ມ.ຫິນເຫີບກຽມແກ້ບັນຫາ ກິ່ນເໝັນ ຈາກສວນກ້ວຍ
2019.08.14
ປັດຈຸບັນ, ຫ້ອງວ່າການເມືອງຫິນເຫີບ ແຂວງວຽງຈັນ ຮ່ວມກັບຫ້ອງການກະສິກັມ ແລະປ່າໄມ້ ແລະຫ້ອງການ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ປະຈໍາເມືອງ ປຶກສາຫາລືກັນ ກຽມແກ້ໄຂ ບັນຫາສວນກ້ວຍ ຂອງບໍຣິສັດ ຜາລີ ຍູໄຊເຄີ ຂອງຈີນ ທີ່ ສົ່ງກິ່ນເໝັນ ຍ້ອນໄດ້ໃຊ້ສານເຄມີ ໃນສວນກ້ວຍ ເຮັດໃຫ້ປະຊາຊົນ ຫຼາຍບ້ານ ທີ່ ຢູ່ໃກ້ຄຽງເຂດນັ້ນ ໄດ້ຮັບຄວາມເດືອດຮ້ອນ ຢ່າງໜັກ, ດັ່ງເຈົ້າໜ້າທີ່ ເມືອງຫິນເຫີບ ທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ສິງຫາ ນີ້ວ່າ:
“ປຶກສາກັນມື້ນີ້ ວ່າເພິ່ນຊິເຮັດແນວໃດ ມັນສົ່ງກິ່ນເໝັນຢູ່ໃກ້ຫັ້ນ ຢູ່ຍາກແລ້ວ, ແຕ່ວ່າຍັງບໍ່ທັນມີວິທີ ວ່າເພິ່ນຊິລົງກວດແບບໃດ ເພາະວ່າ ພວກເຮົາ ກະບໍ່ມີເຄື່ອງທີ່ມັນກວດ ແບບວ່າອັນນີ້ມັນແມ່ນ ສານເຄມີ ອັນນີ້ມັນແມ່ນ ຫຍັງຫັ້ນນະ.”
ທ່ານກ່າວຕື່ມວ່າ ກິ່ນເໝັນ ທີ່ວ່ານັ້ນ ມີມາໄດ້ 7 ມື້ແລ້ວ ແລະນັບມື້ນັບຮ້າຍແຮງ ຈົນວ່າມາຮອດ ຫ້ອງວ່າການ ປົກຄອງເມືອງ ທີ່ຕັ້ງຢູ່ໄກ ຈາກສວນກ້ວຍນັ້ນປະມານ 5 ກິໂລແມັຕ ແລະວ່າໃນເບື້ອງຕົ້ນນີ້, ທາງການຍັງບໍ່ຮູ້ວ່າ ຈະໄປກວດກາ ສວນກ້ວຍ ເມື່ອໃດ ແຕ່ກໍຈະຫາທາງ ແກ້ໄຂບັນນີ້ ແນ່ນອນ.
ໃນຂນະດຽວກັນ ຊາວບ້ານທີ່ຢູ່ໃກ້ກັບ ສວນກ້ວຍເວົ້າວ່າ, ກິ່ນນັ້ນໄດ້ເໝັນແຮງຂຶ້ນແທ້ ທັງກາງເວັນ ແລະ ກາງຄືນ ເຮັດໃຫ້ຊາວບ້ານ ຫຼາຍ ຄອບຄົວ ພາກັນຢ້ານວ່າ ຈະເກີດຜົລກະທົບ ຕໍ່ສຸຂພາບ ຂອງພວກເຂົາເຈົ້າ, ໂດຍສະເພາະ ເຣື້ອງຣະບົບ ຫາຍໃຈ ທ່ານວ່າ:
“ເໝັນຄືເກົ່າ ເໝັນຄືເຜົາໜັງງົວຕາຍນີ້ແຫຼະ ໝົດມື້ເລີຍແຫຼະ ເຣື້ອງເໝັນຫັ້ນ ກະບໍ່ຊ່າງສິແກ້ໄຂວິທີໃດ, ຕ້ອງແມ່ນມີຫັ້ນແຫຼະ ພຍາດທາງ ເດີນຫາຍໃຈເບາະ ແມ່ນຫຍັງ ຕ່າງໆຫັ້ນແຫຼະ.”
ທ່ານເວົ້າວ່າ ກ່ອນໜ້ານີ້ ໄດ້ຍິນຂ່າວ ຈາກຄົນງານລາວ ທີ່ ເຮັດວຽກໃນສວນກ້ວຍ ດັ່ງກ່າວ ເລົ່າໃຫ້ຟັງວ່າ ໃນຣະຫວ່າງ ວັນທີ 9 ແລະ 10 ສິງຫາ ນີ້ຈະມີການ ພົ່ນຢາໃນສວນກ້ວຍ ຊຶ່ງ ຈະເຮັດໃຫ້ ເກີດກິ່ນເໝັນ ແຮງກວ່າເກົ່າ ຢ່າງແນ່ນອນ. ດັ່ງນັ້ນ, ຈຶ່ງຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງໄປກວດກາ ຢ່າງຮີບດ່ວນ.