ບັນຫາຂີ້ເຫຍື້ອໃນນະຄອນຫຼວງ ວຽງຈັນ

ຂີ້ເຫຍື່ອ ໃນຕົວເມືອງ ນະຄອນຫລວງ ວຽງຈັນ ມີປະມານ 350-400 ໂຕນ/ມື້ ໃນນັ້ນສາມາດ ເກັບມ້ຽນ ໄປກໍາຈັດ ຢູ່ສະໜາມ ຂີ້ເຫຍື່ອຫລັກ 32 ໄດ້ພຽງ 250-300 ໂຕນ/ມື້ ເທົ່ານັ້ນ ສ່ວນທີ່ເຫລືອແມ່ນ ປະຊາຊົນ ໄປຖິ້ມເອງ ຫຼືຈູດ ທຳລາຍ.
ຂີ້ເຫຍື່ອ ໃນຕົວເມືອງ ນະຄອນຫລວງ ວຽງຈັນ ມີປະມານ 350-400 ໂຕນ/ມື້ ໃນນັ້ນສາມາດ ເກັບມ້ຽນ ໄປກໍາຈັດ ຢູ່ສະໜາມ ຂີ້ເຫຍື່ອຫລັກ 32 ໄດ້ພຽງ 250-300 ໂຕນ/ມື້ ເທົ່ານັ້ນ ສ່ວນທີ່ເຫລືອແມ່ນ ປະຊາຊົນ ໄປຖິ້ມເອງ ຫຼືຈູດ ທຳລາຍ. (Citizen Journalist)

0:00 / 0:00

ການຖິ້ມຂີ້ເຫຍື້ອຊະຊາຍ ຍັງແກ້ໄຂບໍ່ຕົກຢູ່ລາວ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ຫລາຍບ້ານຫລາຍເມືອງ ຍັງບໍ່ມີການເກັບຂີ້ເຫຍື້ອ ແລະທໍາຣາຍຂີ້ເຫຍື້ອຢ່າງຄັກແນ່ ເຊັ່ນຍັງບໍ່ມີບໍຣິສັດ ຫລືຣົດທຽວໄປເກັບຂີ້ເຫຍື້ອ ໃນແຕ່ລະບ້ານແຕ່ລະເຮືອນເຮັດໃຫ້ປະຊາຊົນຖິ້ມຂີ້ເຫຍື້ອ ຊະຊາຍ ຫລາຍຄົນກໍປັດກວາດ ຈູດເຜົາແລະຂຸດຂຸມ ຝັງຂີ້ເຫຍື້ອດ້ວຍຕົນເອງ ແຕ່ອີກຫລາຍຄົນຖິ້ມລົງໃນນໍ້າລໍາຄອງ ປະໃຫ້ເໜົ່າເໝັນ.

ໃນໃຈກາງນະຄອນຫລວງວຽງຈັນກໍໄຄແດ່ແລ້ວມີບໍຣິສັດຮັບເໝົາເກັບຂີ້ເຫຍື້ອເປັນປະຈໍາຢູ່ແຕ່ໃນເຂດນອກແດ່ເຊັ່ນເມືອງໄຊທານີ ຫາດຊາຍ ຟອງ ສັງທອງ ແລະນາຊາຍທອງ ເປີ້ເປື້ອນຫລາຍ ດັ່ງປະຊາຊົນ ບ້ານໄຮ່ ເມືອງໄຊທານີ ທ່ານນຶ່ງເວົ້າວ່າ:

“ແນວຣົດເກັບຂີ້ເຫຍື້ອເຂົາລະບໍ່ມາຮອດພີ້ເດ໋ ເຮົາກະມີແຕ່ຈຸດຫັ່ນແຫລະ ຂຸດຂຸມຝັງເອົາ ແຕ່ບາງເທື່ອ ບາງເທື່ອກະເອົາໄປຖິ້ມແຖວປ່າຢູ່ ປາຍນາພຸ້ນ.”

ສ່ວນຊາວບ້ານໄຮ່ອີກຜູ້ນຶ່ງ ໄດ້ຂໍຮ້ອງໃຫ້ທາງການທີ່ກ່ຽວຂ້ອງແກ້ໄຂບັນຫາດັ່ງກ່າວໂດຍໄວ ເພາະຂີ້ເຫຍື້ອຢູ່ຕາມປ່າແລະບຶງໜອງ ນັບມື້ນັບ ເພິ້ມຂື້ນສົ່ງຜົນກະທົບຕໍ່ສຸຂພາບຂອງຄົນແລະສັດ. ເມື່ອອາທິດທີ່ແລ້ວ ພວກເຮົາກໍຣາຍງານວ່າ ຢູ່ບໍຣິເວນ ບ້ານໜອງແປນເໜືອ ເມືອງຫາດ ຊາຍຟອງ ສນາມຖິ້ມຂີ້ເຫຍື້ອ ສົ່ງກິ່ນເໝັນ ແລະແມງວັນບິນໄປທົ່ວບໍຣິເວນບ້ານ ສ້າງຄວາມເດືອດຮ້ອນໃຫ້ແກ່ຊາວບ້ານຕລອດເວລາຫລາຍ ຄອບຄົວຈໍາເປັນຕ້ອງ ກາງມຸ້ງກິນເຂົ້າ ເພື່ອຫລີກລ້ຽງແມງວັນຕອມ. ປັດຈຸບັນຊາວບ້ານວິຕົກກັງວົນ ຢ້ານເກີດມີການຣະບາດຂອງເຊື້ອໂຣຄ ພຍາດຕ່າງໆ ນະຄອນຫລວງວຽງຈັນກໍາລັງເຕີບໃຫຍ່ ຂຍາຍຕົວ ປະຊາ ກອນນັບມື້ນັບເພິ້ມຂື້ນ ແລະຂີ້ເຫຍື້ອ ກໍເພິ້ມຂື້ນເຊັ່ນກັນ.