ນໍ້າເສັຽຕາມຫົນທາງຍ້ອນບໍ່ມີ ບ່ອນ ຣະບາຍ
2013.11.05
ຊາວບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເປິດເຜີຍໃນມື້ວັນທີ່ 4 ພຶສຈິການີ້ວ່າ ຢູ່ບໍຣິເວນ ແຄມຖນົນຫລວງພຣະບາງ ມີບໍຣິສັດເອກຊົນແຫ່ງນຶ່ງປ່ອຍນໍ້າເສັຍລົງແຄມທາງ ສົ່ງກິ່ນເໝັນ ແລະ ເຮັດໃຫ້ດິນບໍຣິເວນນັ້ນກາຍ ເປັນຕົມເປິເປື້ອນ ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ຜູ້ສັນຈອນໄປມາ ແຕ່ບໍ່ເຫັນມີພາກສ່ວນໃດ ທີ່ຮັບຜິດຊອບອອກມາແກ້ໄຂເລີຍ:
“ຂັ້ນວ່າ ISUZU ບໍຣິສັດກໍ່ສ້າງອິຫຍັງນີ້ລະ Technology ລາວວ່າອັນນີ້ຕ້ອງແມ່ນຣັຖບານເປັນຜູ້ເຮັດເພາະນໍາທາງບໍ່ມີທໍ່ຣະບາຍທາງຫຼວງ ທາງໃຫຍ່ຣັຖບານຕ້ອງມີຮ່ອງຣະບາຍນໍ້າ ເພີ່ນຕອບແນວນັ້ນ ເຮົາກໍ ຈັກຊິ່ເວົ້າຫຍັງ ສີ່ງແວດລ້ອມ ເມືອງກໍບໍ່ມາ”.
ຊາວບ້ານຜູ້ນີ້ເວົ້າຕໍ່ໄປວ່າ ຜ່ານມາ ທາງຊາວບ້ານກໍໄດ້ນໍາບັນຫານີ້ ສເນີຕໍ່ນາຍບ້ານແລ້ວ ໃນຕົ້ນປີ 2013 ແລະນາຍບ້ານ ກໍໄດ້ໂອ້ລົມກັບ ເຈົ້າຂອງບໍຣິສັດ (S.V.S.Techno) ຊຶ່ງເຈົ້າຂອງບໍຣິສັດ ເວົ້າວ່າ ບໍ່ແມ່ນ ຄວາມຮັບຜິດຊອບ ຂອງທາງບໍຣິສັດ ຊາວບ້ານ ກໍເຮັດຫຍັງບໍ່ໄດ້ ແລະທາງບໍຣິສັດ ຍັງອ້າງວ່າ ຍ້ອນທາງເມືອງ ບໍ່ເຮັດຮ່ອງຣະບາຍນໍ້າ.
ບັນຫາການປ່ອຍນໍ້າເສັຍລົງແຄມທາງໄດ້ກາຍເປັນເຣື້ອງ ວິພາກວິຈານທາງ Internet ໃນປັຈຈຸບັນ ຍ້ອນການເຮັດໃນລັກສນະ ຂາດຄວາມ ຮັບຜິດຊອບ ຂອງບໍຣິສັດ ເອກກະຊົນ ເຖິງແມ່ນວ່າ ການສ້າງຮ່ອງຣະບາຍນໍ້າ ຈະເປັນຄວາມຮັບຜິດຊອບ ຂອງທາງການ ແຕ່ທາງບໍຣິສັດ ກໍບໍ່ຄວນປ່ອຍນໍ້າເສັຽ ລົງສູ່ແຄມທາງ ໃຫ້ຜູ້ອື່ນໄດ້ຮັບ ຄວາມເດືອດຮ້ອນ. ສະນັ້ນຈຶ່ງຢາກໃຫ້ ເຈົ້າໜ້າທີ່ຮັບຜິດຊອບ ລົງມາແກ້ໄຂເຣື້ອງນີ້ ເພື່ອໃຫ້ຫົນທາງ ສະອາດແລະສະດວກ ໃຫ້ແກ່ຜູ້ໃຊ້ທາງ.
ເຖິງຢ່າງໃດກໍຕາມ ຕໍ່ບັນຫານີ້ ທາງວິທຍຸເອເຊັຍເສຣີ ກໍໄດ້ຕິດຕໍ່ໄປຍັງຜແນກ ຊັພຍາກອນ ແລະສິ່ງແວດລ້ອມ ໃນນະຄອນຫລວງວຽງຈັນ ແລ້ວ ແຕ່ທາງເຈົ້າໜ້າທີ່ລາວ ກໍບໍ່ໃຫ້ຂໍ້ມູນ ແຕ່ຢ່າງໃດ.