ພາກປະຊາສັງຄົມໄທຍ ຮຽກຮ້ອງໃຫ້ຍົກເລີກ ສັນຍາຊື້ໄຟຟ້າ ຈາກເຂື່ອນປາກແບງ
ພາກປະຊາສັງຄົມໄທຍ ຮຽກຮ້ອງໃຫ້ຣັຖບານໄທຍ ທົບທວນ ຫລືລົບລ້າງສັນຍາຊື້ໄຟຟ້າ ຈາກເຂື່ອນປາກແບງ ເຊິ່ງເປັນເຂື່ອນທີ່ສ້າງໃສ່ແມ່ນໍ້າຂອງ ເນື່ອງຈາກ ຈະສົງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງ ຄົມຫລາຍ.
-
ຈຳປາທອງ
2023-10-04 -
-
-
Your browser doesn’t support HTML5 audio
ພາກປະຊາສັງຄົມໄທຍ ນໍາໂດຍກຸ່ມປະຊາຊົນ ເຄືອຂ່າຍລຸ່ມນໍ້າຂອງ 8 ແຂວງແລະກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ຂອງໄທຍ ໄດ້ເຮັດໜັງສືດ່ວນ ເຖິງ ທ່ານ ເສດຖາ ທະວີສິນ ນາຍົກຣັຖມົນຕຣີໄທຍ ແລະ ທ່ານ ພີຣະພັນ ສາລີຣັຖວິພາກ ຣັຖມົນຕຣີ ກະຊວງພະລັງງານຂອງໄທຍ ເພື່ອຂໍໃຫ້ທົບທວນ ຫລືຍົກເລີກສັນຍາຊື້-ຂາຍໄຟຟ້າ ຈາກເຂື່ອນປາກແບງ ກັບບໍຣິສັດເຈົ້າຂອງໂຄງການ ຫລື ບໍຣິສັດປາກແບງພາວເວີ ຈໍາກັດ ຊຶ່ງມີບໍຣິສັດ China Datang Overseas Investment ຂອງຈີນ ຖືຮຸ້ນ 51% ແລະບໍຣິສັດ Gulf Energy Development ຂອງໄທຍ ຖືຮຸ້ນ 49%.
ການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ຫລື EGAT ຊຶ່ງເປັນຣັຖວິສາຫະກິຈ ໄດ້ເຊັນສັນຍາຊື້ໄຟຟ້າ ຈາກເຂື່ອນປາກແບງ ຊຶ່ງເປັນເຂື່ອນແມ່ນໍ້າຂອງຕອນລຸ່ມ ໃນເຂດ ສປປ ລາວ ເປັນເວລາ 29 ປີ ເມື່ອວັນທີ 13 ກັນຍາ 2023 ນີ້.
ໂຄງການເຂື່ອນປາກແບງ ເປັນ 1 ໃນ 3 ເຂື່ອນ ທີ່ EGAT ເຊັນສັນຍາຊື້-ຂາຍໄຟຟ້າ ແລະອີກ 2 ເຂື່ອນ ແມ່ນເຂື່ອນປາກລາຍ ແລະເຂື່ອນຫລວງພຣະບາງ ທີ່ພາກປະຊາສັງຄົມ ກັງວົນ. ເຂື່ອນທັງ 3 ແຫ່ງນີ້ ມີໄລຍະສັນຍາດົນ ເຖິງ 29 ຫາ 35 ປີ ແລະມີການຊື້-ຂາຍໄຟຟ້າ ໃນລາຄາແພງກວ່າປົກກະຕິ. ນອກຈາກນີ້ ຜົລກະທົບດ້ານສິ່ງແວດລ້ອມ ຂ້າມຊາຍແດນ, ລະບົບນິເວດ ແລະການຊົດເຊີຍ ໃຫ້ຊາວບ້ານ ທີ່ຖືກໃຫ້ໂຍກຍ້າຍ ກໍຍັງບໍ່ມີການເວົ້າເຖິງ, ອີງຕາມຄໍາເວົ້າ ຂອງຍານາງ ພຽງພອນ ດີເທດ ຜູ້ອໍານວຍ ການຝ່າຍຣົນນະລົງ ອົງການແມ່ນໍ້າສາກົລ ຫລື International Rivers ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 4 ຕຸລານີ້.
“ປະຊາຊົນໄທຍ 8 ແຂວງລຸ່ມນໍ້າຂອງ ພ້ອມທັງເຄືອຂ່າຍຜູ້ບໍຣິໂພກ ຊຶ່ງເປັນຜູ້ໃຊ້ໄຟຟ້າທຸກຄົນ ກໍມີຄວາມກັງວົນວ່າ ສັນຍາໄລຍະເວລາຍາວນານຫລາຍ ແລ້ວຄ່າໄຟຟ້າບໍ່ໄດ້ຖືກ ສເລັ່ຍຢູ່ທີ່ 2.7 ຫາ 2.9 ບາດ ຊຶ່ງມັນຜູກພັນຍາວໄປ ເຖິງ 29 ປີ ຫາ 35 ປີ ເຮົາກໍເກີດຄໍາຖາມວ່າຍ້ອນຫຍັງ ການລົງນາມສັນຍາຊື້-ຂາຍໄຟຟ້າ ທີ່ຜູກພັນໄລຍະຍາວ ຈຶ່ງເກີດຂຶ້ນໄດ້ ໃນຂະນທີ່ປາລິມານໄຟຟ້າ ສໍາຮອງໃນໄທຍ ມີເຫລືອເຄິ່ງນຶ່ງມາ 2-3 ປີແລ້ວ ຊຶ່ງເຮົາກໍມີຄວາມກັງວົນ ແລະຄິດວ່າ ປະຊາຊົນໄທຍທຸກຄົນ ເດືອດຮ້ອນໝົດ ບໍ່ວ່າຈະເປັນຄົວເຮືອນ ຫລືພາກທຸຣະກິຈ ເພາະທຸກຄົນ ກໍາລັງຊ່ອຍກັນຈ່າຍຄ່າໄຟຟ້າ ທີ່ແພງຫລາຍຢູ່.”
ຍານາງກ່າວຕື່ມວ່າ ເຂື່ອນປາກແບງ ຈະສາມາດຜລິດໄຟຟ້າ ເຊີງພານິດໄດ້ ໃນປີ 2033 ຫລື ອີກ 10 ປີ. ລະຫວ່າງນີ້ ອາດມີເທັກໂນໂລຊີ ຫລືທາງເລືອກອື່ນໆ ໃນການຈັດການພະລັງງານເກີດຂຶ້ນ ຈຶ່ງບໍ່ມີຄວາມຈໍາເປັນ ທີ່ຕ້ອງສ້າງເຂື່ອນ ໃສ່ແມ່ນໍ້າຂອງອີກ ຍ້ອນຜົລກະທົບ ຕລອດໄລຍະເວລາ 20 ປີ ຈາກເຂື່ອນຈີນ ແລະເຂື່ອນໄຍະບູຣີ ເຮັດໃຫ້ຊັພຍາກອນທັມມະຊາຕ ໃນແມ່ນໍ້າຂອງ ໄດ້ສູນຫາຍໄປຫລາຍ. ພາກປະຊາສັງຄົມໄທຍ ຈະຮຽກຮ້ອງໃຫ້ມີການທົບທວນ ໂຄງການດັ່ງກ່າວ ຜ່ານຫລັກການຂອງສະຫະປະຊາຊາດ ກ່ຽວກັບທຸຣະກິຈ ແລະສິດທິມະນຸດ ຫລື UN Guiding Principles on Business and Human Right (UNGP).
ດັ່ງຍານາງກ່າວວ່າ:
“ຄາດວ່າ ຈະຕ້ອງມີການເຮັດສັນຍາເງິນກູ້ ກັບທະນາຄານພານິດ ທີ່ຈະໃຫ້ເງິນກູ້ ໄລຍະຍາວ ກັບໂຄງການເຂື່ອນ ຊຶ່ງ 2-3 ປີທີ່ຜ່ານມາ ທະນາຄານແຫ່ງປະເທດໄທຍ ແລະທະນາຄານຫລາຍໆແຫ່ງຂອງໄທຍ ທີ່ເຄີຍໃຫ້ເງິນກູ້ ແກ່ເຂື່ອນໄຊຍະບູຣີ ໄດ້ປະກາດຮັບຫລັກການ ຊຶ່ງຕ້ອງຄໍານຶງ ເຖິງຜູ້ໄດ້ຮັບຜົລກະທົບ ກ່ອນອື່ນຕ້ອງປ້ອງກັນ ແລະມີການຊົດເຊີຍຢຽວຢາ ແລະຫາກມີຜົລກະທົບເກີດຂຶ້ນ ເຮົາຄາດຫວັງວ່າ ທະນາຄານທີ່ຈະໃຫ້ເງິນກູ້ ແກ່ໂຄງການທັງປາກລາຍ, ປາກແບງ, ຫລວງພຣະບາງ ເມື່ອຮັບຫລັກການຂອງ UN ມາແລ້ວ ກໍຄວນພິຈາຣະນາ ໃຫ້ຖີ່ຖ້ວນວ່າ ໂຄງການເຂື່ອນເຫລົ່ານີ້ ຈະກະທົບໃຜແດ່ ຈະປະຕິບັດຕາມຫລັກການ ຂອງສະຫະປະຊາຊາຕ ໄດ້ຢ່າງໃດ.”
ພາກປະຊາສັງຄົມໄທຍ ຍັງມີແຜນຍື່ນໜັງສື ໄປເຖິງບໍຣິສັດ ຕ້າຖັງ ນໍາອີກ ຍ້ອນເປັນເຈົ້າຂອງໂຄງການເຂື່ອນປາກລາຍ. ແລະກ່ອນໜ້ານີ້ ບໍຣິສັດ ຕ້າຖັງ ກໍໄດ້ມາໂອ້ລົມກັບກຸ່ມຮັກຊຽງຂອງ, ແຕ່ຫລັງຈາກມີການຮ່ວມທຶນກັບບໍຣິສັດ Gulf ແລ້ວ ກໍບໍ່ມີການລົມກັນຕື່ມ, ເຮັດໃຫ້ພາກປະຊາສັງຄົມ ແລະຊາວບ້ານລຸ່ມນໍ້າຂອງຝັ່ງໄທຍ ກັງວົນ ແລະມີຂໍ້ສົງສັຍຫລາຍຂຶ້ນກວ່າເກົ່າ.
ດັ່ງຕົວແທນ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ຕຸລານີ້ວ່າ:
“ພູດຄຸຍ ແລະກຽມທໍາໜັງສືຢູ່ເນາະ ຂໍເວ ລາເນາະ ໃນໜັງສືຈະເວົ້າເຖິງວ່າຕ້າຖັງ ແທ້ໆແລ້ວຊ່ວງທໍາອິດທີ່ມາເຮັດວຽກ ກໍມາລົມກັນເນາະ ແຕ່ວ່າເມືອມີກັຟ ເຂົ້າມາເນາະ ຫລັງຈາກນັ້ນຕ້າຖັງກໍມິດງຽບ ການຈະສ້າງເຂື່ອນປາກແບງ ມັນຕ້ອງລົມລາຍລະອຽດໃຫ້ຫລາຍກວ່ານີ້ ແຕ່ພໍໄປຢູ່ພາຍໃຕ້ກັຟ ສິ່ງທີ່ລົມ ຕ້າຖັງເດີມມັນຫາຍໄປເລີຍ.”
ເຂື່ອນປາກແບງ ຕັ້ງຢູ່ບ້ານປາກເງີຍ ເມືອງປາກແບງ ແຂວງອຸດົມໄຊ ຫ່າງຈາກຜາໄດ ເມືອງວຽງແກ່ນ ແຂວງຊຽງຮາຍ ຂອງໄທຍ ພຽງ 97 ກິໂລແມັດ. ຫາກມີການສ້າງເຂື່ອນນີ້ ກໍຈະມີຜົລກະທົບຫລາຍຢ່າງ ຮວມທັງພື້ນທີ່ການ ຜລິດນໍາດ້ວຍ.
ດັ່ງຜູ້ຕາງໜ້າກຸ່ມຮັກຊຽງຂອງກ່າວວ່າ:
“ເຂື່ອນປາກແບງສ້າງໃນລາວ ແຕ່ທ້າຍນໍ້າທີ່ກັກເກັບຈະກາຍເຂົ້າມາໃນເຂດ ປະເທດໄທຍເນາະ ເຂົາເອີ້ນວ່ານໍ້າຍຶ່ງ ທີ່ນີ້ມັນມີລໍານໍ້າສາຂາ ໃນພື້ນທີ່ນໍ້າສາຂາຕ່າງໆ ແມ່ນເປັນພື້ນທີ່ທໍາມາຫາກິນ ຂອງຊາວບ້ານ ຖ້າລະດັບນໍ້າມັນຍຶ່ງມາເຖິງຂົວມິຕພາບ ບ່ອນນີ້ມັນມີແມ່ນໍ້າອີງກັບແມ່ນໍ້າງາວ ໂດຍສະເພາະແມ່ນໍ້າງາວ ຢູ່ໃກ້ທີ່ສຸດ ທີ່ນີ້ແມ່ນພື້ນທີ່ທໍາການກະເສດ ປູກໝາກກ້ຽງໝາກສົ້ມ ໂອຂອງຊາວບ້ານ ຄິດວ່າຈະໄດ້ຮັບຜົລກະທົບເປັນພັນໄລ່.”
ອີງຕາມການຣາຍງານ ກ່ຽວກັບການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ, ໂຄງການເຂື່ອນໄຟຟ້າປາກແບງ ຈະເຮັດໃຫ້ຊາວບ້ານ ໄດ້ຮັບຜົລກະທົບໂດຍກົງ ແລະທ້າງອ້ອມ ຈຳນວນ 26 ບ້ານ ໃນ 3 ແຂວງຄື ເມືອງປາກແບງ ແຂວງອຸດົມໄຊ 4 ບ້ານ, ເມືອງປາກທາ ແຂວງບໍ່ແກ້ວ 17 ບ້ານ, ເມືອງຊຽງຮ່ອນ ແຂວງໄຊຍະບູຣີ 3 ບ້ານ ແລະເມືອງຄອບ ແຂວງໄຊຍະບູ ຣີ 2 ບ້ານ. ໃນຈຳນວນ 26 ບ້ານ ທີ່ຈະຖືກຜົລກະທົບ ຈາກໂຄງການດັ່ງກ່າວ ຈະມີ 7 ບ້ານ, 923 ຄອບຄົວ, ປະຊາຊົນ ປະມານ 4,700 ປາຍຄົນ ຈະສູນເສັຍທີ່ດິນ ແລະ ຖືກໃຫ້ໂຍກຍ້າຍ ຄື ບ້ານກ້ອນຕື່ມ ເມືອງປາກທາ ແຂວງບໍ່ແກ້ວ 223 ຄອບຄົວ, ບ້ານຄອບ ເມືອງຄອບ ແຂວງໄຊຍະບູຣີ 139 ຄອບຄົວ, ບ້ານປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ 132 ຄອບຄົວ, ບ້ານຫ້ວຍຄູນ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ 150 ຄອບຄົວ, ບ້ານຫລວງຕົງ ເມືອງປາກແບງ ແຂວງອຸດົມໄຊ 68 ຄອບຄົວ, ບ້ານຫອມໄຊ ເມືອງປາກແບງ ແຂວງອຸດົມໄຊ 144 ຄອບຄົວ ແລະ ບ້ານໂຄກກະ ເມືອງປາກແບງ ແຂວງອຸດົມໄຊ 67 ຄອບຄົວ.