຶສພານີ້ວ່າ ຜູ້ທີ່ເຂົ້າໄປປູກມັນຕົ້ນ ໃນເຂດອຸທຍານແຫ່ງຊາດນັ້ນ ສ່ວນຫລາຍ ເປັນຊາວບ້ານໃນພື້ນທີ່ ຍ້ອນຊາວບ້ານ ຈໍານວນນຶ່ງມີທີ່ດິນໜ້ອຍ ປູກຂາຍບໍ່ກຸ້ມກິນ, ເມື່ອຕ້ອງການປູກຫລາຍກໍລັກປູກໃນເຂດນັ້ນ.
“ເອີ ກະປະຊາຊົນມັນປູກ ແລ້ວກະຂາຍໃຫ້ບໍຣິສັດ ມາແຕ່ໄທຍຫັ້ນແລ້ວ ກະສົ່ງອອກເມືອພຸ້ນໝົດ ຈັ່ງໃດທາງເຮົາກະຫ້າມຫັ້ນແລ້ວ ຫາກປະຊາຊົນມັນບໍ່ມີກິນເນາະ ເຂົາລະລັກເຮັດເນາະ.”
ທ່ານກ່າວຕື່ມວ່າ ໃນໄລຍະ 4-5 ປີຜ່ານມານີ້ ຊາວລາວໃນປະເທດເຣີ່ມນິຍົມປູກມັນຕົ້ນຫລາຍ ເພາະມັນມີລາຄາສູງເມື່ອທຽບໃສ່ ລາຄາຢາງພາລາ ແລະກາເຟ ແລະມີບໍຣິສັດເອກກະຊົນ ຈາກປະເທດໄທຍ ເຂົ້າມາຮັບຊື້ໂດຍກົງ.
ພ້ອມກັນນັ້ນກໍຍັງມີ ບໍຣິສັດເອກກະຊົນລາວ ແລະວຽດນາມຈໍານວນນຶ່ງສັໃປະທານທີ່ດິນ ປູກມັນຕົ້ນຢູ່ແຂວງຈໍາປາສັກເພິ່ມຂຶ້ນນໍາເລື້ອຍໆ ຊຶ່ງໃນພື້ນທີ່ດິນ ທີ່ຖືກສັມປະທານໄປນັ້ນ ກໍເປັນດິນຂອງປະຊາຊົນຈໍານວນນຶ່ງ, ໃນເມື່ອພວກເຂົາ ເຈົ້າບໍ່ມີດິນປູກຝັງ ກໍໄປປູກມັນຕົ້ນຢູ່ໃນເຂດ ປ່າສງວນແຫ່ງຊາດ ທີ່ທາງການຫວງຫ້າມນັ້ນ.
ປະຊາຊົນລາວຜູ້ນຶ່ງ ຢູ່ເມືອງບາຈຽງຈະເລີນສຸກ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນໄລຍະທີ່ຜ່ານມາ ມີຊາວບ້ານຫລາຍຄົນ ເຂົ້າໄປປູກມັນຕົ້ນຢູ່ໃນ ເຂດປ່າສງວນແຫ່ງຊາດ ເພາະເປັນດິນເປົ່າວ່າງຫລາຍ ແຕ່ພວກເຂົາເຈົ້າກໍບໍ່ໄດ້ຕັດຕົ້ນໄມ້ ທໍາລາຍປ່າແຕ່ຢ່າງໃດ ເພາະຊາວບ້ານຮູ້ດີວ່າ ພື້ນທີ່ ທີ່ພວກເຂົາເຈົ້າປູກມັນຕົ້ນໃສ່ນັ້ນ ເປັນເຂດປ່າສງວນ. ແຕ່ກໍສັງເກດເຫັນວ່າ ພາຍຫລັງທີ່ທາງການ ໄດ້ປະກາດເຂດນັ້ນເປັນອຸທຍານແຫ່ງຊາດ, ດິນເປົ່າວ່າງ ຊາວບ້ານ ກໍເຂົ້າໄປປູກມັນຕົ້ນໃສ່ໜ້ອຍລົງ ແລະທາງການກໍເຂັ້ມງວດຂຶ້ນ, ຫາກເຫັນຜູ້ໃດໄປປູກມັນຕົ້ນໃສ່ ກໍໃຫ້ເລີກທັນທີ ດັ່ງທີ່ທ່ານກ່າວວ່າ:
“ແບບວ່າດິນແຕ່ເກົ່າ ເຂົາບໍ່ໄດ້ເຮັດຫຍັງຫັ້ນນ່າ ເຂົາກະເລີຍໄປປູກມັນໃສ່ ເຂົາບອກມາຫລາຍປີແລ້ວ ກະໄປປູກກະບໍ່ໄດ້ເປັນຫຍັງແຕ່ກີ້ຫັ້ນ ຫລົກໄປແລ້ວກະບໍ່ເຫັນເຮັດຫຍັງ ກໍສິວ່າ ເຂົາກະເລີຍຕໍ່ວ່າບາດນີ້ ຜູ້ເຂົາຂໍປູກປີດຽວຫັ້ນນ່າ.”
ແລະຊາວບ້ານຜູ້ນຶ່ງ ຢູ່ເມືອງປາກຊ່ອງກໍເວົ້າວ່າ ບໍ່ແປກໃຈທີ່ຊາວບ້ານຫລາຍຄົນ ພາກັນໄປປູກມັນຕົ້ນ ແລະພືດອື່ນໆໃສ່ ຍ້ອນວ່າ ທີ່ຜ່ານມາ ທາງການລາວ ໄດ້ເອົາດິນຂອງພວກເຂົາເຈົ້າ ໃຫ້ພວກນັກລົງທຶນທັງພາຍໃນ ແລະຕ່າງປະເທດ ສັມປະທານສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ປູກກາເຟ ແລະອື່ນໆໃສ່ ຈົນເກືອບວ່າບໍ່ຍັງເຫລືອດິນໄວ້ ໃຫ້ຊາວບ້ານທໍາມາຫາກິນ ລ້ຽງຊີວິດ ແລະຄອບຄົວໃນໄລຍະຍາວໄດ້.
ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ພຶສພານີ້ວ່າ:
“ການເຮັດການທໍານີ້ ດິນຢູ່ໃນຂອບເຂດເຮົານີ້ ມັນບໍ່ມີແລ້ວດຽວນີ້ ມີແຕ່ບໍຣິສັດເມິດບຸກເບີກ ເພາະວ່າດິນມັນແຄບລົງໆຫັ້ນແລ້ວ ປະຊາຊົນບາງຄົນຍັງແຕ່ເຮັກຕ້າເບາະ.”
ຊາວບ້ານຢູ່ເມືອງປາກຊ່ອງ ອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ເຖິງຊາວບ້ານຈະເຂົ້າໄປປູກມັນຕົ້ນ ຢູ່ດິນເປົ່າວ່າງ ຫລືໃນເຂດເຊື່ອມຕໍ່ ລະຫວ່າງບ້ານ ແລະປ່າສງວນນັ້ນ ແຕ່ພວກເຂົາເຈົ້າກໍບໍ່ເຄີຍ ເຂົ້າໄປຕັດໄມ້, ຖາງປ່າປູກມັນຕົ້ນແຕ່ຢ່າງໃດ ເພາະຊາວບ້ານທຸກຄົນ ປະຕິບັດຕາມຄໍາສັ່ງ ຂອງທາງການມາໂດຍ ຕລອດ ແລະໃນປັດຈຸບັນນີ້ ຊາວບ້ານກໍພາກັນຫັນມາປູກມັນຕົ້ນ ໃສ່ທີ່ດິນເທົ່າທີ່ຕົນມີແລ້ວ.
ດັ່ງທີ່ທ່ານກ່າວວ່າ:
“ແຖວປ່າສງວນນີ້ ປູກຢູ່ນໍາດິນແຖວວ່າງບ້ານ ກະແມ່ນກະວ່າທາງເມືອງ ເພິ່ນກະແຈ້ງມາບໍ່ໃຫ້ເຂົ້າປູກປ່າສງວນ ປະຊາຊົນຮັບຮູ້ ເຂົາກໍບໍ່ຫານ
ເຮັດ ມີແຕ່ວ່າປູກດິນໃຜດິນມັນ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຄຸ້ມຄອງ ປ່າສງວນແຫ່ງຊາດດົງຫົວສາວ ຊຶ່ງປັດຈຸບັນກາຍເປັນອຸທຍານແຫ່ງຊາດ ກ່າວວ່າ ປັດຈຸບັນ ມີປະຊາຊົນຫລາຍບ້ານ ທີ່ຢູ່ໃກ້ກັບອຸທຍານແຫ່ງຊາດ ຖືກທາງການພະຍາຍາມສະກັດກັ້ນ, ປາບປາມ ແລະໂຄສະນາຫ້າມບໍ່ໃຫ້ ຊາວບ້ານເຂົ້າໄປບຸກລຸກ ເຂດນີ້ເພື່ອປູກມັນຕົ້ນຕື່ມອີກ. ແຕ່ກໍຕ້ອງໄດ້ລະມັດລະວັງເປັນພິເສດ ເພາະທາງການກໍຍັງເພິ່ງພາຊາວບ້ານ ໃນການປົກປັກຮັກສາປ່າໄມ້ ແລະເປັນຄົນນໍາທ່ຽວ ໃນເຂດອຸທຍານແຫ່ງຊາດນີ້.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽໃນມື້ວັນທີ 11 ພຶສພານີ້ວ່າ:
“ປ່າສງວນເຮົາກະຍາກແດ່ໜ້ອຍນຶ່ງ ເພາະວ່າເຮົາມີປະຊາຊົນ ຊຶ່ງວ່າອາສັຍຢູ່ປ່າສງວນເຮົາຫັ້ນນ່າ ໃນການແກ້ໄຂຫລືວ່າໃນການສະກັດກັ້ນ ກະຕ້ອງຖືວ່າມີຄວາມລະມັດລະວັງ ມີຄວາມຮອບຄອບ ຢ້ານມັນໄປແຕະຕ້ອງກັບປະຊາຊົນແດ່ ເພາະວ່າສ່ວນຫລາຍເຮົາກະໄດ້ອາສັຍປະຊາຊົນ ເຂົ້າມາມີສ່ວນຮ່ວມໃນວຽກງານ ປົກປັກຮັກສາເຊັ່ນດຽວກັນ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ທາງການແຂວງຈໍາປາສັກ ໄດ້ກໍານົດຂອບເຂດ ແລະຈັດສັນທີ່ດິນໃຫ້ຊາວບ້ານ ທີ່ອາສັຍຢູ່ໃນເຂດ ແລະອ້ອມຂ້າງປ່າສງວນແຫ່ງຊາດ ມີທີ່ດິນທໍາການກະເສດ ແບບຖາວອນແລ້ວ ເພື່ອບໍ່ໃຫ້ຊາວບ້ານເຂົ້າໄປບຸກລຸກປ່າສງວນ.
ອີງຕາມຣາຍງານຂອງທາງການລາວ ປັດຈຸບັນ ແຂວງຈໍາປາສັກຕ້ອງການໃຫ້ມີປ່າໄມ້ປົກຫຸ້ມ 70% ຂອງເນື້ອທີ່ທັງໝົດ, ແຕ່ສາມາດປະຕິບັດໄດ້ 68% ແລະໃນອີກ 5 ປີຂ້າງໜ້າ ຈະສູ້ຊົນໃຫ້ໄດ້ຫລາຍກວ່າ 70%.