ໝາຈະສົ່ງຂ້າມຂອງ ຖືກຍຶດໄດ້

ແກ້ງຄ້າໝາ ຂ້າມຊາດ ຍັງທ້າທາຍ ຕໍ່ກົດໝາຍ ໃນ ນະຄອນພະນົມ ແລະ ສະກົນນະຄອນ ພຽງຄືນດຽວ ຈັບໄດ້ ກວ່າ 600 ຕົວ. ຕາມຣາຍງານ ຂ່າວ ຜູ້ຈັດການ ອອນລາຍ ສະບັບ ວັນທີ 26 ເມສາ 2013.

ໝາທີ່ຖືກນໍາສົ່ງ ຂ້າມຊາຍແດນ ແລ້ວນໍາໄປຂ້າ ໃນໂຮງຂ້າສັດ Photo courtesy of Soi Dog Foundation.

 

ແກ້ງຄ້າໝາ ຂ້າມຊາດ ຍັງທ້າທາຍ ຕໍ່ກົດໝາຍ ໃນ ນະຄອນພະນົມ ແລະ ສະກົນນະຄອນ ພຽງຄືນດຽວ ຈັບໄດ້ ກວ່າ 600 ຕົວ. ຕາມຣາຍງານ ຂ່າວ ຜູ້ຈັດການ ອອນລາຍ ສະບັບ ວັນທີ 26 ເມສາ 2013.

ຂະບວນການ ຄ້າໝາ ຂ້າມຊາດ ໃຊ້ເສັ້ນທາງໃໝ່ ໃນການ ລັກລອບ ຂົນໝາ ຂ້າມ ແມ່ນໍ້າຂອງ ໄປຍັງ ປະເທດລາວ. ເຈົ້າໜ້າທີ່ໄທ ເຂດເທສບານ ຕາແສງ ທ່າອຸເທນ ເມືອງທ່າອຸເທນ ແຂວງ ນະຄອນພະນົມ ຢູ່ແຄມຝັ່ງ ແມ່ນໍ້າຂອງ ກົງກັນຂ້າມ ກັບ ແຂວງຄໍາມ່ວນ ຍຶດຣົດ ກະບະ ຂົນໝາ 120 ຕົວ ຂະນະທີ່ ໃນຄືນ ດຽວນັ້ນ ມີການເຂົ້າ ກວດຄົ້ນ ບ່ອນໜຶ່ງອີກ ພົບໝາ ຖືກຂັງ ຢູ່ໃນຄອກ ທີ່ ຕຣຽມຈະສົ່ງຂ້າມ ນໍ້າຂອງ ອີກ 500 ກວ່າໂຕ. ແຕ່ເຈົ້າໜ້າທີ່ ບໍ່ສາມາດ ຈັບຜູ້ ຕ້ອງຫາໄດ້ ຈັກຄົນ.

ເຈົ້າໜ້າທີ່ໄທ ວ່າ ສິ່ງສໍາຄັນ ໃນການ ສະກັດ ຍຶດໝາໄດ້ ຄັ້ງນີ້ ຖືວ່າເປັນ ເສັ້ນທາງໃໝ່ ໃນການລັກລອບ ເອົາຂ້າມ ແມ່ນໍ້າຂອງ ເພາະກວດຍຶດ ໄດ້ໃນເສັ້ນທາງ ນີ້ເປັນຄັ້ງ ທໍາອິດ ປົກກະຕິ ແລ້ວ ຂະບວນຄ້າ ໝາຂ້າມ ແມ່ນໍ້າຂອງ ແມ່ນນິຍົມ ລັກລອບ ຂົນສົ່ງ ໃນເຂດ ເມືອງ ບ້ານແພງ ບ່ອນທີ່ໄດ້ວາງ ກໍາລັງສະກັດ ຈັບ ເອົາໄວ້.

ເຈົ້າໜ້າທີ່ໄທ ໄດ້ກວດພົບ ຄອກໝາ ທີ່ມີການ ກໍ່ສ້າງໄວ້ ແບບຖາວອນ ໃນທົ່ງນາ ກາງປ່າ. ໝາຖືກຂັງໄວ້ ໃນກົງເຫລັກ ຈໍານວນ 53 ກົງ ແລະ ມີປະມານ 10 ໂຕ ໃນແຕ່ລະກົງ. ເຈົ້າໜ້າທີ່ ໄດ້ກວດພົບ ແກ້ງຄ້າໝາ ທີ່ກໍາລັງ ນໍາຣົດ ບັນທຸກ 6 ລໍ້ ເຂົ້າມາຂົນ ເອົາໝາ ໄປ ເມືອງຊາຍແດນ ແຂວງ ນະຄອນພະນົມ ຊຶ່ງ ມີປາຍທາງ ໄປ ປະເທດ ວຽດນາມ ແຕ່ພວກ ເຂົາສາມາດ ຂັບຣົດຫລົບໜີ ໄປໄດ້ ຕໍາຣວດຍຶດ ຣົດກະບະ ໄດ້ 1 ຄັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org