ຊາວບ້ານຜູ້ຖືກຜົລກະທົບ ຈາກໂຄງການເຂື່ອນເຊກອງ ຕອນລຸ່ມ A ຮຽກຮ້ອງຄ່າຊົດເຊີຍ
ປະຊາຊົນ ທີ່ຈະຖືກຜົລກະທົບ ຈາກໂຄງການເຂື່ອນເຊກອງ ຕອນລຸ່ມ A ໃນເມືອງສນາມໄຊ ແຂວງອັດຕະປື ຢາກໄດ້ຄ່າຊົດເຊີຍ ທີ່ເໝາະສົມ ແຕ່ວ່າຈົນມາເຖິງປັດຈຸບັນນີ້ ຊາວບ້ານກໍຍັງບໍ່ທັນເຫັນພາກສ່ວນທີ່ກ່ຽວຂ້ອງ ຈ່າຍຄ່າຊົດເຊີຍໃຫ້ກັບຊ້າວ ຊຶ່ງຫຼາຍຄົນກໍເປັນກັງວົນໃຈ.
-
ສຸພັດຕາ
2022-05-05 -
-
-
Your browser doesn’t support HTML5 audio
ຊາວບ້ານທີ່ຈະຖືກຜົລກະທົບ ຈາກໂຄງການເຂື່ອນເຊກອງ ຕອນລຸ່ມ A ໃນເມືອງສນາມໄຊ ແຂວງອັດຕະປື ຂໍໃຫ້ເຈົ້າຂອງໂຄງການ ຊາວວຽດນາມ ຊົດເຊີຽເງິນໃຫ້ກັບຊາວບ້ານຢ່າງເໝາະສົມ ເນື່ອງຈາກຜູ້ພັທນາໂຄງການເຂື່ອນ ແລະທາງການລາວ ໄດ້ມາສໍາຣວດ ແລະປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມແລ້ວ ແຕ່ກໍບໍ່ໄດ້ແຈ້ງຣາຍລະອຽດ ເຣື່ອງການຊົດເຊີຽໃຫ້ກັບຊາວບ້ານໄດ້ຮັບຮູ້ ແລະເຂົ້າໃຈ.
ດັ່ງຊາວບ້ານຜູ້ນຶ່ງ ທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງເຂື່ອນ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 5 ພຶສພາ ນີ້ວ່າ:
“ເງິນຄໍາຫຍັງ ກະຍັງບໍ່ທັນໄດ້ ເອີ່... ກະເບິ່ງໆນໍາກັນຢູ່ຫັ້ນແຫຼະ ກຸ້ມບໍ່ກຸ້ມ ກະຈັກຊິເຮັດຈ່ັງໃດແຫຼະ ພາກຣັຖ ເພິ່ນພັທນາໃຫ້ເຮົາເນາະ ພາກຣັຖ ກະຊ່ວຍພໍ່ແມ່ປະຊາຊົນແດ່ ພໍໄດ້ແກ້ໄຂ ນໍ້າຈິດນໍ້າໃຈ ຊາວບ້ານນີ້ກະ ເພິ່ນກະຮ້ອງໂຮໃສ່ຫັ້ນແຫຼະ.”
ຊາວບ້ານຜູ້ນີ້ ກ່າວອີກວ່າ ຄອບຄົວຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນດັ່ງກ່າວ ພາກັນອຸກໃຈ ແລະເປັນກັງວົນທີ່ສຸດ ເພາະຢ້ານບໍ່ໄດ້ຮັບເງິນຊົດເຊີຽທີ່ເໝາະສົມ ແລະຍຸຕິທັມ ສະນັ້ນແລ້ວ ຈຶ່ງຢາກໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຊ່ອຍຕິດຕາມກວດກາ ເຣື່ອງການຈ່າຍເງິນຊົດເຊີຽທີ່ເໝາະສົມ ເພື່ອຊ່ອຍເຫຼືອຊາວບ້ານນໍາດ້ວຍ.
ຊາວບ້ານອີກຜູ້ນຶ່ງ ທີ່ຖືກຜົລກະທົບສູນເສັຍດິນນາ ໃນເມືອງສນາມໄຊ ກ່່າວວ່າ ເຫັນທາງໂຄງການເຂື່ອນດັ່ງກ່າວ ແລະທາງການລາວ ມາປະເມີນຄວາມເສັຍຫາຍແລ້ວ 2 ຄັ້ງ ແຕ່ຊາວບ້ານທີ່ຖືກຜົລກະທົບ ກໍຍັງບໍ່ຮູ້ວ່າ ຈະໄດ້ຮັບເງິນຊົດເຊີຽໜ້ອຍຫຼາຍທໍ່ໃດ ແລະມື້ໃດຈະໄດ້ຮັບເງິນຊົດເຊີຽ ເພາະບໍ່ມີພາກສ່ວນໃດ ແຈ້ງຂໍ້ມູນໃຫ້ກັບຊາວບ້ານໄດ້ຮັບຮູ້ເທື່ອ.
ແລະເຖິງຢ່າງໃດກໍຕາມ ກໍຮຽກຮ້ອງໃຫ້ເຈົ້າຂອງໂຄງການ ຈ່າຍເງິນຊົດເຊີຽໃຫ້ຊາວບ້ານ ທີ່ຖືກຜົລກະທົບ ຢ່າງສົມເຫດສົມຜົລ ແລະໃຫ້ອີງຕາມລາຄາຊື້-ຂາຍ ຕາມທ້ອງຕລາດ ເຊິ່ງຢູ່ປະມານ 60 ລ້ານ ຫາ 100 ລ້ານກີບຕໍ່ເຮັກຕ້າຣ໌ ຂຶ້ນກັບພື້ນທີ່ແຕ່ລະຈຸດ ຫາກໄດ້ຮັບເງິນຊົດເຊີຽຕໍ່າກວ່າ 60 ລ້ານກີບຕໍ່ເຮັກຕ້າຣ໌ ຖືວ່າບໍ່ຍຸຕິທັມ ແລະເສັຍຜົນປະໂຫຍດຫຼາຍເກີນໄປ.
ດັ່ງຊາວບ້ານຜູ້ນຶ່ງ ທີ່ຖືກຜົລກະທົບ ຈາກໂຄງກໍ່ສ້າງເຂື່ອນ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 5 ພຶສພາ ນີ້ວ່າ:
“ໂຕເຂື່ອນເຊກອງ ຖືກເຈົ້າ ຖືກດິນນາ ເຮັກຕ້າຣ໌ປາຍ ບໍ່ ຍັງບໍ່ທັນໄດ້ (ເງິນຊົດເຊີຽ) ເຂົາສ້າງບໍ່ທັນແລ້ວ ຍັງບໍ່ທັນໄດ້ຄ່າຊົດເຊີຽ ສໍາຣວດຊື່ໆ ຍັງບໍ່ທັນແຈ້ງ ວ່າຊິໃຫ້ຈັ່ງໃດ.”
ອີງຕາມການປະເມີນຜົລກະທົບຕໍ່ສັງຄົມ ຂອງໂຄງການເຂື່ອນເຊກອງ ຕອນລຸ່ມ A ລະບຸວ່າ ບ້ານທີ່ໄດ້ຮັບຜົລກະທົບ ເຣື່ອງທີ່ດິນໄປແບບຖາວອນ ເປັນຕົ້ນ: ດິນນາ, ດິນສວນ ຮວມມີປະມານ 192,000 ຕາແມັດ ມີທັງໝົດ 5 ບ້ານ ຈໍານວນປະຊາຊົນມີ 163 ຄອບຄົວ ປະກອບມີ ບ້ານຄັນໝາກນາວ 26 ຄອບຄົວ, ບ້ານຫາດຊາຍສູງ 52 ຄອບຄົວ, ບ້ານນໍ້າກົງ 35 ຄອບຄົວ, ບ້ານຫາດຍາວ 30 ແລະ ບ້ານມິດສໍາພັນ 20 ຄອບຄົວ.
ສໍາລັບຊາວບ້ານ ໄດ້ຮັບຜົລກະທົບ ມີສະເພາະເຣື່ອງທີ່ດິນ ແລະບໍ່ມີຄອບຄົວໃດ ຖືກໂຍກຍ້າຍອອກຈາກພື້ນທີ່ ຍົກເວັ້ນວ່າ ເມື່ອໂຄງການກໍ່ສ້າງສໍາເຣັດ ແລະມີການຕັນນໍ້າ ແລ້ວລະດັບນໍ້າໜ້າເຂື່ອນເພີ່ມສູງຂຶ້ນ ອາຈໄດ້ປະເມີນສະຖານະການ ແລະຜົລກະທົບຕໍ່ສັງເພີ່ມຕື່ມອີກເທື່ອນຶ່ງ.
ສ່ວນການຊົດເຊີຽເຣື່ອງທີ່ດິນ ທາງການລາວ ແລະໂຄງການເຂື່ອນໄຟຟ້າ ຈະຊົດເຊີຽເປັນເງິນສົດໃຫ້ກັບຊາວບ້ານ ພ້ອມກັບຈັດສັນດິນທໍາການຜລິດຊົ່ວຄາວ ເປັນໄລຍະເວລາ 3 ປີ ໂດຍບໍ່ມີການບຸກເບີກ ແລະຈັດສັນໃຫ້ກັບຊາວບ້ານ.
ແລະເຣື່ອງການຊົດເຊີຽເງິນ ໃຫ້ກັບຊາວບ້ານ ທີ່ຖືກຜົລກະທົບ ກໍຈະແຕກຕ່າງກັນໄປ ບາງຄອບຄົວ ສູນທີ່ດິນນາ, ບາງຄອບຄົວກໍສູນເສັຍດິນສວນ ລາຄາກໍຈະແຕກຕ່າງກັນໄປ ໂດຍຈະສົມເຫດສົມຜົນກັບຊາວບ້ານ.
ດັ່ງເຈົ້າໜ້າທີ່ ເມືອງສນາມໄຊ ແຂວງອັດຕະປື ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 5 ພຶສພາ ນີ້ວ່າ:
“ຜູ້ໃດ ເນື້ອທີ່ຖືກຜົລກະທົບ ບ່ອນເຂົາກໍ່ສ້າງອາຄານຕ່າງໆ ສົມມຸດວ່າ ມັນຖືກນາປະຊາຊົນ ຖືກຜົລກະທົບ 100% ເຮົາກະໄລ່ເປັນຕາແມັດ ບາດນີ້ຜູ້ຊົ່ວຄາວ ຖືວ່າພາຍຫຼັງທີ່ກໍ່ສ້າງແລ້ວ ເຂົາຮື້ດິນຮື້ດອນອອກ ກະລາຄາຊໍ່ານຶ່ງ.”
ທາງດ້ານເຈົ້າໜ້າທີ່ ສິ່ງແວດລ້ອມ ເມືອງສນາມໄຊ ກ່າວວ່າ ເຖິງຣັຖບານ ຈະເຫັນວ່າ ໂຄງການເຂື່ອນໄຟຟ້າ ຈະເຮັດໃຫ້ລາວ ໄດ້ຮັບຜົລປະໂຫຍດ ແຕ່ຣັຖບານລາວ ກໍຕ້ອງຄໍານຶງເຖິງຜົລກະທົບຕໍ່ສິ່ງແວດລ້ອມແລະສັງຄົມ ນໍາດ້ວຍ ເພາະເນື້ອທີ່ປ່າໄມ້ ແລະດິນທໍາການກະເສຕ ທີ່ສູນເສັຍໄປໃຫ້ກັບໂຄງການເຂື່ອນໄຟຟ້າ ກວມເອົາຫຼາຍສົມຄວນ.
ດັ່ງເຈົ້າໜ້າທີ່ ຫ້ອງການຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 5 ພຶສພາ ນີ້ວ່າ:
“ຜົລກະທົບ ຕໍ່ທັມມະຊາດ ຕໍ່ສັງຄົມ ຊິໃຊ້ເນື້ອທີ່ທໍ່ໃດ ຕາມບົດວິພາກ ກະໄດ້ບຸກເບີກ ໂຕເນື້ອທີ່ໂຕ ຊິຕິດຕັ້ງເນາະ ແນວຄວາມຄິດ ມັນໄດ້ຢ່າງເສັຍຢ່າງເນາະ.”
ສໍາລັບໂຄງການເຂື່ອນໄຟຟ້າເຊກອງ ຕອນລຸ່ມ A ຕັ້ງຢູ່ບ້ານ ຄັນໝາກນາວ ເມືອງສນາມໄຊ ແຂວງອັດຕະປື ເຣີ່ມສໍາຣວດ ແລະສຶກສາຄວາມເປັນໄປໄດ້ ມາແຕ່ປີ 2015 ແລະສໍາເຣັດໃນປີ 2019 ໂດຍມີເນື້ອທີ່ພັທນາທັງໝົດ 3,342 ເຮັກຕ້າຣ໌ ໃນນີ້ ແບ່ງເປັນອ່າງເກັບນໍ້າ 3,254 ເຮັກຕ້າຣ໌ ແລະອີກ 88 ເຮັກຕ້າຣ໌ ຈະເປັນອາຄານ ສໍານັກງານຕ່າງໆ ຂອງໂຄງການ.
ໂຄງການເຂື່ອນໄຟຟ້າເຊກອງ ຕອນລຸ່ມ A ມີຂນາດກໍາລັງຕິດຕັ້ງ 86 ເມກາວັດ ລັກສະນະເປັນເຂື່ອນແບບຝາຍນໍ້າລົ້ນ ຫຼື Run-Off-River, ໂຄງການດັ່ງກ່າວນີ້ ເປັນການຮ່ວມທຶນ ລະຫວ່າງຣັຖບານລາວ ແລະ ບໍຣິສັດ Song Da ຂອງປະເທດວຽດນາມ ພາຍໃຕ້ຊື່ບໍຣິສັດ ເຂື່ອນໄຟຟ້າເຊກອງ-A ຈໍາກັດ ມູນຄ່າການລົງທຶນ 49 ລ້ານໂດລ້າຣ໌ສະຫະຣັຖ, ເຣີ່ມກໍ່ສ້າງເມື່ອຕົ້ນປີ 2021 ປັດຈຸບັນ ການກໍ່ສ້າງຄືບໜ້າໄປແລ້ວ ເກີນ 50% ແລະມີກໍານົດສ້າງສໍາເຣັດ ໃນປີ 2023 ທີ່ຈະມາເຖິງນີ້, ສ່ວນໄຟຟ້າທີ່ຜລິດໄດ້ນັ້ນ ຈະຂາຍໃຫ້ກັບຣັຖວິສາຫະກິຈໄຟຟ້າລາວ ເພື່ອນໍາໃຊ້ພາຍໃນແຂວງພາກໃຕ້ ຂອງປະເທດລາວ.