ມ.ຈອມເພັດປະຊາຊົນ ລັ່່ງເລ ບໍ່ຢາກຍ້າຍ

ປະຊາຊົນ ໃນເຂດເມືອງຈອມເພັດ ທີ່ຕ້ອງໄດ້ໂຍກຍ້າຍ ໄປຢູ່ບ້ານຈັດສັນ ຕາມຄໍາສັ່ງຂອງທາງການ
ປະຊາຊົນ ໃນເຂດເມືອງຈອມເພັດ ທີ່ຕ້ອງໄດ້ໂຍກຍ້າຍ ໄປຢູ່ບ້ານຈັດສັນ ຕາມຄໍາສັ່ງຂອງທາງການ (RFA)

0:00 / 0:00

ປະຊາຊົນ ເມືອງຈອມເພັດ ທີ່ ໄດ້ຮັບຜົນກະທົບ ຈາກໂຄງການ ເຂື່ອນນໍ້າຂອງ ຫລວງພຣະບາງ ຈໍານວນ 6 ບ້ານ ໃນນັ້ນ ມີ 3 ບ້ານ ບໍ່ຢາກຍ້າຍໄປຢູ່ ບ້ານຈັດສັນໃໝ່ ຍ້ອນດິນບ້ານເກົ່ານັ້ນ ແມ່ນບ້ານທີ່ພວກເຂົາເຈົ້າ ຢູ່ກິນມາແຕ່ຄາວພໍ່ແມ່ ແຕ່ກໍຕ້ອງ ໄດ້ຍ້າຍເພາະເປັນ ຄໍາສັ່ງຂອງທາງການ, ດັ່ງປະຊາຊົນ ແກ້ງແຄນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 14 ສິງຫາ ນີ້ວ່າ:

“ຍ້າຍໄປ 2-3 ຫລັກນີ້ແຫລະ ແລ້ວຕິດກັນເລີຍນະ 3-4 ບ້ານ ເພິ່ນໃຫ້ຍ້າຍຈຸດສູມບ່ອນດຽວກັນເລີບ ປະຊາຊົນເຮົາ ກໍຖຽງເພິ່ນບໍ່ໄດ້ນີ້ ເພາະທາງເຈົ້ານາຍເພິ່ນກໍວ່າ ລົງທຶນສໍ່ານີ້ແລ້ວ ເພິ່ນວ່າແນວໃດ ເພິ່ນກໍສິເຮັດແລ້ວ ກໍຈໍາເປັນແຫລະ ເຮົາປະຊາຊົນ ເພິ່ນວ່າຍ້າຍກໍຕ້ອງໄດ້ ຍ້າຍນໍາເພິ່ນ.”

ເຂດບ້ານທີ່ ປະຊາຊົນບໍ່ຢາກໂຍກຍ້າຍ ນີ້ ມີບ້ານແກ້ງແຄນ ຊຶ່ງມີປະຊາຊົນຢູ່ 182 ຄອບຄົວ ແລະ ບ້ານຫ້ວຍຍໍ້ ມີຢູ່ 74 ຄອບຄົວ 2 ບ້ານດັ່ງກ່າວ ປະຊາຊົນຕ້ອງໂຍກຍ້າຍ ໄປຢູ່ບ້ານຈັດສັນໃໝ່ໃຫ້ໝົດ ຊຶ່ງບ້ານຈັດສັນໃໝ່ນີ້ ຢູ່ໄກຈາກບ້ານເກົ່າປະມານ 3-5 ຫລັກ ຕາມຄໍາສັ່ງຂອງທາງການ ຈະໃຫ້ປະຊາຊົນ ຍ້າຍອອກໃຫ້ໝົດພາຍໃນ ເດືອນທັນວາ ປີ 2019ນີ້.

ຕໍ່ບັນຫານີ້ ເຈົ້າໜ້າທີ່ ຫ້ອງວ່າການປົກຄອງເມືອງຈອມເພັດ ແຂວງຫລວງພຣະບາງ ຊຶ່ງເປັນນຶ່ງໃນຄນະຈັດສັນ ເຂື່ອນແຫ່ງນີ້ ກ່າວວ່າ ການໂຍກຍ້າຍ ເທື່ອນີ້ ປະຊາຊົນບາງກຸ່ມ ກໍເຫັນດີ ແລະໄດ້ເຊັນໜັງສືກັນໝົດແລ້ວ ແຕ່ກໍຍັງມີບາງບ້ານບໍ່ເຫັນພ້ອມ ຊຶ່ງກຸ່ມນີ້ທາງການ ຢາກໃຫ້ ເຂົ້າໃຈວ່າຍ້າຍໄປ ກໍເພາະໄປບ່ອນ ພັທນາ ກ່ອນເກົ່າ:

“ເຫັນແລ້ວແຫລະ ເຂົາເຈົ້າກໍເຫັນດີ ໄດ້ເຊັນກັນໝົດແລ້ວ ຄັນຢູ່ມັນກໍບໍ່ມີການພັທນາຫຍັງ ໄປຢູ່ສູມບ່ອນດຽວກັນ ໃຫ້ເປັນບ່ອນພັທນາ ມີ ຕລາດມີໂຮງຮຽນ ໂຮງໝໍ ມີສຸຂສາລາ ມີອິຫຍັງໃຫ້ເດ ກໍຄືວ່າຫັ້ນແຫລະ ກໍຕ້ອງດີກ່ວາເກົ່າ.”

ປັຈຈຸບັນ ຄນະຈັດສັນ ກໍາລັງເລັ່ງກໍ່ສ້າງ ເຮືອນໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຢູ່ເຂດເມືອງຈອມເພັດ ໃນນັ້ນມີ 6 ບ້ານ ຄື: ບ້ານ ໂຄກຫລວງ ບ້ານຫ້ວຍຍໍ້ ບ້ານຫ້ວຍແຂ້ ບ້ານແກ້ງແຄນ ບ້ານຕອນ ແລະ ບ້ານນາສັງ ຮວມທັງໝົດ 46 ຄອບຄົວ ຄາດວ່າປະຊາຊົນ ຈະສາມາດ ໂຍກຍ້າຍເຂົ້າມາຢູ່ໄດ້ ພາຍໃນເດືອນ ທັນວາ ປີ 2019 ນີ້ ຫລັງຈາກນັ້ນ ກໍຈະເຣີມກໍ່ສ້າງເຂື່ອນ ແລະ ພິຈາຣະນາ ຄ່າຊົດເຊີຍ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຕາມຄວາມເໝາະສົມ.

ຕາມຣາຍງານ ເຂື່ອນນໍ້າຂອງ ຫລວງພຣະບາງ ຈະສົ່ງຜົນກະທົບ ຕໍ່ປະຊາຊົນທັງໝົດ 1,000 ປາຍຄອບຄົວ ຫຼື ປະມານ 4,600 ຄົນ ຄື; ປະຊາຊົນ ເມືອງຈອມເພັດ 465 ຄອບຄົວ ເມືອງ ປາກອູ 72 ຄອບຄົວ, ເມືອງງາ ແຂວງ ອຸດົມໄຊ 520 ຄອບຄົວ ແລະ ເມືອງຫົງສາ ແຂວງໄຊຍະບູຣີ 20 ຄອບຄົວ. ເຂື່ອນດັ່ງກ່າວ ມີຂນາດ 1,410 ເມກາວັດ ເປັນການຮ່ວມລົງທຶນ ຣະຫວ່າງບໍຣິສັດ ຊ.ການຊ່າງ ຂອງໄທ ແລະ ບໍຣິສັດ ເປໂຕຣ ຂອງວຽດນາມ.