ແມ່ນໍ້າຂອງແຫ້ງ ຍ້ອນເຂື່ອນຕ່າງໆ ກັກນໍ້າ

ນັກວິຊາການເວົ້າວ່າ ສາເຫດຄວາມແຫ້ງແລ້ງ ຕາມລຳແມ່ນ້ຳຂອງ ເກີດຈາກເຂື່ອນຈີນ ແລະ ເຂື່ອນຕ່າງໆ ຕາມລຳແມ່ນ້ຳຂອງ ແລະແມ່ນ້ຳສາຂາ ກັກນ້ຳໄວ້ເພື່ອຜລິດໄຟຟ້າ ໃນຍາມຕ້ອງການນ້ຳ ຮ່ວມດ້ວຍສະພາບ ອາກາດປ່ຽນ ໃນຂົງເຂດລຸ່ມ ແມ່ນໍ້າຂອງນໍາ.

ສະພາບແມ່ນ້ຳຂອງ ບົກແຫ້ງຜິດປົກກະຕິ ໃນປີ 2022 ນີ້ ເຂດບ້ານຄຳຕື້ ແຂວງສາຣະວັນ ແລະບ້ານດອນກຸ່ມ ແຂວງຈຳປາສັກ, ວັນທີ 9 ກຸມພາ 2022. RFA

ນັກວິຊາການເວົ້າວ່າ ສາເຫດຄວາມແຫ້ງແລ້ງ ຕາມລຳແມ່ນ້ຳຂອງ ເກີດຈາກເຂື່ອນຈີນແລະ ເຂື່ອນຕ່າງໆຕາມລຳແມ່ນ້ຳຂອງ ແລະແມ່ນ້ຳສາຂາ ກັກນ້ຳໄວ້ເພື່ອຜລິດໄຟຟ້າ ໃນຍາມຕ້ອງການນ້ຳ.

ໃນກອງປະຊຸມທາງໄກ ກ່ຽວກັບສະພາບຄວາມແຫ້ງແລ້ງ ຕາມລຳແມ່ນ້ຳຂອງ ທີ່ຈັດຂຶ້ນໂດຍສະຖາບັນຄົ້ນຄວ້າ The Stimson Center ຂອງສະຫະຣັຖ ໃນວັນທີ່ 14 ກຸມພາ ຜ່ານມາ ກຸ່ມນັກວິຊາການທີ່ເຂົ້າຮ່ວມໃນການເສວະນາ ເວົ້າວ່າ ສາເຫດຫຼັກທີ່ເຮັດໃຫ້ນ້ຳຂອງແຫ້ງ ເປັນຍ້ອນວ່າ ເຂື່ອນຈີນ ແລະ ເຂື່ອນຕ່າງໆ ຕາມລຳແມ່ນ້ຳຂອງ ແລະແມ່ນ້ຳສາຂາ ກັກນ້ຳໄວ້ເພື່ອຜລິດໄຟຟ້າ ໃນຍາມຂາດນ້ຳ ຮ່ວມດ້ວຍສະພາບ ອາກາດປ່ຽນໃນຂົງເຂດ ລຸ່ມແມ່ນໍ້າຂອງ.

ສະພາບຄວາມແຫ້ງແລ້ງ ຕາມລຳແມ່ນ້ຳຂອງ ໃນໄລຍະ 2-3 ປີຜ່ານມາ ສົ່ງຜົລກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ສອງຝັ່ງແມ່ນ້ຳຂອງ ລະຫວ່າງລາວ ແລະໄທຍ ຢ່າງໜັກ ເປັນຕົ້ນ ການຫາປາ, ການປູກຝັງ ແລະການຄ້າຂາຍ ຂອງຊາວບ້ານ.

ດັ່ງທ່ານ Brian Eyler ຜູ້ອຳນວຍການ ໂຄງການເອເຊັຽຕາເວັນອອກສ່ຽງໃຕ້ ຈາກ ສະຖາບັນ ວິຈັຍຄົ້ນຄວ້າ The Stimson Center ນຶ່ງໃນນັກວິຊາການເຂົ້າຮ່ວມ ໃນກອງປະຊຸມເທື່ອນີ້ ກ່່າວວ່າ:

ພວກເຮົາເຫັນວ່າ ປີ 2020 ເປັນປີທີ່ມີນ້ຳໄຫຼຕ່ຳສຸດ ໃນບົດບັນທຶກ ແຕ່ຖ້າວ່າເຂື່ອນຕ່າງໆບໍ່ກັກນ້ຳໄວ້ໃນປີນັ້ນ ຕາມປົກກະຕິແລ້ວ ລະດັບນໍ້າໄຫຼຈະສູງເຖິງ 11% ຖ້າເປັນເຊັ່ນນັ້ນ ຈະເຮັດໃຫ້ ຕົ່ງເລສາບຟື້ນຄືນໃໝ່.

ທ່ານຍັງບອກອີກວ່າ ຜົລກະທົບຈາກຄວາມແຫ້ງແລ້ງ ໃນແມ່ນ້ຳຂອງ ນອກຈາກຈະກະທົບຊຸມຊົນລຸ່ມແມ່ນ້ຳຂອງແລ້ວ ຍັງກະທົບຕໍ່ສັດສາວາສິ່ງ ເປັນຕົ້ນ ນົກ ແລະສັດນ້ຳ ປະເພດຕ່າງໆ ທີ່ປະຊາຊົນໃຊ້ເປັນອາຫານ ກໍຫາຍໄປໝົດ ຍ້ອນຄວາມແຫ້ງແລ້ງ ເຮັດໃຫ້ສັດເຫຼົ່ານັ້ນໜີໄປບ່ອນອື່ນ ຫຼືສູນພັນໄປ.

ໃນຂະນະດຽວກັນ ທ່ານ Alan Basist ຜູ້ອຳນວຍການອົງການ Eyes on Earth ນັກຊ່ຽວຊານດ້ານແມ່ນ້ຳຂອງ ນຶ່ງໃນນັກວິຊາການ ທີ່ເຂົ້າຮ່ວມໃນການເສວະນາ ກ່າວວ່າ ບັນຫາຄວາມແຫ້ງແລ້ງຕາມລຳແມ່ນ້ຳຂອງ ເກີດມາຫຼາຍປີແລ້ວ ແຕ່ໃນໄລຍະ 2-3 ປີຫຼັງໆມານີ້ ຂຶ້ນສູງທີ່ສຸດ ເປັນຍ້ອນເຂື່ອນຕ່າງໆກັກນໍ້າໄວ້ ໂດຍສະເພາະເຂື່ອນຢູ່ພາກເທີງ ດັ່ງເຂື່ອນຈີນ.

ເຂື່ອນໄຟຟ້າ ສາມາດກັກນ້ຳໄວ້ໄດ້ຢ່າງຫຼວງຫຼາຍ ພວກເຮົາພົບເຫັນການໄຫຼຂອງນ້ຳ ໃນແມ່ນ້ຳຂອງຕ່ຳລົງ ບາງປີ ຫຼຸດລົງເຄິ່ງນຶ່ງ ຂອງປາຣິມານນ້ຳໄຫຼ ຊຶ່ງເຫດການດັ່ງກ່າວນີ້ ເປັນການໄຫຼຂອງນ້ຳໃນແມ່ນ້ຳຂອງ ບໍ່ເປັນໄປຕາມຣະດູການ.

ກຸ່ມນັກຊ່ຽວຊານ ທີ່ເຂົ້າຮ່ວມການເສວະນາເທື່ອນີ້ ຍັງເວົ້າວ່າ ແມ່ນ້ຳຂອງປະເຊີນກັບບັນຫາຣະດັບນ້ຳຕ່ຳ ມາເປັນເວລາດົນນານ ນອກຈາກເຂື່ອນຈີນ ແລະເຂື່ອນຕ່າງໆຕາມລຳແມ່ນ້ຳຂອງ ແລະແມ່ນ້ຳສາຂາ ກັກນ້ຳໄວ້ໃນຍາມຣະດູແລ້ງແລ້ວນັ້ນ ໃນຍາມຣະດູຝົນ ເຂື່ອນຕ່າງໆ ກໍປ່ອຍນ້ຳອອກຢ່າງກະທັນຫັນ ຖ້າຝົນຕົກແຮງ ຍ້ອນຢ້ານເຂື່ອນແຕກ ປາກົດການທັງສອງນີ້ ສົ່ງຜົລກະທົບຕໍ່ແມ່ນ້ຳຂອງ ແລະ ຊີວິດການເປັນຢູ່ຂອງຊາວບ້ານ ໃນແຕ່ລະປີ.

ດັ່ງທ່ານ ຫງຽນ ຫູບ ຖຽນ (Nguyen Huu Thien) ນັກຊ່ຽວຊານເອກຣາດ ດ້ານສິ່ງແວດລ້ອມ ຈາກສຖາບັນ Can Tho ປະເທດວຽດນາມ ເວົ້າວ່າ ສະພາບການປ່ຽນແປງ ໃນແມ່ນ້ຳຂອງໃນປັດຈຸບັນ ສົ່ງຜົລກະທົບທາງລົບ ຕໍ່ແມ່່ນ້ຳຂອງ ຣາຍໃຫຍ່:

ຕາມທີ່ພວກທ່ານສັງເກດ ການໄຫຼຂອງນ້ຳໃນແມ່ນ້ຳຂອງ ໃນເຂດສາມຫຼ່ຽມປາກແມ່ນ້ຳໃນປີນີ້ ຫຼຸດລົງຫຼາຍຄືກັນ, ທ່ານຄິດວ່າ ເປັນຍ້ອນສອງສາເຫດ, ນຶ່ງແມ່ນຈາກສະພາບອາກາດປ່ຽນແປງ ແລະສອງ ແມ່ນຈາກເຂື່ອນກັກນ້ຳໄວ້ໃນອ່າງເກັບນ້ຳ.

ທ່ານຍັງບອກອີກວ່າ ລະບົບນິເວດໃນແມ່ນ້ຳຂອງ ໄດ້ຮັບຜົລກະທົບ ເປັນຕົ້ນ ການຂຶ້ນລົງຂອງປາ ໃນຍາມປະສົມພັນ ຂຶ້ນກັບກະແສນ້ຳໃນແມ່ນ້ຳຂອງ ຕ້ອງໃຫ້ເປັນໄປຕາມຣະດູການ ດັ່ງທີ່ເຄີຍເປັນມາ ບໍ່ດັ່ງນັ້ນ ຈະເຮັດໃຫ້ປາສັບສົນ ຝູງປາ ບໍ່ຮູ້ວ່າ ເປັນຍາມພັກໄຂ່ ຫຼືຍາມປະສົມພັນ ໃນທີ່ສຸດ ປາຈະສູນພັນໄປໝົດ.

ທ່ານ ໂສຜຽກ (Sopheak) ຈາກ ຄະນະກັມມະທິການແມ່ນ້ຳຂອງສາກົລ ຫຼື MRC ຕອບຄຳຖາມວິທຍຸເອເຊັຽເສຣີ ກ່ຽວກັບພັຍແຫ້ງແລ້ງຕາມລຳແມ່ນ້ຳຂອງ ຜ່ານ ອີແມລວ່າ:

ໃນໄລຍະ 3 ປີຜ່ານມາ ລະດັບນ້ຳໃນແມ່ນ້ຳຂອງ ໄດ້ຫຼຸດລົງຕ່ຳສຸດ ໃນຮອບ 60 ປີ ແຕ່ໃນປີ 2020 ຫຼຸດລົງຕ່ຳທີ່ສຸດ ຍ້ອນຝົນຕົກ ຕ່ຳກວ່າປົກກະຕິ ຍົກເວັ້ນເດືອນຕຸລາ ອີງຕາມການຣາຍງານ ຈາກອົງການແມ່ນ້ຳຂອງສາກົລວ່າງຫຼັງໆມານີ້ ລະບຸວ່າ ເລີ້ມແຕ່ປີ 2015 ເປັນຕົ້ນມາ ການໄຫຼຂອງນ້ຳໃນແມ່ນ້ຳຂອງໄດ້ຫຼຸດລົງຢ່າງຕໍ່ເນື່ອງ ຣະດູແລ້ງຈະຍາວ ຣະດູຝົນຈະສັ້ນ ຍ້ອນການກັກນ້ຳໄວ້ໃນອ່າງນ້ຳ ຂອງເຂື່ອນຕ່າງໆ ການກະທຳດັ່ງກ່າວສົ່ງຜົລກະທົບທາງລົບ ນອກຈາກນັ້ນ ກໍແມ່ນສະພາບອາກາດປ່ຽນແປງ ແລະຝົນຕົກໜ້ອຍ.

ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາເຈົ້າໜ້າທີ່ລາວ ເພື່ອຂໍຄວາມເຫັນກ່ຽວກັບເຣື່ອງນີ້ ແຕ່ບໍ່ມີເຈົ້າໜ້າທີ່ຄົນໃດ ໃຫ້ຄວາມເຫັນ.

ໃນທີ່ສຸດ ກຸ່ມນັກຊ່ຽວຊານເວົ້າວ່າ ບັນຫາພັຍແຫ້ງແລ້ງຕາມລຳແມ່ນ້ຳຂອງ ບໍ່ແມ່ນເປັນບັນຫາຈາກຈີນບໍ່ປ່ອຍນ້ຳຢ່າງດຽວ ປະເທດລຸ່ມແມ່ນ້ຳຂອງ ກໍສ້າງເຂື່ອນເຊັ່ນກັນ ຈີນມີ 11 ເຂື່ອນ ໃນແມ່ນ້ຳຂອງ, ສປປ ລາວ ມີ 68 ເຂື່ອນ ສ້າງແລ້ວ ແລະ 37 ເຂື່ອນ ກຳລັງສ້າງຢູ່, ໄທຍ ມີ 152 ເຂື່ອນ ສ້າງແລ້ວ, ວຽດນາມ ມີ 78 ເຂື່ອນ ແລະ ກັມພູຊາ ມີ 9 ເຂື່ອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org