ມ.ຊະນະຄາມ ຖືກພະຍຸ ເຮືອນພັງ ເສົາໄຟລົ້ມ

ສຸພັດຕາ
2021.03.31
ມ.ຊະນະຄາມ ຖືກພະຍຸ ເຮືອນພັງ ເສົາໄຟລົ້ມ ພະຍຸ ຣະດູຮ້ອນ ໄດ້ພັດເຂົ້າ ເມືອງຊະນະຄາມ ແຂວງວຽງຈັນ ເມື່ອ ວັນທີ 29 ມິນາ 2021 ຊຶ່ງ ໄດ້ທໍາລາຍຫຼາຍຢ່າງ ທີ່ຂວາງໜ້າ
ນັກຂ່າວພົລເມືອງ

ເມື່ອວັນທີ 29 ມິນາ 2021 ນີ້ ພະຍຸຣະດູຮ້ອນໄດ້ພັດເຂົ້າ ເມືອງຊະນະຄາມ ແຂວງວຽງຈັນ ເຮັດໃຫ້ເສົາໄຟຟ້າຫັກຫຼາຍເສົາ ແລະ ເຮືອນປະຊາຊົນຈໍານວນນຶ່ງໄດ້ຮັບຄວາມເສັຽຫາຍ, ດັ່ງຊາວບ້ານ ທ່ານນຶ່ງ ຢູ່ບ້ານນາພຽງ ເມືອງຊະນະຄາມ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 31 ມິນາ ນີ້ວ່າ:

“ບ້ານນາພຽງນິ່ ໂດນເຕັມໆ ມີເສົາໄຟ 9 ຕົ້ນ, ເຮືອນປະຊາຊົນ 9 ຫຼັງ ອັນທີ່ວ່າ ມັນເປີດອອກຫຼາຍຫັ້ນນະ ກໍາລັງແປງຢູ່, ທາງ ເມືອງຂະເຈົ້າ ກໍາລັງແປງຢູ່, ເມືອງເຂົາລົງມາແລ້ວ ອ້າຍນ້ອງທະຫານ ລົງມາຊ່ວຍມຸງຫຼັງຄາໃຫ້.”

ຊາວບ້ານອີກຄົນນຶ່ງ ຢູ່ບ້ານດຽວກັນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບັນຫາຕອນນີ້ ຄືປະຊາຊົນ ຫຼາຍຄອບຄົວ ໃນເຂດ ບ້ານບໍ່ມີໄຟຟ້າໃຊ້ ສ່ວນເຮືອນ ທີ່ໄດ້ຮັບຄວາມເສັຍຫາຍນັ້ນ ທາງການ ກໍາລັງສ້ອມແປງໃຫ້ຢູ່:

“ໄຟດັບ ຍັງບໍ່ທັນມີ ເພາະເສົາໄຟຫັກຫຼາຍຕົ້ນ ວຽກງານທີ່ກ່ຽວຂ້ອງ ເພິ່ນກໍາລັງເຮັດ ກໍາລັງແປງ ທາງເມືອງເພິ່ນລົງໄປເບິ່ງ ແລ້ວ ຊ່ວຍສ້ອມແປງ ເຮືອນພໍ່ແມ່ປະຊາຊົນ.”

ຊາວບ້ານ ຢູ່ບ້ານຊະນະຄາມ ເມືອງຊະນະຄາມ ຜູ້ນຶ່ງເວົ້າວ່າ ຕອນນີ້ ບັນຫາຫຼັກໆ ຄືບໍ່ມີໄຟຟ້າໃຊ້ມາຫຼາຍມື້ແລ້ວ ຍ້ອນເສົາໄຟຟ້າ ຫັກ:

“ມີຫຼັກໄຟຟ້າລົ້ມ 7 ຫຼັກ,ໄຟດັບ ຕອນນີ້ ກໍຍັງດັບຢູ່ ກໍບໍ່ຫຼາຍດອກ, ມີແຕ່ສັງກະສີເປີດ ລົງມາແລ້ວ, ແຕ່ກະ ບໍ່ມີຫຍັງເຄື່ອນໄຫວ ເລີຍ.”

ແລະຊາວບ້ານ ອີກຄົນນຶ່ງ ຢູ່ບ້ານດຽວກັນນີ້ ກໍເວົ້າວ່າ ຕັ້ງແຕ່ວັນທີ 29 ມິນາ ມາຈົນຮອດປັດຈຸບັນ ຍັງບໍ່ມີໄຟຟ້າໃຊ້ ນອກຈາກນີ້ ເຮືອນແລະຮ້ານຄ້າ ຂອງປະຊາຊົນ ກໍໄດ້ຮັບຄວາມເສັຍຫາຍ, ດັ່ງທ່ານກ່າວ:

“ກໍຕັ້ງແຕ່ນາພຽງມາ ບ່ອນທີ່ວ່າ ເສົາໄຟຟ້າຫັກ ແລ້ວກໍໄຟຟ້າບໍ່ມາເລີຍ, ມີໂຮງສີເຂົ້າ, ມີໂຮງຮຽນ, ມີບ້ານເຮືອນປະຊາຊົນ, ມີ ຮ້ານຄ້າ ແລ້ວກໍຫຼັງຄາເປີດ ເພິ່ນກໍາລັງແກ້ໄຂຢູ່.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ເມືອງຊະນະຄາມ ຍັງບໍ່ມີໄຟ ຟ້າໃຊ້, ແຕ່ພາກສ່ວນກ່ຽວຂ້ອງ ກໍາລັງສ້ອມແປງຢູ່ ຄາດວ່າ ຕອນປະມານ 5 ໂມງແລງ ກໍຈະແປງແລງ ສ່ວນເສົາໄຟຟ້າ ທີ່ຫັກນັ້ນ ມີປະມານ 7-8 ຕົ້ນ, ດັ່ງທ່ານກ່າວວ່າ:

“ບໍ່ມີ 2 ມື້ ບໍ່ຫຼາຍ 8 ຕົ້ນເຈົ້າ 7-8 ເສົາ ກໍາລັງສ້ອມແປງ ປະມານ 5 ໂມງແລ້ວ ຕອນແລງກໍແລ້ວ ແລ້ວ ແລງມື້ນີ້ແຫຼະ.”

ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນຢູ່ລາວ ໃຫ້ຮູ້ວ່າ ເມື່ອວັນທີ 29 ມິນາ 2021 ເວລາປະມານ 16 ໂມງ 30 ນາທີ ພະຍຸ ຣະດູຮ້ອນ ໄດ້ພັດເຂົ້າ ເມືອງຊະນະຄາມ ແຂວງວຽງຈັນ ເຮັດໃຫ້ເສົາໄຟຟ້າ ຫັກລົ້ມຫຼາຍຕົ້ນ ປະຊາຊົນຈໍານວນນຶ່ງ ບໍ່ມີໄຟຟ້າໃຊ້.

ແລະເມື່ອວັນທີ່ 20 ມິນາ ຜ່ານມານີ້ ພະຍຸຣະດູຮ້ອນ ກໍໄດ້ພັດເຂົ້າເຂດເມືອງເຊກອງ ແຂວງເຊກອງ ເຮັດໃຫ້ເສົາໄຟຟ້າ ຫັກລົ້ມ ທັບຣົດ ແລະ ເຮືອນຂອງຊາວບ້ານ ເປ່ເພເສຍຫາຍໜັກ ຫຼາຍຫຼັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.