ປ່າສງວນຫ້ວຍງົວ ຢູ່ບໍຣິຄຳໄຊ ຖືກຊາວບ້ານ, ເຈົ້າໜ້າທີ່ທ້ອງຖິ່ນ ບຸກລຸກ

ມີການບຸກລຸຸກ ປ່າສງວນຫ້ວຍງົວ ຢູ່ເຂດເມືອງບໍຣິຄັນ ແຂວງບໍຣິຄຳໄຊ ເພື່ອຖາງປ່າເຮັດສວນມັນຕົ້ນ ຊຶ່ງເຮັດໃຫ້ປ່າສງວນແຫ່ງນີ້ ຖືກທຳລາຍໄປແລ້ວ ເປັນຈຳນວນຫລາຍເຮັກຕ້າຣ໌ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ໄດ້ແກ້ໄຂ ບັນຫາດັ່ງກ່າວ ຢ່າງຈິງຈັງ ແລະຈັບຜູ້ກະທຳຜິດບໍ່ໄດ້ເທື່ອ.

ປ້າຍຈຸດກວດກາ ຊັພຍາກອນປ່າໄມ້, ເຂດປ່າສງວນຫ້ວຍງົວ, ເມືອງບໍຣິຄັນ ແຂວງບໍຣິຄຳໄຊ. Borikhamxay Provincial Conservation Division

ມາຮອດປັດຈຸບັນ ຊາວບ້ານຈຳນວນຫລາຍຄອບຄົວ ຊຶ່ງບໍ່ມີຂໍ້ມູນຢ່າງຄັກແນ່ວ່າ ເປັນຊາວບ້ານເຂດໃດ ລວມທັງເຈົ້າໜ້າທີ່ຣັຖ ຂັ້ນທ້ອງຖິ່ນຈຳນວນນຶ່ງ ຍັງບຸກລຸຸກປ່າສງວນຫ້ວຍງົວ ຢູ່ເຂດເມືອງບໍຣິຄັນ ແຂວງບໍຣິຄຳໄຊ ເພື່ອຖາງປ່າເຮັດສວນມັນຕົ້ນ ຊຶ່ງເຮັດໃຫ້ປ່າສງວນແຫ່ງນີ້ ຖືກທຳລາຍໄປແລ້ວ ເປັນຈຳນວນຫລາຍເຮັກຕ້າຣ໌ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ໄດ້ແກ້ໄຂບັນຫາດັ່ງກ່າວ ຢ່າງຈິງຈັງ ແລະຈັບຜູ້ກະທຳຜິດບໍ່ໄດ້ເທື່ອ.

ດັ່ງຊາວບ້ານທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນທັນວາ ປີ 2022 ຜ່ານມານີ້ວ່າ:

ມີຊາວບ້ານບຸກລຸກປ່າສງວນ ຫ້ວຍງົວ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ເພື່ອຖາງປ່າເຮັດໄຮ່, ເຮັດສວນມັນຕົ້ນ ຊຶ່ງມີການບຸກລຸກໄປແລ້ວ ຫລາຍເຮັກຕ້າຣ໌ ໃນນັ້ນມີເຈົ້າໜ້າທີ່ຣັຖ ຂັ້ນທ້ອງຖິ່ນຢູ່ນຳດ້ວຍ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງເມີນເສີຍ ຕໍ່ບັນຫານີ້.

ກ່ຽວກັບເຣື່ອງນີ້ ຊາວບ້ານຢູ່ເມືອງບໍຣິຄັນ ທ່ານນຶ່ງ ກໍຢືນຢັນວ່າ ມີຊາວບ້ານພາກັນບຸກລຸກ ປ່າສງວນຫ້ວຍງົວແທ້ ເພື່ອບຸກເບີກເນື້ອທີ່ປູກມັນຕົ້ນ ຊຶ່ງໃນໄລຍະຜ່ານມາ ເຫັນວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ແກ້ໄຂແລ້ວ ແຕ່ບັນຫາດັ່ງກ່າວຍັງມີຢູ່ເລື້ອຍໆ ແລະ ຜູ້ບຸກລຸກກໍມີ ເພີ່ມຫລາຍຂຶ້ນ ເນື່ອງຈາກເຈົ້າໜ້າທີ່ຍັງບໍ່ໄດ້ໃຊ້ມາຕການ ຢ່າງເດັດຂາດ ໃນການສະກັດກັ້ນ ແລະ ຈັບຜູ້ກະທຳຜິດ ຈຶ່ງເຮັດໃຫ້ບໍ່ມີໃຜຢ້ານ. ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 06 ມົກຣານີ້ວ່າ:

ມີນຳທາງມີເຂົ້າເຈົ້າຈູດເນາະ ແບບວ່າມັນຫລັງຈາກມີທາງເຂົ້າມານີ້ນ່າ ບາດນີ້ເຂົາເຈົ້າຖາງດິນເປົ່າຫວ່າງຫລາຍ ເຣີ່ມຕົ້ນເຂົາເຈົ້າກາຈູດຫລິ້ນຫັ້ນນ່າ ຈູດເຂົາເຈົ້າເອົາທາງໃນພຸ້ນກ່ອນເບາະ ລາມມາກາຍມາໝົດແລ້ວເບາະ ປ່າສງວນປະມານຫັ້ນແຫລະ ເອົາຜູ້ນຶ່ງກາຍັງຜູ້ນຶ່ງ ຫັ້ນນ່າມັນຕໍ່ເນື່ອງ.

ສ່ວນຊາວບ້ານອີກທ່ານນຶ່ງ ຢູ່ເມືອງບໍຣິຄັນກ່າວວ່າ ສຳລັບຊາວບ້ານທີ່ບຸກລຸກ ເຂດປ່າສງວນຫ້ວຍງົວນັ້ນ ສ່ວນນຶ່ງແມ່ນຊາວບ້ານ ຈາກເຂດເມືອງໝອກ ແຂວງຊຽງຂວາງ ຊຶ່ງເປັນເມືອງທີ່ມີຊາຍແດນ ຕິດກັບເມືອງບໍຣິຄັນ ແຂວງບໍຣິຄຳໄຊ ໄດ້ພາກັນເດີນທາງ ມາບຸກລຸກປ່າສງວນດັ່ງກ່າວ ເພື່ອເຮັດສວນມັນຕົ້ນ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແກ້ໄຂບັນຫາ ດັ່ງກ່າວໄດ້ຍາກ ເນື່ອງຈາກຊາວບ້ານກຸ່ມນີ້ ມີການຫລົບໜີໄດ້ກ່ອນຕລອດ.

ດັ່ງທ່ານກ່າວວ່າ:

ປ່າສງວນເຂດຫ້ວຍງົວ ກາບໍ່ໄດ້ໄປເຫັນແຕ່ວ່າ ກາຍິນຂ່າວຢູ່ວ່າ ພວກລາວສູງມາປູກມັນຕົ້ນວ່າຊັ້ນ ລາວສູງເຂດເມືອງໝອກ ແຂວງຊຽງຂວາງ ຊາຍແດນບ້ານທ່າສີ ກັບເມືອງໝອກ ເຈົ້າໜ້າທີ່ເພິ່ນກາໄປຢູ່ ບໍ່ຮູ້ແນວນ່າ ບໍ່ຮູ້ແນວຊິເຮັດ ຊົນເຜົ່ານີ້.

ທາງດ້ານເຈົ້າໜ້າທີ່ຂັ້ນບ້ານ ທ່ານນຶ່ງທີ່ຢູ່ໃກ້ ກັບເຂດປ່າສງວນຫ້ວຍງົວ ກໍຍອມຮັບວ່າ ບັນຫາດັ່ງກ່າວເກີດຂຶ້ນຢູ່ເລື້ອຍໆ ແລະ ຊາວບ້ານທີ່ບຸກລຸກປ່າສງວນດ່ັງກ່າວ ສ່ວນໃຫຍ່ກໍແມ່ນຊາວບ້ານ ຈາກເຂດເມືອງອື່ນໆ ແຕ່ພາກສ່ວນທີ່ກ່ຽວຂ້ອງ ກໍມີແຜນສະກັດກັ້ນ ແລະ ຈັບຜູ້ກະທຳຜິດກຸ່ມດັ່ງກ່າວ ໃຫ້ໝົດໄປພາຍໃນປີນີ້.

ດັ່ງທ່ານກ່າວວ່າ:

ປະຊາຊົນຫັ້ນເຂດອື່ນເນາະ ເຂດບ້ານເຮົາບໍ່ທັນໄດ້ເຂົ້າ ປັດຈຸບັນນີ້ເຂດອື່ນຫັ້ນ ມາທຳການຜລິດ ຄືຊິແມ່ນລັກປູກຕິ ຫລື ວ່າແນວໃດ ກາບໍ່ເຂົ້າໃຈ ທາງການເພິ່ນ ກາມາກວດກາຢູ່ ຊິສະກັດກັ້ນ ຊ່ວງປີນີ້ນີ້ແຫລະ ເຮົາຊິໄດ້ບໍ່ໄດ້ ກາບໍ່ທັນຮູ້ຫັ້ນນ່າ.

ເຈົ້າໜ້າທີ່ ເມືອງບໍຣິຄັນ ທ່ານນຶ່ງທີ່ມີໜ້າທີ່ ທີ່ກ່ຽວຂ້ອງກັບການຄຸ້ມຄອງ ປ່າສງວນຫ້ວຍງົວ ກ່າວວ່າປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນແຂວງກຳລັງຢູ່ໃນລະຫວ່າງ ຮ່າງຂໍ້ຕົກລົງແຕ່ງຕັ້ງ ຄະນະກັມມະການ ແລະ ບຸກຄະລາກອນ ເພື່ອຕຣຽມລົງພື້ນທີ່ ກວດກາ ແລະແກ້ໄຂບັນຫາດັ່ງກ່າວ ຢູ່ປ່າສງວນຫ້ວຍງົວ ຢ່າງຈິງຈັງ ແຕ່ຈະເຣີ່ມລົງມືປະຕິບັດ ໃນມື້ໃດນັ້ນ ຍັງຕ້ອງລໍຖ້າ ການອອກແຈ້ງການ ເພີ່ມຕື່ມອີກເທື່ອນຶ່ງ.

ດັ່ງທ່ານໄດ້ກ່າວວ່າ:

ເຮົາກາບໍ່ທັນຮູ້ນໍາ ຜແນກເພິ່ນໂຕນີ້ ເພິ່ນກາຈັ່ງຊິເຮັດຢູ່ ລົງອັນນັ້ນຢູ່ ເພິ່ນກຳລັງຮ່າງຂໍ້ຕົກລົງ ຮ່າງຕຣຽມບຸກຄະລາກອນ ຊິລົງໄປກວດກາ ເຂດຫັ້ນແຫລະ ເພິ່ນຈະໃຫ້ອອກຈາກເຂດໝົດແຫລະ.

ສ່ວນຂໍ້ມູນຈາກຊາວບ້ານ ລະບຸວ່າ ມີເຈົ້າໜ້າທີ່ຣັຖຂັ້ນທ້ອງຖິ່ນ ບາງຄົນ ໄດ້ເຂົ້າຮ່ວມໂຄງການ ບຸກລຸກປ່າສງວນດັ່ງກ່າວ ເຊັ່ນດຽວກັນ. ເຈົ້າໜ້າທີ່ຜູ້ດຽວກັນນີ້ກ່າວວ່າ ທ່ານເອງບໍ່ທັນໄດ້ຮັບຮູ້ຂໍ້ມູນ ດັ່ງກ່າວເທື່ອ ແຕ່ຈະມີການກວດກາ ເພີ່ມຕື່ມ ແລະຄັນພົບວ່າ ເຈົ້າທີ່ຣັຖຂັ້ນທ້ອງຖິ່ນ ດັ່ງກາວ ໄດ້ເຮັດຜິດແທ້ ກໍຈະມີການລົງໂທດ ທັງທາງວິນັຍ ແລະ ດຳເນີນຄະດີ ຕາມຂັ້ນຕອນ.

ເມື່ອປີ 2022 ຜ່ານມາກໍມີການກວດພົບ ບັນຫາຊາວບ້ານ ແລະ ພນັກງານຣັຖ ບຸກລຸກປ່າສງວນ ແຫ່ງຊາຕ ເຊບັ້ງນວນ ແລະປ່າສງວນແຫ່ງຊາຕ ພູຊຽງທອງ ໃນແຂວງສາຣະວັນ ເພື່ອເຮັດສວນມັນຕົ້ນ ແລະ ປູກໝາກມ່ວງ ຫິມະພານຫລາຍກ່ວາ 600 ເຮັກຕ້າຣ໌.

ໃນໄລຍະຕົ້ນປີ 2022 ຫ້ອງການກະສິກັມ ແລະປ່າໄມ້ ເມືອງທ່າແຕງ ແຂວງເຊກອງ ໄດ້ຣາຍງານວ່າພົບເຫັນຊາວບ້ານ ແລະ ພນັກງານຣັຖ ທີ່ອອກບຳນານ ຈຳນວນ 75 ຄອບຄົວ ບຸກລຸກປ່າສງວນແຫ່ງຊາຕ ແລະ ປ່າປ້ອງກັນ ຫລາຍແຫ່ງ ພາຍໃນແຂວງເຊກອງ ເພື່ອປູກມັນຕົ້ນ ແລະກາເຟ ໃນເນື້ອທີ່ທັງໝົດ 37 ເຮັກຕ້າຣ໌, ແຕ່ໃນເບື້ອງຕົ້ນ ເຈົ້າໜ້າທີ່ ບໍ່ໄດ້ມີການຈັບກຸມ ຜູ້ບຸກລຸກປ່າສງວນດັ່ງກ່າວ ມີແຕ່ເຮັດບົດບັນທຶກ ນຳຜູ້ທີ່ບຸກລຸກ ປ່າສງວນນັ້ນວ່າ ໃຫ້ສາມາດປູກມັນຕົ້ນ ແລະ ກາເຟຈົນຮອດປີ 2023 ເທົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org