ຍັງມີການຮຽກຮ້ອງໃຫ້ໂຈະ ເຂື່ອນ
2014.11.11

ໃນ ມື້ວັນທີ 10 ພຶສຈິກາ ສຳນັກງານ ເລຂາທິການ ຄນະ ກັມມາ ທິການ ແມ່ນ້ຳຂອງ ຮ່ວມກັບ ສຳນັກ ບໍຣິຫານ ຈັດການ ລຸ່ມ ແມ່ ນ້ຳຂອງ ກົມ ຊັພຍາກອນ ນ້ຳ ໄດ້ຈັດ ພິທີ ເພື່ອ ໃຫ້ຂໍ້ມູນ ກ່ຽວ ກັບ ການສ້າງ ເຂື່ອນ ດອນສະໂຮງ ທີ່ ມະຫາວິທຍາໄລ ຣາຊພັດ ແຂວ ງອຸບົນ ຣາຊທານີ.
ກ່ອນ ຈະຮອດ ມື້ເປີດ ກອງປະຊຸມ ກຸ່ມ ຊາວບ້ານ ທີ່ ເອີ້ນກັນວ່າ ສມັດຊາ ຄົນຈົນ ປາກມູນ ໄດ້ອອກ ຖແລງການ ຕ້ານ ການສ້າງ ເຂື່ອນ ດອນສະໂຮງ ໃນລາວ ເນື້ອຫາ ໃນ ຖແລງການ ມີ ດັ່ງນີ້:
1- ໃຫ້ ຄນະ ກັມມາທິການ ແມ່ນ້ຳຂອງ ຫລື MRC ແລະ ກົມ ຊັພຍາກອນ ນ້ຳ ຍົກເລີກ ຈັດ ເວທີ ດັ່ງກ່າວ ແລະ ໃຫ້ໄປ ທົບ ທວນ ບົດບາດ ໜ່ວຍງານ ຂອງ ຕົນເອງ ວ່າ ຈະຮັບໃຊ້ ນັກ ລົງທຶນ ສ້າງ ເຂື່ອນ ຫລື ປົກປ້ອງ ຜົລປໂຍດ ຂອງ ປະຊາຊົນ ກັນແທ້.
2- ໃຫ້ ກົມ ຊັພຍາກອນ ນ້ຳ ໃນຖານະ ຂອງ ຣັຖບານ ໄທ ໃຊ້ສິດ ຢັບຢັ້ງ ການສ້າງ ເຂຶ່ອນ ດອນສະໂຮງ ຂອງ ສປປລາວ ພ້ອມກັບ ສເນີ ໃຫ້ ສປປລາວ ຈັດເວທີ ໃຫ້ຂໍ້ມູນ ກັບ ປະຊາຊົນ ໃນ ປະເທດ ສະມາຊິກ ທັງ ສີ່ ປະເທດ ບໍ່ແມ່ນ ກົມ ຊັພຍາກອນ ນ້ຳ ມາຈັດ ແທນ.
3- ໃຫ້ ກົມ ຊັພຍາກອນ ນ້ຳ ຫັນມາ ແກ້ໄຂ ບັນຫາ ທີ່ ເກີດຂື້ນ ໃນ ປະເທດໄທ ກ່ອນ ເຊັ່ນ ບັນຫາ ຈາກ ເຂື່ອນ ປາກມູນ ພ້ອມທັງ ຊອກ ຊ່ອງທາງ ໃນການ ຈັດການ ນ້ຳ ແບບ ຍືນຍົງ ໂດຍ ຍືດຫມັ້ນ ໃນ ຜົລປໂຍດ ຂອງ ປະຊາຊົນ ເປັນທີ ຕັ້ງ.