ຣະດູຝົນນີ້ ທາງຫຼາຍເສັ້ນ ເປ່ເພໜັກ
ເສັ້ນທາງ ຈາກເມືອງນາໝໍ້ ແຂວງອຸດົມໄຊ ໄປຫາ ຊາຍແດນຈີນ ເປ່ເພໜັກ
-
ໄມຊູລີ
2018-07-06 -
-
-
Your browser doesn’t support HTML5 audio
ໃນໄລຍະຣະດູຝົນນີ້ ເສັ້ນທາງ ຈາກຫລັກ 59 ເມືອງນາໝໍ້ ແຂວງອຸດົມໄຊ ໄປຫາ ຊາຍແດນຈີນ ມີສະພາບເປ່ເພ ຢ່າງໜັກໜ່ວງ ຍ້ອນທາງດັ່ງກ່າວ ຍັງເປັນ ທາງດິນແດງ ທີ່ເຕັມໄປດ້ວຍ ຂີ້ຕົມ ເຮັດໃຫ້ ການສັນຈອນ ໄປ-ມາ ລໍາບາກ ແລະ ຊັກຊ້າ ດັ່ງເຈົ້າໜ້າທີ່ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງນາໝໍ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:
”ມັນຢູ່ໃນຊ່ວງກໍ່ສ້າງ ເຂົາກໍພຍາຍາມຊ້ອມແປງ ການສັນຈອນຢູ່ ດຽວນີ້ ສພາບບ້ານເຮົາ ມັນມີຝົນຕົກ ຫລາຍແດ່ປີນີ້ ສາມາດ ໄປ-ມາ ໄດ້ຢູ່ ແຕ່ບໍ່ຄ່ອງໂຕ ປານໃດ ພື້ນທາງພື້ນຫຍັງ ມັນບວມຫັ້ນແຫລະ ຍ້ອນວ່າ ມັນມີຣົດໜັກ ທຽວຫລາຍເດ ເສັ້ນທາງນີ້.”
ທ່ານກ່າວຕື່ມວ່າ ພາກສ່ວນ ທີ່ໄດ້ຮັບ ຜົລກະທົບ ຫຼາຍທີ່ສຸດ ຈາກເສັ້ນທາງ ທີ່ມີສພາບກເປ່ເພ ເສັ້ນນີ້ ກໍຄື ກຸ່ມຣົດຂົນສົ່ງສິນຄ້າ ຣະຫວ່າງ ລາວ-ຈີນ, ຮວມທັງ ພວກຣົດບັນທຸກ ຂນາດໃຫຍ່ ແລະ ຂນາດກາງ ເພາະຕາມເສັ້ນທາງ ເປັນຂີ້ຕົມ ຍາວຫຼາຍ ກິໂລແມັດ ຢ່າງໜ້ອຍ ຕ້ອງໃຊ້ ເວລາບໍ່ຕໍ່າກວ່າ 2 ຊົ່ວໂມງ ຈິ່ງແລ່ນຜ່ານໄປໄດ້.
ເຖິງຢ່າງໃດກໍຕາມ, ຕໍ່ສະພາບການ ເຊັ່ນນີ້ ທາງການໂຍທາທິການ ແລະ ຂົນສົ່ງ ກໍໄດ້ ອອກໜັງສື ແຈ້ງການ ໄປຍັງ ປະຊາຊົນ ແລະ ບັນດາ ຣົດບັນທຸກ ທຸຣະກິດຕ່າງໆ ໃຫ້ຣະມັດຣະວັງ ເປັນພິເສດ ແລະ ທາງການ ຈະເລັ່ງສ້ອມແປງເສັ້ນທາງ ດັ່ງກ່າວ ໃຫ້ຜູ້ເດີນທາງ ສາມາດໄປມາ ຢ່າງສດວກ ບໍ່ຕິດຂັດ.
ເສັ້ນທາງດັ່ງກ່າວ ມີຄວາມຍາວ 36.6 ກິໂລແມັດ ຄາດວ່າ ຈະສາມາດປັບປຸງ ໃຫ້ເປັນທາງປູຢາງ 2 ຊັ້ນ ໄດ້ພາຍໃນ ປີ 2020 ຕາມໂຄງການ ຂອງທາງການ. ນອກຈາກ ເສັ້ນທາງດັ່ງກ່າວ ໄດ້ຮັບ ຜົລກະທົບ ຍ້ອນຝົນຕົກໜັກ ໃນຍາມຣະດູຝົນນີ້ແລ້ວ ຍັງມີເສັ້ນທາງ ຫຼາຍແຫ່ງ ໃນລາວ ໄດ້ຮັບ ຜົລກະທົບເປ່ເພ ເຊັ່ນດຽວກັນ ເປັນຕົ້ນ ເສັ້ນທາງ ເຂດພູ ເກົ້າຫຼັກ ຣະຫວ່າງ ເມືອງກາສີ ແຂວງວຽງຈັນ ໄປຫາເມືອງນານ ນະຄອນຫລວງພຣະບາງ ຊຶ່ງກໍາລັງພົບບັນຫາ ດິນເຈື່ອນຖົມທາງ ແລະ ເສັ້ນທາງ ຕານມີໄຊ-ສີເກີດ ໃນນະຄອນຫລວງ ວຽງຈັນ ທີ່ເຣີ້ມເປັນທາງຂີ້ຕົມ ຍ້ອນຝົນຕົກໜັກ.