ພົບການຕັດໄມ້ ຫຼາຍຈຸດ ໃກ້ພູກອງເຂົ້າ, ເຂດພູເຂົາຄວາຍ

ພົບການຕັດໄມ້ ທຳລາຍປ່າ ຢູ່ຫຼາຍຈຸດ ໃນເຂດອຸທິຍານແຫ່ງຊາດ ພູເຂົາຄວາຍ, ຂະນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພັດຢັ້ງຢືນ ກ່ຽວກັບເຫດການດັ່ງກ່າວ ວ່າເປັນຂໍ້ມູນເກົ່າ.

ນີ້ແມ່ນຮູບປະກອບ ເຊິ່ງໄມ້ທີ່ຖືກຕັດເຂດພູເຂົາຄວາຍ ໃນປີນີ້. Courtesy Photo

ໃນໄລຍະ ທ້າຍເດືອນເມສາ 2024 ນີ້, ມີຜູ້ໃຊ້ ສື່ສັງຄົມອອນລາຍນ໌ ຊາວລາວ ຜູ້ໜຶ່ງ ເຜີຍແຜ່ຄລິບວິດີໂອ ທີ່ມີກຸ່ມຄົນ ຈຳນວນນຶ່ງ ເຂົ້າໄປຕັດໄມ້ ແລະ ແກ່ໄມ້ແປກ ລວມທັງຈູດ-ເຜົາຫຍ້າ ຢູ່ບໍລິເວນ ປ່າແປກ ຕີນພູກອງເຂົ້າ ໄປຫາຜາງອຍ ເຂດອຸທິຍານແຫ່ງຊາດ ພູເຂົາຄວາຍ ບ້ານວັງເຮືອ, ເມືອງທຸລະຄົມ ແຂວງວຽງຈັນ, ເຊິ່ງຖືກບັນທຶກໄວ້ ແຕ່ວັນທີ 20 ມັງກອນ 2024 ທີ່ຜ່ານມາ.

ຕໍ່ເຫດການດັ່ງກ່າວ, ເຮັດໃຫ້ມີຜູ້ໃຊ້ ສື່ສັງຄົມອອນລາຍນ໌ ຊາວລາວ ຈຳນວນຫຼາຍ ສະແດງຄວາມຮູ້ສຶກ ເສົ້າສະຫຼົດໃຈ ແລະ ມີຄວາມຕື່ນໂຕ ໃນການອະນຸຮັກ ປ່າໄມ້ທຳມະຊາດ ພ້ອມທັງເຜີຍແຜ່ ຄລິບດັ່ງກ່າວອອກໄປ ເປັນຈຳນວນຫຼາຍ.

ກ່ຽວກັບເລື່ອງທີ່ວ່ານີ້, ຊາວລາວ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ເມສາ ນີ້ວ່າ ລາວມັກຂຶ້ນໄປຢ່າງຫຼິ້ນ ຢູ່ພູເຂົາຄວາຍ ປີໜຶ່ງຫຼາຍເທື່ອ ແລະ ເຫັນໄດ້ວ່າ ມີການຕັດໄມ້ ໃນເຂດດັ່ງກ່າວແທ້ ແລະ ມີມາແຕ່ເຫິງນານແລ້ວ, ແຕ່ກໍບໍ່ໄດ້ຫຼາຍປານໃດ ຍ້ອນມີເຈົ້າໜ້າທີ່ທະຫານ ປະຈຳການຢູ່ ແລະ ອະນຸຍາດ ໃຫ້ຕັດໄມ້ ບາງປະເພດ ເພື່ອໃຊ້ໃນການດຳລົງຊີວິດ ເທົ່ານັ້ນ. ແຕ່ເມື່ອທະຫານ ຍ້າຍໄປປະຈຳການ ຢູ່ຈຸດອື່ນ, ກຸ່ມຜູ້ລັກລອບຕັດໄມ້ ຈຶ່ງໄດ້ເຂົ້າໄປຕັດໄມ້ ໃນເຂດພູເຂົາຄວາຍ ຫຼາຍຂຶ້ນ.

“ທີ່ຈິງ ມັນກະຖືກຕັດ ມາດົນແລ້ວນ່າ. ມັນຕັດຕັ້ງແຕ່ ກ່ອນໂຄວິດພຸ້ນ, ແຕ່ວ່າມັນບໍ່ຮ້າຍແຮງ ໃນສະໄໝນັ້ນ. ຈື່ໄດ້ວ່າ ໝູ່ວ່າ ມັນມີທະຫານຢູ່, ເຂົາເຈົ້າກະໃຫ້ຕັດ ພໍໄດ້ແບບໄປໃຊ້ເຮັດບ້ານ, ເຮັດເຮືອນ, ເຮັດຮົ້ວຫັ້ນໄດ້. ແຕ່ວ່າຫຼັງໆ ແບບທະຫານ ມັນຫາຍໄປ ທະຫານມັນຫາຍໄປ ຫວ່າງ 2022-2023 ທະຫານບໍ່ມີ. ກະເຂົາເຈົ້າ ເລີ່ມໄປຕັດ ຫຼາຍຂຶ້ນໆ, ກະຈົນມາປີນີ້.”

ທາງດ້ານ ພຣະອາຈານ ອົງນຶ່ງ ກ່າວວ່າ ມີກຸ່ມຄົນຈຳນວນນຶ່ງ ເຂົ້າມາບຸກລຸກ-ຖາງປ່າ ມາຮອດເຂດວັດ ຂອງເພິ່ນ, ເຊິ່ງເປັນເຂດ ທໍລະນີສົງ ເຮັດໃຫ້ພຣະສົງ ໄດ້ຮັບຄວາມເດືອດຮ້ອນຫຼາຍ, ໂດຍກຸ່ມຄົນດັ່ງກ່າວນີ້ ໄດ້ເອົາໄມ້ໄປຂາຍ ໃຫ້ຜູ້ເຜົາຟືນເຮັດຖ່ານ ແລະ ຈະປ່ຽນເຂດດິນນີ້ ເປັນສວນຢາງພາຣາ.

“ໂອ້! ຊິເບິດຫຼາຍຢູ່ ແຕ່ວ່າບໍ່ໄດ້ວັດແທກ ແຕ່ວ່າເບິດຫຼາຍ ຮູ້ສຶກວ່າເບິດຫຼາຍ. ບຸກລຸກຖາງປ່າ ປູກຢາງ ແລ້ວລ້ອມຮົ້ວເອົາ ເລາະສັນພູໄປເລີຍນ່າ. ພວກລາວສູງຢູ່ນີ້ໆ, ພວກນີ້ ເຮັດນຳເປີ້ນພູນີ້ ຈົນເບິດແລ້ວເດ້, ເປີ້ນພູເຂົາຄວາຍ. ບາດນີ້ເຂົາເຈົ້າກະ ອັ່ນຄັນວ່າ ເປັນໄມ້ຕິ້ວ ໄມ້ຫຍັງ ເຂົາແກ່ໄປຂາຍເຂົ້າເຕົາ ລະເຂົາເຈົ້າ ກະມັກແກ່ເອົາໄປຂາຍ ເປັນຟືນ ໄມ້ອີ່ຫຍັງແດ່ ແລະ ເຂົາເຈົ້າກະປູກ ເປັນສວນຢາງນ່າ.”

ພຣະອາຈານ ກ່າວຕື່ມວ່າ ທາງຄະນະສົງ ແລະ ຊາວບ້ານ ກໍໄດ້ຮ້ອງຮຽນ ໄປຍັງອົງການປົກຄອງ ຂັ້ນບ້ານ ແລະ ຂັ້ນເມືອງ ກ່ຽວກັບເລື່ອງດັ່ງກ່າວແລ້ວ, ແຕ່ກໍບໍ່ທັນ ມີຄວາມຄືບໜ້າ ແລະ ບໍ່ສາມາດຍຸຕິ ການກະທຳ ຂອງກຸ່ມຄົນ ທີ່ເຂົ້າມາບຸກລຸກ ດິນວັດໄດ້ເທື່ອ.

ຂະນະທີ່ ຊາວລາວ ອີກຜູ້ນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າ ກຸ່ມຄົນທີ່ເຂົ້າມາຕັດໄມ້ ໃນເຂດອຸທິຍານແຫ່ງຊາດ ພູເຂົາຄວາຍ ນີ້, ເຂົ້າມາຕັດໄມ້ ຢ່າງເປີດເຜີຍ ແລະ ມີລົດແກ່ໄມ້ ຜ່ານເຂົ້າ-ອອກ ເປັນຈຳນວນຫຼາຍ.

“ຕີນພູກອງເຂົ້າຫັ້ນ ຈະໜັກສຸດ, ມັນຈະຕັດກັນ ເປີດເຜີຍເລີຍ ບໍ່ໄດ້ມີປິດບົງ ປິດບັງຫຍັງ, ນອນຕັດຄາຫັ້ນໂລດ. ແບບວ່າ ຫາຍໄປຫຼາຍແລ້ວແຫຼະ ເພາະວ່າລົດຈະເຂົ້າ-ອອກ ແບບຫຼາຍສິບຄັນຕໍ່ມື້.”

ຕໍ່ກັບເລື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາ ບັນດາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທັງຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຂໍຮູ້ລາຍລະອຽດຕື່ມ, ແຕ່ບໍ່ສາມາດ ຕິດຕໍ່ໄດ້.

ຢ່າງໃດກໍຕາມ, ເຈົ້າໜ້າທີ່ຂັ້ນບ້ານ ທ່ານນຶ່ງ ຢູ່ແຂວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກໍໃຫ້ການຢັ້ງຢືນວ່າ ມີການຕັດໄມ້ ທຳລາຍປ່າ ເກີດຂຶ້ນ ຕາມທີ່ປະກົດເປັນຂ່າວ ໃນເຂດອຸທິຍານແຫ່ງຊາດ  ພູເຂົາຄວາຍ ແທ້, ແຕ່ກໍບໍ່ໄດ້ ລະບຸວ່າ ມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງໄປແກ້ໄຂ ບັນຫາດັ່ງກ່າວແລ້ວ ຫຼືຍັງ.

“ຂຶ້ນໄປນ້ຳມັງ ລະຂຶ້ນໄປວັງເຮືອພຸ້ນແຫຼະ ຂຶ້ນໄປຜາງອຍພຸ້ນ ໄປທາງພູກອງເຂົ້າກະໄດ້. ໂອ້! ກະບໍ່ປານໃດແດ່ເດີ້, ກະຄືເຂົາເຈົ້າລົງຂ່າວຫັ້ນແຫຼະ.”

ທາງດ້ານເຈົ້າໜ້າທີ່ ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນ, ເມື່ອມີກະແສສັງຄົມ ວິພາກວິຈານ ກ່ຽວກັບເຫດການດັ່ງກ່າວ ກໍໄດ້ມີການແຕ່ງຕັ້ງ ຄະນະເຮັດວຽກ ລົງໄປກວດກາ ໃນເຂດອຸທິຍານແຫ່ງຊາດ ພູເຂົາຄວາຍ, ໂດຍພວກເຂົາເຈົ້າ ໄດ້ປະຕິເສດວ່າ ຂໍ້ມູນດັ່ງກ່າວ ເປັນພາບເກົ່າ ບໍ່ເປັນຄວາມຈິງ ແຕ່ຢ່າງໃດ.

ຢ່າງໃດກໍຕາມ, ຈຸດທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເຂົ້າໄປກວດການັ້ນ, ເປັນຄົນລະຈຸດ ກັບບໍລິເວນປ່າແປກ ຕີນພູກອງເຂົ້າ ທີ່ປະກົດຢູ່ໃນຄລິບວີດິໂອ.

ໃນໄລຍະຜ່ານມາ, ບັນຫາການຕັດໄມ້ ທຳລາຍປ່າ ຢູ່ລາວ ຖືເປັນບັນຫາຊຳເຮື້ອ ທີ່ຍັງບໍ່ໄດ້ຮັບ ການແກ້ໄຂ ຢ່າງຈິງຈັງ ຈຶ່ງຍັງມີປະກົດການ ພົບເຫັນລົດບັນທຸກໄມ້ທ່ອນ ຈຳນວນນຶ່ງ ຂົນໄມ້ຈາກລາວ ໄປຍັງຕ່າງປະເທດ ເຖິງແມ່ນວ່າ ທາງການລາວ ຈະອອກນະໂຍບາຍ ຍຸຕິການຖາງປ່າ-ເຮັດໄຮ່ ແລະ ຕັດໄມ້ ທຳລາຍປ່າ ແລ້ວກໍຕາມ.

ອີງຕາມຂໍ້ມູນ ຂອງອົງການສິ້ງຊອມ ປ່າໄມ້ໂລກ ຫຼື Global Forest Watch ລະບຸວ່າ ນັບແຕ່ປີ 2001 ຫາປີ 2023, ປະເທດລາວ ສູນເສຍເນື້ອທີ່ ປ່າປົກຫຸ້ມໄປແລ້ວ 4.81 ລ້ານປາຍເຮັກຕ້າຣ໌ ກວມເອົາ 25% ຂອງເນື້ອທີ່ປ່າ ທັງໝົດ.

ສະເພາະແຂວງວຽງຈັນ, ເນື້ອທີ່ປ່າປົກຫຸ້ມ ຫຼຸດລົງ 269 ພັນປາຍເຮັກຕ້າຣ໌ ຄິດໄລ່ເປັນລຳດັບທີ 8 ຈາກ 18 ແຂວງ ທົ່ວປະເທດ ແລະ ສູງກວ່າຄ່າສະເລ່ຍ ເຖິງ 2 ພັນປາຍເຮັກຕ້າຣ໌.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org