ສນາມບຳບັດຂີ້ເຫຍື້ອ ສົ່ງກິ່ນ ເໝັນ
ຊາວບ້ານ ບ້ານນາຜາສຸກ ຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ແກ້ໄຂບັນຫາ ສນາມບຳບັດ ຂີ້ເຫຍື້ອ ເນື່ອງຈາກ ສົ່ງກິ່ນເໝັນ ແລະ ຂິວ ຊຳເຮື້ອ.
-
ພູວົງສ໌
2020-08-14 -
-
-
Your browser doesn’t support HTML5 audio
ຊາວບ້ານ ປະມານ 3,000 ປາຍຄົນ ທີ່ບ້ານບໍ່ເຫຼັກ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕ້ອງໄດ້ທົນກິ່ນເໝັນທຸກມື້ ຈາກສນາມບຳບັດ ຂີ້ເຫຍື້ອ ເປັນເວລາເຖິງ 4 ປີ ແລ້ວ, ເຊິ່ງສນາມ ຂີ້ເຫຍື້ອດັ່ງກ່າວ, ຕັ້ງຢູ່ບ້ານນາຜາສຸກ ທີ່ຫ່າງຈາກບ້ານບໍ່ເຫຼັກ ປະມານ 3 ກິໂລແມັຕ. ບໍ່ພຽງແຕ່ສົ່ງກິ່ນເໝັນລົບກວນເທົ່ານັ້ນ, ແຕ່ຍັງມີແມງວັນຈຳນວນມະຫາສານ ລົບກວນຊາວບ້ານ ຈົນວ່າເຂົາເຈົ້າ ຕ້ອງໄດ້ກາງມຸ້ງກິນເຂົ້າ. ດັ່ງຊາວບ້ານ ບ້ານບໍ່ເຫຼັກ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 13 ສິງຫາ ນີ້ວ່າ:
“ປະຊາຊົນນີ້ເນາະ ທັງໝົດນີ້ ກໍມີຢູ່ 3025 ຄົນ. ກິ່ນກໍກະທົບກັນທັງໝົດເລີຍແຫຼະ, ເວົ້າສະເພາະລະແມ່ນ ຊຸມຢູ່ນາ ຢູໃກ້ຫັ້ນນ່າລະແມ່ນ ອາຫານນີ້ນ່າ ແມງວັນມັນຫຼາຍ ຈັບນຳຮົ້ວ ນຳຮາວນີ້ນ່າ, ບາງບ່ອນນີ້ ເຂົາໄດ້ກາງມຸ້ງກິນ. ເພິ່ນໄດ້ເຮັດ ໄດ້ທຳແລ້ວ, ກໍຊອກວິທີບຳບັດ ນັ້ນແຫຼະ ແນວໃດມັນຊິປ້ອງກັນສິ່ງແວດລ້ອມ.”
ຊາວບ້ານ ຢູ່ເມືອງໄຊທານີ ອີກຜູ້ນຶ່ງ ໄດ້ເວົ້າວ່າ ໂຕເອງຂີ່ຣົດຈັກ ກາຍບ່ອນສນາມຂີ້ເຫຍື້ອ ບ້ານນາຜາສຸກ ເພື່ອໄປເຮັດວຽກຢູ່ໂຮງງານ ທຸກມື້ ກໍໄດ້ກິ່ນເໝັນຂິວ ຈາກກອງຂີ້ເຫຍື້ອຄືກັນ, ໂດຍສະເພາະຣະດູແລ້ງ ຂອງທຸກປີ ຈະມີຄົນລັກຈູດຂີ້ເຫຍື້ອ ເກີດໄຟໄໝ້ ມີຄວັນດຳ ປິວຂຶ້ນຟ້າ ສ້າງກິ່ນຂິວເປັນເວລາຫຼາຍຊົ່ວໂມງ.
“ເດືອນ 3 ເດືອນ 4 ຍາມແລ້ງໆບໍ່ ເຂົາເຈົ້າຈູດຂີ້ເຫຍື້ອມິຫຍັງເບາະ ມີກະທົບ, ຄວັນຢູ່ເຈົ້າ. ເຮົາກະບໍ່ຮູ້ວ່າ ພາກສ່ວນໃດເນາະ ມາຈູດ ມາຫຍັງ, ຫັ້ນນ່າ. ດີແທ້ກະຢາກໃຫ້ ບຳບັດດີໆ ຫັ້ນແຫຼະ.”
ຊາວບ້ານ ຢູ່ບ້ານນາຜາສຸກ, ເມືອງໄຊທານີ, ເຊິ່ງເປັນບ້ານ ທີ່ມີປະຊາຊົນພາຍໃນບ້ານ ຈຳນວນນຶ່ງ ໄປເຮັດວຽກເປັນກັມມະກອນ ຢູ່ ສນາມຂີ້ເຫຍື້ອ ແລະ ເປັນບ້ານ ທີ່ຢູ່ຫ່າງຈາກ ສນາມບຳບັດຂີ້ເຫຍື້ອ 3 ກິໂລແມັຕ ກໍເວົ້າວ່າ ສນາມຂີ້ເຫຍື້ອ ສ້າງກິ່ນຂິວ ປະມານ 5-10 ນາທີ ກໍຢຸດໄປ, ໂດຍກິ່ນຂິວເໝັນນັ້ນ ຈະມາເປັນໄລຍະ ຕາມທິດທາງລົມ.
“ມັນເປັນຜົລກະທົບ ບາງເທື່ອເນາະ. ເວລາເຂົາມາຖອກ ອາຈົມຢູ່ຫັ້ນ ເວລາລົມມັນໄປທາງໃດ ມັນກໍໄປທາງນັ້ນ ມັນກະບໍ່ເປັນຕລອດ. ຜົລກະທົບມາ ບາງເທື່ອກໍມີ 10 ນາທີ, ຊີ້ນ່າ. ຍາມຝົນຕົກບໍ່ ຫຼືວ່າເປັນລົມມາ.”
ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີໂຄງການບຳບັດຂີ້ເຫຍື້ອ ບ້ານນາຜາສຸກ ໃນເດືອນມິຖຸນາ ທີ່ຜ່ານມາແລ້ວ ແລະ ປັດຈຸບັນ ໂຄງການດັ່ງກ່າວ ໄດ້ບຸກເບີກເນື້ອທີ່ ສ້າງອ່າງຄັດແຍກຂີ້ເຫຍື້ອ ມຸງຫຼັງຄາ ແລະ ສ້າງອາຄານພັກ ກັມມະກອນແລ້ວ. ເຫຼືອແຕ່ເຄື່ອງຈັກ ຄັດແຍກຂີ້ເຫຍື້ອ ຍັງບໍ່ທັນສາມາດ ນຳເຂົ້າມາຈາກຕ່າງປະເທດໄດ້ເທື່ອ. ແຕ່ຄາດວ່າ ການກໍ່ສ້າງສນາມບຳບັດ ຂີ້ເຫຍື້ອ ແບບໄດ້ມາຕຖານ ຈະສຳເຣັດ ໃນເດືອນມົກກະຣາ ຫາ ເດືອນກຸມພາ 2021 ນີ້. ດັ່ງເຈົ້າໜ້າທີ່ ອົງການພັທນາ ແລະ ບໍຣິຫານໂຕເມືອງ ນະຄອນຫຼວງວຽງຈັນ ໄດ້ກ່າວ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີວ່າ:
“ເປີດພິທີແລ້ວ ຫວ່າງ 2-3 ເດືອນ. ຈັກໜ່ອຍເຂົາເຈົ້າເອົາເຄື່ອງມາແລ້ວ. ເຂົາເຈົ້າກໍຕິດ. ແບບປັບປຸງ ແລ້ວກໍຊິເຮັດແບບມາຕຖານເລີຍ, ຫັ້ນນ່າ ບໍ່ມີບ່ອນຖອກຂີ້ເຫຍື້ອ. ຄາດໝາຍວ່າ ປີຊິມານີ້ແຫຼະ ເດືອນ 1 ເດືອນ 2 ນີ້ແຫຼະ. ບໍ່ມີຂິວດອກຄັນເພິ່ນບຳບັດໂຕນີ້ແລ້ວ, ມັນບໍ່ ໄດ້ຖິ້ມເນາະ.”
ທ່ານກ່າວຕື່ມວ່າ ໂຄງການບຳບັດຂີ້ເຫຍື້ອ ບ້ານນາຜາສຸກ ແມ່ນຄົນໄທຍ ແລະ ຄົນຈີນ ຮ່ວມລົງທຶນນຳກັນ, ໂດຍລັກສະນະບຳບັດ ຂີ້ເຫຍື້ອ ຄື ຣົດເກັບຂີ້ເຫຍື້ອຈາກບ່ອນຕ່າງໆ ເອົາມາເທລົງອ່າງຄັດແຍກຂີ້ເຫຍື້ອ. ແລ້ວອ່າງນັ້ນ, ຈະແລ່ນຂຶ້ນເມືອຕາມຣາງ ທີ່ມີ ກັມມະກອນ ຢືນຢູ່ເທິງ ແລ້ວແຍກເອົາຂອງໃຜຂອງມັນຖິ້ມອອກ.
ສ່ວນຂີ້ເຫຍື້ອຢາງແຂງ-ຢາງອ່ອນ ສ່ວນທີ່ເອົາໄປເຮັດປຸ໋ຍຝຸ່ນ ແລ້ວເອົາໄປຂາຍຕໍ່ໃຫ້ໂຮງງານບົດຢາງ ພາຍໃນເມືອງ 3-4 ໂຮງງານ ເພື່ອໂຮງງານໄປຣີໄຊໂຄ້ ເປັນຜລິຕພັນ ຂາຍຕໍ່ ໃນຂັ້ນຕອນຕໍ່ໄປ.
ນອກຈາກນີ້, ບໍ່ພຽງແຕ່ຊາວບ້ານ ຢູ່ໃນນະຄອນຫຼວງວຽງຈັນເທົ່ານັ້ນ ທີ່ເດືອດຮ້ອນ ຈາກບັນຫາຂີ້ເຫຍື້ອ, ຊາວບ້ານຢູ່ບ້ານໂພນວຽງ, ຂັນໝາກ ແລະ ວັງໜ້ຽງ, ເມືອງວັງວຽງ ແຂວງວຽງຈັນ ກໍເດືອດຮ້ອນເຊັ່ນກັນ ແລະ ຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຍ້າຍສນາມຂີ້ເຫຍື້ອ ໄປຢູ່ບ່ອນອື່ນ ຍ້ອນຢ້ານເປັນອັນຕະລາຍ ຕໍ່ສຸຂພາບໃນຕໍ່ໜ້າ, ພາຍຫຼັງເມື່ອວັນທີ 23 ພຶສພາ ທີ່ຜານມາ ມີຄົນມາລັກຈູດຂີ້ເຫຍື້ອ ແລ້ວເກີດໄຟໄໝ້ ມີຄວັນດຳ ປິວຂຶ້ນເທິງຟ້າ ແລະ ສ້າງກິ່ນຂິວ ເປັນເວລາຫຼາຍຊົ່ວໂມງ.