ຄ່າເກັບຂີ້ເຫຍື້ອຢູ່ນະຄອນ ຫຼວງ
ຊາວນະຄອນຫຼວງວຽງຈັນ ເວົ້າວ່າ ບໍຣິສັດ ເກັບຂີ້ເຫຍື້ອ ຈາກ ບ້ານເຮືອນ ໄປຖິ້ມນັ້ນ ຄິດຄ່າ ແພງຂຶ້ນນໍາ ທຸກເດືອນ.
-
ມະນີຈັນ
2016-08-04 -
-
-
Your browser doesn’t support HTML5 audio
ໃນລະຍະຜ່ານມາ ຜູ້ໃຊ້ສື່ສັງຄົມ ອອນລາຍ ໄດ້ສະແດງ ຄໍາເຫັນກ່ຽວກັບ ຄ່າເກັບຂີ້ເຫຍື້ອ ຢູ່ ນະຄອນຫຼວງ ວຽງຈັນ ຊຶ່ງ ປະຊາຊົນ ສ່ວນຫຼາຍ ເວົ້າວ່າ ຄ່າເກັບຂີ້ເຫຍື້ອ ເພີ່ມຂຶ້ນ ທຸກເດືອນ ແລະ ບາງເດືອນ ກໍເກັບແພງ ເກີນໄປ. ກ່ຽວກັບ ເຣຶ່ອງນີ້ RFA ໄດ້ສອບ ຖາມໄປຍັງ ເຈົ້າໜ້າທີ່ ຫ້ອງການ ພັທນາ ບໍຣິຫານ ຕົວເມືອງ ນະຄອນຫລວງ, ແລະ ໄດ້ຄໍາຕອບ ວ່າ ຄ່າເກັບຂີ້ເຫຍື້ອ ນັ້ນທາງໜ່ວຍ ງານ ທີ່ ຮັບຜິດຊອບ ໄດ້ເກັບຕາມ ຈໍານວນ ທີ່ ປະຊາຊົນ ຖິ້ມຕົວຈິງ ໃນແຕ່ລະເດືອນ ຊຶ່ງເຮັດ ຕາມສັນຍາ ທີ່ໄດ້ເຊັນກັນ, ຖ້າຫາກເກີນ ກໍແມ່ນເກັບ ສ່ວນທີ່ເກີນ:
"ເຮັດສັນຍາ ນໍາພວກເຮົາວ່າ ທິດລະເຂັ້ງ ເນາະ ຕົວຢ່າງເນາະ ກໍໝາຍຄວາມວ່າ ທິດນຶ່ງ ພວກເຮົາໄປເອົາ ແມ່ນເຂັ້ງນຶ່ງ ແຕ່ວ່າ ໃນ ກໍຣະນີ ທີ່ວ່າຂີ້ເຫຍື້ອ ເຈົ້າມັນເກີນ ໃນລະຍະ ເບື້ອງຕົ້ນ ຕົວຢ່າງວ່າ ອາທິດ ຕໍ່ມາເປັນ 2 ເຂັ້ງ ແລ້ວອາທິດ ຕໍ່ໄປ ເປັນເຂັ້ງນຶ່ງ ກໍຖືຕົວນີ້ ກໍບໍ່ໄດ້ໄລ່ ແຕ່ ໃນກໍຣະນີ ຈາກເຂັ້ງນຶ່ງ ແລ້ວມາເປັນ 2 ເຂັ້ງ 3 ເຂັ້ງ ສະແດງວ່າ ເຮົາຕ້ອງໄດ້ ໄປປ່ຽນນໍາ ສັນຍາໃໝ່ ເປັນ 2 ເຂັ້ງ ຫລື 3 ເຂັ້ງ ຕາມຈໍານວນ ທີ່ ເຈົ້າຖິ້ມຕົວຈິງ".
ປັດຈຸບັນ ຄ່າເກັບຂີ້ເຫຍື້ອ ຢູ່ ນະຄອນຫຼວງ ວຽງຈັນ ຢູ່ທີ່ 10 ພັນກີບ ຕໍ່ເຂັ້ງ ຕໍ່ອາທິດ ຈະມີ ພະນັກງານ ໄປເກັບຄ່າ ຂີ້ເຫຍື້ອ ທຸກໆ ເດືອນ ແລະ ຈະໄປເກັບ ຂີ້ເຫຍື້ອ ນໍາບ້ານເຮືອນ ຫລື ຮ້ານອາຫານ ອາທິດ ລະເທື່ອ. ທ່ານ ອະທິບາຍ ຕື່ມວ່າ ຖ້າປະຊາຊົນ ບໍ່ຢາກ ເສັຽຄ່າ ເກັບຂີ້ເຫຍື້ອ ແພງນັ້ນ ກໍໃຫ້ແຍກ ຂີ້ເຫຍື້ອ ແລ້ວຈະໄດ້ ເສັຽຄ່າຂີ້ເຫຍື້ອ ຖືກລົງ ແລະ ປັດຈຸບັນ ທາງອົງການ ພັທນາ ແລະ ບໍຣິຫານ ຕົວເມືອງ ກໍກໍາລັງ ຈະມີ ໂຄງການ ຮ່ວມກັບ ຍີ່ປຸ່ນ ເຮັດໃຫ້ ປະຊາຊົນ ຄັດແຍກ ຂີ້ເຫຍື້ອ ຊຶ່ງ ໃນເບື້ອງຕົ້ນ ຈະທົດລອງ ຢູ່ 2-3 ບ້ານ ໃນເຂດ ນະຄອນຫຼວງ ກ່ອນ.
ປັດຈຸບັນ ຂີ້ເຫຍື້ອ ຢູ່ ນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ໃນແຕ່ລະ ອາທິດ ເຈົ້າໜ້າທີ່ ຈະນໍາຂີ້ເຫຍື້ອ ໄປຖິ້ມ ຢູ່ ບໍຣິເວນ ຖິ້ມຂີ້ເຫຍື້ອ ຂອງ ນະຄອນຫຼວງ.