ຂີ້ເຫຍື້ອໄໝ້ບໍ່ມອດ ຈົນເກີດ ມົລພິດ
ອຸ່ນແກ້ວ ສຸກສະຫວັນ
2020.01.13
2020.01.13

ການຈູດຂີ້ເຫຍື້ອ ຢູ່ ເມືອງທ່ອງທ່ຽວ ວັງວຽງ ແຂວງວຽງຈັນ ກາຍເປັນວ່າ ສ້າງມົລພິດ ໃຫ້ແກ່ຊາວບ້ານ ຢູ່ເຂດໃກ້ຄຽງ. ປະຊາຊົນຕ້ອງ ໄດ້ໃຊ້ຜ້າອັດປາກ ອັດດັງ ຢູ່ຕລອດ ທັງເວັນທັງຄືນ. ບ້ານເຮືອນເຂົາເຈົ້າ ຕ້ອງອັດປະຕູ ຍ້ອນຄວັນຈາກ ການຈູດຂີ້ເຫຍື້ອ ຢູ່ແຄມທາງ ເຂດ ບ້ານນາມອນ, ບ້ານຂັນໝາກແລະບ້ານໂພນວຽງ ທີ່ຫ່າງຈາກເທສບານ ເມືອງວັງວຽງ ປະມານ 6 ກິໂລແມັດ ທີ່ໄດ້ຮັບກິນຂິວເໝັນ.