ຊ່ອຍຊາວບ້ານ 2 ຄົນ ຖືກດິນເຈື່ອນທັບ ໃນອຸໂມງ
ຊາວບ້ານ 2 ຄົນ ຢູ່ເຂດ ເມືອງວິລະບູຣີ ແຂວງ ສວັນນະເຂດ ໄດ້ພາກັນ ໄປຂຸດຄົ້ນຫິນຂຽວ ຫຼື ແຮ່ທອງ ມາລາໄຄ ຢູ່ເຂດບໍ່ແຮ່ເກົ່າ ຂອງໂຄງການ ບໍ່ຄໍາ-ບໍ່ທອງ ເຊໂປນ ແລະໄດ້ຮັບບາດເຈັບ ຍ້ອນຖືກດິນເຈື່ອນທັບ ໃນລະຫວ່າງທີ່ໄປຂຸດຫິນຂຽວຢູ່ໃນອຸໂມງ.
-
ສຸພັດຕາ
2022-02-02 -
-
-
Your browser doesn’t support HTML5 audio
ໃນວັນທີ່ 1 ກຸມພາ ທີ່ຜ່ານມານີ້ ຢູ່ເຂດເມືອງວິລະບູຣີ ແຂວງສວັນນະເຂດ ມີຊາວບ້ານ 2 ຄົນ ໄດ້ພາກັນໄປຂຸດຄົ້ນຫິນຂຽວ ຫຼື ແຮ່ທອງມາລາໄຄ ຢູ່ເຂດບໍ່ແຮ່ເກົ່າ ຂອງໂຄງການບໍ່ຄໍາ-ບໍ່ທອງເຊໂປນ ແລ້ວໄດ້ຮັບບາດເຈັບ ຍ້ອນຖືກດິນເຈື່ອນທັບ ໃນລະຫວ່າງທີ່ໄປຂຸດຫິນຂຽວຢູ່ໃນອຸໂມງ ໂດຍພະນັກງານຂອງກຸ່ມບໍຣິສັດ ຄູນໄຊ ພັທນາກໍ່ສ້າງ ຈໍາກັດ ທີ່ຜ່ານໄປເຂດດັ່ງ ແລະເຫັນເຫດການ ໄດ້ນໍາຣົຖຈົກເຂົ້າໄປຂຸດດິນອອກ ແລະນໍາຊາວບ້ານທັງ 2 ຄົນ ສົ່ງໂຮງໝໍ.
ສໍາລັບຊາວບ້ານ 2 ຄົນດັ່ງກ່າວ ແມ່ນມີ ທ້າວ ທູນວິໄລ ອາຍຸ 22 ປີ, ຢູ່ບ້ານບຸ່ງຄໍາ ແລະທ້າວ ສີທາວອນ ອາຍຸ 22 ປີ, ຢູ່ບ້ານນໍ້າຄີບ ຊຶ່ງຢູ່ບໍ່ຫ່າງໄກຫຼາຍ ຈາກບ່ອນເກີດເຫດ.
ດັ່ງພະນັກງານ ຂອງກຸ່ມບໍຣິສັດ ຄູນໄຊ ພັທນາກໍ່ສ້າງ ຈໍາກັດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 2 ກຸມພາ ນີ້ວ່າ:
“ເຮົາເປັນຜູ້ໄປຊ່ວຍຂຸດເອົາປະຊາຊົນອອກ ເພາະວ່າບໍຣິສັດເຮົາ ກໍຊິໄປເຮັດວຽກທາງນັ້ນພໍດີ ດິນຖລົ່ມທັບຂະເຈົ້າແລ້ວ ຣົຖຈົກໄດ້ໄປຂວາດ ເອົາດິນອອກໃຫ້ຂະເຈົ້າ.”
ຂະນະທີ່ ຊາວບ້ານ ບ້ານບຸ່ງຄໍານາງນຶ່ງ ທີ່ຮູ້ຂ່າວດັ່ງກ່າວ ກ່າວວ່າ ສໍາລັບຊາວບ້ານບຸ່ງຄໍາ ທີ່ໄດ້ຮັບບາດເຈັບຈາກເຫດດັ່ງກ່າວນັ້ນ ຫຼ້າສຸດ ກໍໄດ້ຍິນຂ່າວວ່າ ຍັງປິ່ນປົວຢູ່ໂຮງໝໍເມືອງວິລະບູຣີ ສ່ວນສາເຫດທີ່ເຮັດໃຫ້ເກີດດິນເຈື່ອນທັບນັ້ນ ຍ້ອນໃນໄລຍະ ທີ່ພວກເຂົາເຈົ້າໄປຂຸດຫິນຂຽວ ຢູ່ບ່ອນດັ່ງກ່າວມີຝົນຕົກ ໃໝ່ ຈຶ່ງເຮັດໃຫ້ເກີດດິນເຈື່ອນ.
ດັ່ງນາງກ່າວວ່າ:
“ແມ່ນແຫຼະ ບ້ານບົ່ງຄໍານີ້ແຫຼະ ໄປໂຮງໝໍແລ້ວ ໄປແຕ່ມື້ວານນີ້ ຫິນທັບຂະເຈົ້າກະປອດໄພໝົດແລ້ວເດ້ ຂະເຈົ້າໄປຄົ້ນຫິນຂຽວ ຂະເຈົ້າລະຂຸດເອົາຫິນຂຽວ ຫິນທອງຫັ້ນນ່າ ແລ້ວບາດນີ້ດິນເຈື່ອນທັບ ດິນແບບສະໄລ້ຫັ້ນນ່າ ຝົນຕົກໃໝ່ແນ່ຫັ້ນນ່າ.”
ຊາວບ້ານໃກ້ຄຽງ ອີກນາງນຶ່ງກ່າວວ່າ ຊາວບ້ານທີ່ເຂົ້າໄປຂຸດຄົ້ນຫິນຂຽວ ໃນເຂດດັ່ງກ່າວ ສ່ວນຫຼາຍແມ່ນຊາວບ້ານ ທີ່ມີຖານະທຸກຍາກ ຈຶ່ງເຂົ້າໄປຂຸດຄົ້ນຫິນດັ່ງກ່າວ ເພື່ອນໍາເອົາໄປຂາຍເປັນລາຽໄດ້ ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະປະກາດຫ້າມບໍ່ໃຫ້ເຂົ້າໄປຂຸດຄົ້ນກໍຕາມ.
ດັ່ງນາງກ່າວວ່າ:
“ເອີ່ ແນວນັ້ນແຫຼະ ປະຊາຊົນຜູ້ທຸກຜູ້ຍາກ ໄປຫາລັກຂອງເຂົາຫັ້ນແຫຼະ ເຂົາກະຂອງຫວງຫ້າມຫັ້ນແຫຼະ ເຂົາກະເສັຍພາສີອາກອນແລ້ວ ເຂົາກະໄປລັກປະຊາຊົນ ຄົນຂຸດກະຫຼາຍ ກະເປັນບໍຣິສັດ ເປັນບໍ່ຄໍາ.”
ສ່ວນເຈົ້າໜ້າທີ່ ປກສ ເມືອງວິລະບູຣີ ທ່ານນຶ່ງ ກ່າວວ່າ ທາງຫ້ອງການ ປກສ ບໍ່ໄດ້ແຈ້ງຂໍ້ຫາຫຍັງ ຕໍ່ຊາວບ້ານທັງສອງຄົນດັ່ງກ່າວ ແຕ່ຈະເອີ້ນມາສຶກສາອົບຮົມທັນທີ ທີ່ພວກກ່ຽວອອກຈາກໂຮງໝໍ ເພື່ອບໍ່ໃຫ້ໄປລັກຂຸດຫິນຂຽວ ຢູ່ເຂດດັ່ງກ່າວຕື່ມອີກ ຈາກນັ້ນຈຶ່ງຈະປ່ອຍໂຕກັບບ້ານ.
ດັ່ງທ່ານກ່າວວ່າ:
“2 ຄົນນີ້ ກະຍັງບໍ່ທັນມີຂໍ້ຫາຫຍັງ ເພາະວ່າ ຂະເຈົ້າຍັງຢູ່ໃນໄລຍະ ທີ່ປິ່ນປົວສຸຂພາບຂອງຕົນເອງເນາະ ປິ່ນປົວດີພຸ້ນແຫຼະ ໄທເຮົາຊິເອົາສຶກສາອົບຮົມ ເພາະວ່າຂະເຈົ້າກະໄປ ກະບໍ່ທັນໄດ້ອີ່ສັງນ່າ ເຄື່ອງຂອງກາງກະຍັງບໍ່ທັນໄດ້ ຢູ່ໃນຂັ້ນພຍາຍາມຫັ້ນແຫຼະ.”
ທ່ານກ່່່າວອີກວ່າ ກ່ອນໜ້ານີ້ ກໍມີຊາວບ້ານ ທີ່ລັກລອບເຂົ້າໄປຂຸດຄົ້ນຫິນຂຽວ ຢູ່ເຂດບໍ່ແຮ່ເກົ່າ ຂອງໂຄງການບໍ່ຄໍາ-ບໍ່ທອງເຊໂປນ ຢູ່ເລື້ອຍໆ ເພື່ອນໍາໄປຂາຍເປັນລາຽໄດ້ ເຖິງແມ່ນວ່າ ເຈົ້າໜ້າທີ່ຈະພຍາຍາມສະກັດກັ້ນ ແຕ່ກໍບໍ່ສາມາດຫ້າມໄດ້ໝົດ ຍ້ອນເນື້ອທີ່ດັ່ງກ່າວຂ້ອນຂ້າງກວ້າງຂວາງ ແລະຊາວບ້ານຈໍານວນນຶ່ງ ກໍມີໄຮ່-ມີສວນ ຢູ່ໃກ້ກັບເຂດດັ່ງກ່າວ ແລະສວຍໂອກາດເຂົ້າໄປຂຸດຄົ້ນຫິນຂຽວ.
ສໍາລັບໂຄງການບໍ່ຄໍາ-ບໍ່ທອງເຊໂປນ ແມ່ນຂຶ້ນກັບບໍຣິສັດ ລ້ານຊ້າງ ມິເນໂຣ ລິມິເຕັທ ຊຶ່ງບໍຣິສັດດັ່ງກ່າວ ຫາກໍໄດ້ຕໍ່ອາຍຸການຂຸດຄົ້ນບໍ່ແຮ່ ໂຄງການບໍ່ຄໍາ-ບໍ່ທອງ ໄປຢ່າງຕໍ່າອີກ 10 ປີ ໂດຍຄາດວ່າ ຈະຜລິດແທ່ງຄໍາ ໄດ້ປະມານ 250,000 ອອນສ໌ຕໍ່ປີ, ອີງຕາມຂໍ້ມູນຂອງບໍຣິສັດ ລ້ານຊ້າງ ມິເນໂຣ ລິມິເຕັທ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດ ລ້ານຊ້າງ ມິນິໂຣ ລິມິເຕັທ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສັມພາດ.
ກ່ອນໜ້ານີ້ ໃນເດືອນ ກໍຣະກະດາ ປີ 2021 ຊາວບ້ານທີ່ໄປຂຸດຄົ້ນຄໍາ ຢູ່ເຂດບ້ານ ແລທອງ ແລະບ້ານໂຈ້ຍ ເມືອງພູກູດ ແຂວງຊຽງຂວາງ ເສັຍຊີວິດຈໍານວນ 7 ຄົນ ຍ້ອນຖືກດິນຍຸບທັບ ໃນຂະນະທີ່ພວກເຂົາເຈົ້າລົງໄປຂຸດຄໍາ ຢູ່ໃນຂຸມເລິກປະມານ 30 ແມັດ.
ແລະເມື່ອປີ 2019 ຊາວບ້ານ ບ້ານຜາປົ່ນ ເມືອງປາກອູ ແຂວງຫຼວງພຣະບາງ ທີ່ລັກເຂົ້າໄປຂຸດຄໍາ ຢູ່ໃນຖໍ້າເຂດບ້ານຜາປົ່ນ ໄດ້ເສັຍຊີວິດທັງໝົດ 7 ຄົນ ປະກອບດ້ວຍ ເດືອນເມສາ ປີ 2019 ມີຄົນເສັຍຊີວິດ 3 ຄົນ ຍ້ອນຖືກຫິນເຈື່ອນທັບໃສ່ ໃນຂະນະຂຸດຄົ້ນຄໍາ ແລະໃນເດືອນກັນຍາ ປີດຽວກັນນັ້ນ ມີຄົນເສັຍຊີວິດເພີ່ມອີກ 4 ຄົນ ຍ້ອນຈັກດູດນໍ້າ ທີ່ພວກເຂົາເຈົ້າເອົາລົງໄປນໍາ ໄດ້ເຮັດໃຫ້ເກີດຄວັນຫຼາຍ ຈຶ່ງພາກັນຂາດອາກາດຫາຍໃຈ.