ຊາວບ້ານ ຢູ່ແຂວງອັດຕະປື ກັງວົນຜົລກະທົບ ໂຄງການປູກອ້ອຍ ປອດສານພິດ

ປະຊາຊົນ ຢູ່ເມືອງຊານໄຊ ແລະ ເມືອງໄຊເສດຖາ ອາດຖືກຜົລກະທົບ ຈາກໂຄງການປູກອ້ອຍ ປອດສານພິດ ຂອງ ບໍຣິສັດ ທີທີຊີ ຂອງນັກລົງທຶນວຽດນາມ ຊຶ່ງໄດ້ຮັບສັມປະທານ ເນື້ອທີ່ດິນ 3,841 ເຮັກຕ້າຣ໌ ຈາກທາງການລາວ.

ແຜນທີ່ ເຂດໂຄງການປູກອ້ອຍ ປອດສານພິດ ຂອງບໍຣິສັດ ທີທີຊີ ຂອງນັກລົງທຶນວຽດນາມ ຊຶ່ງໄດ້ຮັບສັມປະທານ ເນື້ອທີ່ 3,841 ເຮັກຕ້າຣ໌ ໃນເມືອງຊານໄຊ ແລະເມືອງໄຊເສດຖາ. RFA

ທາງການລາວອະນຸຍາດໃຫ້ ບໍຣິສັດ ນໍ້າຕານອ້ອຍ ທີທີຊີ ອັດຕະປື ຈຳກັດ ຂອງນັກລົງທຶນວຽດນາມຂຍາຍເນື້ອທີ່ ສັມປະທານເພີ່ມ 3,841 ເຮັກຕ້າຣ໌ ຢູ່ເຂດເມືອງຊານໄຊ ແລະ ເມືອງໄຊເສດຖາເພື່ອປູກອ້ອຍປອດສານພິດ ຫວັງຈະເພີ່ມຜົລຜລິດອ້ອຍໃຫ້ຫຼາຍຂຶ້ນ.

ຂະນະທີ່ຊາວບ້ານຈຳນວນນຶ່ງ ໃນເມືອງຊານໄຊກ່າວວ່າ ເຫັນທາງບໍຣິສັດດັ່ງກ່າວເຂົ້າມາສັມປະທານເນື້ອທີ່ ໄປຈົນໝົດ ກວມເອົາຮອດທີ່ດິນຂອງຊາວບ້ານ ແລະບອກວ່າຈະໃຫ້ຊາວບ້ານ ມາຮ່ວມປູກອ້ອຍນໍາດ້ວຍ ແຕ່ຊາວບ້ານບໍ່ທັນຮູ້ຣາຍລະອຽດເທື່ອວ່າ ຈະເປັນການລົງທຶນ ໃນລັກສະນະໃດແລະຈະກຸ້ມຄ່າ ກັບທີ່ດິນທີ່ສູນເສັຽຫຼືບໍ່.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຊານໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 17 ພຶສພານີ້ວ່າ:

ໂຕໃໝ່ເຂົາຍັງບໍ່ທັນໄດ້ປູກເນາະ ແຕ່ວ່າໂຕນີ້ກາບໍຣິສັດ ທີທີຊີ ເຂົາບຸກເບີກແບບວ່າ ໂຕເນື້ອທີ່ຂອງປະຊາຊົນເນາະ ແລ້ວເພິ່ນຊິປູກ 2+3 ເບາະ ຫຼືວ່າ 1+4 ຫັ້ນນ່າ ກາຍັງບໍ່ທັນ ເຂົ້າໃຈນຳເພິ່ນ ສ່ວນຫຼາຍກາແມ່ນດິນປະຊາຊົນຫັ້ນແຫຼະ ດິນເປົ່າຫວ່າງຫັ້ນກາສິບໍ່ມີແລ້ວ.

ຊາວບ້ານຜູ້ນີ້ກ່າວອີກວ່າ ຫາກຈະໃຫ້ຊາວບ້ານເຂົ້າຮ່ວມໂຄງການ 2+3 ຫຼືໂຄງການ 1+4 ທາງການລາວກໍຄວນຈະຕິດຕາມ ກວດກາຢ່າງເຂັ້ມງວດ ເພື່ອໃຫ້ຊາວບ້ານໃນພື້ນທີ່ ໄດ້ຮັບຜົລປໂຍດສູງສຸດ ບໍ່ແມ່ນລົງທຶນໄປແລ້ວ ຊາວບ້ານບໍ່ໄດ້ຮັບຜົລປໂຍດຫຍັງ ຄືດັ່ງຫຼາຍໂຄງການຜ່ານມາ.

ນອກຈາກນີ້ຊາວບ້ານ ແກ້ງໄຊ ເມືອງຊານໄຊ ຍັງສເນີຂໍທີ່ດິນນຳໂຄງການປະມານ 100 ເຮັກຕ້າຣ໌ ເພື່ອມອບໃຫ້ກັບຊາວບ້ານ ທີ່ຍັງບໍ່ມີທີ່ດິນທຳການກະເສດ ເພາະບາງຄອບຄົວກໍຍັງອາສັຍດິນເປົ່າຫວ່າງ ຂອງຣັຖເປັນບ່ອນທຳມາຫາກິນ.

ຊາວບ້ານອີກຜູ້ນຶ່ງໄດ້ກ່າວວ່າ ບໍຣິສັດຂອງວຽດນາມໄດ້ເຂົ້າມາບຸກເບີກ ເນື້ອທີ່ຈົນໝົດແລ້ວແລະຍັງຈົກຄອງນໍ້າ ຂນາດໃຫຍ່ອ້ອມຂອບເຂດໂຄງການ ເພື່ອປ້ອງກັນບໍ່ໃຫ້ສັດລ້ຽງຂອງຊາວບ້ານ ເຂົ້າໄປກິນອ້ອຍໃນເຂດໂຄງການ ແຕ່ຮ່ອງນໍ້າຂອງໂຄງການ ເຮັດໃຫ້ສັດລ້ຽງຂອງຊາວບ້ານເປັນຕົ້ນ ງົວ, ຄວາຍ, ແບ້ ຍ່າງຕົກລົງໃນຮ່ອງນໍ້າ ຫຼື ເຂົ້າໄປໃນເຂດໂຄງການ ແລ້ວອອກມາບໍ່ໄດ້ ເພາະໄລຍະຜ່ານມາເຄີຍເປັນບ່ອນຢູ່ ອາສັຍຂອງສັດລ້ຽງຊາວບ້ານ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຊານໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 17 ພຶສພາ ນີ້ວ່າ:

ເຂົາກຳລັງເຣີ່ມປູກປີນີ້ ແລ້ວຄັນວ່າຢູ່ເຂດແທ້ໆ ນີ້ກາຜົລກະທົບນີ້ກາມີ ແຕ່ວ່າມັນສິຜົລກະທົບກັບງົວ ຄວາຍຫັ້ນ ໂຕເພິ່ນຈົກຄອງຫັ້ນ ຄວາຍເຂົ້າໄປຫັ້ນແລ້ວ ມັນອອກມາບໍ່ໄດ້ ຕໍ່ໄປກາຍັງບໍ່ທັນຮູ້ວ່າ ໂຕສານເຄມີຫັ້ນຍັງບໍ່ທັນຮູ້ວ່າ ມັນສິມີ ຫຼືບໍ່

ຊາວບ້ານຜູ້ນີ້ກ່າວອີກວ່າ ສເນີໃຫ້ທາງການລາວລົງຕິດຕາມ ໂຄງການດັ່ງກ່າວບໍ່ໃຫ້ບຸກເບີກ ທີ່ດິນ ຫຼືຖົມດິນເກີນຂອບຂດ ສັມປະທານຂອງໂຕເອງ ເພາະປັດຈຸບັນທາງໂຄງການໄດ້ຖົມຫ້ວຍຕຸມສາ ຊຶ່ງເປັນຫ້ວຍທີ່ສຳຄັນທີ່ຊາວບ້ານ ເອົາໄວ້ທຳການກະເສດແລະລ້ຽງສັດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປືກ່າວວ່າ ໂຄງການປູກອ້ອຍປອດສານພິດ ຂອງບໍຣິສັດວຽດນາມ ໃນເບື້ອງຕົ້ນຈະໃຫ້ຊາວບ້ານ ໃນພື້ນທີ່ເມືອງຊານໄຊ ແລະເມືອງສນາມໄຊ ເຂົ້າຮ່ວມໂຄງການ 2+3 ຄວາມໝາຽຄື ຊາວບ້ານປະກອບສ່ວນ 2 ຢ່າງຄືທີ່ດິນ ແລະແຮງງານ ສ່ວນບໍຣິສັດປະກອບສ່ວນ 3 ຢ່າງຄືທຶນ, ເຕັກນິກວິຊາການ ແລະຕລາດ ແລ້ວແບ່ງຜົລປໂຍດຕາມອັດຕຣາສ່ວນ ທີ່ໄດ້ຕົກລົງກັນ ຊຶ່ງປັດຈຸບັນຍັງບໍ່ທັນໄດ້ຕົກລົງກັນເທື່ອ.

ຢ່າງໃດກໍຕາມ ກໍສັງເກດເຫັນວ່າມີຊາວບ້ານ ຈຳນວນຫຼາຍທີ່ອາດຈະຖືກຜົລກະທົບ ທັງການສູນເສັຽທີ່ດິນ, ບັນຫານໍ້າເປື້ອນ, ນໍ້າເສັຽ ແລະສິ່ງເສດເຫຼືອ ເຈືອປົນສານເຄມີຕ່າງໆ ທີ່ເກີດຈາກໂຄງການປູກອ້ອຍ ເພາະເນື້ອທີ່ສັມປະທານ ມີຂນາດໃຫຍ່, ສະນັ້ນແລ້ວກໍຕ້ອງເໜັ້ນໜັກ ໃຫ້ໂຄງການປູກອ້ອຍເອົາໃຈໃສ່ ເຣື່ອງຜົລກະທົບແລະມາຕຖານໃຫ້ດີກວ່ານີ້.

ດັ່ງເຈົ້າໜ້າທີ່ ຜແນກກະສິກັມແລະປ່າໄມ້ ແຂວງອັດຕະປື ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ພຶສພາ ນີ້ວ່າ:

ກາສິກະທົບຢູ່ ລະຫວ່າງບ້ານ ຖ້າວ່າເສດມັນລົງນໍ້າ ໂຕນີ້ນີ້ກາໄດ້ຄົ້ນຄ້ວາກັນແດ່ໜ້ອຍນຶ່ງ ເວົ້າເຣື່ອງຜົລກະທົບ ກາເໜັ້ນໜັກກັນວ່າ ໃຫ້ມັນໄດ້ມາຕຖານຫັ້ນແລ້ວ ເພາະວ່າເນື້ອທີ່ມັນກາ 5-6 ພັນແລ້ວດຽວນີ້ກະ.

ຕໍ່ກັບຂໍ້ກັງວົນເຣື່ອງຜົລກະທົບຕ່າງໆ ທີ່ຈະເກີດຂຶ້ນນີ້ທາງການລາວ ກໍຈະເຂັ້ມງວດໃນເຣື່ອງຂອງການປະເມີນຜົລ ກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ແບບລະອຽດຫາກເຫັນວ່າມີຜົລກະທົບ ບ່ອນໃດກໍຈະສເນີໃຫ້ບໍຣິສັດເຂົ້າໄປປັບປຸງແກ້ໄຂ ແລະເຮັດໃຫ້ໂຄງການ ມີມາຕຖານສູງທີ່ສຸດ. ຫາກໂຄງການການຈະນໍາເຂົ້າ ຢາປາບສັດຕຣູພືດ, ປຸຍ ຫຼື ຜລິດຕະພັນອື່ນໆ  ນຳມາໃຊ້ພາຍໃນໂຄງການ ຈະຕ້ອງໄດ້ຂໍອະນຸຍາດຈາກທາງການກ່ອນ ເຖິງຈະນຳມາໄດ້ ເພາະຫາກເປັນສານເຄມີປົນເປື້ອນ ກໍຈະສົ່ງຜົລກະທົບຕໍ່ຊາວບ້ານ ແລະສັດລ້ຽງໃນພື້ນທີ່.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ພຶສພານີ້ວ່າ:

ກາຕ້ອງປະເມີນຄວາມສ່ຽງກ່ອນ ລົງໄປກວດເບິ່ງພື້ນທີ່ອີ່ຫຍັງຄັກແນ່ ກາມັນກາເໝາະສົມເນາະ ສະພາບດິນຟ້າອາກາດ ກາບໍ່ໄດ້ມີຊິວ້າກະທົບອີ່ຫຍັງຫັ້ນນ່າ ຊິເອົາຢາປາບສັດຕູພືດບໍ່ ຝຸ່ນປຸຍແບບໃດເຂົ້າມາເນາະ ໄປຜ່ານພຸ້ນແຫຼະ

ສຳລັບໂຄງການປູກອ້ອຍປອດສານພິດ ຂອງບໍຣິສັດວຽດນາມແມ່ນຈະກວມເອົາ ເນື້ອທີ່ບ້ານທັງໝົດ 8 ບ້ານ ໃນ 2 ເມືອງປະກອບມີ ເມືອງຊານໄຊຈຳນວນ 3 ບ້ານຄື ດາກກຽດ, ຕາດແຊງ, ມູນ ແລະ ເມືອງໄຊເສດຖາ ຈຳນວນ 5 ບ້ານຄື ແກ້ງໄຊ, ສະແຄະ, ໂພໄຊ, ຊ້າຍ ແລະ ຕວຍ.

ປັດຈຸບັນບໍຣິສັດນໍ້າຕານອ້ອຍ ທີທີຊີ ອັດຕະປື ຈຳກັດ ໄດ້ເຂົ້າມາປູກອ້ອຍປອດສານພິດຢູ່ ແຂວງອັດຕະປືໃນເນື້ອທີ 6,000 ເຮັກຕ້າຣ໌ ຢູ່ເມືອງໄຊເສດຖາ ແລະ ເມືອງສາມັກຄີໄຊ ພ້ອມທັງກໍ່ສ້າງໂຮງງານນໍ້າຕານ ແລະ ໂຮງງານຜລິດໄຟຟ້າ ຈາກເສດອ້ອຍຢູ່ເຂດເມືອງພູວົງ ສະນັ້ນເພື່ອຕອບສນອງວັດຖຸດິບ ໃຫ້ພຽງພໍຕໍ່ຄວາມຕ້ອງການຂອງໂຮງງານ ຈຶ່ງຈຳເປັນຕ້ອງຂຍາຍເນື້ອທີ່ສັມປະທານເພີ່ມ 3,841 ເຮັກຕ້າຣ໌ ຢູ່ເຂດເມືອງຊານໄຊ ແລະ ໄຊເສດຖາ ມູນຄ່າ 111.56 ຕື້ກີບ. ໄລຍະສັມປະທານ 41 ປີ.

ບໍຣິສັດ ນໍ້າຕານອ້ອຍ ທີທີຊີ ອັດຕະປື ຈຳກັດ ແມ່ນເປັນບໍຣິສັດຂອງນັກລົງທຶນວຽດນາມ ຊຶ່ງແຕ່ກ່ອນມີສຊື່ວ່າ ບໍຣິສັດ ນໍ້າຕານອ້ອຍ ຮອງແອງ ອັດຕະປື ຈຳກັດ ຊຶ່ງປັດຈຸບັນເປັນບໍ ຣິສັດດຽວໃນແຂວງອັດຕະປືທີ່ໄດ້ຮັບສັມປະທານ ເນື້ອທີ່ຈາກທາງການລາວຫຼາຍທີ່ສຸດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org