ເຂື່ອນປ່ອຍນໍ້າ ປະຊາຊົນ ກັງວົນ
2018.08.16
ທາງການເມືອງຊຽງເງິນ ແຂວງຫຼວງພຣະບາງ ແລະປະຊາຊົນ ທີ່ອາສັຍຢູ່ແຄມນໍ້າຄານ ຍັງເຝົ້າຣະວັງພັຍນໍ້າຖ້ວມ ທີ່ອາຈເກີດຂຶ້ນໄດ້ ໃນຣະຍະນີ້ ພາຍຫຼັງທີ່ເຂື່ອນໄຟຟ້ານໍ້າຄານ 2ແລະ3 ເພີ່ມປະຣິມານການປ່ອຍນໍ້າ ອອກຈາກປະຕູນໍ້າລົ້ນ ສູງຂຶ້ນເກືອບ 50 ສ່ວນຮ້ອຍ ເພື່ອຮັກສາຣະດັບໃນອ່າງເກັບນໍ້າ ໃຫ້ຢູ່ຣະດັບມາຕຖານ ແຕ່ມື້ວານນີ້ເປັນຕົ້ນມາ. ດັ່ງ ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງຜູ້ບໍ່ ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 16 ສິງຫານີ້ວ່າ:
“ປ່ອຍຢູ່ແຕ່ມື້ວານນີ້ມາ ເບິ່ງສະພາບນໍ້າ ຄັນນໍ້າຂຶ້ນແລ້ວກໍ່ປ່ອຍ ຄັນນໍ້າຫຼຸດກໍ່ອັດລົງ ອຳນາດການປົກຄອງເມືອງ ເພີ່ນກໍ່ໄດ້ກ່າວເຕືອນ ໝົດແລ້ວ ໃຫ້ກະກຽມ ຢູ່ພາກສ່ວນທີ່ຢູ່ທາງລຸ່ມກໍ່ແມ່ນກຽມຍ້າຍ ຄັນນໍ້າຂຶ້ນ ກໍ່ໄດ້ກຽມຮັບມື ຢູ່ໂດຍຕະຫຼອດຫັ້ນແຫຼະ ເພາະວ່າມື້ວານນີ້ ກໍ່ຜ່ານການປະຊຸມ ຢູ່ເມືອງຊຽງເງິນ ກໍ່ໄດ້ກ່າວເຕືອນ ໃຫ້ອຳນາດການປົກຄອງແຕ່ລະບ້ານ ບ້ານທີ່ຢູ່ບ່ອນມີການສ່ຽງ ກໍ່ໄດ້ໃຫ້ກະກຽມ ກ່າວເຕືອນໃຫ້ປະຊາຊົນຂຶ້ນໝົດແລ້ວ.”
ທ່ານກ່າວວ່າ ສຳລັບປີນີ້ ເຂື່ອນນໍ້າຄານ 2 ແລະ 3 ໄດ້ມີການປ່ອຍນໍ້າຫຼາຍເທື່ອແລ້ວ ເພື່ອຮັກສາຣະດັບນໍ້າ ໃນອ່າງເກັບນໍ້າ ໃຫ້ຢູ່ໃນ ຂັ້ນມາຕຖານ ແຕ່ມື້ວານນີ້ ເປັນຄັ້ງທຳອິດ ທີ່ເຂື່ອນ ເພີ້ມປະຣິມານການປ່ອຍນໍ້າຫຼາຍຂຶ້ນ ຈາກແຕ່ກ່ອນເກືອບ 50% ຄືຈາກ 700 ແມັດກ້ອນ ຕໍ່ວິນາທີ ເພີ້ມເປັນ 1000-1300 ແມັດກ້ອນ ຕໍ່ວິນາທີ ແລະນໍ້າທີ່ປ່ອຍ ກໍເຮັດໃຫ້ຣະດັບນໍ້າ ໃນທ້າຍເຂື່ອນນັ້ນ ສູງຂຶ້ນ 6 ແມັດ.
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ນັບຕັ້ງແຕ່ເຂື່ອນເລີ້ມປ່ອຍນໍ້າໃນປະຣິມານທີ່ສູງຂຶ້ນ ມາຮອດມື້ນີ້ ຍັງບໍ່ມີສິ່ງໃດເປັນໜ້າກັງວົນເທື່ອ, ນໍ້າໃນ ແມ່ນໍ້າຄານສູງຂຶ້ນ ແຕ່ກໍຍັງຢູ່ໃນຂີດບໍ່ອັນຕະລາຍ ບໍ່ໄດ້ຖ້ວມບ້ານເຮືອນ ຂອງປະຊາຊົນທີ່ຢູ່ທ້າຍເຂື່ອນ ມີພຽງແຕ່ ຖ້ວມພື້ນທີ່ແຄມນໍ້າ ຈຳນວນນຶ່ງເທົ່ານັ້ນ:
“ກໍ່ປ່ອຍຕາມ ອຸຕຸນິຍົມ ແລະອຸທົກກະສາດ ປ່ອຍຮັກສາລະດັບນໍ້າ ໃຫ້ມັນຢູ່ຄົງທີ່ ບໍ່ໃຫ້ຂຶ້ນຮອດຂີດອັນຕະລາຍ ກໍ່ຖ້ວມແຕ່ກໍ່ບໍ່ຫຼາຍ ດຽວນີ້ນະ ທາງລຸ່ມນີ້ມັນກໍ່ມີຕັ້ງແຕ່ ບ້ານດອນໂມ ສາມັກຄີໄຊ, ຊຽງເງິນ, ບ້ານແວດ, ບ້ານມູດ ລົງໄປຮອດສວນຫຼວງ ຖ້ວມແຕ່ກໍ່ບໍ່ຫຼາຍ ມີແຕ່ຖ້ວມຢູ່ແຄມນໍ້າ ໝໍ່ໆເກີນຄວນຫັ້ນກໍ່ຖ້ວມ ແຕ່ບ່ອນທີ່ສູງແດ່ ກໍ່ບໍ່ທັັນຖ້ວມ ບ່ອນສ່ຽງພັຍ ກໍ່ບໍ່ທັນເກີນຂອບເຂດເທື່ອ.”
ການປ່ອຍນໍ້າໃນປະຣິມານສູງຂຶ້ນ ຂອງເຂື່ອນທັງ 2 ແຫ່ງນີ້ ຈະປ່ອຍໄປຈົນຮອດວັນທີ 18 ສິງຫາ ອີງຕາມສະພາບ ຝົນຟ້າອາກາດ ຖ້າຫາກຝົນເຊົາຕົກ ກໍຈະກັບຄືນປ່ອຍນໍ້າໃນຣິມານປົກກະຕິ.
ສຳລັບເຂື່ອນໄຟຟ້າ ທີ່ມີການປ່ອຍນໍ້າອອກຈາກເຂື່ອນແລ້ວ ມີດ່ັງນີ້:
1- ເຂື່ອນນໍ້າຄານ 2 ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ.
2- ເຂື່ອນນໍ້າຄານ 3 ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ
3- ເຂື່ອນນໍ້າເທີນ 2 ຢູ່ເມືອງນາກາຍແຂວງຄຳມ່ວນ.
4- ເຂື່ອນນໍ້າງື່ມ 5 ຢູ່ຣະຫວ່າງເມືອງພູກູດ ແຂວງຊຽງຂວາງ ກັບເມືອງຄູນ ແຂວງຫຼວງພຣະບາງ.
5- ເຂື່ອນເຊກະໝານ 1 ແຂວງອັດຕະປື.
6- ເຂື່ອນໄຟຟ້ານໍ້າງື່ມ 1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ.