ໝາຢູ່ວຽງຈັນຖືກລັກໄປຂາຍ


2014.01.29
F-dog ຄົນຫວຽດນາມ ກຳລັງ ຂົນໝາ ໃສ່ລົດຈັກ ໃນ ນະຄອນຫຼວງວຽງຈັນ
RFA/Lx

 

ປະມານ 2 ເດືອນ ຜ່ານມາ ຊາວນະຄອນຫຼວງວຽງຈັນ ພາກັນຈົ່ມ ວ່າໝາຂະເຈົ້າເສັຽໄປ ຫຼາຽໂຕແລ້ວ ເພາະວ່າມີຄົນລັກໝາຊາວບ້ານ ໄປບໍລິໂພກ ຫຼືຂາຍໃຫ້ຮ້ານ ປີ້ງໝາ ຕາມແຫ່ງຕ່າງໆ. ດັ່ງຄົນລາວ ຜູ້ໜຶ່ງທີ່ພົບເຫັນ ໝາ ຂອງຕົນຖືກຄ້ອງຄໍ ໄປຕໍ່ໜ້າຕໍ່ຕາ ເວົ້າວ່າ:

“ໝາຮ້າຽໆ ເຂົາບໍ່ໄດ້ຢ້ານຈັກດີ້ ເຂົາແຮ່ງມັກ ໃຫ້ມັນໄລ່ ລະເຂົາກະເອົາ ເຊືອກຄ້ອງຄໍ ລະກະລາກໄປ ສ່ຳໃດສ່ຳໜຶ່ງ ລະເຂົາກະເອົາໄມ້ ຟາດລະກະ ຈັບຍັດໃສ່ໄຖ່ ອັນນີ້ ອ້າຽເຫັນ ກັບຕາ. ແຕ່ວ່າບ້ານເຮົາ ມັນຍັງບໍ່ມີ ກົດໝາຽທີ່ວ່າ ຄວບຄຸມ ວ່າຫ້າມ ຊື້ຂາຽໝາເດ ແຕ່ວ່າ ຖ້າເຮົາ ເຫັນເຂົາລັກ ຈັ່ງຊັ້ນແລ້ວ ຖ້າວ່າແມ່ນໝາ ເຮົາເນາະ ເຮົາອ້າງສິດ ໄດ້ວ່າ ນີ້ແມ່ນໝາເຮົາ ກະດຳເນີນ ຄະດີໄດ້ ກະບໍ່ປານໃດ ດອກ. ມັນກະອ້າງ ວ່າມັນ ບໍ່ມີເງິນ ຈັ່ງຊັ້ນຈັ່ງຊີ້ ເຂົ້າໄປກອງຄະດີ ລະກະເລື້ອງນີ້ ກະງຽບໄປ".

ໝາເປັນສັດ ທີ່ຜູ້ຄົນລ້ຽງໄວ້ ປຽບເປັນ ສະມາຊິກ ໃນຄອບຄົວ ແລະການສູນເສັຽໝາ ກໍໍ່ຄືເສັຽສະມາຊິກໃນຄອບຄົວ. ປັດຈຸບັນຢູ່ນະຄອນ ຫລວງວຽງຈັນ ມີຮ້ານປິ້ງໝາ ຫລາຍແຫ່ງ ເຊັ່ນ: ຢູ່ເຂດສາມແຍກໂພນຕ້ອງ ຖະໜົນໂພນຕ້ອງ, ຖະໜົນເຕ 2 ແລະທາງໄປດອນກອຍ.

ຣາຍງານບອກອີກວ່າ ຜູ້ທີ່ເປັນເຈົ້າຂອງຮ້ານປິ້ງໝາຢູ່ລາວ ໄດ້ສັ່ງຊື້ຊິ້ນໝາ ຈາກປະເທດໄທ ໃນຣາຄາປະມານ 40,000 ກີບ ຕໍ່ ກິໂລ ກຣາມ ເພາະວ່າ ຊີ້ນໝາຢູ່ລາວ ມີຣາຄາແພງ ແລະ ຫາຍາກ.

ຊິ້ນໝາສ່ວຍຫລາຍ ແມ່ນມາຈາກ ປະເທດໄທ ແລະ ຍັງມີຂະບວນ ການຄ້າໝາ ຂ້າມຊາດ ອີກໂດຍສະເພາ ະມີການລັກລອບສົ່ງໝາ ຈາກປະເທດໄທ ໄປຂາຍຢູ່ ປະເທດຫວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.