ຊາວບ້ານ ຂໍຄ່າຊົດເຊີຍ ທີ່ເປັນທັມ ຈາກໂຄງການ ໂລຈິສຕິກສ໌ ພາຣ໌ກ
ຊາວບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຮຽກຮ້ອງຄ່າຊົດເຊີຍທີ່ດິນ ຢ່າງເປັນທັມຈາກການຂຍາຍເຂດ ໂຄງການພັທນາ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາຣ໌ກ ຊຶ່ງມາເຖິງຕອນນີ້ ທາງຊາວບ້ານ ໄດ້ຮັບຄວາມເດືອດຮ້ອນ.
-
ອຸ່ນແກ້ວ
2022-07-07 -
-
-
Your browser doesn’t support HTML5 audio
ຊາວບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຮຽກຮ້ອງຄ່າຊົດເຊີຍທີ່ດິນ ຢ່າງເປັນທັມຈາກການຂຍາຍເຂດ ໂຄງການພັທນາ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ. ໂຄງການພັທນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ທີ່ຈະຂຍາຍເພີ່ມເຕີມ ຈະກວມເອົາທີ່ດິນ ຂອງຊາວບ້ານອີກປະມານ 50 ເຮັກຕ້າຣ໌ ເຊິ່ງໂຄງດັ່ງກ່າວ ເຊື່ອມຕໍ່ໃສ່ ຣົຖໄຟລາວ-ຈີນ.
ມາເຖິງປັດຈຸບັນ ຊາວບ້ານຫຼາຍຄົນເຫັນວ່າ ຄ່າຊົດເຊີຍ ທີ່ພາກສ່ວນກ່ຽວຂ້ອງ ແລະ ບໍຣິສັດ ໄດ້ສເນີ ມານັ້ນ ຍັງບໍ່ເປັນທີ່ໜ້າພໍໃຈ ຍ້ອນວ່າ ຈະພຽງແຕ່ຊົດເຊີຍ ສິ່ງປຸກສ້າງເທົ່ານັ້ນ ແຕ່ຊາວບ້ານ ຢາກໄດ້ຄ່າຊົດເຊີຍ ດິນນານຳດ້ວຍ.
ຊາວບ້ານກ່າວວ່າ: ຈຳນວນຄອບຄົວທີ່ຖືກໂຄງການ ກວມເອົາທີ່ດິນ ມີປະມານ 1,000 ຄອບຄົວ. ອີງຕາມຂໍ້ມູນຈາກຊາວບ້ານ, ຊາວບ້ານບໍ່ມີໃບຕາດິນຖາວອນ ຫຼື ໃບຂອບຄຳ ແລະ ມີພຽງສິທໃຊ້ທີ່ດິນ ພ້ອມກັບການເສັຽພາສີທຸກປີ, ແຕ່ໂຄງການ ກໍໄດ້ຂໍໃຫ້ພາກສ່ວນກ່ຽວຂ້ອງ ອອກໃບຕາດິນຖາວອນໃຫ້ຕົນເອງ.
ເມື່ອບໍ່ດົນມານີ້ ໂຄງການໄດ້ມາໂອ້ລົມ ໃຫ້ຊາວບ້ານເຂດດັ່ງກ່າວ ບໍ່ໃຫ້ຕໍ່ເຕີມເຮືອນ ຫຼື ເຮັດສິ່ງປຸກສ້າງຂຶ້ນໃໝ່ອີກ ໃນເຂດທີ່ຈະຂຍາຍຕໍ່ໂຄງການ.
ຊາວບ້ານຊຽງດາ ຄົນນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ກໍຣະກະດາ ວ່າ:
“ມີຂັ້ນເມືອງ ຂັ້ນບ້ານເນາະ ທີ່ວ່າ ມາເປັນໂຕແທນຣັຖ ແລະ ເຈົ້າຂອງໂຄງການ ທີ່ວ່າມາຫັ້ນນ່າ ມາປະຊຸມກັບປະຊາຊົນລະເວົ້າ ວ່າ ດິນບໍ່ມີການຊົດເຊີຍ ຊົດເຊີຍແຕ່ສິ່ງປຸກສ້າງ ປັດຈຸບັນນີ້ ກະ 3 ປີເນາະ ເພິ່ນບໍ່ມີການຊົດເຊີຍ ແຕ່ຍັງບໍ່ເອົາດິນເທື່ອ ກະຍັງປັ່ນປ່ວນ ກະຄືວ່າ ບໍ່ໃຫ້ປຸກ ບໍ່ໃຫ້ສ້າງ.”
ຍານາງ ກ່າວຕື່ມວ່າ ເຈົ້າໜ້າທີ່ຂັ້ນບ້ານເອງ ກໍບໍ່ສະດວກທີ່ຈະເຮັດເອກສານຕ່າງໆ ທາງດ້ານທີ່ດິນ ໃຫ້ແກ່ຊາວບ້ານ ເປັນຕົ້ນ ບໍ່ເຊັນເອກສານໂອນສິທ ການນຳໃຊ້ທີ່ດິນ ແລະ ອື່ນໆ ໃນຂະນະດຽວກັນ ຫ້ອງການໄຟຟ້າ ແລະ ນ້ຳປະປາ ກໍບໍ່ໃຫ້ຊາວບ້ານເຂດດັ່ງກ່າວ ຕິດຕັ້ງກົງເຕີໄຟຟ້າ ແລະ ນຳປະປາ ສ່ວນວ່າ ນ້ຳປະປາ ຫຼື ໄຟຟ້າ ກໍມາບໍ່ເປັນປົກຕິ ໂດຍບໍ່ຮູ້ສາເຫດ. ຊາວບ້ານ ຕ້ອງການຄ່າຊົດເຊີຍທີ່ດິນ ແລະ ສິ່ງປຸກສ້າງ ທີ່ເໝາະສົມ ຕາມລາຄາທ້ອງຕລາດ.
ຊາວບ້ານ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ເປັນໄປໄດ້ກະຢາກໃຫ້ເພິ່ນມາ ຄັນວ່າ ຊິເອົາກະມາຊົດເຊີຍດິນ ແລ້ວກະຄ່າ ປຸກສ້າງ ທີ່ຖືກນີ້ແຫຼະ ຄັນຊິເອົາດິນລ້າໆ ໃຜກະບໍ່ຢາກໃຫ້ຫັ້ນແຫຼະ ຖ້າສາມາດຊົດເຊີຍໄດ້ ເຂົາເຈົ້າເອົາດິນເອົາເຮືອນເລີຍ.”
ໄລຍະຜ່ານມາ ຊາວບ້ານ ກໍໄດ້ໄດ້ຂໍ້ສເນີ ຄ່າຊົດເຊີຍສິ່ງປຸກສ້າງ ຍ້ອນວ່າ ຍັງບໍ່ເໝາສົມ ສະນັ້ນ ຫຼາຍຄົນຈຶ່ງບໍ່ຍອມເອົາຄ່າຊົດເຊີຍ.
ຊາວບ້ານອີກທ່ານນຶ່ງ ໄດ້ກ່າວວ່າ:
“ອັນນີ້ໆ ມັນກະຂໍ້ມູນເພີ່ມບໍ່ຕຣົງນ່າ ເຮືອນນ້ອຍໆ ເຮືອນຕູບລາວໃຫ້ຮອດ 400-500 ລ້ານ ບາງຫຼັງໃຫຍ່ໆ ໃຫ້ 200 ລ້ານ ບໍ່ອີ່ຕົນກັນເລີຍ ປະຊາຊົນເຂົາບໍ່ຍອມ ຖ້າວ່າເຈົ້າຊິເອົາແທ້ໆ ກະມື້ໃດເຈົ້າຊິເອົາ ມື້ໃດເຂົາຊິລົງມື ມື້ໃດເຂົາຊິຊົດເຊີຍ ຊົດເຊີຍນີ້ ປະຊາຊົນ ກໍຍອມ ແຕ່ວ່າຊົດເຊີຍ ໃຫ້ມັນເໝາະສົມທັງດິນທັງເຮືອນ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການບ້ານ ບ້ານຊຽງດາ ແລະ ຫ້ອງການປົກຄອງ ເມືອງໄຊເສດຖາ ເພື່ອຖາມຣາຍລະອຽດ ເພີ່ມເຕີມກ່ຽວກັບການຊົດເຊີຍ, ແຕ່ບໍ່ມີເຈົ້າໜ້າທີ່ໃດ ສາມາດໃຫ້ສັມພາດໄດ້. ໂຄງການດັ່ງກ່າວ ມີກໍານົດການເຣີ່ມລົງມື ກໍ່ສ້າງໃນປີນີ້.
ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ໄດ້ກ່າວວ່າ:
“ຕາມແຜນການ ເພິ່ນເຣີ່ມທ້າຍປີນີ້ແຫຼະ ຖ້າບໍ່ມີຫຍັງປ່ຽນແປງ ຈະເປັນເຂດ ເມືອງອຸດສາຫະກັມ ໂຮງແຮມ, ໂຮງຈັກ-ໂຮງງານ ເຮົາກຳລັງສ້າງຂົວ ເພື່ອເຊື່ອມຈອດໂຕນັ້ນຢູ່.”
ທ່ານກ່າວຕື່ມອີກວ່າ ສຳລັບຣາຍລະອຽດ ທີ່ກ່ຽວກັບການຊົດເຊີຍ ໃຫ້ແກ່ຊາວບ້ານ ໃນເຂດດັ່ງກ່າວ ກໍມີຄະນະເຈົ້າໜ້າທີ່ ກ່ຽວຂ້ອງອີກພາກສ່ວນນຶ່ງ ເປັນຜູ້ຮັບຜິດຊອບ ແຕ່ ຄະນະດັ່ງກ່າວກໍບໍ່ໄດ້ເປີດເຜີຍ ເຖິງຄວາມຄືບໜ້າ.
ໃນຂະນະດຽວກັນ ກໍຍັງມີຊາວບ້ານດົງໂພສີ ແລະ ບ້ານໃກ້ຄຽງ ຢູ່ເຂດເມືອງຫາດຊາຍຟອງ ອີກຈຳນວນຫຼາຍຄອບຄົວ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຈາກໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ເຖິງວ່າ ເຂົາເຈົ້າຈະເສັຽດິນໄປແລ້ວກໍຕາມ.
ໃນເບື້ອງຕົ້ນ ໂຄງການເຂດທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ມີເນື້ອທີ່ລວມທັງໝົດປະມານ 400 ເຮັກຕ້າຣ໌ ຢູ່ເມືອງ ຫາດຊາຍຟອງ ໂດຍ ເຂດໂລຈິສຕິກສ໌ ມີເນື້ອທີ່ 300 ປາຍເຮັກຕ້າຣ໌ ແລະ ເຂດ ທ່າບົກ-ທ່ານາແລ້ງ ມີເນື້ອທີ່ເກືອບ 100 ເຮັກຕ້າຣ໌.
ເຂດໂລຈິສຕິກສ໌ ເຣີ່ມກໍ່ສ້າງແຕ່ເດືອນພຶສຈິກາ ປີ 2020 ແລະ ເປີດໃຊ້ໃນເດືອນ ທັນວາ 2021 ເປັນຕົ້ນມາ ສ່ວນວ່າ ເຂດທ່າບົກ-ທ່ານາແລ້ງ ປັດຈຸບັນ ກໍ່ສ້າງສຳເລັດໄປແລ້ວ 90 ເປີເຊັນ ແລະ ຄາດວ່າ ຈະສຳເຣັດ ໃນອີກ 3 ເດືອນຕໍ່ໜ້າ .
ສ່ວນວ່າ ການຂຍາຍເຂດ ໂຄງການພັທນາ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ມີເນື້ອທີ່ 50 ເຮັກຕ້າຣ໌ ນັ້ນ ຢູ່ ເມືອງໄຊເສດຖາ, ແຕ່ ຍັງບໍ່ມີກຳນົດເວລາຄັກແນ່ວ່າ ຈະກໍ່ສ້າງສຳເຣັດເມື່ອໃດ.