ຊາວບ້ານຈັດສັນ ຖືກໃໝ ຍ້ອນຕັດໄມ້ ມາແປງເຮືອນ

ຈຳ​ປາ​ທອງ
2019.08.10
F-Namtheun ເຂື່ອນນໍ້າເທີນ ສອງ ທີ່ ໄດ້ເປີດໃຊ້ມາຫລາຍປິແລ້ວ
AFP

ປະຊາຊົນ ບ້ານຈັດສັນ ເຂື່ອນນ້ຳເທີນ 2 ເມືອງນາກາຍ ແຂວງຄຳມ່ວນ ຫລາຍສິບຄອບຄົວ ຖືກເຈົ້າໜ້າທີ່ ທາງການ ປັບໃໝ ຜູ້ລະ 1 ລ້ານ ຫາ 1 ລ້ານປາຍກີບ ເມື່ອຕົ້ນເດືອນສິງຫານີ້ ຍ້ອນພວກເຂົາເຈົ້າ ພາກັນໄປຕັດໄມ້ ໃນເຂດປ່າສງວນ ເມືອງນາກາຍ ທີ່ຢູ່ໃກ້ກັບ ບ້ານຈັດສັນ ເພື່ອເອົາມາ ສ້ອມແປງເຮືອນ ທີ່ເຣີ່ມເປ່ເພ ຍ້ອນຝົນຕົກໜັກ ໃນໄລຍະນີ້, ດັ່ງເຈົ້າໜ້າທີ່ ບ້ານຈັດສັນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ສິງຫານີ້ວ່າ:

“ອັນຣະບຽບ ທີ່ເພິ່ນ ກໍເວົ້າອີງໃສ່ ໜັງສື ເລກທີ 15 ອອກມາແຕ່ ຂັ້ນເທິງ ເພິ່ນເວົ້າ ໂຕເລກ 15 ໂຕນັ້ນ ໂຕເລກ 15 ໂຕນີ້ ມາແຫລະ ໄມ້ປຸກສ້າງເຮືອນ ເຮັດຄັນດອກຄັນໃດ ເປ່ເພນີ້ ເພິ່ນຍັງມາ ຂຶ້ນທະບຽນໝົດ ຜູ້ໃດເລື່ອຍ ຜູ້ໃດອັນນັ້ນແລ້ວ ປັບໃໝໜ້ອຍນຶ່ງ ພ້ອມໄປເຮັດວຽກອີກ ເພິ່ນແນວນັ້ນໃດ໋ ເມືອງໃດ໋ ກໍບໍ່ແມ່ນຟ້ອງຮ້ອງ ແຕ່ເຮົານີ້ ຍາກແລ້ວໃດ໋ ທາງການອັນໃດ ກໍຈຳກັດ.”

ທ່ານກ່າວຕື່ມວ່າ ປະຊາຊົນ ຫລາຍສິບຄອບຄົວ ທີ່ຖືກ ທາງການໃໝນັ້ນ ເປັນ ປະຊາຊົນ ບ້ານສົບແພນ, ບ້ານສົບມາ, ບ້ານນາກາຍ, ບ້ານດອນ, ບ້ານຂອນແກ່ນ ແລະ ບ້ານບົວມາ ທີ່ໄດ້ຖືກໃຫ້ ໂຍກຍ້າຍ ມາຢູ່ທາງໃຕ້ ຂອງບ້ານຈັດສັນ ເຂື່ອນນ້ຳເທີນ 2 ຊຶ່ງຢູ່ໃກ້ກັບ ເຂດປ່າສງວນ ເມືອງນາກາຍ.

ນອກຈາກ ຈະຖືກເຈົ້າໜ້າທີ່ ໃໝ ຄືທີ່ວ່ານັ້ນແລ້ວ ຊາວບ້ານ ຍັງຖືກຕັກເຕືອນ ແລະ ອົບຮົມ ເຖິງແມ່ນວ່າ ພວກເຂົາເຈົ້າ ມີຄວາມຈຳເປັນ ຢາກໄດ້ໄມ້ ມາແປງເຮືອນ ທີ່ເປ່ເພ ຍ້ອນຝົນຕົກໜັກ ເມື່ອເດືອນ ທີ່ຜ່ານມານັ້ນ ກໍຕາມ.

ປັດຈຸບັນ ທາງການແຂວງຄຳມ່ວນ ມີຄຳສັ່ງ ໄປຍັງອຳນາດປົກຄອງ ບ້ານຈັດສັນ ບໍ່ໃຫ້ຜູ້ໃດ ເຂົ້າໄປຕັດໄມ້ ໃນປ່າຕື່ມອີກ. ຫາກມີ ຄວາມຈຳເປັນແທ້ ກໍຕ້ອງເຮັດໜັງສື ຂໍອະນຸຍາດ ຕັດຢ່າງຖືກຕ້ອງ ເພື່ອໃຫ້ ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາວ່າ ສົມຄວນ ຫຼື ບໍ່.

ພ້ອມກັນນັ້ນ, ກໍຍັງສັ່ງຫ້າມ ບໍ່ໃຫ້ ປະຊາຊົນບ້ານຈັດສັນ ເຂົ້າໄປບຸກເບີກ ພື້ນທີ່ປ່າ ຂອງຣັຖ ເພື່ອເຮັດໄຮ່ເຮັດນາ ພາຍຫລັງ ທີ່ມີຊາວບ້ານ ຈຳນວນນຶ່ງ ໄປປູກເຂົ້າໃສ່. ຫາກຜູ້ໃດຝ່າຝືນ ກໍຈະຖືກປັບໃໝ ແລະ ສຶກສາອົບຮົມ ຈາກພາກສ່ວນ ທີ່ກ່ຽວຂ້ອງ.

ກ່ຽວກັບ ເຣື່ອງທີ່ວ່ານີ້, ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ຫ້ອງການປົກຄອງເມືອງ ແລະ ຫ້ອງການຂແນງ ພະລັງງານ ແລະ ບໍ່ແຮ່ເມືອງນາກາຍ ໃນມື້ວັນທີ 8 ສິງຫາ ເພື່ອຂໍຮູ້ ຣາຍລະອຽດຕື່ມ, ໄດ້ຮັບຄຳຕອບວ່າ ຍັງບໍ່ທັນໃຫ້ ຄຳເຫັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.