ສມັຊຊາຄົນຈົນຄັດຄ້ານເຂື່ອນ ດອນ ສະໂຮງ
2015.01.06
ກຸ່ມ ສມັຊຊາ ຄົນຈົນ ຂອງໄທ ເດີນທາງ ເຂົ້າ ບາງກອກ ເພື່ອ ສະແດງ ອອກ ໃນການ ຄັດຄ້ານ ການສ້າງ ເຂື່ອນ ດອນສະໂຮງ ໃນລາວ ຕໍ່ ຣັຖບານ ໄທ.
ໃນ ວັນອັງຄານ ທີ່ 6 ເດືອນ ມົກກະຣາ ກຸ່ມ ຊາວບ້ານ ສມັຊຊາ ຄົນຈົນ ເຂື່ອນ ປາກມູນ ເມືອງ ພິບູນ ມັງສາຫານ ແຂວງ ອຸບົນ ຣາຊທານີ ຂອງໄທ ພ້ອມດ້ວຍ ຊາວບ້ານ ກຸ່ມອື່ນໆ ໃນ ພາກອິສານ ໄດ້ພາກັນ ມຸ້ງໜ້າ ເຂົ້າ ກຸງເທບ ໂດຍການນໍາ ຂອງ ທ່ານ ກຣິສກອນ ສີລາຣັກ ແກນນໍາ ຊາວບ້ານ ສມັຊຊາ ຄົນຈົນ ເຂື່ອນ ປາກມູນ ເພື່ອໄປ ສະແດງ ຄັດຄ້ານ ການ ກໍ່ສ້າງ ເຂື່ອນ ດອນ ສະໂຮງ ທີ່ ຣັຖບານ ລາວ ຈະສ້າງໃສ່ ແມ່ນໍ້າຂອງ ທາງພາກໃຕ້ ຂອງລາວ ຫ່າງຈາກ ຊາຍແດນ ກັມພູຊາ ປະມານ 7 ກິໂລແມັດ.
ທ່ານ ກຣິສກອນ ສີລາຣັກ ແກນນໍາ ຊາວບ້ານ ຄົນຈົນ ເຂື່ອນ ປາກມູນ ກ່າວເຖີງ ການເຂື່ອນໄຫວ ເທື່ອນີ້ວ່າ ການຈັດເວທີ ຮັບຟັງ ຄວາມເຫັນ ການກໍ່ສ້າງ ເຂື່ອນ ທີ່ ທາງການໄທ ຈັດ ຂຶ້ນ ພາຍຫລັງ ທີ່ ຣັຖບານ ລາວ ໄດ້ ອະນຸຍາດ ໃຫ້ສ້າງ ເຂື່ອນ ແຫ່ງນີ້ ໄປ ກ່ອນແລ້ວ ການຈັດ ເວທີ ກໍເທົ່າກັບ ການ ໄປຮັບຮອງ ຄວາມ ເຫັນພ້ອມ ຂອງ ການສ້າງ ເຂື່ອນ ດອນ ສະໂຮງ ເທົ່ານັ້ນ ແຕ່ໃນ ຄວາມເປັນຈິງ ການຮັບຟັງ ຄວາມ ຄິດເຫັນ ນັ້ນ ຍໍ່ຕ້ອງການ ຈະຮັບຟັງ ເຣື້ອງ ຜົນກະທົບ ຈາກ ການສ້າງ ເຂື່ອນ ແຕ່ຢ່າງໃດ.
ຜ່ານມາ ກຸ່ມ ຊາວບ້ານ ສມັຊຊາ ຄົນຈົນ ເຂື່ອນ ປາກມູນ ເຄີຍ ສະແດງ ຄວາມ ເປັນຫ່ວງ ຕໍ່ການ ສ້າງ ເຂື່ອນ ບໍຣິເວນ ຮູສະໂຮງ ທີ່ເປັນທາງ ໃຫ້ພັນປາ ຈາກ ທະເລສາບ ຂອງ ກໍາພູຊາ ລອຍຂື້ນມາ ປະສົມພັນ ໃນ ແມ່ນໍ້າຂອງ ແລະ ຂຍາຍພັນ ຕາມລຸ່ມ ນໍ້າສາຂາ ຂອງ ແມ່ນໍ້າຂອງ ໄດ້ຮັບຜົນ ກະທົບ ຢ່າງ ໃຫຍ່ຫລວງ ແຕ່ ທາງການ ລາວ ອ້າງວ່າ ທາງຂຶ້ນ ມາ ປະສົມພັນ ຂອງພັນປາ ຈາກ ທະເລສາບ ກັມພູຊາ ໃນ ແມ່ນໍ້າຂອງ ນັ້ນຍັງມີ ເສັ້ນທາງ ອື່ນ ທີ່ເຮັດໄດ້.
ກຸ່ມ ອົງກອນ ຈຶ່ງຕ້ອງ ສົ່ງ ເຈົ້າໜ້າທີ່ ໄປເບິ່ງ ຂໍ້ເທັດຈິງ ຕາມທີ່ ທາງການລາວ ອ້າງ ແລະ ຮວມທັງ ຕ້ອງການໃຫ້ ທາງການ ລາວ ສົ່ງ ຕົວແທນ ມາ ຕອບຄໍາຖາມ ຂອງ ກຸ່ມ ອົງກອນ ທີ່ ຕິດຕາມ ການ ເຄື່ອນໄຫວ ຂອງ ການສ້າງ ເຂື່ອນ. ທີ່ ຜ່ານມາ ທາງການ ວຽດນາມ ແລະ ກັມພູຊາ ໄດ້ ສະແດງ ຄວາມ ເປັນຫ່ວງ ນໍາ ຜົນກະທົບ ທີ່ ອາດເກີດຂຶ້ນ ຈາກ ເຂື່ອນ ດອນສະໂຮງ ນັ້ນ ແລ້ວ.