ໄຟໄໝ້ໂຮງງານຂີ້ເຫຍື້ອ ອິເລັກໂຕຣນິກ

ສິດນີ
2017.01.29
F-wasted ໄຟໄໝ້ ໂຮງງານ ແຍກຊິ້ນສ່ວນຂີ້ເຫຍື້ອ ອີເລັກໂຕຣນິກ ຂອງຈີນ ໃນເຂດ ເມືອງໄຊທານີ ສາເຫດຍັງບໍ່ແຈ່ມແຈ້ງ
ຮູບ: ສະມາຄົມ ອາສາກູ້ພັຍ ນະຄອນຫລວງວຽງຈັນ

ເມື່ອເວລາປະມານ 18 ໂມງ 15 ນາທີ ຂອງຕອນແລງ ວັນທີ 27 ມົກຣາ ໄດ້ເກີດເຫຕ ໄຟໄໝ້ ໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍື້ອ ອີເລັກໂຕຣນິກ ຂະໜາດໃຫ່ຍ, ຂອງຄົນຈີນ ແຕ່ບໍ່ຮູ້ຊື່ ໂຮງງານ ຄັກແນ່, ໃນເຂດ ບ້ານ ນາຜາສຸຂ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ຊຶ່ງຫ່າງຈາກ ໃຈກາງ ນະຄອນຫຼວງ ວຽງຈັນ ປະມານ 32 ກິໂລແມັດ. ດັ່ງເຈົ້າໜ້າທີ່ ດັບເພີງ ເມືອງໄຊທານີ ທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ໃນຕອນແລງ ຂອງວັນທີ 28 ມົກຣາ ວ່າ:

"ເອີ່ ດັບລະເດ ດັບແລ້ວ ໄທເຮົາ ກະປະສານຫາກັນ ດັບແລ້ວ. ໂຕນີ້ລະແມ່ນວ່າ ພາກສ່ວນ ໜ່ວຍງານດັບເພີງ ພວກເຮົານີ້ແຫຼະ ໄດ້ໄປກວດກາ ເບິ່ງໂຕຈິງເນາະ. ເປັນໂຮງງານ ແຍກຊິ້ນສ່ວນ ຂອງ ຄອມພິວເຕີ້, ແຕ່ຊື່ເຈົ້າຂອງ ຊື່ ອ່າໝິງ, ອ່າໝິງ ຜູ້ຕາງໜ້າ ນາຍແປພາສາ ຜູ້ເຝົ້າ ຢູ່ຫັ້ນແຫຼະ. ແຕ່ວ່າ ໃນມື້ນັ້ນ ຄົນບໍ່ມີ ຢູ່ໃນ ໂຮງງານ ເຂົາໄປກິນ ກຸດຈີນເໝິດ".

ທ່ານກ່າວຕື່ມວ່າ ທາງໜ່ວຍງານ ດັບເພີງ ປະຈຳ ເມືອງໄຊທານີ ໄດ້ເຂົ້າໄປ ສີດນ້ຳ ດັບໄຟໄດ້ ຮຽບຮ້ອຍແລ້ວ, ແຕ່ກໍ່ຍັງ ບໍ່ສາມາດ ເຂົ້າໄປ ສຳຣວດ ກວດກາໃຫ້ ຣະອຽດໄດ້ເທື່ອ ເພາະຕ້ອງໄດ້ ລໍຖ້າ ມື້ວັນຈັນ ເພື່ອໃຫ້ ເຈົ້າໜ້າທີ່ ສະເພາະກິຈ ເຂົ້າໄປກວດກາ ເຖິງສາເຫຕ ໄຟໄໝ້ ແລະ ປະເມີນ ຄວາມເສັຽຫາຍ.

ໃນຂນະດຽວກັນ ເຈົ້າໜ້າທີ່ ສະມາຄົມ ອາສາກູ້ພັຍ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກໍ່ໄດ້ກ່າວຕໍ່ ຜູ້ສື່ຂ່າວວ່າ ຍັງບໍ່ມີ ຣາຍງານເທື່ອວ່າ ມີໃຜໄດ້ຮັບ ບາດເຈັບ ຫຼື ເສັຽຊີວິຕ, ແລະວ່າ ໄດ້ເຕືອນ ປະຊາຊົນ ບໍ່ໃຫ້ເຂົ້າໃກ້ ບ່ອນເກີດເຫຕ:

"ຜູ້ບາດເຈັບ ຫຼືເສັຽຊີວິຕ ບໍ່ທັນໄດ້ມີ. ແຕ່ວ່າ ມົລພາວະເນາະ ເວົ້າງ່າຍໆວ່າມັນ ເປັນສານເຄມີ ຖືວ່າມີກິ່ນ ຢ່າງແຮງ ທີ່ວ່າຢູ່ ໃນເຂດ ບໍຣິເວນນັ້ນ ຫັ້ນນ່າ. ເຂດເຮົາ ຮັບຜິດຊອບ ກະໄດ້ແຈ້ງເຕືອນ ປະຊາຊົນຢູ່ ບໍ່ໃຫ້ຂະເຈົ້າ ທີ່ວ່າຢູ່ ບໍຣິເວນ ໃກ້ຄຽງ ເຂົ້າໄປຈຸດ ເກີດເຫຕເນາະ ທີ່ມີໄຟໄໝ້ ເພາະວ່າ ສິ່ງທີ່ເຜົາໄໝ້ ນັ້ນເປັນ ສານເຄມີ ທີ່ຈະເປັນ ອັນຕະຣາຍ ຕໍ່ສຸຂພາບ".

ຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ ສະມາຄົມ ອາສາກູ້ພັຍ ນະຄອນຫຼວງ ວຽງຈັນ ທ່ານນີ້ ໄດ້ກ່າວ ມ້ວນທ້າຍວ່າ ຍັງບໍ່ເປັນທີ່ ຈະແຈ້ງເທື່ອວ່າ ເຫຕການໄຟໄໝ້ ຄັ້ງນີ້ ເກີດມາຈາກຫຍັງ ແລະ ໂຮງງານ ດັ່ງກ່າວ ຊື່ວ່າແນວໃດ ຫຼື ແມ່ນໃຜ ເປັນເຈົ້າຂອງ? ເພາະຕ້ອງໄດ້ ລໍຖ້າ ໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ ຕຳຣວດ ສິ່ງແວດລ້ອມ ເຂົ້າໄປສຳຣວດ ກວດກາ ຄັກແນ່ກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.