ເອກຊົນໄທຍ ຕຣຽມສຳຣວດ ໂຄງການໄຟຟ້າ ພະລັງງານລົມ ຢູ່ເມືອງຕະໂອ້ຍ
2022.11.01

ທາງການແຂວງສາຣະວັນ ອະນຸຍາດໃຫ້ບໍຣິສັດ ບີ.ກຣິມ ພະລັງງານລາວ ຈຳກັດ ຊຶ່ງເປັນກຸ່ມຂອງບໍຣິສັດ ບີ.ກຣິມ ພາວເວີຣ໌ ຈຳກັດ ປະເທດໄທຍ (B.GRIMM Power) ເຂົ້າສຳຣວດ ຄວາມເປັນໄປໄດ້ ການພັທນາໂຄງການ ພະລັງງານໄຟຟ້າ ກັງຫັນລົມ ຫລື ພະລັງງານລົມ ທີ່ມີກຳລັງການຜລິດ ຂນາດ 5 ເມກາວັຕ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ.
ພິທີເຊັນບົດບັນ ທຶກຄວາມເຂົ້າໃຈ ຫລື MOU ແມ່ນຈັດຂຶ້ນ ຢູ່ແຂວງສາຣະວັນ ໂດຍມີທ່ານ ໂພທິຍາ ວົງຈອມສີ ຫົວໜ້າຜແນກພະລັງງານ ແລະບໍ່ແຮ່ເປັນຜູ້ລົງນາມ ໃນວັນທີ 28 ຕຸລາ 2022 ນີ້.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງສາຣະວັນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 01 ພຶສຈິກາ ນີ້ວ່າ:
“ບໍຣິສັດ ບີ.ກຣິມ (B.GRIMM) ເຂົາເຊັນ MOU. ໂດຍແມ່ນແລ້ວ ເພິ່ນກາເຂົ້າມາເຮັດຢູ່ ອັນນັ້ນຢູ່ເມືອງຕະໂອ້ຍ ເຈົ້າໂດຍແມ່ນແລ້ວ ເພິ່ນກຳລັງເຊັນ MOU ຫວ່າງອາທິດຫລັງ.”
ທ່ານໄດ້ກ່າວຕື່ມວ່າ ການສຳຣວດ ຄວາມເປັນໄປໄດ້ ໃນການພັທນາ ໂຄງການພະລັງງານລົມ ຂອງບໍຣິສັດດັ່ງກ່າວ ຈະເຂົ້າໄປສຳຣວດ ຢູ່ເຂດບ້ານກົກບົກ, ບ້ານຈໍລະວຽງ ແລະ ບ້ານສ້ອຍຕາມ ໃນເມືອງຕະໂອ້ຍ ຊຶ່ງບ້ານດັ່ງກ່າວ ກໍຍັງເປັນບ້ານທຸກຍາກ ຍັງບໍ່ໄດ້ຮັບການພັທນາ ເທົ່າທີ່ຄວນ ຫາກມີໂຄງການເຂົ້າໄປ ພັທນາ ກໍຫວັງວ່າຊາວບ້ານໃນພື້ນທີ່ ດັ່ງກ່າວຈະໄດ້ຮັບການພັທນາ ໃນດ້ານຕ່າງໆ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກໄດ້.
ພາຍຫລັງທີ່ໄດ້ລົງນາມໄປແລ້ວນັ້ນ ບໍຣິສັດຜູ້ພັທນາໂຄງການ ຈະດຳເນີນການສຶກສາ-ສຳຣວດ ເນື້ອທີ່ຕາມຂອບເຂດ ໂຄງການ, ສຶກສາຄວາມເປັນໄປໄດ້ ແລະປະສິດທິຜົລການລົງທຶນ ໃນໂຄງການດັ່ງກ່າວເພື່ອສ້າງບົດວິພາກເສຖກິຈ-ເທັກນິກ, ບົດສຶກສາດ້ານສິ່ງແວດລ້ອມ-ສັງຄົມ ແລະ ຕິດຕັ້ງເສົາວັດແທກລົມແລະອຸປກອນອື່ນໆ ທີ່ຈຳເປັນຂອງໂຄງການ ຊຶ່ງຈະໃຊ້ໄລຍະເວລາ ປະມານ 8-10 ເດືອນ.
ເຈົ້າໜ້າທີ່ ຫ້ອງການຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ເມືອງຕະໂອ້ຍ ແຂວງສາຣະວັນ ກ່າວວ່າ ເຖິງຈະເປັນໂຄງການ ຂນາດນ້ອຍແຕ່ຜູ້ພັທນາ ໂຄງການກໍຕ້ອງໄດ້ສຶກສາ ຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດ ຫາກມີເນື້ອທີ່ປ່າໄມ້ ຫລືເນື້ອທີ່ໄຮ່, ສວນ ຂອງຊາວບ້ານໃນພື້ນທີ່ຖືກຜົລກະທົບ ກໍຕ້ອງໄດ້ຊົດເຊີຍ ຢ່າງເໝາະສົມ.
ດັ່ງເຈົ້າໜ້າທີ່ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ຜົລກະທົບກາຂ້ອນຂ້າງໜ້ອຍຢູ່ດອກ ພວກສິ່ງແວດລ້ອມ ເຂົາກາໄປກວດກາ ໂຕຈິງວ່າມັນຊິຖືກປ່າເລົ່າເທົ່າໃດ, ປ່າໄຮ່, ສວນ ທໍ່ໃດ ຊົດເຊີຍທໍ່ໃດ ອີງຕາມມັນໜ້ອຍ ມັນຫລາຍຫັ້ນນ່າ.”
ສ່ວນຊາວບ້ານ ໃນເມືອງຕະໂອ້ຍ ແຂວງສາຣະວັນ ກ່າວວ່າ ກໍເຫັນດີໃຫ້ມີການກໍ່ສ້າງ ໂຄງການພະລັງງານ ໄຟຟ້າກັງຫັນລົມ ແຕ່ຢາກໃຫ້ຜູ້ພັທນາ ໂຄງການແລະທາງການລາວໄດ້ມີ ການສຶກສາ ຜົລກະທົບທາງດ້ານ ສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດເພື່ອບໍ່ໃຫ້ ເກີດຜົລກະທົບກັບສິ່ງແວດລ້ອມ ແລະຊາວບ້ານໃນພື້ນທີ່.
ດັ່ງຊາວບ້ານ ຜູ້ນີ້ກ່່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກ່ຽວກັບບົດສຶກສາ ຜົລກະທົບຫັ້ນນ່າ ເກັບກຳຂໍ້ມູນລະອຽດ ສິ່ງປຸກສ້າງ ຫລືວ່າ ຕົ້ນໄມ້, ສັດປ່າ, ທັມມະຊາຕອື່ນໆ ເທົ່ານັ້ນເນາະ.”
ຊາວບ້ານອີກຜູ້ນຶ່ງ ໃນແຂວງສາຣະວັນ ກ່າວວ່າ ຫາກມີການສຶກສາ ຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດ ມີຄວາມໂປ່ງໃສ ແລະຈິງໃຈ ກັບຊາວບ້ານໃນພື້ນທີ່, ຊາວບ້ານກໍພ້ອມ ສນັບສນູນໃຫ້ເກີດ ການພັທນາ, ແຕ່ຫາກມີຊາວບ້ານ ໃນພື້ນທີ່ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ ກໍຕ້ອງຊ່ອຍເຫລືອ ຊາວບ້ານເລົ່ານັ້ນ ໃຫ້ມີຊີວິຕ ທີ່ດີຂຶ້ນກ່ວາເກົ່າ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຮ້ວາຍຄັນວ່າ ການສຶກສາລະອຽດອີ່ຫລີ ຄັນໄດ້ມັນ ກາຊິບໍ່ກະທົບຫລາຍປານໃດ ຂໍ້ມູນຕ້ອງຊັດເຈັນປະຊາຊົນເຮົາ ກາບໍ່ແອອັດປານໃດ.”
ກ່ຽວກັບເຣື່ອງນີ້ ທ່ານ ວິທູນ ເພີ່ມພົງສາຈະເຣີນ ປະທານເຄືອຂ່າຍພະລັງງານ ແລະນິເວສວິທຍາ ແມ່ນໍ້າຂອງ ຫລື MEENET ປະເທດໄທຍກ່າວວ່າ ບໍ່ວ່າຈະເປັນບໍຣິສັດໄທຍ ຫລືບໍຣິສັດໃດກໍຕາມ ຫາກຫັນປ່ຽນມາລົງທຶນ ທາງດ້ານພະລັງງານ ທົດແທນ ກໍຖືວ່າເປັນເຣື່ອງທີ່ດີ ເພາະຜົລກະທົບ ບໍ່ຮຸນແຮງເມື່ອທຽບໃສ່ ໂຄງການການກໍ່ສ້າງເຂື່ອນໄຟຟ້າ ຂນາດໃຫຍ່.
ການລົງທຶນ ທາງດ້ານພະລັງງານ ທົດແທນ ເຊັ່ນພະລັງງານແສງຕາເວັນ, ພະລັງງານລົມ ກໍຍັງມີຄວາມຈຳເປັນ ທີ່ຜູ້ພັທນາໂຄງການ ຈະຕ້ອງໄດ້ປະເມີນຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຕາມມາຕຖານສາກົລ ເພື່ອຫລຸດຜ່ອນຜົລກະທົບ ໃນພື້ນທີ່ ແລະບໍ່ໃຫ້ເກີດຂໍ້ຂັດແຍ່ງ ລະຫວ່າງຜູ້ລົງທຶນກັບຊາວບ້ານ.
ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
(ໄທຍ) “ຄືຖືວ່າເປັນທາງເລືອກ ເປັນຈຸດເຣີ່ມຕົ້ນ ເຮົາຢາກໃຫ້ມີແບບນີ້ ແຕ່ບໍ່ໝາຽຄວາມວ່າ ແບບນີ້ມັນຈະດີໄປໝົດ 100% ບໍ່ແມ່ນ, ກາຕ້ອງມີຂະບວນການ ທີ່ດີນໍາດ້ວຍຕ້ອງມີຊາວບ້ານ ຕ້ອງມີສິ່ງແວດລ້ອມທີ່ດີດ້ວຍ ກໍເທົ່າກັບວ່າ ເປັນການສົ່ງເສີມ ພະລັງງານໝູນວຽນໃນລາວ.”
ສຳລັບໂຄງການ ພັທນາພະລັງງານໄຟຟ້າ ກັງຫັນລົມ ຫລືພະລັງງານລົມ ທີ່ມີຂນາດ 5 ເມກາວັຕ ຂອງບໍຣິສັດ ບີ.ກຣິມ ພະລັງງານລາວ ຈຳກັດ ໃນຄັ້ງນີ້ແມ່ນຖືກພັທນາ ໄປຕາມນະໂຍບາຍ ຂອງແຂວງສາຣະວັນເພື່ອຜລິດ ສນອງໄຟຟ້າ ພາຍໃນແຂວງ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ບໍຣິສັດ ບີ.ກຣິມ ພະລັງງານລາວ ຈຳກັດເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ກ່ຽວກັບມູນຄ່າການລົງທຶນ ແລະຜົລປໂຍດ ທີ່ຊາວບ້ານໃນພື້ນທີ່ ຈະໄດ້ຮັບ ແຕ່ເຈົ້າໜ້າທີ່ບໍ່ສະດວກ ຈະໃຫ້ຂໍ້ມູນ.
ປັດຈຸບັນ ບໍຣິສັດ ບີ.ກຣິມ ພະລັງງານລາວ ຈຳກັດ ມີການລົງທຶນ ດ້ານພະລັງງານໄຟຟ້າ ໃນລາວ ຈຳນວນ 4 ໂຄງການ ປະກອບມີ ເຂື່ອນສ້າງສຳເຣັດ 2 ໂຄງການ ຄືເຂື່ອນໄຟຟ້າ ເຊນໍ້ານ້ອຍ-ເຊກະຕາມ ຂນາດ 20 ເມກາວັຕ ຕັ້ງຢູ່ແຂວງຈຳປາສັກ ແລະເຂື່ອນໄຟຟ້ານໍ້າແຈ ຂນາດ 15 ເມກາວັຕ ຕັ້ງຢູ່ແຂວງໄຊສົມບູນ.
ສ່ວນເຂື່ອນທີ່ກຳລັງກໍ່ສ້າງມີ 2 ໂຄງການ ຄືເຂື່ອນໄຟຟ້າ ທັດສະກອຍ ຂນາດ 30 ເມກາວັຕ ຕັ້ງຢູ່ແຂວງສວັນນະເຂດ ແລະ ເຂື່ອນໄຟຟ້ານໍ້າຄາວ ຂນາດ 68 ເມກາວັຕຕັ້ງ ຢູ່ແຂວງຊຽງຂວາງ.