ທາງການໄທຍ ຮຽກຮ້ອງໃຫ້ ແບ່ງປັນຂໍ້ມູນນ້ຳ ຈາກເຂື່ອນໃນແມ່ນ້ຳຂອງ

0:00 / 0:00

ດຣ. ອະນຸລັກ ກິດຕິຄຸນ ຫົວໜ້າສໍານັກງານເລຂາທິການ ຄະນະກັມມະການແມ່ນໍ້າຂອງສາກົນ ຫລື MRCS ໄດ້ປຶກສາຫາລືກັບທາງການໄທຍ ທີ່ບາງກອກ ປະເທດໄທຍ ໃນມື້ວັນທີ 23 ພຶສພາ 2022 ນີ້ ກ່ຽວກັບການຮ່ວມມື ໃນການນໍາໃຊ້ແມ່ນໍ້າຂອງ ແລະການແກ້ໄຂບັນຫາຢ່າງຍັ້ງຍືນ ໂດຍສະເພາະເຣື່ອງຜົລກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ທາງການໄທຍເນັ້ນໃຫ້ ຄະນະກັມມະການແມ່ນໍ້າຂອງສາກົນ ຫລື MRC ແບ່ງປັນຂໍ້ມູນກ່ຽວກັບແມ່ນໍ້າຂອງ ແລະຕິດຕາມຜົລກະທົບດ້ານສິ່ງແວດລ້ອມ ຂ້າມຊາຍແດນ ທີ່ຈະເກີດຂຶ້ນຈາກໂຄງການພັທນາຕ່າງໆ ໃນແມ່ນໍ້າຂອງ ໃຫ້ມີຄວາມຈະແຈ້ງ ແລະເປັນຮູບປະທັມ ເພື່ອປ້ອງກັນຜົລກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາສັຍຢູ່ແຄມແມ່ນໍ້າຂອງຕອນລຸ່ມ ແລະຕໍ່ລະບົບນິເວດຂອງແມ່ນໍ້າຂອງ.

ດັ່ງທີ່ທ່ານ ສຸຣະສີ ກິດຕິມົນທົນ ເລຂາທິການສໍານັກງານຊັພຍາກອນ ແຫ່ງຊາດຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 25 ພຶສພານີ້ວ່າ:

" ທ່ານຮອງນາຍົກ ກໍຝາກເນັ້ນຍໍ້າ ໃນເຣື່ອງການຂັບເຄື່ອນຊຸກຍູ້ໃນເຣື່ອງຂອງການແລກປ່ຽນຂໍ້ມູນກັນໄດ້ ເພື່ອທີ່ຈະມີຂໍ້ມູນໃຊ້ ໃນການທີ່ຈະແຈ້ງເຕືອນພີ່ນ້ອງປະຊາຊົນ ໃນພື້ນທີ່ລຸ່ມນໍ້າຂອງ ຫລືແລກປ່ຽນທາງວິຊາການ ແລະກໍໃຫ້ມີການພັທນາແມ່ນໍ້າຂອງຢ່າງຍັ້ງຍືນ ເບິ່ງໃນເຣືອງຂອງຜົລກະທົບສິ່ງແວດລ້ອມ ໃຫ້ມີຄວາມຈະແຈ້ງ ໃຫ້ເປັນຮູບປະທໍາ. "

ທ່ານກ່າວຕື່ມວ່າ ທາງການໄທຍຍັງໃຫ້ຄວາມສໍາຄັນ ໃນນະໂຍບາຍຫລຸດການປ່ອຍແກສເຮືອນແກ້ວ ແລະພະລັງງານສະອາດ ແລະພ້ອມກັນນັ້ນກໍສນັບສນູນ ເຣື່ອງການຮ່ວມມືໃນການພັທນາໂຄງການ ພະລັງງານ ແລະການນໍາໃຊ້ປໂຍດຈາກແມ່ນໍ້າ ບົນພື້ນຖານຂອງກົດໝາຍ ລະຫວ່າງປະເທດ ຮວມທັງເຣື່ອງການສຶກສາຜົລກະທົບ ແລະມາຕການປ້ອງກັນຢ່າງພຽງພໍ ເປັນທີ່ຍອມຮັບຮ່ວມກັນ ເພື່ອການພັທນາທີ່ຍືນຍົງ ແລະເທົ່າທຽມກັນ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ກົມຊັພຍາກອນ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມຂອງລາວທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ໄລຍະທີ່ຜ່ານມາ ບໍ່ໄດ້ຮັບຂໍ້ມູນແຈ້ງເຕືອນຢ່າງເປັນທາງການ ກ່ຽວກັບເຣື່ອງການເປີດ-ການປິດເຂື່ອນໄຟຟ້າ ໃນແມ່ນໍ້າຂອງຕອນເທິງຢູ່ປະເທດຈີນ. ດັ່ງນັ້ນຈຶ່ງຢາກຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ແຈ້ງຂໍ້ມູນໃຫ້ຮູ້ລ່ວງໜ້າ ເພື່ອໃຫ້ທາງການລາວຮູ້ ແລະກຽມພ້ອມຮັບມືກັບຜົລກະທົບ ທີ່ອາຈເກີດຂຶ້ນ. ປັດຈຸບັນ ມີການວັດແທກລະດັບນໍ້າຂອງທຸກມື້ ເພື່ອຣາຍງານໃຫ້ຄະນະກັມມະການແມ່ນໍ້າຂອງສາກົນຮູ້. ແຕ່ປະ ຊາຊົນລາວຈໍານວນຫລວງຫລາຍ ຍັງບໍ່ຮູ້ ດັ່ງທີ່ທ່ານກ່າວວ່າ:

" ຄັນສົມມຸດວ່າ ຂະເຈົ້າ-ຈີນ ສິປ່ອຍນໍ້າອອກມາຈາກເຂື່ອນຊີ້ນ່າ ເຂົາຈະບໍ່ແຈ້ງເຮົານ່າ ຈະຮູ້ແຕ່ວ່າລະດັບນໍ້າຢ່າງດຽວ ມື້ນີ້ມີນໍ້າຂຶ້ນນໍ້າລົງ ເຮົາຈະແທກທຸກມື້ ແລ້ວເຮົາຈະສົ່ງໃຫ້ MRC ເລີຍ. "

ປະຊາຊົນລາວ ແລະພາກປະຊາສັງຄົມໄທຍ ຈໍານວນນຶ່ງເຫັນວ່າ 4 ປະເທດລຸ່ມແມ້ນໍ້າຂອງ ຄືລາວ, ໄທຍ, ກັມພູຊາ ແລະວຽດນາມ ຄວນຢຸດເຊົາການສ້າງເຂື່ອນໄຟຟ້າໃນແມ່ນໍ້າຂອງ ຍ້ອນວ່າ ການສ້າງເຂື່ອນໄຫຍ່ໃນແມ່ນໍ້າຂອງ ໄດ້ສົ່ງຜົລກະທົບຕໍ່ວິຖີຊີວິດຂອງປະຊາຊົນ ແລະຕໍ່ລະບົບນິເວດຂອງແມ່ນໍ້າຂອງຢ່າງໜັກໜ່ວງ.

ປະຊາຊົນລາວຜູ້ນຶ່ງຢູ່ເມືອງປາກລາຍ ແຂວງໄຊຍພບູຣີ ເວົ້າວ່າ ການຂຶ້ນ-ລົງຂອງນໍ້າໃນແມ່ນໍ້າຂອງໃນຫລາຍປີມານີ້ ໄດ້ສົ່ງຜົລກະທົບຕໍ່ວິຖີຊີວິດ ຂອງຊາວບ້ານຢ່າງໜັກ ຍ້ອນບໍ່ຮູ້ວ່າ ເວລາໃດນໍ້າຈະຂຶ້ນ ເວລາໃດນໍ້າຈະບົກລົງ, ການເດີນເຮືອລໍາບາກ, ປູປາກໍຂ້ອນຂ້າງຫາຍາກຂຶ້ນ. ຖ້າຣັຖບານໄທຍບໍ່ຊື້ໄຟຟ້າ ຈາກເຂື່ອນໃນແມ່ນໍ້າຂອງ ກໍຈະເປັນການດີ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີໃນມີ່ວັນທີ 25 ພຶສພານີ້ວ່າ:

" ປະຊາຊົນເວົ້າກັນວ່າ ຣັຖບານໄທຍບໍ່ເຊັນໃຫ້ ປະຊາ ຊົນເຂົາກໍດີໃຈ ບໍ່ໄດ້ເສັຽດິນເຂົາເດ໋ ບາງຄົນກໍບໍ່ມີຮອດບ່ອນເຮັດກິນແລ້ວ ຫວ່າງກີ້ກະຂຶ້ນບັກຫລາຍໆ ຂ້າມນໍ້າໄປໄຮ່ໄປສວນກະ ເອົາຣົຖຂ້າມໄປກະບໍ່ໄດ້ ບ່ອນປົກຕິຫາຫຍັງກະບໍ່ໄດ້ ຫາປູຫາປາກະບໍ່ຢາກໄດ້ໄດ໋ດຽວນີ້ກະດາຍ. "

ແລະຜູ້ຕາງໜ້າກຸ່ມຮັກຊຽງຂອງຂອງໄທຍ ກໍເວົ້າໃນມື້ດຽວກັນນີ້ວ່າ ການພັທນາແມ່ນໍ້າຂອງຢ່າງຍັ້ງຍືນ ຄວນຈະໃຫ້ປະຊາຊົນລຸ່ມແມ່ນໍ້າຂອງ ແລະພາກປະຊາສັງຄົມທຸກກຸ່ມ ມີສ່ວນຮ່ວມໃນທຸກຂະບວນການ ຊຶ່ງທີ່ຜ່ານມາບໍ່ມີສ່ວນຮ່ວມ ແລະບໍ່ໄດ້ແລກປ່ຽນຂໍ້ມູນໃດໆ, ເຮັດໃຫ້ປະຊາຊົນຈໍານວນຫລວງຫລາຍ ໄດ້ຮັບຜົລກະທົບ ຍ້ອນຮັບມືກັບການປ່ຽນແປງຂອງແມ່ນໍ້າຂອງບໍ່ທັນ.

ທ່ານກ່າວວ່າ:

" ເຣື່ອງຂອງການແຈ້ງເຕືອນລ່ວງໜ້າພວກນີ້ ມັນບໍ່ໄດ້ຊ່ວຍແກ້ບັນຫາ ສິ່ງທີ່ເກີດຂຶ້ນກັບພື້ນທີ່ແມ່ນໍ້າຂອງ ອັນທີ່ຈິງແລ້ວ ສິ່ງທີ່ເຮົາຕ້ອງການ ຄືການບໍຣິຫານຈັດການແມ່ນໍ້າຂອງຮ່ວມກັນ ມັນເຖິງຈະຖືກຕ້ອງວ່າ ຊາວບ້ານຈະໃຊ້ພູມຮູ້ ຊຶ່ງແມ່ນໍ້າຂອງຈະຕ້ອງມີຣະດູການ ສິ່ງມີຊີວິດປູປາພວກນີ້ ມັນກໍຈະໄດ້ຢູ່ອາສັຍ ແລ້ວກໍສາມາດຂຍາຍພັນໄດ້. "

ຕາງໜ້າຜູ້ປະສານງານ ເຄືອຂ່າຍສະພາອົງການຊຸມຊົນ ລຸ່ມນໍ້າຂອງ 7 ແຂວງ ພາກອີສານຂອງໄທຍເວົ້າໃນມື້ດຽວກັນນີ້ວ່າ ການແລກປ່ຽນຂໍ້ມູນເຣື່ອງແມ່ນໍ້າຂອງ, ການແຈ້ງເຕືອນເຣື່ອງການປ່ອຍນໍ້າ ອອກຈາກເຂື່ອນຢູ່ຈີນ ແລະລາວ ບໍ່ມີປະສິດທິພາບປານໃດ ຍ້ອນວ່າ ໃນຈໍານວນຊາວບ້ານໄທຍຢ່າງໜ້ອຍ 1,500 ບ້ານ ທີ່ຢູ່ລຸ່ມນໍ້າຂອງ ມີພຽງຈໍານວນໜ້ອຍດຽວທີ່ຮູ້ຂໍ້ມູນນັ້ນ. ຊາວບ້ານເສັຍຜົລປໂຍດຫລາຍ ຍ້ອນບໍ່ໄດ້ມີສ່ວນຮ່ວມ ກ່ອນຈະມີການພັທນາເຂື່ອນນັ້ນ.

ດັ່ງທີ່ທ່ານກ່າວ່າ:

" ສິ່ງທີ່ມັນບໍ່ເຄີຍເກີດຂຶ້ນເລີຍ ກະຄືວ່າ ມັນກະມີແຕ່ຕາງໜ້າຂອງໜ່ວຍງານພາກຣັຖ ໜ່ວຍງານທີ່ກ່ຽວຂ້ອງ ຫາຣືກັນ ໃນເວທີກົນໄກຂອງ MRC ແລ້ວຊາວບ້ານຢູ່ບ່ອນໃດ ພາກປະຊາສັງຄົມຢູ່ບ່ອນໃດ ທີ່ຜ່ານມາເວົ້າຄໍາວ່າ ຄວາມຍັ້ງຍືນ ເປັນຄວາມຍັ້ງຍືນຂອງໃຜ ຄວາມຍັ້ງຍືນຂອງພໍ່ຄ້າຂາຍໄຟຟ້າ ຫລືຄວາມຍັ້ງຍືນ ຂອງຊັພຍາກອນທໍາຊາດ ໃຜໄດ້ປໂຍດ-ເສັຍ ປໂຍດ. "

ກ່ຽວກັບເຣື່ອງທີ່ວ່ານີ້ ດຣ. ອະນຸລັກ ກິດຕິຄຸນ ເວົ້າຢູ່ໃນກອງປະຊຸມກັບທາງການໄທຍວ່າ ຄະນະກັມມະການແມ່ນໍ້າຂອງສາກົນ ຈະໃຫ້ຄວາມສໍາຄັນກັບການປົກປັກຮັກສາ ສິ່ງວຽດລ້ອມ ແລະເບິ່ງແຍງສັງຄົມ. ການຮ່ວມມືລະຫວ່າງ 4 ປະເທດສະມາຊິກລຸ່ມແມ່ນໍ້າຂອງ ຈະແລກປ່ຽນຂໍ້ມູນ, ການບໍຣິຫານຈັດການໂຄງການຕ່າງໆ, ຈະພິຈາຣະນາເຣື່ອງການໃຊ້ປໂຍດ ຈາກກອງທຶນພັທນາລຸ່ມແມ່ນໍ້າຂອງ ແລະອື່ນໆ.